ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເຮັດທຸລະກິດ ກ່ຽວກັບການຮັບເໝົາຂົນເຄື່ອງສົ່ງໂດຍລົດບັນທຸກ


ລົດຍົກ ກໍາລັງຍົກຕູ້ເຄື່ອງຄອນເທັນເນີ້ໃສ່ລົດບັນທຸກແກ່ເຄື່ອງ.
ລົດຍົກ ກໍາລັງຍົກຕູ້ເຄື່ອງຄອນເທັນເນີ້ໃສ່ລົດບັນທຸກແກ່ເຄື່ອງ.

ທຸລະກິດກ່ຽວກັບການຂັບລົດບັນທຸກ ເປັນການເດີນທາງທີ່ຕ້ອງຢູ່ໃນລົດແບບຍາວນານ, ແຕ່ກໍເປັນອີກທຸລະກິດນຶ່ງທີ່ສ້າງລາຍຮັບໃຫ້ກັບຜູ້ປະກອບການ, ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເຮັດທຸລະກິດກ່ຽວກັບການຂັບລົດບັນທຸກຮັບເໝົາຂົນເຄື່ອງຂອງ ແມ່ນມີຫຼາຍແບບ ເຊິ່ງຜູ້ປະກອບການອາດຈະຮັບເໝົາຂົນເຄື່ອງຢູ່ພາຍໃນຂົງເຂດ ຫຼື ອອກໄປຕ່າງເມືອງ ແລະຕ່າງລັດທີ່ມີເສັ້ນທາງເປັນໄລຍະໄກໆ.

ກ່ອນຈະດໍາເນີນທຸລະກິດດ້ານນີ້, ສິ່ງສໍາຄັນທີ່ມີສອງອັນຫຼັກໆກໍຄື ທ່ານຕ້ອງມີໃບຂັບຂີ່ຂັ້ນ CDL ຫຼືທີ່ເອີ້ນວ່າ Commercial Driver License, ມີສາມລະດັບແຕກຕ່າງກັນເຊັ່ນ CDL A ສໍາລັບຂັບລົດ 18 ລໍ້, ລົດໃຫຍ່ຂົນເຄື່ອງທົ່ວໄປ. CDL B ກ່ຽວກັບລົດໂດຍສານສາທາລະນະ, ລົດໂຮງຮຽນ, ລົດຂົນຂີ້ເຫຍື້ອ, ແລະ CDL C ສໍາລັບລົດທີ່ແກ່ຕູ້ຄອນເທັນເນີ 2-3 ຕູ້ຂຶ້ນໄປ, ລົດບັນທຸກຂົນເຄື່ອງທີ່ເປັນອັນຕະລາຍ, ເຊິ່ງທັງໝົດທີ່ກ່າວມານັ້ນ ຈະຕ້ອງໄດ້ໄປຮຽນ ແລະເສັງເອົາໃບຂັບຂີ່ດ້ານນີ້ມາ ຈຶ່ງຈະສາມາດຂັບລົດຕ່າງໆດັ່ງທີ່ກ່າວມາໄດ້.

ຕໍ່ມາກໍແມ່ນ ທ່ານຈະຕ້ອງມີລົດບັນທຸກທີ່ໃຊ້ສໍາລັບຂົນເຄື່ອງ, ສ່ວນຫຼາຍຜູ້ປະກອບການດ້ານນີ້ ພວກເພິ່ນຈະມີລົດບັນທຸກເປັນຂອງຕົນເອງໃນການໄປຮັບເໝົາຂົນເຄື່ອງ ໂດຍລາຄາຂອງຫົວລົດບັນທຸກ ກໍຈະມີຫຼາຍລາຄາ, ຖ້າເປັນຫົວລົດບັນທຸກທີ່ຜ່ານການໃຊ້ງານມາແລ້ວ ກໍຈະຂຶ້ນຢູ່ກັບຄວາມສູງຂອງໄມລ໌ລົດ ໂດຍມີລາຄາ ລະຫວ່າງ 4 ໝື່ນ ຫາ 6 ໝື່ນໂດລາ. ສ່ວນຫົວລົດບັນທຸກໃໝ່ ກໍຈະມີລາຄາຢູ່ລະຫວ່າງ 8 ໝື່ນ ຫາ 160,000 ໂດລາ.

ທ່ານຈິມ ສີລາວົງ, ປະຊາຊົນທີ່ອາໄສຢູ່ເມືອງນາສວີລ ລັດເທັນນິສຊີ ເພິ່ນໄດ້ປະກອບທຸລະກິດດ້ານນີ້ ໂດຍຊື້ລົດບັນທຸກທີ່ຜ່ານການໃຊ້ງານມາແລ້ວ ມາດໍາເນີນທຸລະກິດຂົນສົ່ງ, ໄດ້ກ່າວໃຫ້ VOA ພາກພາສາລາວຟັງວ່າ:

ໃນການຂັບລົດຂົນເຄື່ອງໄປທາງໄກ, ທາງຜູ້ປະກອບການຈະຕ້ອງມີນາຍໜ້າຊອກຫາວຽກມາໃຫ້ເພື່ອຕົນເອງຈະໄດ້ໄປຂົນເຄື່ອງໃຫ້ແຕ່ລະບ່ອນ ຫຼື ແຕ່ລະບໍລິສັດ, ໃນກໍລະນີນີ້ ມັນຈະເປັນການດີສໍາລັບຜູ້ປະກອບການເອງ ເພາະຈະໄດ້ມີວຽກເຂົ້າມາເລື້ອຍໆ ເຊິ່ງຈະເສຍຄ່ານາຍໜ້າໃຫ້ພວກເຂົາ 8 ເປີເຊັນຂອງຈໍານວນເງິນທີ່ຜູ້ປະກອບການໄດ້ຈາກການຂົນສົ່ງ.

ຈຸດດີໃນການເຮັດທຸລະກິດຂົນສົ່ງອີກອັນນຶ່ງກໍຄື ຜູ້ປະກອບການສາມາດເລືອກກໍານົດເສັ້ນທາງໃນການຂົນສົ່ງເອງໄດ້ຈາກນາຍໜ້າ.

ດັ່ງທີ່ທຸກຄົນເຂົ້າໃຈ, ໃນການຂັບລົດຂົນເຄື່ອງໄລຍະໄກແບບນີ້ ເພິ່ນຈະຄິດໄລ່ເປັນໄມລ໌ ຖ້າແລ່ນໄດ້ໄກເທົ່າໃດ ຄ່າຕອບແທນໃນການຂົນສົ່ງກໍຈະເພີ້ມສູງຂຶ້ນຕາມຈໍານວນໄມລ໌ທີ່ເພີ້ມຂຶ້ນ, ອີງຕາມຂໍ້ມູນສະຖິຕິ ປະຈໍາປີ 2021 ແມ່ນມີລາຄາ 2.9 ໂດລາຕໍ່ໄມລ໌ ເຊິ່ງລາຄາໃນແຕ່ລະມື້ ແຕ່ລະຂົງເຂດກໍແຕກຕ່າງກັນ.

ຢ່າງໃດກໍຕາມ, ບໍ່ໄດ້ໝາຍຄວາມວ່າ ຜູ້ປະກອບການຂັບລົດບັນທຸກຈະສາມາດຂັບລົດໄປຕາມໄລຍະທາງໄດ້ຕາມໃຈ ເພາະມີການຄວບຄຸມຈາກພາກສ່ວນທີ່ກ່ຽວຂ້ອງຂອງທາງລັດຖະບານ ເຊິ່ງເພິ່ນມີການກໍານົດໃຫ້ 14 ຊົ່ວໂມງຕໍ່ມື້, ໃນນັ້ນ 11 ຊົ່ວໂມງແມ່ນໃຊ້ສໍາລັບຂັບລົດໃນມື້ນັ້ນ ແລະອີກສາມຊົ່ວໂມງ ແມ່ນສໍາລັບໃຊ້ເວລາສ່ວນຕົວອື່ນໆທີ່ບໍ່ກ່ຽວຂ້ອງກັບການແລ່ນລົດ. ນອກຈາກໂມງນັ້ນ ໝາຍຄວາມວ່າ ທ່ານຕ້ອງໄດ້ຜັກຜ່ອນ ເພື່ອຄວາມປອດໄພຂອງທ່ານເອງ ແລະຂອງຄົນອື່ນໆທີ່ສັນຈອນຢູ່ເທິງຖະຫນົນ.

ສໍາລັບລາຍໄດ້ຂອງຜູ້ປະກອບການຂັບລົດບັນທຸກ ແມ່ນບໍ່ແນ່ນອນ ເພາະຈະຂຶ້ນຢູ່ກັບການແລ່ນລົດ, ຂຶ້ນຢູ່ກັບເຄື່ອງທີ່ຂົນໃນແຕ່ລະວັນ ແລະຂຶ້ນຢູ່ກັບແຕ່ລະຂົງເຂດ, ເຊິ່ງຈະຢູ່ລະຫວ່າງ 150,000 ຫາ 260,000 ໂດ​ລາ ຕໍ່ປີ.

ການຄິດໄລ່ພາສີ, ຜູ້ປະກອບການຈະມີນັກກວດສອບບັນຊີເປັນຜູ້ຄິດໄລ່ໃຫ້ໃນແຕ່ລະປີ ໂດຍຈະເສຍຄ່າຕອບແທນໃຫ້ຜູ້ຊ່ຽວຊານທາງດ້ານບັນຊີຢູ່ລະຫວ່າງ 300 ຫາ 500 ໂດລາ.

ເວົ້າລວມແລ້ວ, ການປະກອບການດ້ານນີ້ ກໍເປັນການດໍາເນີນທຸລະກິດທີ່ດີ ບໍ່ຈໍາເປັນຈະຕ້ອງມີຫຼາຍຂັ້ນຕອນ, ແລະກໍເປັນອິດສະຫຼະໃນການດໍາເນີນງານທີ່ສາມາດສ້າງລາຍໄດ້ທີ່ດີໃຫ້ແກ່ທຸລະກິດຂອງຕົນເອງ.

XS
SM
MD
LG