ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນະໂຍບາຍກ່ຽວກັບເຂດຕາເວັນອອກກາງ ຂອງ ສຫລ ຈະປ່ຽນແປງແນວໃດ ພາຍໃຕ້ ທ່ານ ໄບເດັນ?


ປະທານາທິບໍດີ ດໍໂນລ ທຣໍາ ວາງໂທລະສັບລົງຫລັງຈາກສິ້ນສຸດການໂອ້ລົມໂທລະສັບກັບຜູ້ນໍາຂອງຊູດານ ແລະອິສຣາແອລໃນຂະນະທີ່ເຈົ້າໜ້າທີ່ໃນຄະນະລັດຖະບານ ແລະທີ່ປຶກສາຂອງທ່ານຕົບມືໃຫ້ ຢູ່ຫ້ອງການຮູບຊົງໄຂ່ໃນທໍານຽບຂາວ, ວັນທີ 23 ຕຸລາ, 2020
ປະທານາທິບໍດີ ດໍໂນລ ທຣໍາ ວາງໂທລະສັບລົງຫລັງຈາກສິ້ນສຸດການໂອ້ລົມໂທລະສັບກັບຜູ້ນໍາຂອງຊູດານ ແລະອິສຣາແອລໃນຂະນະທີ່ເຈົ້າໜ້າທີ່ໃນຄະນະລັດຖະບານ ແລະທີ່ປຶກສາຂອງທ່ານຕົບມືໃຫ້ ຢູ່ຫ້ອງການຮູບຊົງໄຂ່ໃນທໍານຽບຂາວ, ວັນທີ 23 ຕຸລາ, 2020

ປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາ ໄດ້ເຮັດຂໍ້ຕົກລົງສ້າງສາຍພົວພັນທາງການທູດຢ່າງເປັນປົກກະຕິ ລະຫວ່າງ ອິສຣາແອລ ກັບບັນດາປະເທດອາຣັບ ໃນໄລຍະທີ່ທ່ານຍັງດຳລົງຕຳແໜ່ງຢູ່, ແຕ່ວ່າທ່ານກຳລັງຈະລົງຈາກຕຳແໜ່ງໄປ ທ່າມກາງຄວາມເຄັ່ງຕຶງອີກຄັ້ງໃໝ່ກັບອີຣ່ານ ຫຼັງຈາກການລອບສັງ ຫານນັກວິທະຍາສາດດ້ານນິວເຄຼຍລະດັບສູງຂອງປະເທດນັ້ນ. ຜູ້ສື່ຂ່າວຂອງວີ ໂອເອຈາກທຳນຽບຂາວ, Patsy Widakuswara ມີລາຍງານກ່ຽວກັບ ມນເຊື້ອຂອງທ່ານທຣໍາ ໃນເຂດຕາເວັນອອກກາງ ແລະ ສິ່ງທ້າທາຍທາງການທູດສຳລັບຄະນະລັດຖະບານຂອງຜູ້ທີ່ຄາດວ່າ ຈະເປັນປະທານາທິບໍດີທີ່ຖືກເລືອກໃໝ່, ທ່ານໂຈ ໄບເດັນ (Joe Biden) ທີ່ກໍາລັງຈະເຂົ້າຮັບຕໍາແໜ່ງຢູ່ນີ້ ຊຶ່ງບົວສະຫວັນ ມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານໃນ ອັນດັບຕໍ່ໄປ.


ຂໍ້ຕົກລົງ ເອບຣາແຮມ ທີ່ເຮັດໃຫ້ການພົວພັນຂອງ ອິສຣາແອລ ກັບ ສະຫະລັດອາຣັບ ເອເມີເຣັສ ແລະ ບາຫ໌ເຣນ ເປັນປົກກະຕິທີ່ຖືກເຊັນລົງນາມໃນເດືອນກັນຍາຜ່ານມາ, ແມ່ນຖືກພິຈາລະນາຢ່າງກວ້າງຂວາງດັ່ງກັບ ຜົນສຳເລັດດ້ານນະໂຍບາຍການຕ່າງປະເທດທີ່ສຳຄັນທີ່ສຸດຂອງປະທານາທິບໍດີດໍໂນລ ທຣໍາ.

ປະທານາທິບໍດີ ທຣໍາ ກ່າວວ່າ:
"ຫລັງຈາກມີການແຕກແຍກກັນ ແລະຂັດແຍ່ງກັນມາເປັນເວລາຫລາຍທົດສະວັດແລ້ວ ພວກເຮົາມາພາກັນສ້າງຂີດໝາຍ ອາລຸນວັນໃໝ່ຢູ່ໃນຂົງເຂດຕາເວັນອອກກາງໃໝ່."

ບັນດາຂໍ້ຕົກລົງດັ່ງກ່າວໄດ້ປ່ຽນແປງພາບທີ່ຄົນຄິດມາໄດ້ຫລາຍທົດສະວັດແລ້ວກ່ຽວກັບພາກພື້ນນັ້ນ ທີ່ເຫັນວ່າສັນຕິພາບລະຫວ່າງປະເທດອາຣັບກັບ ອິສຣາແອລ ຈະບໍ່ສາມາດບັນລຸໄດ້ເວັ້ນເສຍແຕ່ຈະມີການແກ້ໄຂເຮັດໃຫ້ຊາວປາແລສໄຕນ໌ ມີປະເທດຂອງຕົນກ່ອນ. ມັນຍັງສະທ້ອນໃຫ້ເຫັນເຖິງການປັບປຸງສາຍພົວພັນຂອງ ອິສຣາແອລ ກັບບັນດາປະເທດ ອາຣັບ ທີ່ເປັນເພື່ອນບ້ານຂອງຕົນນັ້ນອີກດ້ວຍ ໃນຂະນະທີ່ພວກເຂົາເຈົ້າປະເຊີນໜ້າກັບ ອີຣ່ານ, ທີ່ເປັນສັດຕູຂອງກັນແລະກັນ ແລະຖືກເຮັດໃຫ້ອ່ອນແອລົງຍ້ອນການປຸກ ລະດົມຂອງທ່ານ ທຣໍາ ວ່າໃຫ້ສ້າງຄວາມກົດດັນສູງທີ່ສຸດດ້ວຍມາດຕະການລົງໂທດຕ່າງໆ.

ທ່ານໂຈ ໄບເດັນ, ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ຖືກເລືອກຕັ້ງໃໝ່ ກ່າວວ່າ ທ່ານສະໜັບສະໜູນໃຫ້ມີຫລາຍປະເທດຮັບຮູ້ ອິສຣາແອລ, ຂະນະທີ່ກ່າວເຖິງຄວາມວິຕົກກັງວົນກ່ຽວກັບຊາຕາກໍາຂອງປະຊາຊົນ ປາແລສໄຕນ໌.

ທ່ານ ໂຈ ໄບເດັນ ກ່າວດັ່ງນີ້:
"ຂ້າພະເຈົ້າກໍຍັງເຊື່ອອີກວ່າ ອິສຣາແອລ ຕ້ອງກຽມພ້ອມທີ່ຈະເຮັດວຽກເພື່ອກ້າວໄປສູ່ວິທີແກ້ໄຂບັນຫາຂອງການມີສອງປະເທດທີ່ແທ້ຈິງ."

ທ່ານ ໄບເດັນ ໃຫ້ສັນຍາວ່າ ຈະກັບຄືນສູ່ຂໍ້ຕົກລົງ JCPOA ປີ 2015 ທີ່ທ່ານ ທຣໍາ ໄດ້ຖອນຕົວອອກໃນປີ 2018 ນັ້ນ. ຂໍ້ຕົກລົງດັ່ງກ່າວໄດ້ເຮັດໃຫ້ໂຄງການ ນິວເຄຼຍຂອງ ອີຣ່ານ ຢຸດສະງັກລົງ ເພື່ອແລກປ່ຽນການຜ່ອນຜັນມາດຕະການລົງໂທດຕ່າງໆ.

