ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ເນວາດາ ເຄີຍເປັນລັດຂອງພັກຣີພັບບລີກັນ ໄດ້ກາຍມາເປັນລັດທີ່ອ່ຽງໄປອ່ຽງມາ ໄດ້ແນວໃດ


ຊາວອາເມຣິກັນເຊື້ອສາຍເອເຊຍ ໃນການເລືອກຕັ້ງ ຢູ່ທີ່ລັດເນວາດາ
ຊາວອາເມຣິກັນເຊື້ອສາຍເອເຊຍ ໃນການເລືອກຕັ້ງ ຢູ່ທີ່ລັດເນວາດາ

ຢູ່ໃນສະຫະລັດ ສາຍຕາທັງໝົດພວມເບິ່ງໄປໃນເຈັດລັດ ທີ່ເປັນພື້ນທີ່ ສະໜາມການແຂ່ງຂັນທີ່ຄາດໝາຍວ່າ ຈະເປັນລັດທີ່ບົ່ງບອກເຖິງຜົນການເລືອກ ຕັ້ງປະທານາທິບໍດີ ປີ 2024 ນີ້. ໃນຂະນະທີ່ບາງຄົນ ໄດ້ຫັນປ່ຽນພັກການ ເມືອງຕະຫຼອດໄລຍະບໍ່ເທົ່າໃດປີຜ່ານມາ ເຊັ່ນໃນລັດ ເນວາດາ ທາງພາກຕາເວັນຕົກ ບໍ່ໄດ້ອຽງໄປໃນທາງພັກໃຫຍ່ ຫຼືພັກໃດພັກນຶ່ງ.

ລັດເນວາດາ ເປັນຖິ່ນຖານຂອງປະຊາຊົນ 3 ລ້ານ 1 ແສນຄົນ-ທີ່ອາດຈະຮູ້ ຈັກກັນດີສຳລັບ ນະຄອນ ລາສ ເວກັສ - ມັນເປັນເມືອງທີ່ມີຊື່ສຽງໂດ່ງດັງ ແລະ ຍັງຮູ້ຈັກກັນຄື ເມືອງບາບ ຫຼື Sin City.

ທ່ານ ທອມ ຣາຍລີ ອາຈານສອນ ແລະນັກຊ່ຽວຊານກ່ຽວກັບ ປະຊາທິປະໄຕ ແລະສັນຊາດ ຢູ່ມະຫາວິທະຍາໄລ ລັດອາຣິໂຊນາ ກ່າວວ່າ “ພວກເຂົາມີຄວາມ ຂັດແຍ້ງກັນເອງໜ້ອຍນຶ່ງ. ຂ້າພະເຈົ້າໝາຍເຖິງ ພວກເຂົາເບິ່ງຄືວ່າ ບາງທີ ເປັນລັດເສລີນິຍົມ ໃນບາງຄວາມຮູ້ສຶກ ເພາະວ່າ “ມັນເປັນລັດທຳອິດທີ່ໄດ້ຊຸກຍູ້ ແທ້ໆ ໃນເລື້ອງຂອງການຢ່າຮ້າງກັນໂດຍບໍ່ຈຳເປັນຕ້ອງພິສູດໃຫ້​ເຫັນຝ່າຍໃດ ຝ່າຍນຶ່ງຜິດ. ມັນມີການພະນັນໃນບາງເມືອງ, ອະນຸຍາດໃຫ້ມີໂສເພນີ, ແຕ່ມັນ ຍັງເປັນການຕ້ານກັບຄວາມຮູ້ສຶກທີ່ແທ້ຈິງຂອງການເປັນຫົວອະນຸລັກນິຍົມແທ້ໆ ໃນບາງດ້ານ.”

ລັດເນວາດາ ເຊື່ອໝັ້ນໄດ້ວ່າ ລົງຄະແນນສຽງໃຫ້ແກ່ ພັກຣີພັບບລີກັນ ຈາກ ຊຸມປີ 1960 ຈົນຮອດຕົ້ນຊຸມປີ 2000. ນັບຕັ້ງແຕ່ນັ້ນມາ ລັດນີ້ ຈະອຽງໄປ ມາລະຫວ່າງສອງພັກການເມືອງເປັນປະຈຳ.

ປະຊາກອນຂອງລັດເນວາດາ ມີຫຼາຍຂຶ້ນເຖິງສາມເທົ່າ ນັບຕັ້ງແຕ່ປີ 1980 ເປັນຕົ້ນມາ. ພວກທີ່ມາຕັ້ງຖິ່ນຖານໃໝ່ຫຼາຍຄົນ ໂດຍສ່ວນໃຫຍ່ແລ້ວ ແມ່ນມາຈາກຝ່າຍເສລີນິຍົມ ຂອງລັດຄາລີຟໍເນຍ.

ທ່ານເຄັນ ມີລເລີ ເປັນຜູ້ຊ່ວຍອາຈານສອນລັດຖະສາດ ຢູ່ມະຫາວິທະຍາໄລ ຂອງລັດເນວາດາ, ທີ່ ລາສ ເວກັສ ກ່າວວ່າ “ສິ່ງທີ່ໄດ້ເກີດຂຶ້ນ ແມ່ນວ່າ ເຂດ ຄລອກ ຄາວຕີ ເຊິ່ງເປັນເຂດທີ່ ລາສ ເວກັສ ຕັ້ງຢູ່ນັ້ນ, ດຽວນີ້ ແມ່ນ 72 ເປີເຊັນຂອງປະຊາກອນທີ່ລົງຄະແນນສຽງໃນລັດແຫ່ງນີ້. ດັ່ງນັ້ນ ສິ່ງທີ່ໄດ້ເກີດ ຂຶ້ນຕໍ່ລັດເນວາດາ ແມ່ນຄັ້ງ​ນຶ່ງ ເຄີຍເປັນລັດພູດອຍເຂດຊົນນະບົດຢູ່ທາງພາກຕາເວັນຕົກ ໄດ້ກາຍມາເປັນເມືອງໃຫຍ່ຂອງລັດແຄມຝັ່ງກ້ຳຕາເວັນຕົກແລ້ວ.”

ສ່ວນທ້າວເດວິດ ຄາຣດີນາສ ພົນລະເມືອງລັດເນວາດາ ແລະເປັນນັກສຶກສາ ມະຫາວິທະຍາໄລ ກ່າວວ່າ “ມີ ເວກັສ ແລະຕໍ່ມາກໍມີສ່ວນທີ່ເຫຼືອຂອງເນວາດາ. ແລະຈາກທີ່ຂ້ອຍຮູ້ຈັກ, ເວກັສ ມັກຈະເປັນຝ່າຍພັກເດໂມແຄຣັດ ໂດຍສ່ວນ ຫຼາຍ ໃນຂະນະສ່ວນທີ່ເຫຼືອຂອງລັດເນວາດາ ເປັນຝ່າຍຣີພັບບລີກັນ. ແຕ່ອີກຄັ້ງນຶ່ງ ປະຊາກອນສ່ວນຫຼາຍແມ່ນຢູ່ໃນເວກັສ.”

ເຖິງແມ່ນວ່າ ປະຊາກອນໄດ້ເພີ້ມຂຶ້​ນຢ່າງຫຼວງຫຼາຍກໍຕາມ, ລັດເນວາດາ ຍັງຄົງເປັນຊົນຊັ້ນແຮງງານຈຳນວນຫຼາຍ ໂດຍພົນລະເມືອງຫຼາຍໆຄົນເຮັດ ວຽກທີ່ອອກແຮງງານທັງນັ້ນ.

ທ່ານມີລເລີ ກ່າວວ່າ “ສະນັ້ນ ສິ່ງຕ່າງໆເຊັ່ນ ຄ່າຈ້າງທັງຫຼາຍ, ເປັນສິ່ງຕ່າງໆ ຄື ການຫວ່າງງານ, ສິ່ງຕ່າງໆຄື ເຮືອນຊານທີ່​ສາ​ມາດຊື້​ໄດ້, ເປັນພຽງເລື້ອງ ພາວະເງິນເຟີ້ໂດຍທົ່ວໄປເທົ່າ​ນັ້ນ. ສະນັ້ນ ສິ່ງຕ່າງໆຄືລາຄານ້ຳມັນເຊື້ອໄຟ, ສິ່ງທັງຫຼາຍເຫຼົ່ານັ້ນ ໄດ້ມີຜົນກະທົບຕໍ່ປະຊາຊົນໜ້ອຍນຶ່ງຫຼາຍກວ່າຢູ່ທີ່ນີ້ ໃນລັດ ເນວາດາ ກວ່າທີ່​ຄົນ​ທີ່ຢູ່ລັດແຫ່ງອື່ນໆ.”

ພວກນັກສຶກສາລະດັບວິທະຍາໄລ ຢູ່ມະຫາວິທະຍາໄລຂອງລັດເນວາດາ ຢູ່ລາສ ເວກັສ ໄດ້ໃຫ້​ອະ​ທິ​ບາຍບັນຫາສູງສຸດຕ່າງໆຂອງພວກເຂົາເຈົ້າ. ບາງຄົນ ຈະລົງຄະແນນສຽງເປັນຄັ້ງທຳອິດ ເຊິ່ງໃນປັດຈຸບັນນີ້ ພວກເຂົາ ເຈົ້າມີອາຍຸຄົບ 18 ປີທີ່ສາມາດລົງຄະແນນສຽງໄດ້.

ນາງ ຊາແມນຕາ ອາດຳ ພົນລະເມືອງລັດເນວາດາ ກ່າວວ່າ “ແນ່ນອນ ເລື້ອງການເຮັດແທ້ງລູກ, ແນ່ນອນເລື້ອງເສດຖະກິດ. ແມ່ນຫຍັງອີກ? ການສຶກສານຳດ້ວຍ.”

ທ້າວ ເດວິດ ຄາຣດີນາສ ພົນລະເມືອງລັດເນວາດາ ກ່າວວ່າ “ສະພາບດ້ານເສດຖະກິດ ແລະ ບາງທີ ພຽງແຕ່ເຂດຊາຍແດນ.”

ທ້າວຊອລສ໌ ເດວິສ ພົນລະເມືອງລັດເນວາດາ ກ່າວວ່າ “ຂ້ອຍເປັນເດັກ ນັກສຶກສາວິທະຍາໄລທີ່ບໍ່ມີເງິນເລີຍ. ຂ້ອຍຄວນ, ຂ້ອຍພຽງຢາກແຕ່ຈະສາມາດ ຊື້ອາຫານໄດ້ດີກວ່າເກົ່າ. ຂ້ອຍຢາກໃຫ້ສາມາດມີວຽກດຽວທີ່ຈ່າຍເງິນພຽງພໍ ທີ່ຊ່ອຍຂ້ອຍຊື້ທຸກຢ່າງທີ່ຂ້ອຍຕ້ອງການ.”

ເມື່ອພວກເຂົາເຈົ້ານລົງຄະແນນສຽງໃນການເລືອກຕັ້ງທົ່ວໄປໃນເດືອນພະຈິກ ປະ​ຊາ​ຊົນລັດເນວາດາ ຍັງຕ້ອງໄດ້ລົງຄະແນນສຽງກ່ຽວກັບວ່າ ຈະໃຫ້ມີສິດ ໃນການແທ້ງລູກຢູ່ໃນລັດຖະທຳມະນູນຂອງລັດ ຫຼືບໍ່.

ທ່ານນາງ ເຣເບັກກາ ກີລ ຜູ້ອຳນວຍການຂອງສະຖາບັນຄົ້ນຄວ້າຂອງແມ່ຍິງ ລັດເນວາດາ ກ່າວວ່າ “ເລື້ອງໂດຍລວມ ໄດ້ຖືກພິສູດແລ້ວວ່າ ເປັນສິ່ງຂັບດັນ ທີ່ໃຫຍ່, ເປັນແຮງຈູງໃຈ​ຂະ​ໜາດໃຫຍ່, ໃນການດຶງດູດເອົາຄົນອອກມາໃນການ ເລືອກຕັ້ງຄັ້ງກ່ອນໆ. ຂ້າພະເຈົ້າຄຶດວ່າ ຄັ້ງນີ້ ຈະບໍ່ແຕກຕ່າງເລີຍ.”

ເຖິງຢ່າງນັ້ນກໍຕາມ ທ່ານມີລເລີ ກ່າວວ່າ ບໍ່ມີໃຜຄວນປະໝາດໂອກາດຕ່າງໆ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່ຈະຊະນະໃນລັດເນວາດາ.

ທ່ານມີລເລີ ອະທິບາຍວ່າ “ຂ້າພະເຈົ້າຄຶດວ່າ ທ່ານທຣຳ ຖືກສັນນິຖານເປັນ ຜູ້ສະໝັກແຂ່ງຂັນທີ່ອາດຈະບໍ່ຊະນະລັດເນວາດາ ໄດ້ງ່າຍໆ ເພາະວ່າ ທ່ານບໍ່ໄດ້ຊະນະເມື່ອສອງຄັ້ງຜ່ານມາ. ຂ້າພະເຈົ້າຈະບໍ່ຫລຸດຄວາມສຳຄັນຂອງ ບັນ​ຫາເສດຖະກິດ ອັນເປັນສິ່ງຂັບເຄື່ອນການຕັດສິນໃຈສຳລັບພວກຜູ້ມີສິດ ອອກສຽງ ໃນລັດແຫ່ງນີ້.”

ບົດບາດທີ່ສຳຄັນຍິ່ງຂອງລັດເນວາດາ ໃນຖານະເປັນລັດສະໜາມແຂ່ງຂັນ ກໍແມ່ນເຫດຜົນທີ່ ຜູ້ຖືກສະເໜີຊື່ລົງແຂ່ງຂັນເປັນປະທານາທິບໍດີທັງສອງຄົ​ນ​ຄື - ທ່ານທຣຳ ແລະຮອງປະທານາທິບໍດີ ຄາມາລາ ແຮຣິສ - ກຳລັງໃຊ້ເວລາຢູ່ທີ່ ແຫ່ງນີ້. ເພາະວ່າ ໃນທີ່ສຸດແລ້ວ ສິ່ງທີ່ເກີດຂຶ້ນໃນ ເວກັສ ອາດເປັນໂຕບົ່ງ ບອກວ່າ ຜູ້ໃດ ຈະນຳພາ ອາເມຣິກາ ເປັນເວລາສີປີຕໍ່ໜ້າ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG