ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຮັດທຸລະກິດ ກ່ຽວກັບການເປີດຟາມລ້ຽງໄກ່


ແຟ້ມຮູບ-ສັດຕະວະແພດ ແລະເຈົ້າໜ້າທີ່ສອງຄົນຂອງ NAS (ໜ່ວຍກວດກາຄວາມປອດໄພທາງດ້ານອາຫານ, ເຊິ່ງເປັນໜ່ວຍກວດກາຂອງລັດຖະບານອີຕາລີ) ກວດກາເບິ່ງຟາມໄກ່ໄຂ່ຢູ່ເມືອງ Nettuno, ປະມານ 30 ໄມລ໌ໄທທາງທິດຕາເວັນຕົກສຽງໃຕ້ຂອງນະຄອນຫຼວງໂຣມ, ເມື່ອວັນທີ 23 ກຸມພາ 2006.
ແຟ້ມຮູບ-ສັດຕະວະແພດ ແລະເຈົ້າໜ້າທີ່ສອງຄົນຂອງ NAS (ໜ່ວຍກວດກາຄວາມປອດໄພທາງດ້ານອາຫານ, ເຊິ່ງເປັນໜ່ວຍກວດກາຂອງລັດຖະບານອີຕາລີ) ກວດກາເບິ່ງຟາມໄກ່ໄຂ່ຢູ່ເມືອງ Nettuno, ປະມານ 30 ໄມລ໌ໄທທາງທິດຕາເວັນຕົກສຽງໃຕ້ຂອງນະຄອນຫຼວງໂຣມ, ເມື່ອວັນທີ 23 ກຸມພາ 2006.

ການເລີ້ມຕົ້ນເຮັດທຸລະກິດກ່ຽວກັບການລ້ຽງສັດປີກ ມີຫຼາກຫຼາຍຂັ້ນຕອນທີ່ຈະຕ້ອງໄດ້ສຶກສາ, ທິບສຸດາ ມີຂໍ້ມູນສັງລວມລາຍລະອຽດກ່ຽວກັບການເຮັດທຸລະກິດດ້ານນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ກ່ອນຊິລົງມືເຮັດທຸລະກິດ ກ່ຽວກັບການລ້ຽງສັດປີກ ສໍາຄັນທີ່ສຸດ ທ່ານເອງຈະຕ້ອງມີການກະກຽມແຜນການຫຼາຍຢ່າງກ່ຽວກັບທຸລະກິດດ້ານນີ້ ເພາະມັນເປັນເລື້ອງທີ່ລະອຽດອ່ອນ ແລະຕ້ອງວາງແຜນໃຫ້ແນ່ນອນ.

ສະຖານທີ່, ສໍາຄັນທີ່ສຸດວ່າທ່ານຄວນຈະກໍ່ຕັ້ງ ຟາມລ້ຽງໄກ່ຂອງທ່ານຢູ່ທີ່ໃດ ເພາະຖ້າທ່ານລ້ຽງໄກ່ຢູ່ນອກເມືອງອອກໄປແດ່ ທ່ານກໍຈະໄດ້ເນື້ອທີ່ກ້ວາງຂຶ້ນ, ທີ່ສໍາຄັນ ຄ່າແຮງກໍຊິຖືກນໍາອີກດ້ວຍ. ແຕ່ຖ້າຢູ່ໄກຕົວເມືອງຫຼາຍ ກໍອາດຈະເຮັດໃຫ້ການເຂົ້າເຖິງຕະຫຼາດຍາກຂຶ້ນຕື່ມ, ທີ່ສໍາຄັນ ຄ່າຂົນສົ່ງກໍຈະແພງຂຶ້ນອີກດ້ວຍ.

ອີງຕາມລາຍງານຈາກຂໍ້ມູນຂອງ USDA ພົບວ່າ ການຕັ້ງຟາມຢູ່ໃກ້ກັບຜູ້ປະກອບການອື່ນໆຫຼາຍພາກສ່ວນ ທີ່ກ່ຽວຂ້ອງກັບທຸລະກິດຂອງຕົນ ສາມາດສ້າງລາຍໄດ້ຫຼາຍກວ່າປົກກະຕິເຖິງ 8 ເປີເຊັນຕໍ່ປີ.

ໃນການວາງແຜນ, ຄວນວາງແຜນໂດຍລວມໃຫ້ຢູ່ໃນລະຫວ່າງ 3-5 ປີ ເຊັ່ນວ່າ ການດໍາເນີນທຸລະກິດຂອງຕົນນັ້ນຈະດໍາເນີນໄປແບບໃດ, ເອົາໃຈໃສ່ດ້ານໃດ ລົງເລິກລາຍລະອຽດດ້ານໃດ.

ນອກນັ້ນ, ຄວນມີວິໄສທັດກ່ຽວກັບການດໍາເນີນທຸລະກິດນໍາດ້ວຍເຊັ່ນວ່າ ຄວາມບໍ່ແນ່ນອນຂອງທຸລະກິດທີ່ອາດຈະເກີດຂຶ້ນ.

ໄຂ່ຈໍານວນຫຼາຍ ໄດ້ຖືກຈັດເປັນລະບຽບເພື່ອເອົາອອກຂາຍ ຢູ່ທີ່ຟາມໄກ່ໄຂ່ໃນເມືອງ Wortel ໃກ້ກັບຂົງເຂດ Antwerp, ປະເທດແບລຈ້ຽມ, ເມື່ອວັນທີ 8 ສິງຫາ 2017.
ໄຂ່ຈໍານວນຫຼາຍ ໄດ້ຖືກຈັດເປັນລະບຽບເພື່ອເອົາອອກຂາຍ ຢູ່ທີ່ຟາມໄກ່ໄຂ່ໃນເມືອງ Wortel ໃກ້ກັບຂົງເຂດ Antwerp, ປະເທດແບລຈ້ຽມ, ເມື່ອວັນທີ 8 ສິງຫາ 2017.

ຕະຫຼາດເປົ້າໝາຍຂອງທຸລະກິດທ່ານ, ໃນການຜະລິດອອກມາຂາຍ ທ່ານຄວນຈະເນັ້ນໄປຕະຫຼາດດ້ານໃດ? ສໍາລັບຜູ້ບໍລິໂພກພາຍໃນຄົວເຮືອນ ຫຼືອຸດສາຫະກໍາ ເພາະມັນຈະງ່າຍໃນການກໍານົດລາຄາຂອງທ່ານ.

ສໍາລັບທ່ານຄໍາຜາຍ ວິໄລລັກ, ຊາວກະສິກອນທີ່ອາໄສຢູ່ໃນລັດອາແຄນຊໍ ທີ່ໄດ້ເຮັດຟາມໄກ່, ໄດ້ເລົ່າໃຫ້ VOA ພາກພາສາລາວຟັງກ່ຽວກັບໄລຍະເວລາຂອງການລ້ຽງໄກ່ພັນຊີ້ນຂອງເພິ່ນ ແລະການສົ່ງໄກ່ອອກຕະຫຼາດ, ແລະການຂາຍມູນໄກ່ໃຫ້ກັບລູກຄ້າ ດັ່ງນີ້:

“ລ້ຽງໄກ່ນັ້ນສອງເດືອນ ລາງເທື່ອກໍເດືອນປາຍ, ປີນຶ່ງກໍລ້ຽງໄດ້ແຕ່ 7 ງວດ ຫຼື 8 ງວດເທົ່ານັ້ນໜາ ປີນຶ່ງຫັ້ນ ໃນການລ້ຽງໄກ້ນັ້ນ. 5 ເທື່ອເຮົາລ້ຽງ ເທື່ອທີ່6 ເຮົາກໍໄດ້ເອົາອອກຂີ້ໄກ່ ເຂົ້າຍາມໜາວຫັ້ນໜາ ເຂົ້າຍາມໜາວເຮົາຕ້ອງໄດ້ເອົາອອກ ເພາະວ່າບາງຄັ້ງຄົນມັນຕ້ອງການ ຄືວ່າແດດຮ້ອນ ອາກາດດີ ເຂົາຈຶ່ງຄ່ອຍຊື່ ຊື້ນໍາເຮົາຫັ້ນໜາ ຄືວ່າເປັນຮິມະຈັ່ງຊີ້ ເຮົາເອົາອອກກໍບໍ່ໄດ້ຂາຍລະມູນໄກ່, ຖ້າໄດ້ລົດນຶ່ງມັນມີສອງໂຕນ ຫາສາມໂຕນ ແຕ່ວ່າລົດນຶ່ງເຮົາຂາຍມູນໄກ່ໄດ້ຢູ່ 40 ໂດລາ.”

ໃນການປະກອບທຸລະກິດດ້ານນີ້ກໍຕ້ອງການໃຊ້ເງິນທຶນທີ່ເປັນກ້ອນ ໂດຍຈໍານວນຫຼາຍ ຫຼື ໜ້ອຍແມ່ນຂຶ້ນຢູ່ກັບຂະໜາດຂອງຟາມ ເຊັ່ນ ເຄື່ອງຂອງທີ່ທ່ານຈະຕ້ອງໄດ້ຊື້ເຂົ້າມາໃສ່ຟາມ, ຄ່າອາຫານໄກ່, ຄ່າແຮງງານ ແລະອື່ນໆ ກໍຈະຢູ່ປະມານ 5,000-25,000 ໂດລາ.

ຢ່າງໃດກໍຕາມ ຄວນປຶກສາລາຍລະອຽດກັບຜູ້ໃຫ້ຄໍາປຶກສາທາງດ້ານການເງິນແມ່ນດີທີ່ສຸດ.

ສໍາລັບໄກ່ພັນຊີ້ນ ທ່ານຄວນຕິດຕັ້ງລະບົບຄອກໄກ່ປະເພດ Deep-Litter, ລະບົບນີ້ ແມ່ນລ້ຽງໄກ່ຢູ່ເທິງຄອກ ບໍ່ໄດ້ລົງມາພື້ນດິນ, ເຊິ່ງປະກອບດ້ວຍໄກ່ 7 ໂຕຕໍ່ 1 ແມັດມົນທົນ, ແລະລະບົບເລົ້າໄກ່ແບບ Battery-Caged Housing ເຊິ່ງເໝາະສໍາລັບການລ້ຽງໄກ່ພັນໄຂ່ ໂດຍມີລະບົບອໍານວຍຄວາມສະດວກຫຼາຍຢ່າງໃຫ້ແກ່ຟາມໄກ່ຂອງທ່ານ ແຕ່ວ່າລະບົບນີ້ອາດມີລາຄາທີ່ແພງ.

ພະນັກງານຄົນນຶ່ງ ກວດກາເບິ່ງໄກ່ທີ່ລ້ຽງໄວ້ດ້ານໃນ ຢູ່ຟາມໄກ່ໃນເມືອງ Rackeve, 49 ກິໂລແມັດໄປທາງທິດໃຕ້ຈາກນະຄອນຫຼວງບູດາແປັສທ໌, ປະເທດຮັງກາຣີ, ເຊິ່ງມີການລ້ຽງໄກ່ພາຍໃນສະຖານທີ່ເກືອບ 100,000 ໂຕ, ເມື່ອວັນທີ 18 ພະຈິກ 2016.
ພະນັກງານຄົນນຶ່ງ ກວດກາເບິ່ງໄກ່ທີ່ລ້ຽງໄວ້ດ້ານໃນ ຢູ່ຟາມໄກ່ໃນເມືອງ Rackeve, 49 ກິໂລແມັດໄປທາງທິດໃຕ້ຈາກນະຄອນຫຼວງບູດາແປັສທ໌, ປະເທດຮັງກາຣີ, ເຊິ່ງມີການລ້ຽງໄກ່ພາຍໃນສະຖານທີ່ເກືອບ 100,000 ໂຕ, ເມື່ອວັນທີ 18 ພະຈິກ 2016.

ການເລືອກພັນໄກ່ເພື່ອນໍາມາລ້ຽງແມ່ນປັດໃຈຫຼັກທີ່ສໍາຄັນ, ສະນັ້ນ ທ່ານຄວນເລືອກພັນໄກ່ຈາກຜູ້ປະສົມພັນໄກ່ທີ່ເຊື່ອໝັ້ນ ແລະໄວ້ໃຈໄດ້.

ທ່ານຄວນສັກວັກຊີນໃຫ້ແກ່ໄກ່ຢູ່ໃນຟາມຂອງທ່ານເປັນປະຈໍາຕາມຄໍາແນະນໍາຂອງສັດຕະວະແພດ, ໂດຍຢາວັກຊີນແມ່ນມີຫຼາຍຊະນິດ ແຕ່ສ່ວນຫຼາຍທີ່ເພິ່ນນໍາໃຊ້ໂດຍທົ່ວໄປແມ່ນຢາວັກຊີນ Mycoplasma ແລະ Viral.

ຂັ້ນຕອນທີ່ສໍາຄັນ ແລະຂາດບໍ່ໄດ້ແມ່ນການປະກອບເອກະສານກ່ອນການດໍາເນີນທຸລະກິດ. ກ່ຽວກັບດ້ານນີ້ ຄວາມຍາກ ຫຼື ງ່າຍຢູ່ໃນແຕ່ລະຂົງເຂດແມ່ນແຕກຕ່າງກັນ ສໍາຄັນແມ່ນຕ້ອງປະກອບແບບເອກະສານ LLC ແລະດໍາເນີນການຕາມຂັ້ນຕອນທີ່ທາງການກໍານົດໃຫ້.

ຖ້າຟາມຂອງທ່ານມີຂະໜາດໃຫຍ່ ແລະລົງທຶນຫຼາຍ, ຢາກແນະນໍາໃຫ້ທ່ານຈ້າງຊ່ຽວຊານທາງດ້ານນີ້ໂດຍສະເພາະເຂົ້າມາເບິ່ງແຍງ.

ຢ່າງໃດກໍດີ, ບໍ່ວ່າທ່ານຈະດໍາເນີນທຸລະກິດການລ້ຽງສັດປີກປະເພດໃດ, ທີ່ສໍາຄັນ ທ່ານຕ້ອງເຂົ້າໃຈການດໍາເນີນງານແຕ່ລະຂັ້ນຕອນໃຫ້ລະອຽດ ຈຶ່ງຈະເປັນການສ້າງຄວາມສະດວກ ແລະສ້າງລາຍໄດ້ໃຫ້ທ່ານເພີ້ມຂຶ້ນ.

XS
SM
MD
LG