ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ຫະ​ລັດ​ມີ​ຄວາມ​ມຸ້ງ​ໝັ້ນ​ຕໍ່​ທະ​ວີບ​ ອາ​ຟ​ຣິ​ກາ​ຄື​ແນວ​ໃດ? ທຳ​ນຽບ​ຂາວ​ບອກວ່າ ຈະໃຫ້ເງິນຊ່ວຍເຫລືອ 55 ຕື້ໂດລາ


ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເນ​ການ, ທ່ານ Macky Sall ມາ​ຮອດ​ຄ້າຍ​ທະ​ຫານ​ອາ​ກາດ Andrews Air Force Base ຂອງສະ​ຫະ​ລັດ​​ແລ້ວໃນ​ວັນ​ທີ 12 ທັນ​ວາ, 2022 ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ​ຜູ້​ນຳສະ​ຫະ​ລັດ ແລະ ອາ​ຟ​ຣິ​ກາ.
ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເນ​ການ, ທ່ານ Macky Sall ມາ​ຮອດ​ຄ້າຍ​ທະ​ຫານ​ອາ​ກາດ Andrews Air Force Base ຂອງສະ​ຫະ​ລັດ​​ແລ້ວໃນ​ວັນ​ທີ 12 ທັນ​ວາ, 2022 ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ​ຜູ້​ນຳສະ​ຫະ​ລັດ ແລະ ອາ​ຟ​ຣິ​ກາ.

ສະຫະລັດຈະສະແດງຄວາມ​ມຸ້ງໝັ້ນຂອງຕົນ ຕໍ່ທະວີບອາຟຣິກາດ້ວຍການ​ໃຫ້ ຄຳໝັ້ນສັນຍາວ່າ​ຈະ​ໃຫ້ເງິນຊ່ວຍ​ເຫລືອ 55 ຕື້ໂດລາ, ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທີ່ປຶກ ສາດ້ານຄວາມໝັ້ນຄົງແຫ່ງຊາດ, ທ່ານ​ເຈກ ​ຊູ​ລີ​ວານ ກ່າວໃນວັນຈັນວານນີ້ ໃນມື້ກ່ອນເປີດກອງປະຊຸມສຸດຍອດ 3 ມື້ຂອງຄະນະຜູ້ແທນ ຂັ້ນສູງຈາກ​ທະ​ວີບອາຟຣິກາ 50 ທ່ນທີ່ນະ​ຄອນຫຼວງວໍຊິງຕັນ.

ທ່ານ​ຊູ​ລີ​ວານ ກ່າວ​ວ່າ “ສະຫະລັດ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ໃຫ້​ເງິນຊ່ວຍ​ເຫລືອ 55 ຕື້​ໂດ​ລາແກ່ທະ​ວີບ​ອາ​ຟຣິກາ​ໃນ​ໄລຍະ​ສາມ​ປີ​ຂ້າງ​ໜ້າ ​ໃນ​ທົ່ວ​ຂະ​ແໜງ​ການ​ທີ່​ກວ້າງ​ຂວາງ, ​ເພື່ອ​ແກ້​ໄຂ​ບັນຫາ​ທ້າ​ທາຍ​ທີ່​ສຳຄັນ ​ໃນ​ຍຸກ​ສະ​ໄໝ​ຂອງ​ພວກ​ເຮົາ. "ຄໍາຫມັ້ນສັນຍາເຫຼົ່ານີ້ແມ່ນ​ຢູ່​ບົນ​ພື້ນ​ຖານການນໍາພາອັນຍາວນານຂອງ ສະຫະລັດ ແລະການເປັນ​ຄູ່ຮ່ວມມືໃນການພັດທະນາ, ການເຕີບໂຕທາງດ້ານ ເສດຖະກິດ, ສຸຂະພາບແລະຄວາມໝັ້ນ​ຄົງໃນອາຟຣິກາ."

ທ່ານ​ກ່າວ​ວ່າ "ພວກ​ເຮົາ​ຈະ​ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ໂຄງ​ການ​ເຫຼົ່າ​ນັ້ນແກ່​ທ່ານ" ໃນ​ຂະ​ນະ​ທີ່​ກອງ​ປະ​ຊຸມ​ສຸດຍອດດຳ​ເນີນ​ໄປ.

ໃນການຕອບຄຳຖາມຂອງວີໂອເອນັ້ນ, ທ່ານ​ຊູ​ລີ​ວານເນັ້ນໜັກວ່າເງິນຈຳນວນ ນີ້ ບໍ່ໄດ້ມີເງື່ອນໄຂວ່າ​ໃຫ້ບັນດາປະເທດໃນອາຟຣິກາປະ​ນາມຣັດເຊຍ ໃນການ ບຸກລຸກຢູເຄຣນ. ​ໃນ​ເດືອນ​ມີນາ, ບໍ່​ດົນ​ຫລັງ​ຈາກ​ການ​ບຸກ​ໂຈມ​ຕີ​ໄດ້​ເລີ້​ມຂຶ້ນ, 17 ປະ​ເທດ​ໃນ​ອາ​ຟຣິກາ​ໄດ້​ງົດອອກ​ສຽງ​ໃນ​ການ​ລົງ​ຄະ​ແນນ​ສຽງ​ກ່າວ​ປະນາມ ຣັດ​ເຊຍ​ຢູ່​ອົງການ​ສະຫະ​ປະຊາ​ຊາດ.

"ພວກເຮົາບໍ່ໄດ້ເອົາປືນຈີ້ໃສ່ຫົວໃຜ," ນັ້ນ​ຄື​ຄຳຕອບ​ຂອງ​ທ່ານ​ຊູ​ລີ​ວານ ໂດຍ​ກ່າວ​ຕື່ມວ່າ "ພວກເຮົາຈະ​ໃຫ້​ເຫດ​ຜົນ​ໃນ​ກໍລະນີນີ້ ດ້ວຍຄວາມດີ​ໃຈ​ຢາກ​ຊ່ວຍ ແລະ ໃຊ້​ຄວາມອົດທົນກັບທຸກປະເທດໃນໂລກວ່າ ເຂົາເຈົ້າຄວນອອກ​ປາກ​ອອກ​ສຽງ ຕ້ານການລະເມີດຢ່າງຈະ​ແຈ້ງ​ຕໍ່ກົດບັດສະຫະປະຊາຊາດ. ພວກ​ເຮົາບໍ່ໄດ້ວາງເງື່ອນໄຂ ຈາກທັດສະນະຂອງກອງປະຊຸມສຸດຍອດນີ້ກ່ຽວກັບການ ຕັດສິນໃຈອັນນັ້ນ."

ແຕ່ອົງ​ການເຝົ້າລະວັງເລື້ອງສໍ້ລາດບັງຫຼວງກ່າວວ່າ ຄໍາຫມັ້ນສັນຍາທີ່ມີເງິນໂດ ລາ ກ້ອນໃຫຍ່ເຫຼົ່ານີ້ ແມ່ນໜ້ອຍທີ່​ສຸດ ເມື່ອທຽບໃສ່ເງິນທີ່​ຄາດ​ຄະ​ເນ​ວ່າມີ​ປະ​ມານ 88 ຕື້ໂດລາ ທີ່ຮົ່ວໄຫຼອອກຈາກທະວີບໃນແຕ່ລະປີ ໃນກະແສໝູນ​ວຽນ ການເງິນທີ່ຜິດກົດຫມາຍ - ໂດຍຜ່ານການຊື້ອະສັງຫາລິມະສັບ, ການລົງທຶນ ນອກຝັ່ງ ຫຼື ບໍລິສັດປອມທີ່ບໍ່ເປີດເຜີຍຊື່.

ທ່ານອຽນ ແກ​ຣີ (Ian Gary), ຜູ້ອຳນວຍການຝ່າຍບໍລິຫານ ຂອງແນວ​ໂຮມ ຮັບຜິດຊອບທາງດ້ານການເງິນ ແລະຄວາມໂປ່ງໃສຂອງບໍລິສັດກ່າວວ່າ "ຖ້າ ທ່ານເບິ່ງຕົວເລກເມື່ອມໍ່ໆ​ມານີ້, ການຊ່ວຍເຫຼືອຂອງລັດຖະບານສະຫະລັດ ຕໍ່ເຂດໃຕ້​ທະ​ເລ​ຊາຍຊາຮາຣາ ຂອງອາຟຣິກາ ມີການປ່ຽນແປງຂຶ້ນ​ລົງ ຢູ່ໃນລະ ຫວ່າງ 6.5 ຫາ 7.5 ຕື້ໂດລາຕໍ່ປີ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG