ລິ້ງ ສຳຫລັບເຂົ້າຫາ

logo-print

ສະພາບການນັບຖືສິດທິມະນຸດໃນລາວ, ຕາມບົດລາຍງານ ປະຈຳປີ 2020 ຂອງ ກະຊວງການຕ່າງປະເທດ ສຫລ


ທ່ານ Antony Blinken, ຂອງ ກະຊວງການຕ່າງປະເທດ ສຫລ ກ່າວຄໍາປາໄສ ກ່ຽວກັບການນໍາເອົາ 'ບົດລາຍງານປະຈໍາປີ 2020 ກ່ຽວກັບການນັບຖືສິດທິມະນຸດຂອງປະເທດຕ່າງໆໃນໂລກ,' ຢູ່ທີ່ກະຊວງການຕ່າງປະເທດສະຫະລັດໃນວັນທີ 30 ມີນາ 2021. (ພາບໂດຍ Mandel Ngan)

ໃນລາຍການພິເສດມື້ນີ້ ພວກເຮົາຈະນໍາບົດລາຍງານປະຈໍາປີ 2020 ກ່ຽວກັບການນັບຖືສິດທິມະນຸດຢູ່​ໃນ​ທົ່ວ​ໂລກທີ່ກະຊວງການຕ່າງປະເທດສະຫະລັດໄດ້ພິມເຜີຍແຜ່ອອກມາ ໃນວັນທີ 30 ມີນານີ້ເອງ ຊຶ່ງໃນນັ້ນ ພາກສ່ວນທີ່ກ່ຽວຂ້ອງກັບລາວມີຢູ່ 3 ພາກທີ່ສໍາຄັນ​. ​ອັນດັບຕໍ່ໄປຂໍ​ເຊີນ​ທ່ານ​ຮັບຟັງລາຍລະອຽດ ກ່ຽວກັບ​ພາກທີ 1 ຂອງລາຍ​ງານນີ້ຈາກບົວສະຫວັນໄດ້​ເລີຍ.

ລາຍ​ງານ​ປະຈຳປີ 2020 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່ຽວກັບການນັບຖືສິດທິມະນຸດ ຢູ່​ໃນ​ທົ່ວ​ໂລກທີ່ເຜີຍແຜ່ອອກມາ ໃນວັນທີ 30 ມີນາ ຜ່ານມາຍັງສືບຕໍ່​ພົບວ່າ ສປປ ລາວ ທີ່ປົກຄອງໂດຍພັກດຽວນັ້ນມີຂໍ້ບົກຜ່ອງໃນການເຄົາລົບນັບຖືສິດທິມະນຸດຢູ່ໃນຫລາຍດ້ານ ຊຶ່ງພໍສະຫລຸບໄດ້ດັ່ງນີ້.

ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດທີ່ຈັດຂຶ້ນຄັ້ງຫຼ້າສຸດໃນປີ 2016 ນັ້ນ ແມ່ນບໍ່ມີເສລີພາບ ແລະບໍ່ເປັນທຳ. ພັກຂອງລັດຖະບານທີ່ປົກຄອງປະເທດຢູ່ນັ້ນ ໄດ້ຄັດເລືອກເອົາຜູ້ສະໝັກລົງແຂ່ງຂັນທັງໝົດແລະການປ່ອນບັດເລືອກຕັ້ງແມ່ນມີຂໍ້ບັງຄັບສຳລັບພົນລະເມືອງທຸກຄົນ. ພ້ອມກັນນັ້ນ ກະຊວງຮັກສາຄວາມສະຫງົບເປັນຜູ້ຮັກສາຄວາມປອດໄພພາຍໃນ ແລະຮັບຜິດຊອບໃນການປະຕິບັດກົດໝາຍຊຶ່ງກະຊວງດັ່ງກ່າວ ໄດ້ຄວບຄຸມດູແລໃນຂັ້ນທ້ອງຖິ່ນ, ການຈະລາຈອນ, ການກວດຄົນເຂົ້າເມືອງ ແລະຕຳຫຼວດຮັກສາຄວາມສະຫງົບ, ກອງຫຼອນໃນແຕ່ລະຄຸ້ມບ້ານ ແລະໜ່ວຍຕຳຫຼວດຕິດອາວຸດອື່ນໆ. ກອງກຳລັງທະຫານທຸກພາກສ່ວນໃນກະຊວງປ້ອງກັນປະເທດ ກໍມີຄວາມຮັບຜິດຊອບໃນບາງສ່ວນຂອງການຮັກສາຄວາມສະຫງົບພາຍໃນປະເທດເຊັ່ນກັນ ຊຶ່ງລວມທັງການຕໍ່ຕ້ານການກໍ່ການຮ້າຍ, ການຕໍ່ຕ້ານການກະບົດ ແລະການຮັກສາຄວາມປອດໄພຕາມຊາຍແດນ. ບັນດາອຳນາດການປົກຄອງພົນລະເຮືອນ ໄດ້ຮັກສາການຄວບຄຸມຢ່າງມີປະສິດທິພາບຕໍ່ກຳລັງຮັກສາຄວາມສະຫງົບ. ບັນດາສະມາຊິກຂອງກຳລັງຮັກສາຄວາມສະຫງົບ ກໍໄດ້ທຳການລ່ວງລະເມີດສິດທິມະນຸດຈຳນວນນຶ່ງ.

ບັນຫາສິດທິມະນຸດທີ່ສຳຄັນໆ ແມ່ນລວມມີການຈັບກຸມແບບຮວບຮັດຕັດຕອນ, ການຄຸມຂັງບັນດານັກໂທດທາງການເມືອງ, ການຈຳກັດຮັດແຄບຢ່າງຮ້າຍແຮງຕໍ່ການສະແດງອອກຄວາມຄິດເຫັນຢ່າງເສລີ ແລະຕໍ່ອົງການຂ່າວ ຊຶ່ງລວມທັງການກວດກາສື່ມວນຊົນ ແລະການແຊກແຊງຢ່າງຫຼວງຫຼາຍ ຕໍ່ສິດໃນການໂຮມຊຸມນຸມຢ່າງສັນຕິ ແລະສິດເສລີພາບໃນການຄົບຄ້າສະມາຄົມ ທີ່ລວມທັງບັນດາພະນັກງານ, ຂໍ້ຈໍາກັດຕໍ່ການເຂົ້າຮ່ວມທາງດ້ານການເມືອງ ແລະການສໍ້ລາດບັງຫຼວງ. ໃນຂະນະທີ່ລັດຖະບານຂອງລາວ ໄດ້ດຳເນີນຄະດີ ແລະລົງໂທດຕໍ່ພວກເຈົ້າໜ້າທີ່ພົວພັນກັບການສໍ້ລາດບັງຫຼວງແຕ່ກໍບໍ່ມີການດຳເນີນຄະດີ ຫຼືລົງໂທດຕໍ່ພວກເຈົ້າໜ້າທີ່ ທີ່ໄດ້ທຳການລ່ວງລະເມີດດ້ານອື່ນໆ. ສ່ວນຕໍາຫຼວດ ແລະກຳລັງຮັກສາຄວາມສະຫງົບ ກໍໄດ້ທຳການລະເມີດສິດທິມະນຸດ ໂດຍບໍ່ໄດ້ຮັບການລົງໂທດໃດໆເລີຍ.
ໃນລາຍງານສະບັບນີ້ ກະຊວງການຕ່າງປະເທດສະຫະລັດໄດ້ຈັດການນັບຖືສິດທິມະນຸດອອກເປັນ 7 ໝວດ.

ໝວດ ທີ 1 ແມ່ນການນັບຖືສິດອັນຊອບທໍາຂອງບຸກຄົນ. ໃນນີ້ມີຢູ່ 6 ດ້ານ ໃນການໄດ້ຮັບມີເສລີພາບທີ່ບໍ່ໃຫ້ຖືກ:

1. ຂ້າຕາຍໂດຍພາລະການ ແລະການສັງຫານຊີວິດທີ່ບໍ່ຖືກຕ້ອງຕາມກົດໝາຍແບບອື່ນໆ ຫຼືຍ້ອນເຫດຜົນທາງການເມືອງ ຊຶ່ງໃນດ້ານນີ້ແມ່ນບໍ່ມີລາຍງານ ທີ່ໜ້າເຊື່ອຖືໄດ້ວ່າ ລັດຖະບານລາວ ຫລືອົງການໃດຂອງລັດຖະບານ ໄດ້ກະທໍາແບບພາລະການ ຫລືສັງຫານຄົນແບບບໍ່ຖືກກົດໝາຍເລີຍ.

2. ຫາຍສາບສູນ
ໃນປີ 2018 ມີຜູ້ຕໍ່ຕ້ານລັດຖະບານໄທ 3 ຄົນທີ່ອາໄສຢູ່ໃນລາວ ຄື ທ່ານສຸຣະ ໄຊ ດ່ານວັດທະນານຸສອນ, ພູຊະນະ, ແລະກາສະລອງຫາຍສາບສູນໄປ. ໃນສອງມື້ກ່ອນການໄປຢ້ຽມຢາມລາວ ຂອງນາຍົກລັດຖະມົນຕີໄທນັ້ນ ແມ່ນມີຄົນພົບເຫັນພວກກ່ຽວຢູ່ໃນນະຄອນຫຼວງວຽງຈັນ. ບໍ່ດົນຫລັງຈາກນັ້ນພວກເຂົາເຈົ້າ ກໍຖືກຫາຍຕົວໄປ, ສົບຂອງທ່ານພູຊະນະ ແລະ ກາສະລອງ ໄດ້ຖືກພົບເຫັນຢູ່ໃກ້ແມ່ນໍ້າຂອງຢູ່ຝັ່ງຊາຍແດນຂອງໄທ. ມີລາຍງານວ່າສົບນັ້ນຖືກມັດ, ຕັດເປັນ ຕ່ອນໆ, ແລະມັດຕິດກັບດິນຊີມັງ, ແລະໃບໜ້າຖືກທຸບຕີໃຫ້ນູມຈົນບໍ່ເບິ່ງອອກວ່າ ເປັນໃຜ. ມາຮອດເດືອນພະຈິກປີກາຍນີ້ ຍັງບໍ່ມີໃຜຮູ້ວ່າຄາດຕະກອນ ແມ່ນໃຜ ແລະຖືກຂ້າຢູ່ໃສ. ສ່ວນທ່ານ ສຸຣະໄຊ ແມ່ນຍັງຫາຍສາບສູນຢູ່. ລັດຖະບານລາວບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບກໍລະນີດັ່ງກ່າວ ແລະບອກບັນດານັກການທູດວ່າການສືບສວນກ່ຽວກັບການເສຍຊີວິດນີ້ ແມ່ນຄວາມຮັບຜິດຊອບຂອງໄທ. ສື່ມວນຊົນສາກົນລາຍງານວ່າ ລັດຖະບານລາວໄດ້ຮັບປະກັນກັບເຈົ້າໜ້າທີ່ໄທວ່າ ຈະຕິດຕາມກວດການັກເຄື່ອນໄຫວໄທທີ່ອາໄສຢູ່ໃນປະເທດຕົນຢ່າງໃກ້ຊິດ ແລະສະກັດກັ້ນພວກເຂົາບໍ່ໃຫ້ເຂົ້າຮ່ວມກິດຈະກຳຕໍ່ຕ້ານລັດຖະບານໄທ.

ພ້ອມກັນນັ້ນ ກໍຍັງບໍ່ມີຄວາມຄືບໜ້າໃດໆ ໃນເລື້ອງລັກພາຕົວທ່ານສົມບັດ ສົມພອນ, ຜູ້ນຳສັງຄົມພົນລະເຮືອນທີ່ໂດດເດັ່ນ ຊຶ່ງຖືກລັກພາຕົວໃນປີ 2012 ນັ້ນ.

3. ການທໍລະມານ ແລະການກະທຳທີ່ໂຫດຮ້າຍອື່ນໆ ຫລື ການລົງໂທດທີ່ຂາດມະນຸດສະທໍາ
ຕາມລັດຖະທຳມະນູນ ແລະກົດໝາຍລາວແລ້ວ ແມ່ນຫ້າມການກະທໍາເຊັ່ນນັ້ນ. ແຕ່ວ່າ ໃນປີ 2019 ອົງການຈັດຕັ້ງທາງສັງຄົມພົນລະເຮືອນ ແລະບັນດາທະ ນາຍຄວາມອ້າງວ່າ ນັກໂທດບາງຄົນຖືກທຸບຕີ ຫລືຖືກເອົາໄຟຟ້າຊັອດ. ສື່ມວນຊົນສາກົນລາຍງານໃນປີ 2019 ວ່າ ນັກໂທດທີ່ຖືກຈັບ ຍ້ອນການປະທ້ວງ ທີ່ ຄັດຄ້ານ ຕໍ່ການສູນເສຍທີ່ດິນ ແມ່ນຖືກເອົາໄຟຟ້າຊັອດ ພາຍຫຼັງທີ່ຖືກຈັບກຸມ ແລະປະສົບບັນຫາການຂາດສານອາຫານ ແລະມີສຸຂະພາບຊຸດໂຊມ ຫຼັງຈາກຖືກຈຳຄຸກໄດ້ນານກວ່ານຶ່ງປີ. ໃນເດືອນເມສາປີ 2019 ທ້າວສີຟອງທີ່ຖືກຈຳຄຸກຕັ້ງແຕ່ປີ 2011 ຍ້ອນໄດ້ນຳພາການປະທ້ວງເລື້ອງທີ່ດິນຢູ່ແຂວງສາລະວັນ ໄດ້ເສຍຊີວິດໄປ; ລັດຖະບານກ່າວວ່າ ການຕາຍຂອງຜູ້ກ່ຽວແມ່ນເປັນການຕາຍທີ່ ເປັນໄປຕາມທຳມະຊາດ, ແຕ່ຄົນອື່ນໆ ກັບກ່າວອ້າງວ່າ ລາວຖືກທໍລະມານໃຫ້ຕາຍ.

ມີລາຍງານວ່າການທີ່ຜູ້ລະເມີດສິດທິມະນຸດຖືກປົກປ້ອງບໍ່ໃຫ້ໄດ້ຮັບໂທດຍັງຄົງເປັນບັນຫາຢູ່. ກົມກວດກາຂອງກະຊວງຮັກສາຄວາມສະຫງົບ ອະນຸຍາດໃຫ້ປະຊາຊົນສົ່ງຄຳຮ້ອງທຸກເປັນລາຍລັກອັກສອນຜ່ານທາງເວັບໄຊທ໌ຂອງຕົນຫລື ບໍ່ກໍຜ່ານກ່ອງຄຳຮ້ອງທຸກ ທີ່ເອົາໄວ້ຢູ່ເກືອບທຸກແຫ່ງທົ່ວປະເທດ. ແຕ່ຜູ້ສັງເກດການສັງເກດເຫັນວ່າ ເວັບໄຊທ໌ ແມ່ນມີຄວາມຫຍຸ້ງຍາກທີ່ຈະໃຊ້ໄດ້ ແລະກໍບໍ່ມີສະຖິຕິກ່ຽວກັບການນຳໃຊ້ເວັບໄຊທ໌ແລະກ່ອງຄໍາເຫັນເຫລົ່ານີ້ເລີຍ. ລັດຖະບານ ບໍ່ໄດ້ເປີດເຜີຍໃຫ້ຮູ້ກ່ຽວກັບອົງການທີ່ທໍາສືບສວນການລະເມີດສິດທິມະນຸດໂດຍກຳລັງຮັກສາຄວາມປອດໄພເລີຍ.

ພ້ອມກັນນັ້ນ ຄຸກ ແລະສູນກັກຂັງບາງແຫ່ງກໍ່ມີຄວາມລໍາບາກຫລາຍຍ້ອນວ່າມີອາຫານສະໜອງໃຫ້ໜ້ອຍ, ແອອັດເກີນໄປ ແລະໃຫ້ການດູແລສຸຂະພາບແບບຂາດແຄນ. ເຖິງແມ່ນວ່າບໍ່ມີສະຖິຕິຢ່າງເປັນທາງການ ຫຼືໜ້າເຊື່ອຖືໄດ້ກ່ຽວກັບຈຳນວນ ແລະເພດຂອງນັກໂທດໃນທົ່ວປະເທດກໍຕາມ ແຕ່ກໍມີລາຍງານວ່າ ຄຸກບາງແຫ່ງເອົາເດັກນ້ອຍຢູ່ປົນກັບຜູ້ໃຫຍ່. ຍ້ອນວ່າບໍ່ມີພື້ນທີ່ພຽງພໍ, ຜູ້ຖືກກັກຂັງກ່ອນການດໍາເນີນຄະດີ ແລະນັກໂທດທີ່ຖືກຕັດສິນໂທດແລ້ວ ກໍແມ່ນເອົາຂັງໄວ້ ຢູ່ນໍາກັນ. ຍັງບໍ່ທັນມີຂໍ້ມູນກ່ຽວກັບອັດຕາການເສຍຊີວິດຢູ່ໃນຄຸກ ຫລືສູນກັກຂັງກ່ອນການຕັດສິນໂທດເທື່ອ, ເຖິງແມ່ນວ່າທະນາຍຄວາມຄົນນຶ່ງໄດ້ກ່າວອ້າງໃນປີ 2019 ວ່າ ນັກໂທດບາງຄົນໄດ້ເສຍຊີວິດໄປຍ້ອນໄດ້ຮັບຄວາມຮ້ອນເກີນໄປຢູ່ຄຸກທີ່ຫາກໍ່ເປີດຢູ່ໃນແຂວງວຽງຈັນ. ຄຸກບາງແຫ່ງໄດ້ບັງຄັບໃຫ້ນັກໂທດຈ່າຍເງິນຄ່າອາຫານທີ່ກິນໃນເວລາຖືກຄຸມຂັງຄືນໃຫ້ເຈົ້າໜ້າທີ່ ຫຼັງຈາກຖືກປ່ອຍຕົວອອກໄປ. ໂດຍທົ່ວໄປແລ້ວ ຄຸກບໍ່ໄດ້ເອົາອາຫານໃຫ້ກິນພຽງພໍ ເຊິ່ງຄອບຄົວແລະໝູ່ເພື່ອນຕ້ອງໄດ້ ເອົາໃຫ້ເພີ້ມ. ນັກໂທດໄດ້ເຂົ້າເຖິງການດູແລທາງການແພດຂັ້ນພື້ນຖານເທົ່ານັ້ນແລະການປິ່ນປົວພະຍາດທີ່ຮ້າຍແຮງກໍ່ບໍ່ມີ. ນັກໂທດ ໄດ້ຮັບການສັກຢາປ້ອງກັນພະຍາດເມື່ອໄປຮອດຄຸກ; ຖ້າບໍ່ສະບາຍ ພວກເຂົາຕ້ອງຈ່າຍຄ່າຢາທີ່ຈຳເປັນເອົາເອງ. ໃນບາງສະຖານທີ່ນັກໂທດສາມາດຈັດການປິ່ນປົວຢູ່ໂຮງໝໍຕຳຫຼວດໃນກໍລະນີສຸກເສີນ.

ບໍ່ມີເຈົ້າໜ້າທີ່ທີ່ດູແລຄວາມເປັນຢູ່ເປັນຂອງນັກໂທດ ແລະຜູ້ຖືກຄຸມຂັງ. ພວກ ຄົນຍາມນັກໂທດໃນຄຸກເປັນຜູ້ວາງນະໂຍບາຍໃນການອະນຸຍາດຢ້ຽມຢາມຄຸກ. ໂດຍທົ່ວໄປແລ້ວສະມາຊິກໃນຄອບຄົວສາມາດເຂົ້າເຖິງນັກໂທດແລະຜູ້ຖືກຄຸມຂັງ 1 ຄັ້ງຕໍ່ເດືອນ. ເຈົ້າໜ້າທີ່ລັດຖະບານບໍ່ໄດ້ອະນຸຍາດໃຫ້ອົງການທີ່ເປັນອິດສະຫຼະຕິດຕາມສະພາບການໃນຄຸກໄດ້.

4. ການຈັບກຸມ ແລະການກັກຂັງຕາມພາລະການ:
ກົດໝາຍແມ່ນຫ້າມບໍ່ໃຫ້ມີການຈັບກຸມ ແລະກັກຂັງໂດຍພາລະການ ແຕ່ວ່າເຈົ້າ ໜ້າທີ່ລັດຖະບານບາງຄົນບໍ່ໄດ້ເຄົາລົບຂໍ້ກໍານົດອັນນນີ້ ສະນັ້ນການຈັບກຸມແລະ ຄຸມຂັງໂດຍພາລະການຍັງມີຢູ່ຕໍ່ມາ.

ຂັ້ນຕອນໃນການຈັບກຸມ ແລະການກະທໍາຕໍ່ຜູ້ທີ່ຖືກກັກຂັງ
ທັງຕໍາຫລວດ ແລະທະຫານ ມີສິດອໍານາດໃນການຈັບກຸມຄົນ ແຕ່ວ່າມີແຕ່ຕໍາຫລວດເທົ່ານັ້ນທີ່ໃຊ້ສິດດັ່ງກ່າວ. ກົດໝາຍໄດ້ໃຫ້ສິດໃນການກໍານົດທາງດ້ານກົດໝາຍກ່ຽວກັບຄວາມຖືກຕ້ອງຂອງການກັກຂັງເຂົາເຈົ້າໃນທັນທີທັນໃດ. ກົດໝາຍດັ່ງກ່າວຍັງຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ແຈ້ງເຕືອນພວກຖືກກັກຂັງຊາບ ກ່ຽວກັບຂໍ້ກ່າວຫາທີ່ມີຕໍ່ເຂົາເຈົ້າ ແລະແຈ້ງໃຫ້ພີ່ນ້ອງຮູ້ຈັກກ່ຽວກັບການກັກຂັງພວກເຂົາໄປພາຍໃນ 24 ຊົ່ວໂມງຫລັງຈາກຖືກຈັບ, ແຕ່ວ່າເຫດການຕົວຈິງ ບໍ່ໄດ້ເປັນແບບນັ້ນສະເໝີໄປ ໂດຍສະເພາະແມ່ນຢູ່ໃນເຂດຊົນນະບົດ.

ມີລະບົບໃຫ້ປະກັນຕົວ ແຕ່ວ່າພວກເຈົ້າໜ້າທີ່ແມ່ນປະຕິບັດຕາມພາລະການ. ມີຂັ້ນຕອນທາງກົດໝາຍສຳລັບການຈັບກຸມຢູ່ເຮືອນ, ໂດຍສະເພາະ ແມ່ນຍ້ອນເຫດຜົນທາງສຸຂະພາບ. ກົດໝາຍໃຫ້ບຸກຄົນທີ່ຖືກກັກຂັງ, ຈັບກຸມ, ຫຼືຄຸມຂັງມີສິດໃນການຂໍເອົາຄົນເປັນຕົວແທນທາງດ້ານກົດໝາຍໃຫ້ຖ້າມີການຮ້ອງຂໍ. ຂໍ້ກຳ ນົດເຫລົ່ານີ້ມັກຈະບໍ່ໄດ້ຮັບການເຄົາລົບ. ຕົວຢ່າງເຊັ່ນ ອີງຕາມສຳນັກຂ່າວສານ ຕ່າງປະເທດ ນາງຫ້ວຍເຮືອງ (“ໝ້ວຍ” ໄຊຍະບູລີ ຖືກຈັບໃນເດືອນກັນຍາ 2019 ຍ້ອນຕຳໜິຕິຕຽນລັດຖະບານໃນເຟສບຸກ ບໍ່ໄດ້ຮັບອະນຸຍາດໃຫ້ພົບກັບໃຜໃນຂະນະທີ່ການສືບສວນກຳລັງດຳເນີນໄປຢູ່, ເຊິ່ງເປັນກັນກີດກັນນາງບໍ່ໃຫ້ໄດ້ຮັບຄຳແນະນຳດ້ານກົດໝາຍຈາກພາຍນອກ ຫຼືການມີຄົນເປັນຕົວແທນໃຫ້.

ການຈັບກຸມໂດຍພາລະການ: ອີງໃສ່ຕາມຂໍ້ກຳນົດໃນກົດໝາຍ ທີ່ອະນຸຍາດໃຫ້ຈັບກຸມຢ່າງບໍ່ມີເຫດຜົນໃນກໍລະນີທີ່ຮີບດ່ວນແຕ່ວ່າຕຳຫຼວດຍັງສືບຕໍ່ປະຕິບັດ ແບບບໍ່ມີຫລັກມີເກນອັນແໜ້ນແກ່ນໃນການຈັບກຸມ. ມີລາຍງານວ່າຕຳຫຼວດໄດ້ໃຊ້ການຂົ່ມຂູ່ວ່າຈະຈັບກຸມ ເພື່ອເປັນການນາບຂູ່ຕໍ່ບຸກຄົນ ຫລື ເພື່ອຮຽກເອົາສິນບົນ.

ໃນເດືອນມີນາປີກາຍນີ້ ຕຳຫຼວດໄດ້ຈັບຕົວ ທ້າວສີທົນ ທິບພຣະວົງ, ອາຈານ ສອນສາສະໜາຄຣິສຕະຈັກຂ່າວປະເສີດໃນແຂວງສະຫວັນນະເຂດ; ເມື່ອເດືອນຕຸລາຜ່ານມາລາວຍັງຖືກກັກຂັງຢູ່ໃນຄຸກແຂວງນັ້ນຢູ່. ເຈົ້າໜ້າທີ່ຂັ້ນແຂວງບໍ່ໄດ້ແຈ້ງໃຫ້ລາວຊາບກ່ຽວກັບຂໍ້ກ່າວຫາ ແມ່ນກະທັ້ງຫລັງຈາກຄະດີຂອງລາວຖືກໂອນໄປຫາໄອຍະການແຂວງແລ້ວກໍຕາມ. ບາງຄັ້ງເຈົ້າໜ້າທີ່ຍັງສືບຕໍ່ກັກຂັງນັກໂທດຜູ້ທີ່ໃຊ້ໂທດໝົດແລ້ວ ໂດຍສະເພາະຖ້າພວກເຂົາຫາກບໍ່ສາມາດຈ່າຍຄ່າປັບໃໝຂອງສານໄດ້.

ການກັກຂັງກ່ອນການໄຕ່ສວນຄະດີ: ກົດໝາຍໄດ້ຈຳກັດການກັກຂັງໂດຍບໍ່ມີການດຳເນີນຄະດີບໍ່ໃຫ້ເກີນ1 ປີ. ໄລຍະເວລາຂອງການກັກຂັງໂດຍບໍ່ມີການພິຈາລະນາຄະດີລ່ວງໜ້າ ຫລືການກ່າວຫາຢ່າງເປັນທາງການກໍ່ຖືກຈຳກັດບໍ່ ໃຫ້ເກີນ 1 ປີ. ມີລາຍງານວ່າອົງການໄອຍະການປະຊາຊົນໄດ້ດຳເນີນຄວາມພະຍາຍາມເພື່ອໃຫ້ເຈົ້າໜ້າທີ່ນຳເອົານັກໂທດທຸກຄົນມາດຳເນີນຄະດີພາຍໃນ 1 ປີ, ແຕ່ບາງຄັ້ງເຈົ້າໜ້າທີ່ກໍເຮັດບໍ່ໄດ້ຕາມຂໍ້ກໍານົດນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG