ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກເດໂມແຄຣັດ ໃນສະພາຕໍ່າ ຮັບຜ່ານຮ່າງກົດໝາຍໂຄວິດ, ການເຈລະຈາ ກ່ຽວກັບ ການຊ່ວຍເຫຼືອ ຫຼ້າຊ້າ


ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ຈາກລັດຄາລິຟໍເນຍ, ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ. 1 ຕຸລາ, 2020.
ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ຈາກລັດຄາລິຟໍເນຍ, ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ. 1 ຕຸລາ, 2020.

ພັກເດໂມແຄຣັດ ທີ່ຄວບຄຸມສະພາຕໍ່າ ໄດ້ຮັບຜ່ານກົດໝາຍການຊ່ວຍເຫຼືອ COVID-19 ມູນຄ່າ ສອງພັນສອງຮ້ອຍຕືໂດລາ ຢ່າງຫວຸດຫວິດໃນຄືນວັນພະຫັດວານນີ້, ອັນເປັນການເຄື່ອນໄຫວໃນຂະນະທີ່ການເຈລະຈາກລະດັບສູງ ກ່ຽວກັບ ມາດຕະການນ້ອຍໆທີ່ອາດມາຈາກສອງພັກການເມືອງ ເຊິ່ງໄດ້ແກ່ຍາວຈົນບໍ່ມີວັນສິ້ນສຸດທີ່ແນ່ນອນ. ຄວາມໝົດສັດທາແມ່ນກຳລັງປົກຄຸມຫໍລັດຖະ ສະພາ ແຄັບປິຕອລ ໃນເວລານີ້.

ຮ່າງກົດໝາຍຂອງພັກເດໂມແຄຣັດໄດ້ຖືກຮັບຜ່ານ ຫຼັງຈາກການອະພິປາຍດ້ວຍຄະແນນສຽງ 214 ຕໍ່ 207 ໂດຍບໍ່ໄດ້ການສະໜັບສະໜູນຈາກພັກຣີພັບບລີກັນ ຈັກຄະແນນເລີຍ. ການເຄື່ອນ ໄຫວດັ່ງກ່າວໄດ້ເຮັດໃຫ້ບັນດາສະມາຊິກສະພາຍັງອີກໄກທີ່ຈະບັນລຸການຊ່ວຍເຫຼືອເຊັ່ນການຈ່າຍ ເງິນຄົນຫວ່າງງານທີ່ຫຼາຍກວ່າເກົ່າໃນແຕ່ລະອາທິດ, ຂະຫຍາຍການຊ່ວຍເຫຼືອສຳລັບທຸລະກິດຂະ ໜາດນ້ອຍ ແລະ ໂດຍສະເພາະສຳລັບພາກເສດຖະກິດທີ່ມີບັນຫາເຊັ່ນຮ້ານອາຫານ ແລະ ສາຍການບິນ, ແລະ ການຈ່າຍເງິນ 1,200 ໂດລາ ອີກຮອບນຶ່ງໃຫ້ປະຊາຊົນ ອາເມຣິກັນ ສ່ວນຫຼາຍ.

ການຮັບຜ່ານໃນແຜນການມູນຄ່າ ສອງພັນສອງຮ້ອຍຕື້ໂດລາ ໄດ້ມີຂຶ້ນຫຼັງຈາກການເຈລະຈາໃນອາທິດນີ້ລະຫວ່າງ ລັດຖະມົນຕີກະຊວງການເງິນທ່ານ ສຕີເວັນ ມະນູຊິນ ແລະ ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ, ສັງກັດພັກເດໂມແຄຣັດຈາກລັດ ຄາລິຟໍເນຍ. ລັດຖະບານທ່ານ ທຣຳ ໄດ້ທຳການຜ່ອນຜັນໃຫ້ໃນວັນພຸດທີ່ຜ່ານມາ, ລວມມີເງິນຊ່ວຍເຫຼືອຄົນຫວ່າງງານຍ້ອນໂຣກລະ ບາດ 400 ໂດລາຕໍ່ອາທິດ ແລະ ເປັນການຊ່ວຍເຫຼືອທີ່ສູງໂດຍລວມເຖິງ ນຶ່ງພັນຫົກຮ້ອຍຕື້ໂດລາ, ແຕ່ມັນກໍບໍ່ສາມາດເຮັດໃຫ້ທ່ານນາງ ເພໂລຊີ ພໍໃຈໄດ້.

ທ່ານນາງ ເພໂລຊີ ໄດ້ກ່າວໃນການສຳພາດທີ່ອອກອາກາດທາງໂທລະພາບໃນວັນພະຫັດວານນີ້ວ່າ “ນີ້ບໍ່ແມ່ນເຂົ້າຈີ່ເຄິ່ງກ້ອນ, ມັນແມ່ນສົ້ນຂອງເຂົ້າຈີ່ເທົ່ານັ້ນ.” ທ່ານນາງເພໂລຊີ ໄດ້ກ່າວຫຼັງຈາກທຳນຽບຂາວ ໄດ້ໂຈມຕີທ່ານນາງວ່າ “ບໍ່ຈິງຈັງ.”

ການເຈລະຈາຂະຫຍາຍການຊ່ວຍເຫຼືອໄດ້ມີຂຶ້ນ ໃນຂະນະທີ່ມີຂ່າວ ກ່ຽວກັບ ຄວາມທ້າທາຍທາງເສດຖະກິດ ສືບຕໍ່ທີ່ຈະປະເຊີນກັບບັນດາຜູ້ກຳນົດນະໂຍບາຍ. ສາຍການບິນຕ່າງໆແມ່ນກຳລັງປົດພະນັກງານອອກຈາກວຽກປະມານ 30,000 ຄົນ ພ້ອມກັບການຊ່ວຍເຫຼືອທີ່ຖືກຮັບຜ່ານໃນຕົ້ນປີນີ້ໄດ້ໝົດອາຍຸ, ແລະ ລາຍງານໃນວັນພະຫັດວານນີ້ ໄດ້ສະແດງໃຫ້ເຫັນວ່າ ມີປະຊາຊົນ 837,000 ຄົນໄດ້ຂໍເງິນຊ່ວຍເຫຼືອການຫວ່າງງານເປັນຄັ້ງທຳອິດໃນອາທິດແລ້ວນີ້. ຜົນປະໂຫຍດສ່ວນຫຼາຍຂອງການຊ່ວຍເຫຼືອ COVID ຮອບກະທັນຫັນອາດຂະຫຍາຍອອກ ພາຍໃຕ້ລັດຖະບານຕໍ່ໄປ, ແລະ ຄວາມລົ້ມແຫຼວໃນເວລານີ້ ອາດໝາຍເຖິງການຊ່ວຍເຫຼືອຢ່າງຫຼວງຫຼາຍສຳລັບຄອບຄົວ ທີ່ກຳລັງດີ້ນຮົນ ແລະ ທຸລະກິດຕ່າງໆ ແກ່ຍາວໄປຈົນຮອດເດືອນກຸມພາ.

ການລົງຄະແນນສຽງໄດ້ຖືກໂຄສະນາວ່າ ເປັນວິທີທີ່ສະແດງໃຫ້ເຫັນພັກເດໂມແຄຣັດໄດ້ເຮັດບຸນກຸສົນ ກ່ຽວກັບ ການຊ່ວຍເຫຼືອໄວຣັສໂຄໂຣນາ, ແຕ່ສະມາຊິກພັກເດໂມແຄຣັດ 18 ຄົນໄດ້ໂຕນໜີຈາກພັກ ແລະ ຄວາມຄິດເຫັນແມ່ນຍັງຄົງມີຢູ່ໃນບັນດາສະມາຊິກພັກເດໂມແຄຣັດຫົວປານກາງກວ່າ ເພື່ອທຳການຜ່ອນຜັນຫຼາຍຂຶ້ນ ແລະ ຮັບປະກັນການຕົກລົງກ່ອນວັນເລືອກຕັ້ງ. ພັກຣີພັບບລີກັນ ທີ່ຄວບຄຸມສະພາສູງແມ່ນຍັງບໍ່ສາມາດຕົກລົງກັນໄດ້ຄືເກົ່າ.

Democrats controlling the House narrowly passed a $2.2 trillion COVID-19 relief bill Thursday night, a move that came as top-level talks on a smaller, potentially bipartisan measure dragged on toward an uncertain finish. An air of pessimism has largely taken over the Capitol.

The Democratic bill passed after a partisan debate by a 214-207 vote without any Republicans in support. The move puts lawmakers no closer to delivering aid such as more generous weekly unemployment payments, extended help for small businesses and especially troubled economic sectors such as restaurants and airlines, and another round of $1,200 direct payments to most Americans.

Passage of the $2.2 trillion plan came after a burst of negotiations this week between Treasury Secretary Steven Mnuchin and House Speaker Nancy Pelosi, D-Calif. The Trump administration delivered concessions Wednesday, including a $400 per week pandemic jobless benefit and a markedly higher overall price tag of $1.6 trillion, but that failed to win over Pelosi.

"This isn't half a loaf, this is the heel of the loaf," Pelosi said in a televised interview Thursday. Pelosi spoke after the White House attacked her as "not being serious."

The ramped-up negotiations come as challenging economic news continues to confront policymakers. The airlines are furloughing about 30,000 workers with the expiration of aid passed earlier this year, and a report Thursday showed 837,000 people claiming jobless benefits for the first time last week. Most of the economic benefits of an immediate round of COVID relief could accrue under the next administration, and failure now could mean no significant help for struggling families and businesses until February.

The vote was advertised as a way to demonstrate Democrats were making a good faith offer on coronavirus relief, but 18 Democrats abandoned the party and sentiment remains among more moderate Democrats to make more concessions and guarantee an agreement before Election Day. Republicans controlling the Senate remained divided.

XS
SM
MD
LG