ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິທະຍາສາດຄວານຕໍາ (quantum Science) ຈະເປັນປະໂຫຍດຕໍ່ສັງຄົມ ໄດ້ແນວໃດ?


LogOn - ວິທະຍາສາດຄວານຕໍາ (quantum Science) ຈະເປັນປະໂຫຍດຕໍ່ສັງຄົມໄດ້ແນວໃດ?

ບໍ່ຄືກັນກັບຄອມພິວເຕີສ່ວນໃຫຍ່ ໃນທຸກມື້ນີ້, ທ່າແຮງຂອງການຄິດໄລ່ຂອງໜ່ວຍຄອມພິວເຕີ້ຄວານຕໍາ (quantum) ເບິ່ງຄືວ່າບໍ່ມີຂີດຈໍາກັດເລີຍ. ສິ່ງທີ່ພວກເຮົາຮູ້ພຽງເລັກນ້ອຍ ກ່ຽວກັບເທັກໂນໂລຈີ ທີ່ກໍາລັງພົ້ນເດັ່ນຂຶ້ນນີ້ ແມ່ນເປັນພຽງແຕ່ສ່ວນ​ນ້ອຍໆ​ ຂອງຄວາມ​ຮູ້​ທັງ​ໝົດ, ອີງຕາມພວກນັກຊ່ຽວຊານເວົ້າ. Julie Taboh ນັກ​ຂ່າວ​ວີ​ໂອ​ເອມີ​ລາຍ​ງານກ່ຽວກັບເລື້ອງນີ້​ ຊຶ່ງບົວສະຫວັນຈະ ນໍາມາສະເໜີທ່ານ.​

ໃນຮູບເງົາເລື້ອງ ອັບພັນຮາຍເມີ (Oppenheimer) ມີຄົນເວົ້າວ່າ: "ຂ້ອຍບໍ່ຮູ້ວ່າພວກເຮົາເປັນທີ່ໜ້າໄວ້ວາງໃຈໄດ້ຫລືບໍ ... ໂດຍມີອາວຸດແບບນັ້ນ."

ເລື້ອງ “ອັບພັນຮາຍເມີ” (Oppenheimer) ເປັນຮູບເງົາທີ່ຄົນນິຍົມຫລາຍທີ່ສຸມໃສ່ການເຮັດວຽກຂອງນັກວັດຖຸວິທະຍາໃນທາງທິດສະດີຊາວອາເມຣິກັນ, ທ່ານ ເຈ ໂຣເບີດ ອັບພັນຮາຍເມີ (J. Robert Oppenheimer) ແລະການພັດທະ ນາລະເບີດປະລະມະນູ.

ໃນນການກະກຽມສໍາລັບສ້າງຮູບເງົາເລື້ອງນີ້, ຜູ້ກໍາກັບການສະແດງ, ທ່ານ ຄຣິສຕົຟເຟີ ໂນແລນ (Christopher Nolan) ລາຍງານວ່າ ໄດ້ເຮັດການຄົ້ນຄວ້າຢ່າງໜັກບາງຢ່າງກ່ຽວກັບຟີຊິກຂອງຄອມພິວເຕີຄວານຕໍາ (quantum) ...ເຊິ່ງ "ແມ່ນການສຶກສາຄົ້ນຄວ້າກ່ຽວກັບວັດຖຸ ແລະພະລັງງານ ໃນລະດັບພື້ນ ຖານທີ່ສຸດ" ອີງຕາມສະຖາບັນເທັກໂນໂລຈີຄາລິຟໍເນຍ ແລະ "ມີຈຸດປະສົງເພື່ອເປີດໃຫ້ຄົນຮູ້ຈັກຄຸນສົມບັດ ແລະພຶດຕິກໍາຂອງສິ່ງກໍ່ສ້າງຂອງທໍາມະຊາດແທ້ໆ."

ທ່ານນາງ ໂອລີເວຍ ເລນສ໌ (Olivia Lanes) ເປັນຜູ້ນໍາລະດັບໂລກໃນການສຶກສາຄົ້ນຄວ້າ ແລະການສະແຫວງຫາການສະໜັບສະໜູນໃນທີມງານຄອມພີວເຕີ Quantum ຢູ່ບໍລິສັດ IBM.

ທ່ານນາງ​ໄດ້​ໂອ້​ລົມ​ກັບວີໂອເອ ຜ່ານ​ທາງ Skype ວ່າ:

"ການຄິດໄລ່ຂອງຄອມພິວເຕີ Quantum ຢູ່ຫຼັກໃຈກາງຂອງມັນ ແມ່ນເປັນກອບໃຫມ່ ແລະວິທີການໃຫມ່ໃນການຄິດໄລ່ ແລະປະຕິບັດລະບົບສູດການຄິດໄລ່."

ຄອມ​ພິວ​ເຕີແບບ​ດັ້ງເດີມ ຫລື ຄລາ​ສ​ສິກ ​ດໍາ​ເນີນ​ງານ​ໂດຍການໂອນຂໍ້ມູນ ພື້ນຖານ ຫລື bits ...

ທ່ານນາງເລນສ໌ ກ່າວຜ່ານທາງ SKYPE ອີກວ່າ:

"ແລະພວກມັນສາມາດປະມວນຜົນຂໍ້ມູນໂດຍການແປທຸກສິ່ງທຸກຢ່າງໃຫ້ເປັນສູນ ແລະນຶ່ງ, ແລະມັນດໍາເນີນການຢູ່ພາຍໃຕ້ກົດຫມາຍທີ່ຄຸ້ມຄອງໂດຍຟີຊິກແບບ ດັ້ງເດີມ ຫລື ຄລາສສິກ."

ຄອມ​ພິວ​ເຕີ Quantum ແລ່ນຢູ່​ໃນຟີຊິກຂອງຄອມພິວເຕີ quantum…

ທ່ານນາງເລນສ໌ ກ່າວຜ່ານທາງ SKYPE ຕໍ່ໄປວ່າ:

"ແລະແທນທີ່ຈະມີບິສ (bits) ເປັນເລກຄູ່, ພວກມັນມີ bits ທີ່ສາມາດເອົາໃສ່ເຂົ້າໄປໃນສະພາບທີ່ຢູ່ຖານະດີທີ່ສຸດ, ຊຶ່ງຫມາຍຄວາມວ່າ ມັນເປັນເລກສູນຫນ້ອຍ ນຶ່ງ, ແລະພ້ອມກັນນັ້ນ ກໍເປັນເລກນຶ່ງ ເລັກນ້ອຍ."

ຊຶ່ງຫມາຍຄວາມວ່າຄອມພິວເຕີ quantum ມີທ່າແຮງທີ່ຈະສາມາດແກ້ໄຂບັນ ຫາທີ່ບໍ່ສາມາດແກ້ໄຂໄດ້ໂດຍຄອມພິວເຕີຄລາສສິກ ນັ້ນໄວຂຶ້ນ ແລະໄດ້ດີກວ່າເກົ່າ.

ທ່ານນາງເລນສ໌ກ່າວວ່າກົນຈັກ quantum ໄດ້ທໍາການປະຕິວັດທາງເທັກໂນໂລຈີໄປແລ້ວໂດຍຫຼາຍວິທີ, ຈາກຮາດດິດທີ່ແຂງຢູ່ໃນໂທລະສັບ ແລະຄອມພິວເຕີຂອງພວກເຮົາ ຈົນເຖິງ ແສງເລເຊີ ແລະ GPS.

ທ່ານນາງກ່າວວ່າ ເທັກໂນໂລຈີທີ່ກໍາລັງພົ້ນເດັ່ນຂຶ້ນນີ້ ຍັງສາມາດຖືກນໍາໃຊ້ເພື່ອປັບປຸງຢາປົວພະຍາດ, ຊ່ວຍໃນການປ່ຽນແປງດິນຟ້າອາກາດ, ແລະໃນການພັດ ທະນາກໍາປັ່ນ, ເຮືອ ແລະເຮືອບິນໃຫ້ໄວຂຶ້ນ ທີ່ສາມາດເດີນທາງໄດ້ໄກກວ່າເກົ່າ.

ໃນຂະນະດຽວກັນ, ນັກວິທະຍາສາດຂອງ IBM ແລະບໍລິສັດເທັກໂນໂລຈີອື່ນໆກໍກໍາລັງເຮັດວຽກເພື່ອສ້າງການປົກປ້ອງພາຍໃນລະບົບຂອງພວກເຂົາ ເພື່ອປ້ອງກັນການໂຈມຕີທາງອິນເຕີແນັດ ໃນອະນາຄົດ ແລະໄພຂົ່ມຂູ່ດ້ານຄວາມໝັ້ນຄົງແຫ່ງຊາດອັນອື່ນ ທີ່ອາດເກີດຂຶ້ນໂດຍພວກລັກເຈາະຂໍ້ມູນ ຫລື ແຮັກເກີຄອມພິວເຕີ quantum.

ອ່ານຂ່າວນີ້ເປັນພາສາອັງກິດ

Unlike most computers today, the potential of quantum computing seems unlimited. What little we already know about this emerging technology is just the tip of the iceberg, experts say. VOA’s Julie Taboh has more.

The blockbuster movie “Oppenheimer” focuses on the work of American theoretical physicist J. Robert Oppenheimer and the development of the atomic bomb.

Preparing for the film, director Christopher Nolan reportedly did some heavy research into quantum physics...

which “is the study of matter and energy at the most fundamental level,” according to the California Institute of Technology and “aims to uncover the properties and behaviors of the very building blocks of nature.”

Olivia Lanes is the global lead of education and advocacy on the quantum team at IBM. She spoke with VOA via Skype:

“Quantum computing is, at its core, a new framework and a new way to do computations and perform algorithms.”

Classical computers run on bits...

Olivia Lanes, IBM Quantum:

“And they can process information by translating everything into zeros and ones, and it runs on the laws governed by classical physics.”

Quantum computers run on quantum physics…

Olivia Lanes, IBM Quantum:

“And instead of having binary bits, they have bits that can be put into superpositions of states, which means they're a little bit zero, and a little bit one at the same time.”

Which means a quantum computer has the potential to be exponentially faster and better able to solve problems that could never be solved by a classical computer.

Lanes says quantum mechanics has already revolutionized technology in many ways, from the solid-state hard drives in our phones and laptops, to lasers and GPS.

This emerging technology can also be used to improve medicine, help with climate change, and in the development of faster ships, boats and airplanes that can travel longer distances, she says.

In the meantime, scientists at IBM and other tech companies are also working to build safeguards within their systems to protect against possible future cyberattacks and other potential national security threats by quantum computer hackers.

XS
SM
MD
LG