ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກັກຕົວກວດໂຣກ ຢູ່ໂຮງແຮມໃນ ອອສເຕຣເລຍ ກຳລັງຖືກກວດສອບ ໃນຂະນະທີ່ເຂົາເຈົ້າ ເລັ່ງລັດເພື່ອຄວບຄຸມ ການລະບາດຂອງ COVID-19


ຕຳຫຼວດ ອອສເຕຣເລຍ ລົມກັບຜູ້ຊາຍຄົນນຶ່ງ ໃນວັນທຳອິດທີ່ການກັກບໍລິເວນ 5 ວັນໄດ້ຖືກປະຕິບັດ ໃນນະຄອນ ແມລເບິນ, ລັດ ວິກຕໍເຣຍ. 13 ກຸມພາ, 2021.
ຕຳຫຼວດ ອອສເຕຣເລຍ ລົມກັບຜູ້ຊາຍຄົນນຶ່ງ ໃນວັນທຳອິດທີ່ການກັກບໍລິເວນ 5 ວັນໄດ້ຖືກປະຕິບັດ ໃນນະຄອນ ແມລເບິນ, ລັດ ວິກຕໍເຣຍ. 13 ກຸມພາ, 2021.

ໃນຂະນະທີ່ລັດ ວິກຕໍເຣຍ ຂອງປະເທດ ອອສເຕຣເລຍ ໄດ້ກ້າວເຂົ້າສູ່ວັນທີສາມຂອງການກັກບໍລິ ເວນ COVID-19 ຢ່າງກະທັນຫັນນັ້ນ, ສະມາຄົມການແພດແຫ່ງຊາດໄດ້ຮຽກຮ້ອງໃຫ້ທຳການປ່ຽນແປງການຄວບຄຸມການຕິດໂຣກ ໃນການກັກຕົວກວດໂຣກຢູ່ໂຮງໝໍຢ່າງຮີບດ່ວນ. ບັນດານັກທ່ອງທ່ຽວຊາວ ອອສເຕຣເລຍ ທີ່ເດີນທາງກັບບ້ານຈາກຕ່າງປະເທດຕ້ອງໄດ້ຖືກແຍກປ່ຽວເປັນເວ ລາຢ່າງໜ້ອຍ 14 ວັນນັບຈາກມື້ທີ່ເດີນທາງຮອດ, ແຕ່ບັນດາແພດໝໍເປັນຫ່ວງວ່າການຕິດຕໍ່ໄວຣັສດັ່ງກ່າວທາງອາກາດແມ່ນບໍ່ໄດ້ຖືກເອົາໃຈໃສ່ຢ່າງຈິງຈັງພໍ. ນັກຂ່າວວີໂອເອ ຟິລ ເມີເຊີ (Phil Mercer) ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຄວາມປອດໄພທາງຊີວະພາບແມ່ນຄວາມເປັນຫ່ວງທີ່ກຳລັງມີເພີ່ມຂຶ້ນສຳລັບລະບົບການກັກບໍລິ ເວນກວດໂຣກຢູ່ໂຮງແຮມຂອງ ອອສເຕຣເລຍ ຫຼັງຈາກໄວຣັສ COVID-19 ກາຍພັນທີ່ຕິດແປດໄດ້ເປັນຢ່າງສູງໄດ້ຖືກກວດພົບໃນບັນດານັກທ່ອງທ່ຽວທີ່ເດີນທາງກັບບ້ານ.

ການກັກບໍລິເວນ 5 ວັນທີ່ໄດ້ວາງອອກໃນລັດ ວິກຕໍເຣຍ ເມື່ອວັນສຸກທີ່ຜ່ານມາແມ່ນການຕອບໂຕ້ ຕໍ່ການການຕິດເຊື້ອກຸ່ມນຶ່ງຢູ່ໂຮງແຮມທີ່ສະໜາມບິນ ແມລເບິນ. ການຕິດແປດໂຣກໄດ້ຖືກສົ່ງຕໍ່ ຈາກຜູ້ໂດຍສານຄົນນຶ່ງຫາພະນັກງານ, ເຮັດໃຫ້ໄວຣັສດັ່ງກ່າວແຜ່ລາມເຂົ້າສູ່ຊຸມຊົນ. ການກັກບໍລິ ເວນໄດ້ຖືກສ່ັ່ງໃຫ້ປະຕິບັດເພື່ອໃຫ້ຜູ້ຕິດຕາມການຕິດຕໍ່ມີເວລາທີ່ຈະຕາມຫາຄົນທີ່ຮູ້ວ່າໄດ້ພົວພັນ ກັບຜູ້ທີ່ຖືກກວດເປັນຜົນບວກຕໍ່ໄວຣັສນັ້ນ.

ແນວໃດກໍຕາມ, ບັນດາແພດໝໍເຊື່ອວ່າ ເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນປ້ອງກັນຕົວສຳລັບພະນັກງານໂຮງແຮມຕ້ອງໄດ້ຖືກນຳມາກວດສອບຢ່າງຮີບດ່ວນ.

ທ່ານ ຄຣິສ ມອຍ, ຮອງປະທານລັດຖະບານກາງຂອງສະມາຄົມການແພດ ອອສເຕຣເລຍ ກ່າວວ່າ ການຄວບຄຸມຄວາມປອດໄພທາງຊີວະພາບຕ້ອງໄດ້ມີຄວາມເຄັ່ງຄັດຂຶ້ນ.

ທ່ານ ຄຣິສ ມອຍ ກ່າວວ່າ “ການກັກຕົວກວດໂຣກແມ່ນຖັນແຖວການປ້ອງກັນທຳອິດ ແລະ ສຳຄັນທີ່ສຸດ. ມັນໄດ້ຖືກເຈາະຮູ, ໂດຍະສເພາະດ້ວຍການຕິດເຊື້ອໃໝ່ພວກນີ້. ມັນບໍ່ແມ່ນພຽງການແຜ່ລາມດ້ວຍຢອດນໍ້າພຽງເທົ່ານັ້ນ, ເຊິ່ງແມ່ນນໍ້າຢອດໃຫຍ່, ຄືເຈົ້າຮູ້ເນາະຕອນເຈົ້າໄອອອກມາ. ມັນຂ້ອນຂ້າງຈະຢູ່ກັບທີ່, ສຳລັບການແຜ່ລາມທາງອາກາດນີ້ ເຊິ່ງໂດຍແທ້ຈິງແລ້ວ COVID ສາມາດເປັນຄືກັບໝອກ ແລະ ຢູ່ໃນອາກາດ, ແລະ ສະນັ້ນ ມັນຈະຕິດແປດໄດ້ງ່າຍຂຶ້ນເປັນໄລຍະທີ່ດົນນານ.”

ລັດ ວິກຕໍເຣຍ ແມ່ນກຳລັງກັກບໍລິເວນໄວຣັສໂຄໂຣນາເປັນຄັ້ງທີສາມ ນັບຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ.

ປະຊາຊົນຈຳນວນຫຼາຍກວ່າເກົ່າ ແມ່ນໄດ້ຮັບອະນຸຍາດໃຫ້ເດີນທາງກັບໄປລັດ ນິວ ຊາວ ເວລສ໌, ເຊິ່ງແມ່ນລັດທີ່ມີປະຊາກອນຫຼາຍທີ່ສຸດຂອງ ອອສເຕຣເລຍ, ເລີ່ມວັນຈັນວານນີ້. ແຕ່ລັດຖະບານລັດ ວິກຕໍເຣຍ ໄດ້ແນະນຳວ່າ ຖ້ຽວບິນນຳສົ່ງຄົນກັບບ້ານແມ່ນມີຈຳກັດເປັນຢ່າງສູງ ເພື່ອຫຼຸດຜ່ອນ ການແຜ່ລາມຂອງໄວຣັສທີ່ກາຍພັນໃໝ່. ຜູ້ປົກຄອງລັດດັ່ງກ່າວ ທ່ານ ແດນຽລ ແອນດຣູສ ໄດ້ກ່າວ ວ່າ ອອສເຕຣເລຍ ຕ້ອງໄດ້ທຳການປຶກສາຫາລືທີ່ “ເຢັນຊາ ແລະ ເອົາຈິງເອົາຈັງ” ກ່ຽວກັບ ການຫຼຸດຜ່ອນການເດີນທາງເຂົ້າຈາກຕ່າງປະເທດ.

ຄຳເຫັນຂອງທ່ານໄດ້ກໍ່ໃຫ້ເກີດຄວາມບໍ່ພໍໃຈ ແລະ ທໍ້ແທ້ຕໍ່ຊາວ ອອສເຕຣເລຍ ທີ່ຕິດຄ້າງຢູ່ຕ່າງປະເທດ.

ຄົນຕ່າງປະເທດໄດ້ຖືກຫ້າມເດີນທາງເຂົ້າ ອອສເຕຣເລຍ ໃນເດືອນມີນາທີ່ຜ່ານມາ, ແຕ່ຜູ້ທີ່ມີສັນ ຊາດ ແລະ ຜູ້ທີ່ອາໄສຢູ່ຖາວອນແມ່ນສາມາດເດີນທາງກັບໄດ້. ເຂົາເຈົ້າໄດ້ປະເຊີນກັບການບັງຄັບກັກຕົວກວດໂຣກເມື່ອເດີນທາງຮອດ ແລະ ໂຄຕ້າໃນແຕ່ລະອາທິດແມ່ນໄດ້ຈຳກັດຕົວເລກຂອງນັກເດີນທາງທີ່ໄດ້ຮັບອະນຸຍາດໃຫ້ກັບບ້ານ.

ລັດຖະບານໃນນະຄອນຫຼວງ ແຄນເບີຣາ ກໍໄດ້ປະກາດວ່າເຂົາເຈົ້າຈະຢຸດການເດີນທາງໂດຍປາ ສະຈາກການກັກຕົວກວດໂຣກສຳລັບປະຊາຊົນ ນິວຊີແລນ, ຫຼັງຈາກ COVID-19 ສາມກໍລະນີໄດ້ຖືກບັນທຶກໃນເມືອງ ອອກແລນ, ເຊິ່ງໄດ້ຢູ່ໃນພາວະການກັກບໍລິເວນກະທັນຫັນ 3 ວັນ.

ຢາວັກຊີນ Pfizer ຊຸດທຳອິດຂອງ ອອສເຕຣເລຍ ແມ່ນໄດ້ຖືກສົ່ງໄປຮອດແລ້ວ, ແຕ່ບັນດາເຈົ້າ ໜ້າທີ່ລັດຖະບານກາງໄດ້ຍອມຮັບວ່າ ການແຈກຢາຍຢາຂອງເຂົາເຈົ້າໃນທົ່ວປະເທດທີ່ກວ້າງໃຫຍ່ນັ້ນ ຈະບໍ່ຖືກດຳເນີນໂດຍບໍ່ມີຂໍ້ບົກຜ່ອງ. ໂຄງການສັກຢາຂະໜາດໃຫຍ່ແມ່ນມີກຳນົດຈະເລີ່ມຂຶ້ນໃນທ້າຍເດືອນນີ້.

ອອສເຕຣເລຍ ໄດ້ບັນທຶກໄວຣັສໂຄໂຣນາເກືອບຮອດ 29,000 ກໍລະນີ ນັບຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ. ປະເທດ ນິວຊີແລນ ທີ່ຢູ່ອີກຟາກນຶ່ງຂອງທະເລ ແທສເມເນຍ ນັ້ນ, ໄດ້ບັນທຶກການຕິດໄວຣັສປະມານ 2,200 ກໍລະນີ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG