ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສ​ປ​ກ່າວວ່າ ການ​ຖອ​ນ​ພວກ ຮູ​ຕີ ອອກ​ຈາກ​ທ່າ​ເຮືອ ເຢ​ເມນ ແມ່ນເປັນ​ໄປ​ຕາມ​ແຜນ


ກອງ​ກຳ​ລັງ ຮູ​ຕີ ບາງ​ຄົນ ກຳ​ລັງ​ຖອນ​ຕົວ​ອອກ​ຈາກ​ທ່າ​ເຮືອ ຊາ​ລີ​ຟ, ແຂວງ ໂຮ​ເດ​ດາ, ປະ​ເທດ ເຢ​ເມນ. 11 ພຶດ​ສະ​ພາ, 2019.
ກອງ​ກຳ​ລັງ ຮູ​ຕີ ບາງ​ຄົນ ກຳ​ລັງ​ຖອນ​ຕົວ​ອອກ​ຈາກ​ທ່າ​ເຮືອ ຊາ​ລີ​ຟ, ແຂວງ ໂຮ​ເດ​ດາ, ປະ​ເທດ ເຢ​ເມນ. 11 ພຶດ​ສະ​ພາ, 2019.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ການ​ຍົກ​ຍ້າຍກອງ​ກຳ​ລັງ
ຮູຕີ ອອກຈາກທ່າເຮືອທີ່ສຳຄັນໃນປະເທດ ເຢເມນ “ແມ່ນໄດ້ດຳເນີນໄປຕາມແຜນ.”

ທ່ານ ໄມ​ເກິ​ລ ລອ​ລສ​ກາດ, ປະ​ທານ​ຄະ​ນະ​ກຳ​ມະ​ການ ​ປະ​ສານ​ງານ​ການ​ຍົກ​ຍ້າຍ​ກຳ
ລັງຄົນຂອງ ອົງການ ສະຫະປະຊາຊາດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ທ່າ
ເຮືອທັງສາມແຫ່ງໄດ້ຖືກຕິດຕາມພ້ອມກັນ ໂດຍກຸ່ມຂອງອົງການສະຫະປະຊາຊາດ
ໃນຂະນະທີ່ກຳລັງທະຫານໄດ້ເດີນທາງອອກຈາກທ່າເຮືອ ແລະ ເຈົ້າໜ້າທີ່ຍາມເຂດ
ຊາຍຝັ່ງ ໄດ້ເຂົ້າມາຮັບຜິດຊອບເລື່ອງຄວາມປອດໄພ.”

ຖະ​ແຫຼງການ​ນັ້ນ​ ໄດ້​ກ່າວ​ຕື່ມ​ວ່າ “ໃນ​ວັນ​ຕໍ່​ມາ, ການ​ດຳ​ເນີນ​ການ​ຕ່າງໆ​ແມ່ນ​ຄາດ​ວ່າ​
ຈະເພັ່ງເລັງໃສ່ການຍົກຍ້າຍເອກະສານທະຫານ ແລະ ເລື່ອງເກັບກູ້ລະເບີດ.”

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄາດ​ວ່າ​ຈະ​ຢືນ​ຢັນ​ຂັ້ນ​ຕອນ​ທຳ​ອິດ​ຂອງ​ການ​ຖອນກອງ​ກຳ
ລັງ ຮູຕີ, ເຊິ່ງຖືວ່າເປັນບາດກ້າວທີ່ສຳຄັນ ທີ່ຈະສິ້ນສຸດສົງຄາມດົນເຖິງສີ່ປີໃນ ເຢເມນ,
ໃນວັນອັງຄານມື້ອື່ນ. ການປະຕິບັດການຍົກຍ້າຍກຳລັງຄົນໄດ້ໄດ້ເລີ່ມຂຶ້ນໃນວັນເສົາ
ທີ່ຜ່ານມາ ຕາມຂໍ້ຕົກລົງທີ່ໄດ້ບັນລຸກັນໃນເດືອນທັນວາປີກາຍນີ້ທີ່ປະເທດ ສວີເດັນ
ລະຫວ່າງ ລັດຖະບານຂອງ ເຢເມນ ກັບ ກຸ່ມກະບົດ ຮູຕີ ທີ່ເປັນພັນທະມິດກັບ ອີຣ່ານ.

ທ່າ​ເຮືອ ໂຮ​ເດ​ດາ ແມ່ນ​ຈຸດ​ເຂົ້າ​ປະ​ເທດ​ສຳ​ລັບ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ແລະ
ການນຳເຂົ້າສູ່ ເຢເມນ 70 ເປີເຊັນ, ບ່ອນທີ່ສົງຄາມກາງເມືອງເປັນເວລາ 4 ປີນັ້ນໄດ້
ສ້າງວິກິດການດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດຂອງໂລກ. ປະຊາຊົນປະມານ
60,000 ຄົນໄດ້ເສຍຊີວິດໃນສົງຄາມທີ່ໄດ້ເຮັດໃຫ້ຊາວ ເຢເມນ ຫຼາຍຄົນເກືອບປະ
ສົບພາວະອຶດຫິວນັ້ນ. ປະຊາຊົນເກືອບ 3 ລ້ານຄົນຂາດທີ່ຢູ່ອາໄສ ແລະ ຈຳນວນເກືອບ
2 ສ່ວນ 3 ນັ້ນ ແມ່ນຕ້ອງການການຊ່ວຍເຫຼືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG