ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກພັກເດໂມແຄຣັດ ໃນສະພາຕໍ່າ ແລະ ທະນາຍຄວາມທ່ານທຣໍາ ມີຄໍາຄິດເຫັນທີ່ ຂັດກັນ ກ່ຽວກັບການໄຕ່ສວນຄະດີຟ້ອງຮ້ອງ


ທ່ານ Jamie Raskin ຈາກລັດແມຣີແລນ, ຜູ້ຈັດການການຟ້ອງຮ້ອງສັງກັດພັກເດໂມແຄຣັດ ຖະແຫລງກ່ຽວກັບຂໍ້ຫາຂອງສະພາຕໍ່າໃນການຟ້ອງຮ້ອງອະດີດປະທານາທິບໍດີ ທຣໍາຢູ່ກອງປະຊຸມຂອງສະພາສູງ ສຫລ ທີ່ສະແດງໃຫ້ເຫັນໃນວີດິໂອ ຖ່າຍຢູ່ຫໍລັດຖະສະພາ ໃນວັນທີ 25 ມັງກອນ, 2021
ທ່ານ Jamie Raskin ຈາກລັດແມຣີແລນ, ຜູ້ຈັດການການຟ້ອງຮ້ອງສັງກັດພັກເດໂມແຄຣັດ ຖະແຫລງກ່ຽວກັບຂໍ້ຫາຂອງສະພາຕໍ່າໃນການຟ້ອງຮ້ອງອະດີດປະທານາທິບໍດີ ທຣໍາຢູ່ກອງປະຊຸມຂອງສະພາສູງ ສຫລ ທີ່ສະແດງໃຫ້ເຫັນໃນວີດິໂອ ຖ່າຍຢູ່ຫໍລັດຖະສະພາ ໃນວັນທີ 25 ມັງກອນ, 2021

ບັນດາຜູ້ຈັດການການຟ້ອງຮ້ອງສັງກັດພັກເດໂມແຄຣັດ ຢູ່ສະພາຕໍ່າ ແລະທະນາຍຄວາມຂອງທ່ານດໍໂນລ ທຣໍາ ໃນວັນອັງຄານວານນີ້ໄດ້ວາງຂໍ້ໂຕ້ແຍ້ງຂອງພວກເພິ່ນອອກມາໃຫ້ຟັງແບບສັ້ນໆ ຢູ່ໃນການຖະແຫລງທີ່ມີຂຶ້ນຕ່າງຫາກ ກ່ອນໜ້າການໄຕ່ສວນຄະດີຂອງອະດີດປະທານາທິບໍດີ ໃນອາທິດໜ້ານີ້ຢູ່ສະພາສູງກ່ຽວກັບຂໍ້ກ່າວຫາໃນການຍຸຍົງໃຫ້ເກີດການຈາລະຈົນທີ່ຮຸນແຮງ ຢູ່ຫໍລັດຖະສະພາສະຫະລັດໃນວັນທີ 6 ມັງກອນຜ່ານມາ.

ພວກໄອຍະການຂອງພັກເດໂມແຄຣັດໃນສະພາຕໍ່າ ໄດ້ຕັ້ງຂໍ້ກ່າວຫາວ່າ ຄຳເວົ້າແລະການກະທຳທີ່ເປັນການຍຸຍົງຂອງທ່ານທຣໍາ ທີ່ຢາກໃຫ້ທໍາການໂຈມຕີນັ້ນ ໄດ້ເຮັດໃຫ້ຜູ້ທີ່ຟັງຄວາມທ່ານພາກັນຍ່າງລົງໄປຫາຫໍລັດຖະສະພາ “ຄືກັບປືນໃຫຍ່ທີ່ບັນຈຸລູກໄວ້ແລ້ວ” ເພື່ອພະຍາຍາມທີ່ຈະກີດກັ້ນການຢັ້ງຢືນໄຊຊະນະໃນການເລືອກຕັ້ງປະທານາທິບໍດີຂອງທ່ານໂຈ ໄບເດັນທີ່ສັງກັດພັກເດໂມແຄຣັດຕໍ່ທ່ານທຣໍາ. ການກໍ່ຄວາມວຸ້ນວາຍໄດ້ເຮັດໃຫ້ 5 ຄົນ ຊຶ່ງໃນນັ້ນມີເຈົ້າໜ້າທີ່ຕຳຫຼວດປະຈໍາຫໍລັດຖະສະພາຜູ້ນຶ່ງ ເສຍຊີວິດ ແລະອີກຫຼາຍສິບຄົນໄດ້ຮັບບາດເຈັບ.

ພວກເຂົາເຈົ້າຂຽນວ່າ "ການປະພຶດຂອງປະທານາທິບໍດີທຣໍາ ຕ້ອງຖືກປະກາດວ່າ ບໍ່ສາມາດຍອມຮັບເອົາໄດ້ ຢູ່ໃນຖ້ອຍຄໍາທີ່ຈະແຈ້ງ ແລະຊັດເຈນທີ່ສຸດ".

ທະນາຍຄວາມຝ່າຍຈໍາເລີຍຂອງທ່ານທຣໍາ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ ແລະໄດ້ຕັ້ງຂໍ້ສົງໄສ ຕໍ່ຄວາມຖືກຕ້ອງຕາມຫລັກລັດຖະທຳມະນູນຂອງການໄຕ່ສວນຄະດີນັ້ນ, ໂດຍເວົ້າວ່າບໍ່ເຄີຍມີຕົວຢ່າງໃດໆມາກ່ອນ ທີ່ດຳເນີນການໄຕ່ສວນຄະດີປະທານາທິບໍດີ ຫລັງຈາກທ່ານອອກຈາກຕຳແໜ່ງໄປແລ້ວຈັກເທື່ອ. ພວກເຂົາເຈົ້າຍັງກ່າວອີກວ່າ ອະດີດປະທານາທິບໍດີຢືນຢັດຢູ່ກັບຂໍ້ກ່າວອ້າງຂອງເພິ່ນວ່າຜົນຂອງການເລືອກຕັ້ງແມ່ນ "ໜ້າສົງໄສ" ແລະບໍ່ວ່າຈະຢູ່ໃນກໍລະນີໃດກໍ່ຕາມ ຄຳເວົ້າຂອງທ່ານກ່ຽວກັບການເລືອກຕັ້ງໄດ້ຖືກປົກປ້ອງຢູ່ພາຍໃຕ້ບົດແກ້ໄຂລັດຖະທຳມະນູນຂໍ້ທີ 1 ຂອງສະຫະລັດ.

ການຍື່ນຂໍ້ມູນດັ່ງກ່າວ ສໍ່ສະແດງໃຫ້ເຫັນລ່ວງໜ້າກ່ຽວກັບຂໍ້ໂຕ້ແຍ້ງທາງກົດໝາຍທີ່ທັງສອງຝ່າຍຈະສະເໜີ ໃນຂະນະທີ່ສະມາຊິກລັດຖະສະພາຈະປະຊຸມກັນໃນວັນອັງຄານໜ້ານີ້ ເພື່ອຕັດສິນວ່າ ຈະມີການຕັດສິນລົງໂທດອະດີດປະທານາທິບໍດີທີ່ມີອາຍຸ 74 ປີ ໃນຂໍ້ຫາທໍາການປຸກລະດົມໃຫ້ກໍ່ຄວາມຮຸນແຮງ ຢູ່ທີ່ຫໍລັດຖະສະພາຫລືບໍ່ ແລະຫ້າມບໍ່ໃຫ້ເພິ່ນກັບຄືນໄປດໍາລົງຕໍາແໜ່ງໄດ້ອີກ ຫຼືບໍ່. ການໄຕ່ສວນຄະດີດັ່ງກ່າວຄາດວ່າຈະແກ່ຍາວໄປປະມານ 1 ອາທິດ.

ທ່ານທຣໍາ ເປັນປະທານາທິບໍດີສະຫະລັດຄົນດຽວເທົ່ານັ້ນ ທີ່ຖືກຟ້ອງຮ້ອງສອງຄັ້ງ. ໃນເດືອນທັນວາປີ 2019, ທ່ານໄດ້ຖືກຟ້ອງຮ້ອງໂດຍສະພາຕໍ່າ ໃນການພົວພັນກັບການກົດດັນຂອງທ່ານຕໍ່ປະທານາທິບໍດີຢູເຄຣນ ເພື່ອຊອກຄົ້ນຫາສິ່ງບໍ່ດີມາໃສ່ທ່ານໄບເດັນ, ຄູ່ແຂ່ງທາງການເມືອງຂອງທ່ານ, ແຕ່ຕໍ່ມາສະພາສູງທີ່ຄວບຄຸມໂດຍພັກຣີພັບບລິກັນ ໄດ້ເຮັດໃຫ້ທ່ານພົ້ນໂທດໄປ.

ທ່ານທຣໍາຖືກຟ້ອງຮ້ອງເປັນເທື່ອທີສອງໃນວັນທີ 13 ມັງກອນຜ່ານມາ, ຊຶ່ງເປັນເວລານຶ່ງອາທິດກ່ອນທີ່ທ່ານໄບເດັນ ຈະສາບານຕົວເຂົ້າຮັບຕຳແໜ່ງເປັນປະທາ ນາທິບໍດີຄົນທີ 46 ຂອງສະຫະລັດ. ມີຂໍ້ຫາກະທົງດຽວ ໃນການຟ້ອງຮ້ອງທີ່ໄດ້ຖືກຮັບຮອງເອົາ ໂດຍສະພາຕໍ່າ ນັ້ນກໍຄື "ການຍຸຍົງໃຫ້ເກີດການຈາລະຈົນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG