ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການແຂ່ງຂັນ ເຕະບານໂລກ ເລີ້ມຂຶ້ນ ຂະນະທີ່ ບຣາຊີລ ເປັນທັງ ເຈົ້າພາບ ແລະຕົວເກັງ (ວີ​ດີ​ໂອ/ສະໄລດ໌)


ພວກພໍ່ຄ້າຊາວຂາຍ ສະແດງທຸງຊາດຂອງ Brazil
ພວກພໍ່ຄ້າຊາວຂາຍ ສະແດງທຸງຊາດຂອງ Brazil
Brazil ໄດ້ເປີດການແຂ່ງເຕະບານໂລກ ຫຼື World Cup ໃນວັນ
ພະຫັດມື້ນີ້ ຊຶ່ງປະເຊີນ ກັບການທົດສອບທັງສອງຢ່າງ ຄືໃນຖານະ
ທີ່ເປັນເຈົ້າພາບຈັດການແຂ່ງກິລາ ແລະໃນສະໜາມ ໃນຂະນະທີ່
ທີມຂອງຕົນ ຈະລົງຫຼິ້ນເປີດພິທີການແຂ່ງຂັນ ທີ່ພວກທຳນາຍເວົ້າ
ວ່າ ຈະໄດ້ຮັບໄປຊະນະນັ້ນ.

ລັດຖະບານ ໄດ້ໃຊ້ຈ່າຍເງິນຈຳນວນ 11 ພັນ 500 ລ້ານໂດລ່າ
ເພື່ອກະກຽມການແຂ່ງຂັນ ທີ່ຈະດຳເນີນໄປເປັນເວລານຶ່ງເດືອນ ຊຶ່ງຮວມທັງການສ້າງຕຶກອາຄານແລະປັບປຸງສະໜາມກິລາ
ໃນ 12 ຫົວເມືອງທີ່ເປັນບ່ອນຈັດການແຂ່ງຂັນ ຊຶ່ງມີທີມຕ່າງໆ
ລົງແຂ່ງທັງໝົດ 32 ທີມນັ້ນ.

ພວກປະທ້ວງມີແຜນການທີ່ຈະໂຮມຊຸມນຸມ ໃນວັນພະຫັດມື້ນີ້ ເພື່ອສືບ ຕໍ່ການຕຳນິຕິຕຽນ
ຂອງພວກເຂົາເຈົ້າໃນການໃຊ້ຈ່າຍງົບປະມານທີ່ພວກເຂົາເຈົ້າເອີ້ນວ່າ ມີຄວາມຈຳເປັນ
ໃນດ້ານອື່ນໆຢູ່ໃນ Brazil.

ການເປີດການແຂ່ງຂັນໃນຄັ້ງນີ້ ແມ່ນເລີ້ມດ້ວຍພິທີ ທີ່ນະຄອນ South Pauloກ່ອນທີ່
ທີມ Brazil ຈະລົງແຂ່ງຂັນກັບທີມ Croatia. ປະເທດເຈົ້າພາບ ແມ່ນພະຍາຍາມທີ່ຈະ
ຄວ້າເອົາຕຳແໜ່ງແຊ້ມເຕະບານໂລກ ມາຄອງເປັນປະຫວັດການ ເທື່ອທີ 6 ແລະຈະເປັນ
ການຄອງຕຳແໜ່ງດັ່ງກ່າວເທື່ອທຳອິດ ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ.

ສ່ວນທື່ມອື່ນໆ ທີ່ຄາດວ່າຈະທ້າທາຍ ຍາດເອົາຕຳແໜ່ງແຊ້ມເຕະບານໂລກ ໄປຄອງ
ກໍມີຮວມທັງ Argentina, Spain ທີ່ເປັນຜູ້ຕໍ່ສູ້ຮັກສາຕຳແໜ່ງແຊ້ມ ແລະ ເຢຍຣະມັນ
ຊຶ່ງ ກ່ອນອື່ນໝົດນັ້ນ ຈະຕ້ອງເຂົ້າຮອບ ໃນອັນທີ່ເອີ້ນວ່າ “ກຸ່ມມໍລະນະ ຫຼື Group
of Death”
ເສຍກ່ອນ.

Brazil opens the football World Cup on Thursday facing a test both as a host country and on the field, as its team plays in the opening match of the tournament that oddsmakers expect it to win.

The government spent $11.5 billion to prepare for the month-long event, including building or upgrading stadiums in 12 cities hosting games among the 32-team field. Protesters plan to hold rallies Thursday, continuing their criticism of spending they say is badly needed on other things in Brazil.

The event kicks off with an opening ceremony in Sao Paulo before Brazil takes on Croatia. The host country is trying to win a record sixth World Cup title, and its first since 2002.
Joy of World Cup Evades Sao Paulo Shantytown
please wait

No media source currently available

0:00 0:02:11 0:00

Other teams expected to challenge for the World Cup trophy include Argentina, defending champion Spain, and Germany, which has to first make it through the so-called "Group of Death."

The tournament is played in two stages. The first lasts two weeks with the four teams in each of eight groups playing games against one another. The top two teams in each group then move on to a single-elimination bracket, with a champion being crowned on July 13.

Germany, currently ranked second in the world by World Cup organizer FIFA, is in a group with fourth-ranked Portugal, the United States and Ghana, all of which made it to the round of 16 at the last World Cup in 2010.

Another tough group to watch is the only other to feature more than one top-10 team. It pits seventh-ranked Uruguay against ninth-ranked Italy, 10th-ranked England and number 28 Costa Rica.
XS
SM
MD
LG