ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ປົກ​ປ້ອງ​ສິດທິມະນຸດ HRW ເວົ້າ​ວ່າ​ ສານ​ອາ​ຍາ​ສາ​ກົນ ຕ້ອງ​ການເງິນ​ສະ​ໜັບ​ສະ​ໜຸນ ເພື່ອ​ຈະ​ດຳ​ເນີນ​ວຽກ​ງານ​ຂອງ​ຕົນ​ໄດ້


ພາບ​ຂ້າງນອກ​ຂອງ​ສານ​ອາ​ຍາ​ສາ​ກົນ ທີ່​ນະ​ຄອນ​ເຮກ, ປະ​ເທດເນ​ເທີ​ແລນ, ວັນ​ທີ 31 ມີ​ນາ, 2021.
ພາບ​ຂ້າງນອກ​ຂອງ​ສານ​ອາ​ຍາ​ສາ​ກົນ ທີ່​ນະ​ຄອນ​ເຮກ, ປະ​ເທດເນ​ເທີ​ແລນ, ວັນ​ທີ 31 ມີ​ນາ, 2021.

ກຸ່ມ​ປົກ​ປ້ອງ​ສິດທິມະນຸດ Human Rights Watch ຫລື HRW ໂດຍ​ກ່າວຢູ່ໃນຖະແຫຼງການສະບັບ​ນຶ່ງ ທີ່​ເຜີຍ​ແຜ່ອອກມາ ໃນວັນຈັນມື້ນີ້ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຂອງສານອາ​ຍາສາກົນ ໃຫ້ຄຳໝັ້ນສັນຍາ ຢູ່ໃນກອງປະຊຸມປະຈຳປີຂອງເຂົາເຈົ້າ ໃນອາທິດນີ້ ທີ່ນະຄອນເຮກ (Hague) “ເພື່ອໃຫ້ ການສະໜັບສະໜູນດ້ານການເງິນ, ການເມືອງ ແລະການປະຕິບັດຕົວຈິງ ເພື່ອ​ຄວາມ​ຍຸ​ຕິ​ທຳ.”

HRW ກ່າວວ່າ ການສືບສວນຂອງສານອາ​ຍາສາກົນ ຫລື ICC ກ່ຽວກັບການ ບຸກ​ລຸກຂອງຣັດເຊຍຕໍ່ຢູເຄຣນ "ໄດ້ນໍາເອົາຄວາມສົນໃຈໃຫມ່ມາໃຫ້ກັບວຽກງານຂອງສານ ໃນການນໍາເອົາຄວາມຍຸຕິທໍາມາໃຫ້ຜູ້ຖືກເຄາະຮ້າຍຈາກການກໍ່ອາຊະຍາກໍາສາກົນທີ່ຮ້າຍແຮງ."

HRW ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານຂອງ​ຕົນ ​ກ່ອນ​ກອງ​ປະ​ຊຸມ​ໃນ​ອາ​ທິດ​ນີ້, ໂດຍ ໄດ້​ໃຫ້​ຂໍ້​ສະ​ເຫນີ​ແນະ​ ແກ່​ປະ​ເທດ​ສະ​ມາ​ຊິກ ICC. ກຸ່ມປົກ​ປ້ອງສິດທິມະນຸດນີ້ ກ່າວວ່າ ຄວາມຕ້ອງການອັນຮີບດ່ວນອັນນຶ່ງຂອງ ICC ແມ່ນເງິນ. "ເພື່ອ​ໃຫ້ຜູ້ເຄາະຮ້າຍ ແລະຜູ້ລອດຊີວິດຈາກທົ່ວໂລກ ທີ່ຊອກຫາຄວາມຍຸຕິທໍາຈາກ ICC, ບັນດາປະເທດສະມາຊິກຄວນໃຫ້​ການສະຫນັບສະຫນູນ ຕໍ່ຄໍາຫມັ້ນສັນຍາຂອງເຂົາເຈົ້າ ດ້ວຍການ​ໃຫ້ງົບປະມານ ທີ່ສານຕ້ອງການເພື່ອເຮັດຫນ້າທີ່ຂອງຕົນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ລີ​ສ ອີ​ເວນ​ສັນ (Liz Evenson), ຜູ້ອໍານວຍການດ້ານຍຸຕິທໍາສາກົນຂອງ HRW.

ກຸ່ມປົກ​ປ້ອງສິດທິມະນຸດນີ້ ກ່າວວ່າ "ມີຊ່ອງຫວ່າງຢ່າງຫລວງ​ຫລາຍລະຫວ່າງວຽກງານຂອງສານ ແລະງົບປະມານປະຈໍາປີຂອງຕົນ ທີ່​ກໍານົດໃຫ້ 156 ລ້ານໂດລາ ໃນປີ 2022. ໃນປີ 2022, ນອກຈາກຢູເຄຣນແລ້ວ, ໄອຍະການໄດ້ພະຍາຍາມສືບຕໍ່ການສືບສວນໃນຟີລິບປິນ ແລະເວເນຊູເອລາ ແລະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ການ​ສືບ​ສວນ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ຄືນ​ໃໝ່.”

ໃນຕົ້ນປີນີ້ ໄອຍະການຂອງ ICC ໄດ້ຮຽກຮ້ອງໃຫ້ມີການປະກອບສ່ວນແບບ ສະໝັກໃຈ ເພື່ອສະໜັບສະໜູນວຽກງານຂອງ ICC. ​ເຖິງ​ແມ່ນ​ວ່າ ​ຫຼາຍ​ປະ​ເທດ​ໄດ້​ຕອບ​ຮັບຕໍ່​ຄຳ​ຮຽກຮ້ອງ​ດັ່ງກ່າວ, ​ແຕ່​ບາງ​ປະ​ເທດ​ໄດ້​ຮຽກຮ້ອງ​ໃຫ້ເອົາ​ການ​ສະໜັບສະໜູນ​ຂອງ​ຕົນ ໄປ​ດຳ​ເນີນ​ການ​ສືບສວນ​ຢູ່​ໃນ​ຢູ​ເຄ​ຣນ. ICC ບໍ່ອະນຸຍາດໃຫ້ມີການຕັ້ງ​ເງື່ອນ​ໄຂ ​ຕໍ່​ເງິນທີ່ປະກອບສ່ວນໄດ້. HRW ກ່າວວ່າ "ເພື່ອເຮັດໃຫ້ຄວາມຍຸຕິທໍາທີ່ສານມອບໃຫ້ມີ​ຄວາມຖືກຕ້ອງຊອບ​ທຳນັ້ນ ມັນສໍາຄັນຫລາຍ ທີ່ສານນີ້ບໍ່ຖືກເບິ່ງວ່າ ຖືກຂັບເຄື່ອນໂດຍຄວາມມັກຂອງແຕ່ລະປະ ເທດສະມາຊິກ, ຫຼື ມີ​ການເລືອກເຟັ້ນຫຼາຍເກີນໄປ ຍ້ອນມີຊັບພະຍາກອນຢ່າງ​ຈຳ​ກັດ."

ທ່ານນາງອີ​ເວນ​ສັນກ່າວວ່າ "ICC ຈະບໍ່ສາມາດເຮັດ​ໝົດທຸກສິ່ງທຸກຢ່າງທີ່ຕົນ ຕ້ອງເຮັດນັ້ນໄດ້​ຈັກ​ເທື່ອ, ແຕ່ໃນຊຸມປີມໍ່ໆມານີ້ ຊັບພະຍາກອນທີ່ບໍ່ພຽງພໍ ໄດ້ ຈໍາກັດການປະກອບສ່ວນຂອງສານມ​ຫ້​ແກ່ດ້ານຍຸຕິທໍາຢ່າງ​ຫລວງ​ຫລາຍ," ທ່ານ​ນາງກ່າວ​ຕໍ່​ໄປ​ວ່າ "ໃນປີນີ້, ຂໍ້ຄວາມທາງດ້ານການເມືອງທີ່ແຮງທີ່ສຸດ ທີ່ ບັນດາປະເທດສະມາຊິກ ICC ສາມາດສົ່ງອອກ​ໄປ ເພື່ອຮັບປະກັນວ່າ ບໍ່ມີໃຜຢູ່ເຫນືອກົດຫມາຍ ກໍ​ຄື ໃຫ້ເອົາງົບປະມານ ທີ່ສານຕ້ອງການ​ນັ້ນ​ໃຫ້​ສານ ເພື່ອໃຫ້​ມັນປະຕິບັດຫນ້າທີ່ຂອງຕົນ ຢ່າງເຕັມສ່ວນໄດ້ຢູ່ໃນທົ່ວໂລກ."

XS
SM
MD
LG