ແຜນການດັ່ງກ່າວອາດຈະມີຄວາມສັບສົນຍ້ອນການລອບສັງຫານນັກ ວິທະຍາສາດລະດັບສູງດ້ານນິວເຄຼຍຂອງ ອີຣ່ານ. ທຳນຽບຂາວບໍ່ໄດ້ກ່າວປະນາມການໂຈມຕີດັ່ງກ່າວ, ເຊິ່ງ ເຕຫະຣ່ານ ໄດ້ຖິ້ມໂທດໃສ່ ອິສະຣາແອລ ວ່າເປັນຜູ້ກະທໍານັ້ນ.

ທ່ານ ອາເລັກສ໌ ວາແທນກາ, ຈາກສະຖາບັນດ້ານຂົງເຂດຕາເວັນອອກກາງ ກ່າວຜ່ານທາງ Skype ວ່າ: “ສິ່ງທີ່ຂ້າພະເຈົ້າສົງໃສວ່າຈະເກີດຂຶ້ນ ແມ່ນລະບອບປົກຄອງດັ່ງກ່າວຈະຮັກສາຄວາມອົດກັ້ນໄວ້ແບບດຽວກັນກັບຕອນທີ່ເຂົາເຈົ້າເຮັດ ຫຼັງຈາກມີການລອບສັງຫານທ່ານ ຄາສເຊມ ໂຊໄລມານີ (Qassem Soleimani) ນັ້ນ ແລະລໍຖ້າຄະນະລັດຖະບານຂອງທ່ານ ໄບເດັນເຂົ້າມາ ແລະເບິ່ງວ່າພວກເຂົາເຈົ້າຈະສາມາດເຮັດຂໍ້ຕົກລົງອັນໃດອັນນຶ່ງກັບທ່ານໄດ້ ຫລື ບໍ່, ເຖິງແມ່ນວ່າຂັ້ນຕອນນັ້ນຈະເຕັມໄປດ້ວຍຂວາກໜາມຢູ່ໃນຕົວຂອງມັນເອງກໍຕາມ. ແຕ່ຄວາມຈິງແລ້ວ, ອີຣ່ານ ບໍ່ສາມາດທີ່ຈະມີຂໍ້ຂັດແຍ່ງທາງທະຫານກັບ ສະຫະລັດ, ຫລື ອິສຣາແອລ, ຫຼື ກັບຜູ້ໃດອື່ນໃດໄດ້ໃນເວລານີ້ ຍ້ອນບັນຫາທີ່ວ່ານັ້ນ.”

ໃນຂະນະທີ່ທ່ານ ທຣໍາ ມັກສາຍພົວພັນແບບສອງຝ່າຍທີ່ມັກຈະອີງໃສ່ການພົວພັນສ່ວນຕົວກັບຜູ້ນຳຕ່າງປະເທດຫລາຍກວ່ານັ້ນ, ແຕ່ທ່ານ ໄບເດັນ ຄາດວ່າຈະນໍາເອົາວິທີການຫຼາຍຝ່າຍມາໃຊ້ຫຼາຍກວ່າ ໃນການພົວພັນກັບບັນດາພັນທະມິດ. ແຕ່ແນວໃດກໍຕາມ ບັນດານັກວິເຄາະທັງຫລາຍບໍ່ຄາດວ່າ ຈະມີການປ່ຽນ ແປງຢ່າງຫລວງຫລາຍໃນດ້ານນະໂຍບາຍຂອງ ສະຫະລັດ ຕໍ່ພາກພື້ນດັ່ງກ່າວ.

ທ່ານ ເມີຣິສຊາ ເຄີມາ (Merissa Khurma), ຈາກສູນກາງວີລຊັນ (Wilson) ຜ່ານທາງ Skype ວ່າ:
“ແຕ່ແນ່ນອນວ່າມັນເປັນນໍ້າສຽງແຕກຕ່າງກັນ, ແລະການມີສ່ວນພົວພັນທີ່ແຕກຕ່າງກັນ. ຂ້າພະເຈົ້າຄິດວ່າຄົນ, ໂດຍສະເພາະແມ່ນພວກທີ່ມີຄວາມຫ້າວຫັນໃນດ້ານສິດທິມະນຸດ ແລະປະຊາທິປະໄຕຢູ່ໃນພາກພື້ນ, ພາກັນມີຄວາມຫວັງຢາກຈະເຫັນວ່າ ສອງປະເດັນດັ່ງກ່າວກາຍເປັນສິ່ງສຳຄັນອີກຄັ້ງນຶ່ງ ສຳລັບສະຫະລັດ, ບໍ່ແມ່ນການສົ່ງເສີມຢ່າງແຂງຂັນ ແຕ່ຢ່າງໜ້ອຍກໍ່ໃຫ້ການສະໜັບສະໜູນ."

ເຊັ່ນດຽວກັນກັບທ່ານ ທຣໍາ, ທ່ານ ໄບເດັນ ໄດ້ສັນຍາວ່າ ຈະຍຸຕິ “ສົງຄາມໃຫ້ ໝົດໄປຕະຫລອດການເລີຍ” ຢູ່ໃນເຂດຕາເວັນອອກກາງ ແລະ ອັຟການິສະຖານ, ໂດຍສຸມໃສ່ພຽງແຕ່ກຸ່ມກໍ່ການຮ້າຍອາລ-ໄກດາ (al-Qaida) ແລະ ກຸ່ມລັດອິສລາມ ແລະຍຸຕິການສະໜັບສະໜູນສົງຄາມທີ່ນຳພາໂດຍ ຊາອຸດີ ອາຣາເບຍ ຢູ່ໃນ ເຢເມນ. ນັກວິເຄາະເຕືອນວ່າ ການທີ່ທະຫານປະຈໍາການໃນພາກພື້ນນັ້ນໜ້ອຍລົງແມ່ນຈະມີຜົນສະທ້ອນກັບ.

ທ່ານນາງ ນາຕາຊາ ຮອລ (Natasha Hall), ຈາກສູນກາງ ສຶກສາດ້ານຍຸດທະສາດ ແລະສາກົນ (Center for Strategic and International Studies ) ຫລື CSIS ກ່າວຜ່ານທາງSkypeວ່າ:
"ສິ່ງນັ້ນອາດຈະເປັນການທີ່ມີອິດທິພົນໜ້ອຍລົງໃນຕາເວັນອອກກາງ, ແລະມັນອາດຈະເປັນກັບຄືນມາອີກຂອງພວກໄອຊີສ (ISIS) ມັນອາດຈະເປັນເລື້ອງທີ່ວ່າສັດຕູຂອງພວກເຮົາຈະເຂົ້າມາຫຼີ້ນບົດບາດຢູ່ໃນເຂດຕາເວັນອອກກາງ ສະນັ້ນ ມັນມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງພິຈາລະນາ ທີ່ທ່ານປະທານາທິບໍດີຈະຕ້ອງຮັບມືກັບມັນໃນປີທີ່ຈະມາເຖິງນີ້."

ໃນໄລຍະຕົ້ນໆຂອງການດໍາລົງຕໍາແໜ່ງທ່ານນັ້ນ, ທ່ານ ໄບເດັນ ອາດຈະສຸມໃສ່ການຮັບມືກັບການລະບາດຂອງພະຍາດພາຍໃນປະເທດ, ລວມທັງການແຈກຢາຍຢາວັກຊີນນັ້ນກ່ອນ ໂດຍທີ່ມອບໝາຍນະໂຍບາຍການຕ່າງປະເທດສ່ວນໃຫຍ່ຂອງທ່ານໃຫ້ແກ່ຜູ້ທີ່ທ່ານເລືອກມາເປັນລັດຖະມົນຕີ ກະຊວງການຕ່າງປະເທດ. ທ່ານ ແອນໂທນີ ບລິງເຄັນ (Anthony Blinken) ໄດ້ເຮັດວຽກກັບທ່ານ ໄບເດັນ ມາເປັນເວລາເກືອບຮອດ 20 ປີແລ້ວ ເຊິ່ງລວມທັງນະໂຍບາຍກ່ຽວກັບເຂດຕາເວັນອອກກາງ, ໂດຍທີ່ມີຜົນໄດ້ຮັບທີ່ທັງດີ ແລະບໍ່ດີ ປົນກັນໃນປະເທດ ອີຈິບ, ອີຣັກ, ຊີເຣຍ ແລະລີເບຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:

U.S. President Donald Trump secured diplomatic normalization agreements between Israel and Arab countries during his term, but he is leaving office amid renewed tension with Iran following the assassination of its top nuclear scientist. White House Correspondent Patsy Widakuswara looks at Trump's legacy in the Middle East and the diplomatic challenges for President-elect Joe Biden's incoming administration.

The Abraham Accords normalizing Israel’s relations with the United Arab Emirates and Bahrain signed in September, is widely seen as President Donald Trump’s most significant foreign policy achievement.

President Donald Trump:
“After decades of division and conflict, we mark the dawn of a new Middle East.”

The accords altered the decadeslong regional perception that Arab-Israeli peace cannot be achieved without first addressing statehood for Palestinians. They also reflect Israel’s improving ties with its Arab neighbors as they face Iran, a mutual enemy weakened by Trump’s maximum pressure campaign of sanctions.

President-elect Joe Biden has said he supports more countries recognizing Israel, with a caveat for the Palestinians’ plight.

Joe Biden, U.S. President-Elect:
“Also I believe that Israel has to be prepared to work toward a genuine two-state solution.”

Biden has promised to return to the 2015 JCPOA agreement which Trump withdrew from in 2018. The deal suspends Iran’s nuclear program in exchange for sanctions relief.

The plan may be complicated by the recent assassination of Iran’s top nuclear scientist. The White House has not condemned the attack, which Tehran blames on Israel.

Alex Vatanka, Middle East Institute Skype:
“What I suspect will happen is the regime will keep a restraint on themselves the way they did after the assassination of Qassem Soleimani and wait for the Biden administration to come in and see if they can cut some kind of deal with him, although that will be a very thorny process in itself. But the fact is, Iran cannot afford a military conflict at this point with the U.S., or Israel, or for that matter anybody else.”

While Trump prefers bilateral relations often based on personal ties with foreign leaders, Biden is expected to adopt a more multilateral approach in engaging allies. Still analysts do not expect a fundamental change in U.S. policy in the region.

Merissa Khurma, Wilson Center Skype:
“But certainly a different tone, and different type of engagement. I think that people, particularly those who are active in human rights and democracy in the region, will very much look forward to those two issues becoming important once again for the United States, not to promote aggressively but at least to support.”

Like Trump, Biden has pledged to end “forever wars” in the Middle East and Afghanistan, focusing only on al-Qaida and Islamic State terror groups and ending support for the Saudi-led war in Yemen. Analysts warn that a decreased military presence in the region has repercussions.

Natasha Hall, CSIS Skype:
“That could be a lessened influence in the Middle East, and it could be a resurgent ISIS, it could be our enemies coming into play in the Middle East so there's a lot of things to consider that the president is going to have to deal with in the coming year.”

In his early months, Biden will likely focus on the domestic pandemic response, including vaccine distribution, delegating much of foreign policy to his pick for secretary of state. Anthony Blinken has worked with Biden for nearly 20 years including on Middle East policies, with mixed results in Egypt, Iraq, Syria and Libya.

XS
SM
MD
LG