ປະທານາທິບໍດີຊີເລ ໄດ້ໃຫ້ຄຳປະຕິຍານວ່າ ຈະສ້າງເມືອງ
ທ່າ Valparaiso ຄືນໃໝ່ ຫຼັງຈາກເກີດໄຟປ່າທີ່ຍັງເຜົາໄໝ້
ຢູ່ ແລະໄດ້ທຳລາຍບ້ານເຮືອນເກືອບ 3 ພັນຫຼັງ ແລະສັງຫານ
15 ຄົນນັ້ນ.
ໃນວັນພຸດວານນີ້ ປະທານາທິບໍດີຊີເລ ທ່ານນາງ Michelle
Bachelet ໄດ້ພົບປະກັບພວກ ທີ່ປະສົບເຄາະຮ້າຍ ຈຳນວນນຶ່ງ ທີ່ໄດ້ສູນເສຍບ້ານເຮືອນ
ແລະໄດ້ຮັບບາດເຈັບ ໃນເຫດໄຟໄໝ້ດັ່ງກ່າວ. ທ່ານນາງປະທານາທິບໍດີ ຍັງໄດ້ກ່າວອີກ
ວ່າ ເມືອງທ່າ Valparaisoນັ້ນ ຄວນຈະສ້າງຄືນໃໝ່ໃນແບບ ທີ່ຈະປ້ອງກັນບໍ່ໃຫ້ພວກທີ່
ປະສົບກັບໄຟປ່າເຫຼົ່ານີ້ ກັບໄປປຸກເຮືອນຢູ່ຕາມຈ້າຍພູແບບເກົ່າ ທີ່ບໍ່ສາມາດປົກປ້ອງ
ຈາກໄພທຳມະຊາດໄວ້ໄດ້ນັ້ນ. ບັນດາເຈົ້າໜ້າທີ່ກ່າວວ່າ ອາດຈະຕ້ອງໃຊ້ເວລາອີກ 20 ມື້ ກ່ວາຈະມອດໄຟປ່ານີ້ ທີ່ໄດ້ ເລີ່ມຂຶ້ນໃນວັນເສົາຜ່ານມານັ້ນ ໄດ້ໝົດ.
ວີດີໂອ: ປະທານາທິບໍດີຊີເລ ທ່ານນາງ Michelle Bachelet ໄປຢ້ຽມຢາມ
ພວກ ທີ່ປະສົບເຄາະຮ້າຍ ໃນເຫດໄຟໄໝ້:
Chile's President is vowing to rebuild the port of Valparaiso after wildfires that are still burning destroyed nearly three thousand homes and killed 15 people.
On Wednesday, President Michelle Bachelet met with some of the people displaced and injured by fire. The president has said Valparaiso should be reconstructed to prevent wildfire victims from rebuilding on hills that cannot be protected from disasters.
Authorities say it could take another 20 days to put out the fire which started on Saturday.