ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳປູເຈຍ ບໍ່ສາມາດ ໃຫ້ການປົກປ້ອງ ແກ່ພວກຄົນງານ ຕັດຫຍິບ


ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ
ການ​ຂາດ​ກົດໝາຍແຮງ​ງານ​ທີ່ເຂັ້ມງວດໃນ​ກຳປູ​ເຈຍ ​ແມ່ນ​ໄດ້
​ອະນຸຍາດ​ໃຫ້ ​ໂຮງງານຕັດຫຍິບຕ່າງໆ ​ຮວມທັງຫລາຍໆ
ໂຮງງານ​ທີ່ສະໜອງເສື້ອຜ້າ​ ຍີ່ຫໍ້ດີໆຂອງປະເທດ​ຕາ​ເວັນ​ຕົກ
ເອົາລັດ​ເອົາ​ບຽບພວກ​ຄົນ​ງານ ​ທີ່​ອ່ອນແອນັ້ນ.

​ໃນ​ລາຍ​ງານ​ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ພະຫັດ​ມື້​ນີ້ ກຸ່ມປົກປ້ອງ​ສິດທິ
ມະນຸດ​ ທີ່​ມີ​ສຳນັກ​ນັກ​ງານ​ຢູ່​ນະຄອນ​ນິວຢ໊ອກ ໄດ້ຈົດບັນທຶກ
“ແບບ​ແຜ​ນ​ການລະ​ເມີດສິດທິໃນດ້ານ​ແຮງ​ງານ​ ຢ່າງ​ຕໍ່​ເນື່ອງ
​ແລະສະໝ່ຳສະ​ເໝີ” ຊຶ່ງ​ຮວມທັງມີ​ການ​ບັງ​ຄັບ​ໃຫ້​ເຮັດ​ວຽກ​ເກີນ​ເວລາ ການ​ກີດ​ກັນ​ເລື້ອງ​ການ​ຕັ້ງ​ຄັນ​ຂອງ​ພວກ​ແຮງ​ງານ​ແມ່ຍິງ ​ແລະ​ການ​ຕໍ່ຕ້ານ​ກຳມະບານ​ແຮງ​ງານ.

ອຸດສາຫະກຳ​ຕັດຫຍິບ ແມ່ນເປັນພາກສ່ວນທີ່ສຳຄັນຂອງເສດຖະກິດ​ກຳປູ​ເຈຍ ຊຶ່ງເປັນນຶ່ງ
ໃນບັນດາປະເທດທີ່ທຸກຍາກທີ່ສຸດໃນໂລກ. ອຸດສາຫະກຳດັ່ງກ່າວ ໄດ້ວ່າຈ້າງປະມານ 700 ພັນຄົນ ໃນປະເທດທີ່ມີປະຊາກອນ 15 ລ້ານ ຄົນ.

​ກຳປູ​ເຈຍ ໄດ້ປະເຊີນກັບຄວາມບໍ່ສະຫງົບຂອງ​ພວກແຮງ​ງານແລະພວກເຈົ້າໜ້າທີ່ໄດ້ປາບ ປາມທັບມ້າງການປະທ້ວງ ທີ່ມີເປົ້າໝາຍຮຽກຮ້ອງ ໃຫ້ຂຶ້ນເງິນຄ່າຈ້າງແຮງງານ​ຂັ້ນຕ່ຳສຸດ
ສຳຫຼັບພວກແຮງງານຕັດຫຍິບ.

ອີງຕາມກຸ່ມປົກປ້ອງສິດທິມະນຸດ Human Rights Watch ແລ້ວ ກຳປູເຈຍໄດ້ອອກກົດ ໝາຍ​ແຮງ​ງານ​ທີ່​ເຂັ້ມແຂງ​ໃນ​ປີ 1997 ​ແຕ່​ວ່າ ການ​ບັງຄັບ​ໃຊ້​ ແມ່ນຍັງຂີ້ຮ້າຍ​ຫຼາຍ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ ລາຍງານເວົ້າວ່າ ແມ່ນ​ເປັນຍ້ອນການ​ກວດກາ ທີ່ບໍ່​ມີ​ປະສິດທິພາບ​ຂອງ​ ​ລັດຖະບານ.

ອິງ​ຕາມ​ການ​ສຶກສາ​ນັ້ນ ການ​ສໍ້​ລາດ​ບັງ​ຫຼວງ ຄືເຫດຜົນ​ສຳຄັນ ທີ່​ເຮັດໃຫ້ຄະນະກວດກາ
ບໍ່​ໄດ້ຮັບຄວາມ​ເຊື່ອ​ຖື​.

XS
SM
MD
LG