ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຫວັງທີ່ອີຣ່ານ ຈະກັບຄືນມາ ປະຕິບັດຂໍ້ຕົກລົງນິວເຄລຍ ປີ 2015 ແມ່ນມືດມົນ


ພວກນັກວິຊາການ ແມ່ນເຫັນໄດ້ຢູ່ທີ່ໂຮງງານກັນທາດຢູເຣນຽມ ໃນເມືອງ ອິສຟາຮານ (Isfahan) ຫ່າງຈາກນະຄອນຫຼວງເຕຫະຣ່ານ ທາງກ້ຳໃຕ້ 450 ກິໂລແມັດ ຂອງອີຣ່ານ, ວັນທີ 3 ກຸມພາ 2007.
ພວກນັກວິຊາການ ແມ່ນເຫັນໄດ້ຢູ່ທີ່ໂຮງງານກັນທາດຢູເຣນຽມ ໃນເມືອງ ອິສຟາຮານ (Isfahan) ຫ່າງຈາກນະຄອນຫຼວງເຕຫະຣ່ານ ທາງກ້ຳໃຕ້ 450 ກິໂລແມັດ ຂອງອີຣ່ານ, ວັນທີ 3 ກຸມພາ 2007.

ໃນຄວາມພະຍາຍາມທີ່ຈະເຮັດໃຫ້ເຕຫະຣ່ານ ກັບຄືນສູ່ເງື່ອນໄຂຂອງຂໍ້ຕົກລົງ ນິວເຄລຍ ແມ່ນບໍ່ສາມາດເຮັດໄດ້ ຈຶ່ງກົດດັນໃຫ້ສະຫະລັດແລະບັນດາພັນທະມິດຂອງຕົນ ພິຈາລະນາທາງເລືອກນອກເໜືອຈາກທາງດ້ານການທູດເພື່ອທີ່ຈະຄວບຄຸມໄພຂົ່ມຂູ່ ອີງຕາມເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ.

ເປັນເວລາຫຼາຍເດືອນ ທີ່ສະຫະລັດ ພ້ອມທັງບັນດາປະເທດມະຫາອຳນາດ ທີ່ສຳຄັນອື່ນໆໄດ້ຫາທາງທີ່ຈະກອບກູ້ຂໍ້ຕົກລົງປີ 2015 ນັ້ນໄວ້ ທີ່ຮູ້ກັນຢ່າງເປັນທາງການຄື ແຜນດຳເນີນການຮ່ວມຮອບດ້ານ ຫຼື JCPOA ໂດຍຜ່ານການເຈລະຈາໂດຍທາງອ້ອມເປັນໄລຍະໆຢູ່ໃນນະຄອນວຽນນາ. ແຕ່ການເຈລະຈາເຫຼົ່ານັ້ນກໍບໍ່ໄປບໍ່ມາ ໂດຍທີ່ບັນດາເຈົ້າໜ້າທີ່ສຳຄັນໃນວໍຊິງຕັນ ບັດນີ້ເຕືອນວ່າ ເວລາກຳລັງຈະໝົດລົງຢ່າງໄວວາ.

“ໃນແຕ່ລະວັນທີ່ຜ່ານໄປ ແລະການປະຕິເສດຂອງອີຣ່ານທີ່ຈະເຂົ້າຮ່ວມພົວພັນດ້ວຍຄວາມຈິງໃຈ ຊຶ່ງເສັ້ນທາງແມ່ນສັ້ນລົງນັບມື້” ນັ້ນແມ່ນຄຳເວົ້າຂອງທ່ານແອນໂຕນີ ບລິງເກັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທີ່ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຮ່ວມກັບຄູ່ຕຳແໜ່ງຂອງທ່ານຈາກອິສຣາແອລ ແລະສະຫະລັດອາຣັບເອເມີເຣັສ ໃນນະຄອນຫຼວງວໍຊິງຕັນ.

ທ່ານກ່າວຕືມວ່າ “ພວກເຮົາສືບຕໍ່ເຊື່ອວ່າ ວິທີທາງການທູດແມ່ນມີປະສິດທິພາບທີ່ສຸດໃນການເຮັດອັນນັ້ນ ແຕ່ມັນຕ້ອງມີການພົວພັນໃນດ້ານການທູດຈາກສອງຝ່າຍ ແລະພວກເຮົາບໍ່ເຫັນຄວາມເຕັມໃຈຈາກຝ່າຍຂອງອີຣ່ານ ໃນການເຮັດແນວນັ້ນ. ພວກເຮົາແມ່ນພ້ອມແລ້ວທີ່ຈະຫັນໄປຫາທາງເລືອກອື່ນໆ ຖ້າຫາກອີຣ່ານ ບໍ່ປ່ຽນແນວທາງຂອງຕົນ.”

ທູດພິເສດຂອງວໍຊິງຕັນຮັບຜິດຊອບອີຣ່ານ ກໍໄດ້ໃຫ້ການປະເມີນແບບໜັກແໜ້ນເທົ່າໆກັນ ໃນລະຫວ່າງການເຈລະຈາທາງອອນໄລນ໌ ເມື່ອຕອນເຊົ້າວັນພຸຸດວານນີ້.

ເມື່ອຖືກຖາມກ່ຽວກັບຄວາມຫວັງທີ່ເຕຫະຣ່ານ ຈະກັບຄືນມາປະຕິບັດຕາມຂໍ້ຕົກ ລົງນິວເຄລຍຂອງອີຣ່ານນັ້ນ ທ່ານໂຣເບີຕ ມາລລີ ໄດ້ກ່າວວ່າ “ພວກເຮົາເຊື່ອໃນຄວາມເປັນຈິງ. ພວກເຮົາຮູ້ວ່າ ມີສິ່ງດີທີ່ອາດເປັນໄປໄດ້ຖ້າອີຣ່ານຈະເລືອກເສັ້ນທາງອື່ນ.”

ທ່ານມາລລີ ໄດ້ກ່າວຕື່ມອີກວ່າ “ພວກເຮົາຕ້ອງກຽມພ້ອມສຳລັບໂລກ…ບ່ອນທີ່ອີຣ່ານຈະບໍ່ມີຂໍ້ຈຳກັດໃດໆກ່ຽວກັບໂຄງການນິວເຄລຍຂອງຕົນ ແລະພວກເຮົາຕ້ອງພິຈາລະນາ ທາງເລືອກຕ່າງໆເພື່ອຮັບມືກັບອັນນັ້ນ. ແຕ່ລະວັນທີ່ຜ່ານໄປ ພວກເຮົາໄດ້ຮັບຄຳຕອບຂອງອີຣ່ານເປັນບາງຕອນ ແຕ່ລະວັນທີ່ພວກເຂົາບໍ່ກັບຄືນມາເຈລະຈາ ແຕ່ລະວັນທີ່ພວກເຂົາກ່າວຖະແຫລງກ່ຽວກັບວ່າ ບັນລຸໄດ້ພຽງເລັກນ້ອຍຢູ່ໃນນະຄອນວຽນນາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG