ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິທີສາບານຕົວ ເຂົ້າຮັບຕໍາແໜ່ງ ປະທານາທິບໍດີສະຫະລັດ (ວີດິໂອພາສາລາວ/ອັງກິດ)


ປະທານາທິບໍດີ Barack Obama ພ້ອມກັບຄອບຄົວ ໃນພິທີສາບານໂຕເຂົ້າຮັບຕໍາແໜ່ງ ຢ່າງເປັນທາງການ ໃນຫ້ອງສີຟ້າ ຢູ່ທໍານຽບຂາວ ເມື່ອວັນອາທິດ ທີ 20 ມັງກອນ 2013.
ປະທານາທິບໍດີ Barack Obama ພ້ອມກັບຄອບຄົວ ໃນພິທີສາບານໂຕເຂົ້າຮັບຕໍາແໜ່ງ ຢ່າງເປັນທາງການ ໃນຫ້ອງສີຟ້າ ຢູ່ທໍານຽບຂາວ ເມື່ອວັນອາທິດ ທີ 20 ມັງກອນ 2013.

ພິທີສາບານຕົວເຂົ້າຮັບຕໍາແໜ່ງປະທານາທິບໍດີ ​ແມ່ນເປັນການ​ມ້ວນທ້າຍ​ຂັ້ນຕອນທາງການເມືອງ ທີ່ໄດ້ເລີ່ມຕົ້ນຂຶ້ນ ດົນກວ່ານຶ່ງປີເຄິ່ງມາ​ແລ້ວ ກໍ​ຄື​ການ​ແຂ່ງຂັນ​ເລືອກ​ຕັ້ງ​ຂອງສະຫະລັດ. ພິທີດັ່ງກ່າວ ແມ່ນສະທ້ອນ​ເຖິງປະເພນີແລະສັນຍາລັກ ເພື່ອ​ສະ​ແດງ​ໃຫ້​ເຫັນເຖິງ ການສືບຕໍ່ອໍານາດແລະຄວາມ ເຂັ້ມແຂງຂອງ ລະບົບການເມືອງຂອງອະເມຣິກາ.

ວັນສາບານຕົວຢ່າງເປັນທາງການແມ່ນວັນທີ 20 ມັງກອນ
ຕາມ​ຂໍ້ກໍານົດຂອງກົດໝາຍລັດຖະບານກາງ ແຕ່​ເນື່ອງ​ຈາກ​
ວັນທີ 20 ມັງກອນ​ປີ​ນີ້ ຕົກ​ຖືກ​ວັນ​ອາທິດ ພິທີສາບານຕົວຕໍ່
ໜ້າມະຫາຊົນ ຈຶ່ງ​ຈັດ​ຂຶ້ນໃນມື້ວັນຈັນ ທີ 21 ມັງກອນ​ແທນ. ພິທີສາບານຕົວເຂົ້າຮັບຕໍາແໜ່ງປະທານາທິບໍດີ ​ແມ່ນເປັນ
ການ​ມ້ວນທ້າຍ​ຂັ້ນຕອນທາງການເມືອງ ທີ່ໄດ້ເລີ່ມຕົ້ນຂຶ້ນ
ດົນກວ່ານຶ່ງ ປີເຄິ່ງມາ​ແລ້ວ ກໍ​ຄື​ການ​ແຂ່ງຂັນ​ເລືອກ​ຕັ້ງ​ຂອງ
​ສະຫະລັດ. ພິທີດັ່ງກ່າວ​ແມ່ນ​ສະທ້ອນ​ເຖິງປະເພນີແລະ
ສັນຍາລັກ ເພື່ອ​ສະ​ແດງ​ໃຫ້​ເຫັນເຖິງການສືບຕໍ່ອໍານາດແລະ
ຄວາມເຂັ້ມແຂງຂອງລະບົບການເມືອງຂອງອະເມຣິກາ.
Jeffrey Young ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວ​ກັບ
ຂັ້ນຕອນສຸດທ້າຍ ຂອງການເລືອກຕັ້ງຂອງອະເມຣິກາ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


