ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພູນໍ້າກ້ອນ ທີ່ກໍາລັງລ່ອງລອຍ ມຸ້ງໜ້າໄປຕໍາໃສ່ ເກາະຈໍເຈຍໃຕ້ ກໍາລັງເຮັດໃຫ້ພວກສັດປ່າ ຕົກຢູ່ໃນສະພາບສ່ຽງໄພ


Huge Iceberg Floats toward South Georgia
please wait

No media source currently available

0:00 0:01:58 0:00

ພູນໍ້າກ້ອນທີ່ກໍາລັງລ່ອງລອຍ ມຸ້ງໜ້າໄປຕໍາໃສ່ ເກາະຈໍເຈຍໃຕ້ ຢູ່ທາງພາກໃຕ້ ຂອງມະຫາສະໝຸດແອັດແລນຕິກ.

ພູ ຫຼືແທ່ງນໍ້າກ້ອນທີ່ໃຫຍ່ສຸດຂອງໂລກ ກຳລັງລ່ອງລອຍມຸ້ງໜ້າຢູ່ໃນເສັ້ນທາງ ທີ່ຈະໄປຕຳເກາະຈໍເຈຍໃຕ້ ທີ່ເປັນບ່ອນຢູ່ອັນສຳຄັນຂອງສັດທະເລ ທາງພາກໃຕ້ຂອງມະຫາສະໝຸດ ແອັດແລນຕິກ. ພວກນັກວິທະຍາດ ສາດກ່າວວ່າ ມັນອາດເຮັດໃຫ້ ມີຜົນກະທົບຕໍ່ລະບົບນິເວດ ແລະເສດຖະກິດຂອງເກາະດັ່ງກ່າວ ດັ່ງທີ່ Henry Ridgwell ລາຍງານມາ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພູນໍ້າກ້ອນຂະໜາດໃຫຍ່ ທີ່ຂາດອອກມາຈາກ ພູນໍ້າກ້ອນລາເສັນ ຊີ (Larcen C) ຢູ່ທາງພາກຕາເວັນອອກຂອງແຫຼມຂົ້ວໂລກໃຕ້ ໃນປີ 2017.

ໂດຍທີ່ຖືກຕັ້ງຊື່ຈາກບັນດານັກວິທະຍາສາດວ່າ A68a ນັບແຕ່ນັ້ນມັນມາໄດ້ໄຫຼລ່ອງລອຍໄປສູ່ເກາະຈໍເຈຍໃຕ້ ທີ່ເປັນເກາະທີ່ຢູ່ຫ່າງໄກສອກຫຼີກຂອງອັງ ກິດ ຢູ່ໃນເຂດໃຕ້ຂອງມະຫາສະໝຸດແອັດແລນຕິກ.

ບັນດາຮູບພາບຖ່າຍຈາກດາວທຽມສະແດງໃຫ້ເຫັນວ່າ ພູນໍ້າກ້ອນດັ່ງກ່າວຍັງຕິດກັນຢ່າງແໜ້ນໜາຢູ່ ຊຶ່ງມີຄວາມຍາວປະມານ 150 ກິໂລແມັດ ແລະກວ້າງ 48 ກິໂລແມັດ. ມັນກຳລັງມຸ່ງໜ້າໄປຕາມເສັ້ນທາງ ທີ່ຈະໄປຕຳໃສ່ເກາະຈໍເຈຍໃຕ້ ໃນປະມານອີກ 30 ມື້ຂ້າງໜ້ານີ້.

ຄວາມເລິກຂອງມັນທີ່ບໍ່ຫລາຍນັ້ນ ແມ່ນໝາຍຄວາມວ່າມັນສາມາດໄຫຼເຂົ້າໄປໃກ້ກັບເກາະໄດ້ຫລາຍທີ່ສຸດ. ແລະ ວີດິໂອຈາກອົງການນົກເພັງກວິນ (penguins) ສາກົນສະແດງໃຫ້ເຫັນວ່າ ມີຝູງນັກເພັງກວິນໃຫຍ່ຢູ່ທີ່ນັ້ນ. ແຜ່ນດິນທີ່ເປັນບ່ອນຫາກິນຂອງນົກເພັງກວິນ ແລະພວກແມວນໍ້າ ຫຼືຊຽລ (seals) ອາດຖືກປິດລ້ອມໄວ້, ອີງຕາມນັກວິທະຍາສາດ ເກີເຣນທ໌ ທາລິງ (Geraint Tarling) ຈາກອົງການສຳຫຼວດຂົ້ວໂລກໃຕ້ຂອງອັງກິດ.

ເກີເຣນທ໌ ທາລິງ (Geraint Tarling) ຈາກອົງການສຳຫຼວດຂົ້ວໂລກໃຕ້ຂອງອັງກິດກ່າວຜ່ານທາງສໄກພ໌ ວ່າ:
“ນັ້ນແມ່ນໝາຍຄວາມວ່າ ພວກມັນຕ້ອງໄດ້ໄປໄກຫລາຍກວ່ານັ້ນອີກຫລາຍ, ພວກມັນຕ້ອງຍ່າງອ້ອມພູນໍ້າກ້ອນ ຫລືວ່າທີ່ຈິງແລ້ວຕ້ອງໄປຊອກຫາແຫລ່ງອາຫານຕື່ມອີກ. ແລະເວລານັ້ນ ແມ່ນຂ້ອນຂ້າງສຳຄັນຫລາຍທີ່ສຸດ ໃນຊ່ວງເວລານີ້ ຂອງວົງຈອນຊີວິດຂອງພວກມັນ. ພວກມັນຕ້ອງກັບຄືນ ໄປຫາລູກ ນ້ອຍ ແລະລູກຂົນຫຍຸຍໆຂອງພວກມັນໃນເວລາສັ້ນໆເພື່ອພວກມັນຈະບໍ່ໄດ້ຫິວໂຫຍໃນລະຫວ່າງທີ່ກັບຄືນມານັ້ນ."

ພູເຂົານໍ້າກ້ອນສາມາດຕິດຢູ່ທີ່ນັ້ນເປັນເວລາປະມານນຶ່ງທົດສະວັດກໍເປັນໄດ້ແລະປ່ຽນແປງລະບົບນິເວດທັງໝົດ.

ເກີເຣນທ໌ ທາລິງ (Geraint Tarling) ກ່າວຜ່ານທາງສໄກພ໌ ອີກວ່າ:
“ນີ້ແມ່ນປະຊາກອນສັດທີ່ສຳຄັນລະດັບໂລກຂອງສັດປະເພດເຫຼົ່ານີ້. ຖ້າວ່າຊະນິດພັນສັດເຫຼົ່ານີ້ປະສົບຄວາມຫາຍຍະນະໃນພື້ນທີ່ນີ້ແລ້ວ ຈໍານວນສັດ ປະເພດນີ້ ໃນທົ່ວໂລກກໍຈະຫຼຸດລົງຢ່າງຫຼວງຫຼາຍ.”

ທ່ານ ທາລິງ (Tarling) ເວົ້າວ່າ ການມີພູນໍ້າກ້ອນໄປເກາະຕິດ ຢູ່ໃນເຂດ ຂົ້ວໂລກໃຕ້ ແມ່ນເປັນໄປຕາມຂະບວນການທຳມະຊາດ. ແຕ່ວ່າມັນມີການປ່ຽນແປງໄປພ້ອມກັບພາວະໂລກຮ້ອນ.

ທ່ານ ທາລິງ (Tarling) ເວົ້າຜ່ານທາງ 'Skype' ຕໍ່ໄປວ່າ:
“ອັດຕາຂອງສິ່ງກຳລັງເກີດຢູ່ນີ້ ແມ່ນກຳລັງເພີ່ມສູງຂຶ້ນນັບມື້. ແລະເພາະສະ ນັ້ນ ສິ່ງນີ້ອາດຈະກາຍເປັນເລື່ອງປົກກະຕິໃນອະນາຄົດ.”

ພູນໍ້າກ້ອນຍັງສາມາດທຳລາຍອຸດສາຫະກຳການປະມົງທີ່ມີຄ່າສູງຂອງເກາະ ຈໍເຈຍໃຕ້ກໍເປັນໄດ້.

ຄວາມຫວັງກໍແມ່ນວ່າການປ່ຽນແປງຮູບແບບຂອງດິນຟ້າອາກາດຈະຍັງບໍ່ທັນສາມາດຫັນປ່ຽນມັນໃຫ້ກາຍໄປເປັນມະຫາສະໝຸດເປີດອັນກວ້າງໃຫຍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG