ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ HRW ຮຽກຮ້ອງໃຫ້ ບັນດາຜູ້ນຳ ຕໍ່ສູ້ຕ້ານ ‘ພວກປະຊານິຍົມ ຜະເດັດການ’


ພວກສະໜັບສະໜູນ ໂບກທຸງຊາດ ໃນຂະນະທີ່ ປະທານາທິບໍດີ ເທີກີ ທ່ານຣີເຊັບ ຕາຢິບ ເອີດວນ ກ່າວຄຳປາໄສ ໃນລະຫວ່າງການໂຮມຊຸມນຸມ ຂອງວັນສະໜັບສະໜູນ ການລົງປະຊາມະຕິ, ຢູ່ທີ່ທຳນຽບຂອງທ່ານ ໃນນະຄອນ ອັງກາຣາ, ວັນທີ 17 ເມສາ 2017.
ພວກສະໜັບສະໜູນ ໂບກທຸງຊາດ ໃນຂະນະທີ່ ປະທານາທິບໍດີ ເທີກີ ທ່ານຣີເຊັບ ຕາຢິບ ເອີດວນ ກ່າວຄຳປາໄສ ໃນລະຫວ່າງການໂຮມຊຸມນຸມ ຂອງວັນສະໜັບສະໜູນ ການລົງປະຊາມະຕິ, ຢູ່ທີ່ທຳນຽບຂອງທ່ານ ໃນນະຄອນ ອັງກາຣາ, ວັນທີ 17 ເມສາ 2017.

ກຸ່ມປົກປ້ອງສິດທິມະນຸດ Human Right Watch ໄດ້ເປີດເຜີຍ ບົດລາຍງານປະຈຳປີ
2018 ຂອງຕົນ ເຊິ່ງໄດ້ສຶກສາເບິ່ງ ສະພາບຂອງສິດທິມະນຸດ ຢູ່ໃນຫຼາຍກວ່າ 90
ປະເທດ.

ບົດລາຍງານນີ້ ເລີ້ມຕົນດ້ວຍການປຸກໃຫ້ຕື່ນຕົວ ແກ່ບັນດາຜູ້ນຳທາງການເມືອງ ທີ່ເຕັມ
ໃຈ ທີ່ຈະຕໍ່ສູ້ຕ້ານກັບອັນທີ່ອົງການ ເອີ້ນວ່າ ແຜນການປະຊານິຍົມ ຂອງຜະເດັດການ.

“ປີທີ່ຜ່ານມາ ໄດ້ສະແດງໃຫ້ເຫັນ ເຖິງຄວາມສຳຄັນ ຂອງການຕໍ່ສູ້ຕ້ານຢັນໄພຂົ່ມຂູ່
ຈາກພວກຜູ້ນຳທີ່ໃຊ້ວິທີການປຸກປັ່ນໃຫ້ຄົນເຊື່ອຖື ແລະນະໂຍບາຍ ທີ່ລ່ວງລະເມີດ
ຂອງພວກເຂົາເຈົ້ານັ້ນ”
ອີງຕາມຄຳເວົ້າ ຂອງ ທ່ານເຄນເນັດ ຣອດຕ໌ (Kenneth Roth)
ຜູ້ອຳນວຍການບໍລິຫານ ຂອງອົງການ Human Right Watch.

ທ່ານຣອດຕ໌ ກ່າວຫາພວກປະຊານິຍົມຜະເດັດການທີ່ກຳລັງຫາທາງຈະປ່ຽນ ລັດຖະບານ
ທີ່ໄດ້ຮັບການເລືອກຕັ້ງຢ່າງເປັນປະຊາທິປະໄຕ ໃນການຈຳກັດ ສິດຕ່າງໆ ແລະຕົວບົດ
ກົດໝາຍ ດ້ວຍການຕີຄວາມໝາຍຕາມຄວາມຕ້ອງການ ຂອງຄົນສ່ວນຫຼາຍ ເພື່ອຜົນ
ປະໂຫຍດສ່ວນຕົວຂອງພວກເຂົາ.

ແຂກທ່ານນຶ່ງ ຕິດຕາມ ປະທານາທິບໍດີ ຂອງຝຣັ່ງ ທ່ານ ເອມມານູແອລ ມາກຣົງ ໄປຍັງ ພະຣາຊະວັງ Elysee ໃນນະຄອນຫຼວງ ປາຣີ, ວັນທີ 12 ມັງກອນ 2018.
ແຂກທ່ານນຶ່ງ ຕິດຕາມ ປະທານາທິບໍດີ ຂອງຝຣັ່ງ ທ່ານ ເອມມານູແອລ ມາກຣົງ ໄປຍັງ ພະຣາຊະວັງ Elysee ໃນນະຄອນຫຼວງ ປາຣີ, ວັນທີ 12 ມັງກອນ 2018.

​ບົດລາຍງານປະຈຳປີ ເລືອກເອົາ ຝຣັ່ງເປັນຕົວຢ່າງຂອງຄວາມສຳເລັດ ໃນການຕໍ່ຕ້ານ
ລັດທິປະຊານິຍົມ ເຊັ່ນນັ້ນ ບ່ອນທີ່ ປະທານາທິບໍດີ ເອມມານູແອລ ມາກຣົງ ໄດ້ນຳພາ
ກຸ່ມເສລີນິຍົມ ທີ່ສະໜັບສະໜູນ ພາລະກິດຂອງປະເທດຢູໂຣບ ຕ້ານຢັນກຸ່ມຊາດນິຍົມ
ຂວາຈັດ ນຳພາໂດຍ ທ່ານນາງ ມາຣີນ ເລີ ປັງ. ແຕ່ບົດລາຍງານ ກ່າວວ່າ ປະທານາ
ທິບໍດີ ມາກຣົງ ກໍມີປະຫວັດທີ່ປະປົນກັນໄປ ໃນການດຳລົງຕຳແໜ່ງຂອງທ່ານ ໃນເດືອນ
ທຳອິດ ດ້ວຍນະໂຍບາຍຕໍ່ຕ້ານການກໍ່ການຮ້າຍ ແລະ ການຢ້ຽມຢາມປະເທດຈີນ ທີ່
ມິດງຽບຂອງທ່ານນັ້ນ ຈຶ່ງກໍ່ໃຫ້ເກີດມີຄວາມເປັນຫ່ວງ.

ກຸ່ມປົກປ້ອງສິດທິມະນຸດ Human Right Watch ກ່າວຫາ ປະທານາທິບໍດີ ສະຫະລັດ
ທ່ານດໍໂນລ ທຣຳ ໃນການສະແຫວງຫາ ນະໂຍບາຍຕ່າງໆທີ່ ຕໍ່ຕ້ານຄົນເຂົ້າເມືອງ ແບ່ງແຍກຜິວພັນ ແລະ ສະໜັບສະໜູນສົງຄາມຕ້ານຢາເສບຕິດ ແຕ່ກ່າວວ່າ ກຸ່ມສັງຄົມ
ພົນລະເຮືອນ ນັກຂ່າວ ທະນາຍຄວາມ ຜູ້ພິພາກສາ ທັງຫຼາຍ ແລະ ບັນດາສະມາຊິກ
ຜູ້ຖືກເລືອກມາ ຈາກພັກການເມືອງຂອງທ່ານທຣຳ ເອງ ກໍໄດ້ຕໍ່ສູ້ຕ້ານຢັນຄືນ.

ທຳນຽບຂາວ ໄດ້ຊີ້ໃຫ້ເຫັນຊ້ຳແລ້ວຊ້ຳອີກ ວ່າ ປະທານາທິບໍດີ ທຣຳ ໄດ້ຖືກເລືອກມາ
ໃນຄວາມໝັ້ນໝາຍທີ່ຈະຫລຸດຜ່ອນຄົນເຂົ້າປະເທດ. ທ່ານໄດ້ປະຕິເສດ ຕໍ່ການມີ
ທັດສະນະ ທີ່ຈຳແນກເຊື້ອຊາດ.

ກຸ່ມປົກປ້ອງສິດທິມະນຸດ Human Right Watch ຍົກຍ້ອງ ສະຫະພາບຢູໂຣບ ໃນການ
ຮັບມືກັບອັນທີ່ຕົນເອີ້ນວ່າ“ລັດຖະບານປະຊານິຍົມຜະເດັດການ” ຢູ່ໃນປະເທດຮັງກາຣີ
ແລະ ໂປແລນ. ທັງສອງປະເທດດັ່ງກ່າວ ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່າ ພວກເຂົາແມ່ນໄດ້ ຕັດຮອນສິດເສລີພາບຂັ້ນພື້ນຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG