ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໕ ຕຸລາ ໒໐໒໔

ວິທີຜະລິດໝາກໄມ້ທ້ອງຖິ່ນ ໃຫ້ກາຍເປັນສິນຄ້າ ນຶ່ງ​ເມືອງ​ນຶ່ງ​ຜະ​ລິດ​ຕະ​ພັນ ຫຼື ODOP


ໝາກຂາມປ້ອມ ເຮັດໃຫ້ຊາວກະສິກອນ ໄດ້ກໍາໄລຈາກການປູກ.
ໝາກຂາມປ້ອມ ເຮັດໃຫ້ຊາວກະສິກອນ ໄດ້ກໍາໄລຈາກການປູກ.

ໃນແຕ່ລະພາກ ແຕ່ລະທ້ອງຖິ່ນ ມີໝາກໄມ້ທີ່ຫຼາກຫຼາຍຊະນິດ ທີ່ຄ້າຍຄືກັນ ຫຼືແຕກຕ່າງກັນ, ເຊິ່ງການບໍລິໂພກ ກໍຂຶ້ນຢູ່ກັບແບບວິທີ ແລະພູມປັນຍາຂອງແຕ່ລະທ້ອງຖິ່ນ. ທິບສຸດາ ມີລາຍງານກ່ຽວກັບການນໍາໃຊ້ໝາກໄມ້ ຢູ່ໃນທ້ອງຖິ່ນໃຫ້ກາຍມາເປັນສິນຄ້າ ODOP ໂດຍການໝູນໃຊ້ຈາກພູມປັນຍາແບບ ດັ້ງເດີມ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຊິດີຫຼາຍປານໃດ ຫາກພວກເຮົາຮູ້ນໍາໃຊ້ອາຫານທີ່ພວກເຮົາມີຢູ່ໃນຂົງເຂດຂອງພວກເຮົາເອງ ມາໝູນໃຊ້ໃຫ້ເປັນສິນຄ້າ ODOP ຂອງທ້ອງຖິ່ນ ໂດຍສະເພາະໃນຍາມທີ່ສະພາບເສດຖະກິດຝຶດເຄືອງ ຄືດັ່ງທຸກມື້ນີ້.

ຜູ້ປະກອບການທ້ອງຖິ່ນ ທີ່ອາໄສຢູ່ບ້ານຕະຫຼາດວິໄລ ເມືອງ ແລະແຂວງຜົ້ງສາລີ ທ່ານນຶ່ງ ທີ່ມີຜະລິດຕະພັນສືບທອດມາແຕ່ດັ້ງເດີມ ທີ່ຜະລິດຈາກໝາກຂາມປ້ອມ ໂດຍໃຊ້ເປັນແບບຂະໜົມອົມ, ເພິ່ນກ່າວວ່າ ຂັ້ນຕອນການຜະລິດແມ່ນຂັ້ນຕອນແບບພື້ນບ້ານ ແລະອາໄສແສງແດດ ຈາກທໍາມະຊາດເປັນຫຼັກ ເຊິ່ງເພິ່ນໄດ້ກ່າວໃຫ້ຟັງກ່ຽວກັບຂັ້ນຕອນການຜະລິດດັ່ງນີ້:

“ໝາກຂາມປ້ອມອັນນີ້ຫັ້ນເນາະ ສົມມຸດວ່າໃສ່ນໍ້າຕານນີ້ 3 ໂລ ຕໍ່ ນໍ້າຕານໂລ 1, 3 ໂລໝາກຂາມປ້ອມອອກມາບໍ່ມີແກ່ນຫັ້ນ ແລ້ວກໍມາໃສ່ນໍ້າຕານໂລ 1. ບາດນີ້ 10 ໂລນິ ເຮົາໃສ່ ນໍ້າຕານ 4 ໂລ ປົນໃສ່ໝາກຂາມປ້ອມຫັ້ນລະ ປະໄວ້ຊາມ ແລ້ວກໍປົກໄວ້ 3 ຄືນ ແລ້ວກໍຕອງນໍ້າອອກກ່ອນ ຈຶ່ງຄ່ອຍມາຕາກ ບ່ອນເຂົາຕາກຊາຫັ້ນລະ ຕາກໃຫ້ມັນແຫ້ງໆຄືຊາຫັ້ນລະ ບໍ່ຕາກໃຫ້ມັນແຫ້ງ ມັນກໍຈະຕົກໂໝກ ມັນຊຸ່ມໜ້ອຍນຶ່ງກໍຊ່າງຕົກໂໝກເດ, ອາກາດດີຈຶ່ງໄດ້ເຮັດ ອາກາດບໍ່ດີກໍບໍ່ໄດ້ເຮັດ ດຽວນີ້ກໍບໍ່ໄດ້ເຮັດເທື່ອ ເດືອນ 10 ເດືອນ 11 ເດືອນ 12 ຈຶ່ງຄ່ອຍໄດ້ເຮັດ ເພາະວ່າໝາກຂາມປ້ອມເຮົາຍັງບໍ່ແກ່ເທື່ອ ຍັງບໍ່ອອກເທື່ອ.”

ເພິ່ນກ່າວອີກວ່າ ເຖິງແມ່ນຂັ້ນຕອນໃນການຜະລິດຈະຍັງເປັນຂັ້ນຕອນແບບພື້ນຖານ, ແຕ່ເພິ່ນກໍເນັ້ນໜັກ ເລື້ອງຄວາມສະອາດທີ່ສຸດ.

ໝາກຂາມປ້ອມ ມີຊື່ທາງວິທະຍາສາດວ່າ Phyllanthus Emblica ຫຼື Indian Gooseberry, ເປັນໝາກໄມ້ທີ່ມີປະໂຫຍດສູງທາງການຢາ ເຊິ່ງມັນສາມາດຊ່ວຍຄົນໄຂ້ປະເພດທີ່ມີໄຂມັນໃນເລືອດຜິດປົກກະຕິ, ແລະຊ່ວຍໃນດ້ານການສ້າງພູມຄຸ້ມກັນ ເນື່ອງຈາກໝາກຂາມປ້ອມມີວິຕາມິນຊີສູງ. ສະນັ້ນ, ມັນຈຶ່ງເປັນຢາພື້ນເມືອງທີ່ຊ່ວຍບັນເທົາອາການໄອໄດ້ດີ, ອີງຕາມຂໍ້ມູນຈາກ www.drugs.com

ຜູ້ປະກອບການກ່າວວ່າ ເນື່ອງຈາກເພິ່ນຫາກໍເລີ້ມຕົ້ນທົດລອງຜະລິດໃນຊ່ວງບໍ່ເທົ່າໃດປີ, ດັ່ງນັ້ນໃນແຕ່ລະຄັ້ງ ເພິ່ນຈະບໍ່ໄດ້ຜະລິດຫຼາຍ ເພາະອາໄສຈາກ
ໝາກຂາມປ້ອມທີ່ເກີດຂຶ້ນຕາມລະດູການ ແລະເກີດຢູ່ໃນປ່າ ໂດຍຈະມີຄົນເກັບແລ້ວເອົາມາຂາຍສົ່ງໃຫ້ ເຊິ່ງເພິ່ນຈະຊື້ປະມານ 100 ຫາ 200 ກິໂລຕໍ່ປີເທົ່ານັ້ນ.

ສໍາລັບໝາກຂາມປ້ອມ ທີ່ເກີດຂຶ້ນໃນແຂວງຜົ້ງສາລີ ຈະສາມາດໃຫຍ່ເຕັມຂະໜາດ ແລະເກັບກູ້ໄດ້ໃນຊ່ວງເດືອນ ຕຸລາ ຫາ ເດືອນ ພະຈິກ, ເຊິ່ງເວລາທີ່ເພິ່ນຜະລິດ ເພິ່ນຈະສົ່ງໃຫ້ຜູ້ຮັບຊື້ຢູ່ ເມືອງ ອູເໜືອ ເພື່ອບັນຈຸຂວດຂາຍ, ໂດຍເພິ່ນຂາຍໃນລາຄາສົ່ງ 100,000 ກີບຕໍ່ກິໂລ.

ແນວໃດກໍຕາມ, ເພິ່ນກ່າວວ່າ ເນື່ອງຈາກຊ່ວງນີ້ອັນໃດກໍແພງ ໂດຍສະເພາະນໍ້າຕານທີ່ເປັນສ່ວນປະກອບຫຼັກສໍາລັບເຊື່ອມໝາກຂາມປ້ອມນັ້ນ, ເຊິ່ງເພິ່ນກ່າວວ່າ:

“ປີນີແມ່ນຫຍັງກໍແພງນໍ້ ນໍ້າຕານໂລ 1 ກໍ 58,000 ແລ້ວ ແມ່ນຫຍັງກໍຂຶ້ນໝົດ, ໝາກຂາມປ້ອມເຂົາຈະເອົາໂລເທົ່າໃດກໍຍັງບໍ່ຮູ້ເທື່ອ, ກິໂລ 1 ເຮົາຕັກອອກມາຫັ້ນເນາະ ໂຕແຫ້ງໆນີ້ ໄດ້ແຕ 5 ຖົງ ເອົາໃສ່ 200​ກຣາມ, ຕັກອອກມານີ້ ໄດ້ເອົາມາຊັ່ງເປັນໂລ ໂລນຶ່ງແຫ້ງໆນັ້ນ ເອົາມາໃສ່ຖົງໄດ້ແຕ່ 5 ຖົງ, 5 ຖົງນັ້ນ ກະມີແຕ່ແສນປາຍເນາະ.”

ປັດຈຸບັນ, ຜົນຕອບຮັບຈາກລູກຄ້າມີຫຼາຍ ແລະຫຼາຍໆຄົນກໍມັກ, ສະນັ້ນ ຜູ້ປະ ກອບການຈະຮັບສັ່ງໂດຍກົງຈາກລູກຄ້າກໍມີ ເຊິ່ງເພິ່ນຈະຂາຍເປັນຖົງ, ເປັນກິໂລ ຫຼືແລ້ວແຕ່ສ່ວນປະກອບທີ່ລູກຄ້າຕ້ອງການ ເຊິ່ງລົດຊາດທີ່ເພິ່ນຜະລິດ ຈະມີຢູ່ 2 ລົດຊາດ ເຊັ່ນລົດເຄັມ ແລະລົດຫວານ, ນອກນັ້ນ ລູກຄ້າຍັງສາມາດສັ່ງລົດນໍ້າເຜິ້ງ ເຊິ່ງເປັນນໍ້າເຜິ້ງແທ້ຈາກທໍາມະຊາດ ໂດຍລາຄານີ້ ຈະແພງກວ່າລາຄາປົກກະຕິ ເພາະນໍ້າເຜິ້ງຈະແພງຫຼາຍ.

ສັງເກດເບິ່ງແລ້ວ, ສິນຄ້າຢູ່ໃນທ້ອງຖິ່ນເອງ ກໍເປັນຜະລິດຕະພັນນຶ່ງທີ່ຄົນພາຍໃນປະເທດເອງນິຍົມ ແລະມັກບໍລິໂພກ ແຕ່ບໍ່ສາມາດສະໜອງໄດ້ຫຼາຍຕາມຄວາມຕ້ອງການຂອງຕະຫຼາດ ເນື່ອງຈາກສິນຄ້າທີ່ຈະສະໜອງຍັງມີໜ້ອຍ ແລະອາໄສຈາກລະດູການ ຍັງເປັນການຜະລິດແບບດັ້ງເດີມ, ຖ້າການຜະລິດໄດ້ຮັບການສົ່ງເສີມແບບຈິງຈັງຕາມແຕ່ລະຂັ້ນຕອນ ຕັ້ງແຕ່ວັດຖຸດິບ ຈົນເຖິງການຜະລິດ ແລະຈໍາໜ່າຍ, ແນ່ນອນວ່າ ລາຍຮັບຢູ່ໃນທ້ອງຖິ່ນຈະເພີ້ມຂຶ້ນ ຊີວິດການເປັນຢູ່ໃນທ້ອງຖິ່ນຈະດີຂຶ້ນ ພ້ອມກັນນັ້ນ ສິນຄ້າຂອງທ້ອງຖິ່ນດັ່ງກ່າວນີ້ ຍັງຈະສາມາດເປັນສິນຄ້າຈໍາໜ່າຍໃນຕ່າງປະເທດໄດ້ອີກດ້ວຍ.

XS
SM
MD
LG