“ຂ້າພະເຈົ້າ Barack Hussein Obama
“ຂ້າພະເຈົ້າ George Walker Bush
“ຂ້າພະເຈົ້າ William Jefferson Clinton
“ຂ້າພະເຈົ້າ George Herbert Walker Bush
Back to Obama: ຂໍສາບານຢ່າງ​ເຄ່ງ​ຂຶມວ່າ...
George W. Bush: ...ຂ້າພະເຈົ້າຈະບໍລິຫານຫ້ອງການປະທານາ ທິບໍດີຂອງສະຫະລັດ ດ້ວຍຄວາມຊື່ສັດ”

Georger H. W. Bush: “ແລະຈະ​ເຮັດ ສຸດຕາມຄວາມສາມາດຂອງ ຂ້າພະເຈົ້າ”
Clinton: ​ເພື່ອສະຫງວນ ພິທັກປົກປ້ອງ ແລະປ້ອງກັນລັດຖະທໍາມະນູນຂອງ
ສະຫະລັດ”

Obama: “ສະນັ້ນ ຂໍພະເຈົ້າຈົ່ງຊ່ວຍຂ້າພະເຈົ້າດ້ວຍ.”

ໃນຕອນທ່ຽງຂອງວັນທີ 20 ມັງກອນ ຫຼັງຈາກການເລືອກຕັ້ງປະທານາທິບໍດີສະຫະລັດ
ຜ່ານພົ້ນໄປ ​ໃນເດືອນພະຈິກຂອງປີຜ່ານມາ ປະທານາທິບໍດີຄົນໃໝ່ຈະ​ສາບານເຂົ້າຮັບ ຕໍາແໜ່ງ ຫຼືຜູ້ທີ່ຢູ່ໃນຕໍາແໜ່ງສໄໝທີນຶ່ງນັ້ນ ກໍສືບຕໍ່ເຂົ້າຮັບຕໍາແໜ່ງສະໄໝທີສອງ ຢູ່​ຂັ້ນ​ໃດດ້ານໜ້າຂອງ​ຕຶກ​ລັດຖະສະພາ ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ.

ວັນສາບານຕົວເຂົ້າຮັບຕໍາແໜ່ງ ສະແດງໃຫ້ເຫັນເຖິງສາຍໂສ້ທີ່ບໍ່ເຄີຍແຕກຂາດ ທີ່ເນັ່ງ ຍ້ອນຫຼັງຄືນໄປເມື່ອປີ 1789 ເວລາສະຫະລັດແຕ່ງຕັ້ງປະທານາທິບໍດີ ຄົນທໍາອິດຂອງ
ປະ​ເທດ ກໍຄືທ່ານ George Washington.

ພິທີສາບານຕົວນີ້ ແມ່ນຖ່າຍທອດຄວາມເຂັ້ມແຂງແລະຄວາມຍືນຍົງຂອງຕໍາ​ແໜ່ງປະທາ
ນາທິບໍດີຂອງ​ສະຫະລັດ. ທ່ານ Mark Rom ປະຈໍາ ມະຫາວິທະຍາໄລ Georgetown University ເວົ້າວ່າ ມັນເປັນຊ່ວງເວລາ​ແຫ່ງສັນຍະລັກທີ່ມີພະລັງອໍານາດທີ່ສຸດ ສໍາລັບ
ປະຊາຊົນອະເມຣິກັນ.

ທ່ານ ມາກ ຣອມ ຊີ້ແຈງວ່າ: “ຍ້ອນວ່າມັນເປັນຊ່ວງເວລາ ທີ່ປະທານາທິບໍດີ
ທີ່ໄດ້ຖືກເລືອກຕັ້ງຢ່າງເປັນປະຊາທິປະໄຕຄົນນຶ່ງ
ພົ້ນຈາກຕໍາແໜ່ງໄປແລະ
ປະທານາທິບໍດີອີກຄົນນຶ່ງທີ່ຖືກເລືອກຕັ້ງຢ່າງເປັນປະຊາທິປະໄຕ
ຂຶ້ນ ມາສືບ
ຕໍາແໜ່ງຕໍ່.
​ແລະການໂອນອໍານາດກໍເປັນຢ່າງສັນຕິ ແລະຢ່າງເປັນພິທີ.”

ເວລາປະທານາທິບໍດີຄົນໃໝ່ເຂົ້າຮັບຕໍາແໜ່ງນັ້ນ ກ່ອນ​ອື່ນທ່ານຈະ​ໄປພົບປະກັບຜູ້ທີ່​ທ່ານ
ສືບທອດຕໍາແໜ່ງແທນ ກໍ​ຄື​ປະທານາທິບໍດີ​ຄົນ​ເກົ່າ​ນັ້ນ ຢູ່ທີ່ທໍານຽບຂາວໃນຕອນເຊົ້າຂອງ
ວັນສາບານຕົວ. ແລະທັງສອງກໍໄປຍັງ ຕຶກລັດຖະສະພາພ້ອມກັນ ເພື່ອເຂົ້າຮ່ວມພິທີສາ
ບານຕົວ.

ລໍຖ້າພວກທ່ານທັງສອງຢູ່​ທີ່​ນັ້ນ ກໍຈະມີສະມາຊິກສະພາຄອງແກຣສ ຄະນະຜູ້ພິພາກສາ
ສານສູງສຸດ ບັນດາເຈົ້າໜ້າທີ່ຈາກ​ລັດຖະບານ​ທີ່​ກໍາລັງ​ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ ຊຶ່ງຫຼາຍໆ
ທ່ານ​ໃນ​ນັ້ນຈະສືບ​ຕໍ່ຮັບໃຊ້ພາຍໃຕ້ປະທານາທິບໍດີຄົນໃໝ່. ນີ້ກໍເປັນຮູບການນຶ່ງທີ່ສະແດງ
ໃຫ້ເຫັນເຖິງການສະໜັບສະໜຸນ ສໍາລັບຫ້ອງການປະທານາທິບໍດີ ແລະສະທ້ອນໃຫ້ເຫັນ
ເຖິງການສືບຕໍ່ອໍານາດ.

ປະທານາທິບໍດີຄົນໃໝ່ຈະກ່າວຄໍາສາບານໃນຕອນທ່ຽງ ​ໃນ​ພິທີທີ່​ນໍາພາ​ ໂດຍຫົວໜ້າສານ
ສູງສຸດ​. ການມີໜ້າຂອງຫົວໜ້າສານສູງສຸດຖືເປັນສັນຍາລັກໃນຕົວມັນເອງ ອິງ​ຕາມສາສະ
ດາຈານ Ben Ginsberg ຈາກມະຫາວິທະຍາໄລ Johns Hopkins University.

ທ່ານ Ginsberg ເວົ້າວ່າ: ຄວາມ​ຈິງ​ແລ້ວ ມັນ​ເປັນ​ການບອກວ່າ ການ​ທີ່ ບຸກຄົນຜູ້ໃໝ່ນີ້ ໄດ້ຂຶ້ນ​ມາຄອງອໍານາດ ​ແມ່ນຖືກຕ້ອງສອດຄ່ອງກັບລັດຖະ ທໍາມະນູນຂອງສະຫະລັດ ກໍຄືກົດໝາຍຂອງສະຫະລັດ ຄືຄວາມສະຫຼາດ
ອບຄອບ ແລະຄວາມຫວັງຕ່າງໆຂອງບັນດາ​ຜູ້​ທີ່​ຮ່າງລັດຖະທໍາມະນູນ
ຂອງ​ພວກ​ເຮົາ​ນັ້ນ ທຸກ​ປະການ.”

ໃນຖານະເປັນປະມຸກປະເທດ ປະທານາທິບໍດີຄົນໃໝ່ ໄດ້ຮັບກຽດຕິຍົດ ດ້ວຍການຍິງປືນ ສະດຸດີ 21 ນັດ.

ເບິ່ງວີດິໂອລາຍງານກ່ຽວກັບການຫ້າງຫາສໍາລັບຮັກສາຄວາມປອດໄພ
ໃນພິທີສາບານໂຕ ທີ່ໃຊ້ເວລາເຖິງນຶ່ງປີ:


Inauguration Security -- A Year In The Planning
please wait

No media source currently available

0:00 0:01:55 0:00
ລິງໂດຍກົງ



ແລະຕໍ່ຈາກນັ້ນ ປະທານາທິບໍດີຄົນໃໝ່ ກໍກ່າວຄໍາປາ​ໄສທາງການເທື່ອທໍາອິດຕໍ່ມະຫາຊົນ ​ເອີ້ນ​ວ່າ ຄໍາປາ​ໄສ​ໃນ​ພິທີສາບານຕົວ. ນີ້​ຄື​ຄໍາ​ປາ​ໄສ​ຕອນ​ນຶ່ງ​ຂອງ​ທ່ານ​ໂອ​ບາ​ມາ ​ເມື່ອ​ສີ່​ປີ​ກ່ອນ.

“ມື້ນີ້ ຂ້າພະເຈົ້າຂໍເວົ້າຕໍ່ພວກທ່ານວ່າ ສິ່ງທ້າທາຍຕ່າງໆທີ່ພວກເຮົາ
ປະເຊີນນັ້ນ ເປັນເລຶ່ອງຈິງ ເລຶ່ອງທີ່ໜັກໜ່ວ ແລະກໍມີນານປະການ.”

ທ່ານ ຣອມ ເວົ້າວ່າ: “ສາຍຕາຂອງຄົນທັງໂລກຈະຈັບເບິ່ງທີ່ທ່ານ ແລະ ສາຍຕາຂອງປະເທດຂອງພວກເຮົາຈະເບິ່ງທ່ານ ​ເບິ່ງ​ວ່າທ່ານຈະ​ຕີຄວາມ ໝາຍຂອງວິ​ໄສທັດຂອງ ຕໍາແໜ່ງປະທານາທິບໍດີຂອງທ່ານ ຢ່າງໃດ?

ຫຼັງຈາກຈົບພິທີສາບານຕົວແລ້ວ ປະທານາທິບໍດີຈະຮ່ວມ ​ຮັບ​ປະທານ​ອາຫານ​ທ່ຽງ​ກັບ​ພວກ​ຜູ້​ແທນ​ຢູ່​ສະພາ ຫລັງ​ຈາກ​ນັ້ນ​ກໍຈະໄປຍັງທໍານຽບຂາວ ຊຶ່ງ​ຖ້າ​ອາກາດ​ດີ ທ່ານ​ກໍ​ຈະ​ຍ່າງ​ໄປ. ແລະຢູ່​ຜາມ​ໄຊ​ຕໍ່ໜ້າ​ທໍານຽບຂາວ​ນັ້ນ ທ່ານ​ຈະຊົມພິທີສວນສະໜາມອັນ​ຄຶກຄຶ້ນ​ໃຫຍ່​ໂຕ. ກຸ່ມຕ່າງໆ ນັກຮຽນ​ແລະ​ອື່ນໆຈາກທົ່ວສະຫະລັດ ຈະພາກັນມາຍັງວໍຊິງຕັນ ເພື່ອ
ປະກອບສ່ວນ​ໃນ​ການ​ສວນສະໜາມ ທີ່ສະທ້ອນໃຫ້ເຫັນສັນຍາລັກຂອງການຮັບຮອງ​ເອົາ
ຜູ້ບໍລິຫານປະເທດຊາດ ຄົນໃໝ່.

ງານລ້ຽງ​ສະຫລອງ​ການ​ເຂົ້າ​ຮັບ​ຕໍາ​ແໜ່​ງປະທານາທິບໍດີ ດໍາເນີນສືບຕໍ່ໄປ ຢູ່ຫລາຍໆ​ແຫ່ງ ຈົນເຖິງຍາມຄໍ່າຄືນຮອດ​ເດິກ ​ແລະປະທານາທິບໍດີຄົນໃໝ່ ພ້ອມ​ພັນ​ລະ​ຍາ​ກໍ​ພາກັນ​ໄປ
ຮ່ວມມ່ວນ​ຊື່ນໃນຫຼາຍໆງານ ເພື່ອສະເຫຼີມສະຫຼອງການເຂົ້າຄອງທໍານຽບຂາວຂອງທ່ານ.

ການເປັນປະທານາທິບໍດີສະຫະລັດນັ້ນ ເວົ້າກັນວ່າ ເປັນວຽກງານທີ່ໜັກໜ່ວງທີ່ສຸດຂອງ
ໂລກ ແຕ່ສິ່ງທ້າທາຍຕ່າງໆຢູ່ຕໍ່ໜ້ານັ້ນ ແມ່ນ​ເລີ່​ມຂຶ້ນ​ໃນ​ມື້​ນີ້ ຫ້ອມລ້ອມດ້ວຍຄໍາໝັ້ນສັນຍາ ແລະຄວາມຫວັງ.

ເບິ່ງວີດິໂອພາສາອັງກິດ:
XS
SM
MD
LG