ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຫວັງຄ່ອຍຈາງຫາຍ ຂະນະທີ່ ຄວາມໝັ້ນສັນຍາຕ່າງໆ ໃນກອງປະຊຸມ COP26 ບໍ່ເປັນໄປຕາມຄາດໝາຍ


ພວກນັກເຄື່ອນໄຫວເພື່ອສະພາບອາກາດ ຖືປ້າຍທີ່ອ່ານວ່າ "ບລາ ບລາ ບລາ" ເປັນຄຳເວົ້າເຍາະເຢີ້ຍບັນດາຜູ້ນຳຂອງໂລກ ໃນລະຫວ່າງການປະທ້ວງຢູ່ທີ່ສວນສາທາລະນະໃນນະຄອນແກລສໂກ (Glasgow) ຢູ່ດ້ານນອກຂອງກອງປະຊຸມສຸດຍອດກ່ຽວກັບສະພາອາກາດຂອງ ສປຊ ຫຼື COP26 UN Climate Summit ເມື່ອວັນທີ 1 ພະຈິກ 2021.
ພວກນັກເຄື່ອນໄຫວເພື່ອສະພາບອາກາດ ຖືປ້າຍທີ່ອ່ານວ່າ "ບລາ ບລາ ບລາ" ເປັນຄຳເວົ້າເຍາະເຢີ້ຍບັນດາຜູ້ນຳຂອງໂລກ ໃນລະຫວ່າງການປະທ້ວງຢູ່ທີ່ສວນສາທາລະນະໃນນະຄອນແກລສໂກ (Glasgow) ຢູ່ດ້ານນອກຂອງກອງປະຊຸມສຸດຍອດກ່ຽວກັບສະພາອາກາດຂອງ ສປຊ ຫຼື COP26 UN Climate Summit ເມື່ອວັນທີ 1 ພະຈິກ 2021.

ຄວາມຫວັງຕ່າງໆແມ່ນເລີ້ມຈາງຫາຍໄປເລື້ອຍໆທີ່ຄິດວ່າ ກອງປະຊຸດສຸດ ຍອດ ຫລື ຄັອບ 26 (COP26) ກ່ຽວກັບສະພາບອາກາດໃນ ນະຄອນ ກລາສໂກນັ້ນ ຈະສົ່ງຜົນເຮັດໃຫ້ມີຂໍ້ຕົກລົງໃໝ່ໃດໆອອກມາ ກ່ຽວກັບການ ຫລຸດຜ່ອນການປ່ອຍອາຍແກັສເຮືອນແກ້ວອອກໃນໂລກ ຫຼັງຈາກຈີນແລະ ຣັດເຊຍຕ່າງກໍໄດ້ປະຕິເສດທີ່ຈະເຂົ້າຮ່ວມໃນກອງປະຊຸມນີ້ ແລະຄຳໝັ້ນສັນ ຍາຂອງອິນເດຍກໍບໍ່ເປັນໄປຕາມຄວາມຄາດໝາຍ.

ກອງປະຊຸມສຸດຍອດດັ່ງກ່າວໄດ້ເລີ້ມຂຶ້ນໃນວັນຈັນວານນີ້ ໃນຂະນະທີ່ບັນດາ ຜູ້ນຳຂອງໂລກຫຼາຍສິບຄົນ ຂຶ້ນກ່າວຄຳປາໄສຕໍ່ບັນດາຄະນະຜູ້ແທນ ໂດຍກ່າວປົກປ້ອງຜົນງານຂອງພວກເຂົາເຈົ້າ ກ່ຽວກັບມາດຕະການທາງດ້ານສະພາບດິນ​ຟ້າອາກາດ ແລະໃນບາງກໍລະນີ ກໍໄດ້ນຳສະເໜີເປົ້າ ໝາຍການປ່ອຍອາຍແກັສເຮືອນແກ້ວໃໝ່ຕ່າງໆນາໆ.

ຄະນະຜູ້ແທນກວ່າ 25,000 ຄົນ ທີ່ກຳລັງເຂົ້າຮ່ວມໃນກອງປະຊຸມ ໄລຍະສອງອາທິດ ໂດຍລວມມີບັນດາຜູ້ນຳຂອງປະເທດ, ບັນດາລັດຖະ ມົນຕີຂອງລັດຖະບານ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ບັນດາເຈົ້າ ໜ້າທີ່ສັງເກດການ ແລະສື່ມວນຊົນ.

ສ່ວນພວກປະທ້ວງແລະສະມາຊິກຂອງມວນຊົນຫຼາຍຮ້ອຍຄົນ ກໍຍັງເຕົ້າໂຮມ ກັນຢູ່ດ້ານນອກເຂດປ້ອງກັນຄວາມປອດໄພ ທີ່ເອີ້ນວ່າ “ເຂດສີຟ້າ ຫຼື Blue Zone” ຢູ່ແຄມຝັ່ງແມ່ນໍ້າຄລາຍດ໌ (Clyde) ຂອງກລາສໂກ. ພື້ນທີ່ດັ່ງກ່າວ ກາຍເປັນເຂດແດນຂອງອົງການສະຫະປະຊາຊາດຢ່າງເປັນທາງການສຳລັບຊ່ວງໄລຍະການຈັດກອງປະຊຸມສຸດຍອດຢູ່ທີ່ນີ້.

ບັນດານັກວິທະຍາສາດທັງຫຼາຍໄດ້ເຕືອນວ່າຄວາມລົ້ມແຫຼວໃນການຕົກລົງ ກັນທີ່ຈະຕັດການປ່ອຍແກັສເຮືອນແກ້ວລົງນັ້ນ ຈະສົ່ງຜົນໃຫ້ເກີດໄພຫາຍະ ນະແລະບໍ່ສາມາດທີ່ຕ່າວປີ້ນຄືນໄດ້ຕໍ່ການປ່ຽນແປງຂອງດິນຟ້າອາກາດ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ກ່າວຄຳປາໄສດ້ວຍນ້ຳສຽງທີ່ໜ້າຢ້ານກົວຕໍ່ບັນດາຜູ້ນຳຂອງໂລກ.

ທ່ານກູເຕເຣັສເວົ້າວ່າ “ຄວາມຕ້ອງການເຊື້ອໄຟຈາກຖ່ານຫີນທີ່ເປັນຊາກສັດ ແລະພືດຂອງພວກເຮົານັ້ນ ກຳລັງຊຸກຍູ້ໃຫ້ມວນມະນຸດໄປສູ່ຈຸດຈົບ. ພວກເຮົາປະເຊີນກັບການເລືອກທີ່ສຳຄັນຍິ່ງເຊັ່ນວ່າ: ພວກເຮົາຈະຢຸດມັນ ຫຼືວ່າ ມັນຈະຢຸດພວກເຮົາ. ແລະມັນເຖິງເວລາແລ້ວທີ່ຈະເວົ້າວ່າ ‘ພໍແລ້ວ’. ພໍກັບການທຳລາຍຊີວະນາໆພັນຢ່າງໂຫດຮ້າຍ. ພໍແລ້ວກັບການເຂັ່ນຂ້າ ພວກເຮົາເອງດ້ວຍອາຍຄາບອນ. ພໍແລ້ວກັບການຖືເອົາທຳມະຊາດເປັນຄື ກັບຫ້ອງນ້ຳ. ພໍແລ້ວກັບການເຜົາຜານ ແລະການຂຸດເຈາະແລະການຂຸດຄົ້ນ ບໍ່ແຮ່ຂອງພວກເຮົາທີ່ເລິກລົງໄປເລື້ອຍໆ. ພວກເຮົາແມ່ນກຳລັງຂຸດເຈາະຂຸມຝັງ​ສົບຂອງພວກເຮົາເອງ.”

ທ່ານກ່າວຕື່ມອີກວ່າ “ວິທະຍາສາດແມ່ນຈະແຈ້ງແລ້ວ. ພວກເຮົາຮູ້ດີວ່າ ແມ່ນຫຍັງຄວນຈະເຮັດ. ອັນທີນຶ່ງ ພວກເຮົາຕ້ອງຮັກສາເປົ້າໝາຍ ອຸນຫະພູມຂອງໂລກໃຫ້ຢູ່ໃນ​ລະ​ດັບ 1.5 ອົງສາແຊວຊຽດສ໌ທີ່ຈະເຮັດ​ໃຫ້ຢູ່ລອດໄດ້.” ໂດຍເອີ່ຍເຖິງເປົ້າໝາຍຂອງຂີດຈຳກັດອຸນຫະພູມຂອງໂລກໂດຍສະເລ່ຍທີ່ຈະສູງຂຶ້ນເຖິງ 1.5 ອົງສາແຊວຊຽດສ໌ ພາຍໃນທ້າຍສັດຕະວັດນີ້.

ອິນເດຍ ເປັນປະເທດທີ່ປ່ອຍມົນລະພິດໃຫຍ່ສຸດອັນດັບສາມຂອງໂລກ. ຫວັງວ່າຈະຢູ່ແຖວໜ້າທີ່ສູງກວ່າໝູ່ຂອງກອງປະຊຸມສຸດຍອດນີ້ ທີ່ວ່າ ນາຍົກ ລັດຖະມົນຕີຂອງອິນເດຍ ທ່ານນາເຣນດຣາ ໂມດີ ຈະຫາຊ່ອງທາງເພື່ອຄວ້າ ເອົາຄວາມສົນໃຈໃນການນຳສະເໜີແຜນການໃໝ່ໆ ທີ່ມີຄວາມທະເຍີ ທະຍານຕໍ່ການຕັດອາຍແກັສເຮືອນແກ້ວລົງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG