ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກ ສະພາຕ່ຳ ພັກເດໂມແຄຣັດ ວາງແຜນ ຈະສືບສວນ ການແຊກແຊງ ຂອງ ຣັດເຊຍ ຕໍ່ໄປ


US GOP Russia Probe
please wait
Embed

No media source currently available

0:00 0:00:59 0:00

ບັນດາສະມາຊິກສະພາ ສັງກັດພັກເດໂມແຄຣັດ ທີ່ຢູ່ໃນ ຄະນະກຳມະການສືບລັບ ຂອງ
ສະພາຕ່ຳ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ພວກເພິ່ນ ຈະພະຍາຍາມສືບຕໍ່
ທຳການສືບສວນ ເບິ່ງການພົວພັນເຂົ້າໃນການເລືອກຕັ້ງ ປີ 2016 ຂອງຣັດເຊຍ ຫຼັງຈາກ
ທີ່ ບັນດາສະມາຊິກຂອງຄະນະກຳມະການ ຈາກພັກພັບບລີກັນ ທີ່ມີສຽງສ່ວນຫຼາຍ ໄດ້
ກ່າວວ່າ ການສືບສວນຂອງຄະນະນີ້ ໄດ້ເສັດສິ້ນລົງແລ້ວ.

ສ່ວນທ່ານ ແອດຳ ຊີຟ (Adam Schiff) ສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ
ທີ່ຢູ່ໃນຄະນະກຳມະການດັ່ງກ່າວ ໄດ້ເປີດເຜີຍ ລາຍງານ 22 ໜ້າ ທີ່ໃຫ້ລາຍລະອຽດ
ໃນແຕ່ລະແຖວຂອງການສືບສວນສອບສວນ ເຊິ່ງບັນດາສະມາຊິກພັກເດໂມແຄຣັດ ເຊື່ອ
ວ່າ ຍັງຄວນຕ້ອງຕິດຕາມຕໍ່ໄປພ້ອມໆກັນກັບລາຍຊື່ຂອງບັນດາເຈົ້າໜ້າທີ່ທຳນຽບຂາວ
ບັນດາເຈົ້າໜ້າທີ່ ຄະນະໂຄສະນາຫາສຽງ ແລະບັນດາສະມາຊິກ ຂອງປະຊາຄົມສືບລັບ
ຜູ້ທີ່ຄວນຈະຖືກສຳພາດນັ້ນ.

ທ່ານ ຊີຟ ໄດ້ກ່າວວ່າ ຮ່າງບົດລາຍງານຂອງພັກຣີພັບບລີກັນ ກ່ຽວກັບການສືບສວນ
ຂອງ ຄະນະກຳມະການ ໄລຍະນຶ່ງປີ ນັ້ນ “ເປັນລັກສະນະທີ່ເຮັດໃຫ້ເຂົ້າໃຈຜິດ ໃນ
ເຫດການຕ່າງໆ ແລະ ວາດພາບແບບເລົ່າເລື່ອງ ທີ່ບໍ່ສາມາດຂຽນໄດ້ດີກວ່ານັ້ນ
ຖ້າມັນຖືກຂຽນອອກມາ ດ້ວຍທຳນຽບຂາວເອງ.”

ສະມາຊິກສະພາຕ່ຳ ທ່ານ ໄມ ຄອນນາເວ ທີ່ສັງກັດພັກຣີພັບບລີກັນ ຈາກລັດ ເທັກຊັສ
ຜູ້ນຳພາການສືບສວນ ໄດ້ກ່າວໃນວັນຈັນທີ່ຜ່ານມານີ້ ດ້ວຍການບັນລະຍາຍເຖິງບົດ
ລາຍງານ ວ່າ ຄະນະກຳມະການນີ້ “ບໍ່ໄດ້ພົບເຫັນຫລັກຖານຂອງການສົມຮູ້ຮ່ວມຄິດ”
ລະຫວ່າງ ຣັດເຊຍ ແລະຄະນະໂຄສະນາຫາສຽງຂອງປະທານາທິບໍດີ ດໍໂນລ ທຣຳ.

ທ່ານ ຄອນນາເວ ໄດ້ກ່າວຕໍ່ໄປວ່າ “ພວກເຮົາໄດ້ພົບເຫັນ ບາງທີ ອາດເປັນການຕັດ
ສິນໃຈທີ່ບໍ່ຄ່ອຍດີ ການພົບປະທີ່ເຫັນວ່າບໍ່ເໝາະສົມ ການຕັດສິນໃຈຮັບເອົາການ
ພົບປະກັນ ທີ່ບໍ່ເໝາະສົມ”
ແຕ່ອັນນັ້ນ ເປັນພຽງການແຕ່ງເລື່ອງ ຂອງພວກຜູ້ຂຽນ
ເທົ່ານັ້ນ ທີ່ອາດຈະຫັນປ່ຽນ ພວກທີ່ຕິດຕໍ່ນຳເຫຼົ່ານັ້ນ ໃຫ້ກາຍເປັນ “ເລື່ອງສາຍລັບ
ທີ່ຕື່ນເຕັ້ນ.”

ບົດລາຍງານເມື່ອເດືອນມັງກອນ ປີ 2017 ໂດຍ ປະຊາຄົມສືບລັບ ສະຫະລັດ ໄດ້ປະເມີນ
ຜົນວ່າ ປະທານາທິບໍດີ ວລາດີເມຍ ປູຕິນ ຂອງຣັດເຊຍ ໄດ້ສັ່ງໃຫ້ລະດົມການໂຄສະນາ
ທີ່ມີອິດທິພົນ ເພື່ອແນໃສ່ການເລືອກຕັ້ງ ສະຫະລັດ ແລະ ທີ່ວ່າ ທ່ານ ແລະລັດຖະບານ ຂອງທ່ານ “ປາດຖະໜາຈະຊ່ອຍ” ໃຫ້ທ່ານທຣຳ ມີໂອກາດເອົາຊະນະຄູ່ແຂ່ງ ຈາກພັກ
ເດໂມແຄຣັດ ທ່ານນາງ ຮີລລາຣີ ຄລິນຕັນ. ຮ່າງບົດລາຍງານຂອງພັກຣີພັບບລີກັນ ກ່າວ
ວ່າ ຕົນກໍເຫັນດີນຳການປະເມີນຜົນດັ່ງກ່າວ ໂດຍກ່າວວ່າ “ຍົກເວັ້ນແຕ່ວ່າ ການສົມມຸດ
ວ່າ ທ່ານ ປູຕິນ ມັກ ທ່ານ ທຣຳ ຜູ້ສະໝັກແຂ່ງຂັນ ຫຼາຍກວ່າ.”

ທ່ານ ຄອນນາເວ ປາກົດວ່າ ໄດ້ປ່ຽນການສະຫລຸບຜົນ ໃນການໃຫ້ຄຳເຫັນ ເມື່ອວັນ
ອັງຄານວານນີ້ ໂດຍກ່າວວ່າ ມັນເປັນທີ່ຈະແຈ້ງແລ້ວວ່າ ຣັດເຊຍ ມີເຈດຕະນາ ຈະເຮັດ
ໃຫ້ທ່ານນາງ ຄລິນຕັນ ເສຍປຽບ ແຕ່ວ່າ ອັນນັ້ນ ໝາຍຄວາມວ່າ ເປັນການຊ່ອຍທ່ານ
ທຣຳ ຫຼືບໍ່ນັ້ນ ກໍຂຶ້ນຢູ່ກັບການຕີຄວາມໝາຍ.

Democrats on the U.S. House Intelligence Committee said Tuesday they will try to continue investigating Russian involvement in the 2016 U.S. election after the committee's Republican majority said the panel's probe was finished.

Representative Adam Schiff, the ranking Democrat, released a 22-page report detailing lines of investigation the Democrats believe should still be pursued along with a list of White House officials, campaign officials and members of the intelligence community who should still be interviewed.

Schiff said the Republican draft report of the committee's year-long investigation "misleadingly characterizes events, and paints a portrait that tells a story that could not have been better written if it was written in the White House itself."

Representative Mike Conaway, the Texas Republican leading the probe, said Monday in describing the report that the committee "found no evidence of collusion" between Russia and President Donald Trump's campaign.

"We found perhaps some bad judgment, inappropriate meetings, inappropriate judgment in taking meetings," Conaway said, but that only fiction writers could turn those contacts into a "spy thriller."

A January 2017 report by the U.S. intelligence community assessed that Russian President Vladimir Putin ordered an influence campaign aimed at the U.S. election and that he and his government "aspired to help" Trump's chances of defeating Democratic challenger Hillary Clinton.The Republican draft report says it agrees with the assessments, "except with respect to Putin's supposes preference for candidate Trump."

Conaway appeared to walk back his conclusion in comments Tuesday, saying it was clear Russia intended to hurt Clinton, but that whether that meant helping Trump was open to interpretation.

XS
SM
MD
LG