ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ແລະ ຜູ້ຕາງໜ້າ 196 ປະເທດ ຫວັງຈະບັນລຸ ຂໍ້ຕົກລົງ ຢູ່ກອງປະຊຸມສຸດຍອດ ຂອງ ສປຊ


Delegates Optimistic About Possibility of Climate Deal
please wait

No media source currently available

0:00 0:02:29 0:00

ເຊີນຊົມວີດີໂອ ລາຍງານນີ້

ບັນດາຜູ້ນຳຂອງປະເທດ ແລະ ຄະນະຜູ້ຕາງໜ້າ ຈາກ 196
ປະເທດ ພວມໄປເຕົ້າໂຮມກັນ ຢູ່ທີ່ນະຄອນຫຼວງປາຣີ ເພື່ອ
ເຂົ້າຮ່ວມ ກອງປະຊຸມສຸດຍອດ ກ່ຽວກັບດິນຟ້າອາກາດ ທີ່ຊື່
ວ່າ COP 21 ເຊິ່ງເລີ້ມຕົ້ນຂຶ້ນ ໃນວັນຈັນວານນີ້. ພວກເພິ່ນ
ຈະພະຍາຍາມບັນລຸຂໍ້ຕົກລົງ ທີ່ຜູກມັດ ກ່ຽວກັບການຫລຸດ
ຜ່ອນການປ່ອຍຄວັນພິດ carbon dioxide ຫຼື CO2. ດັ່ງທີ່
ຜູ້ສື່ຂ່າວ ຂອງວີໂອເອ Henry Ridgwell ລາຍງານວ່າ ມີ
ຄວາມຫວັງຢູ່ວ່າ ຈະສາມາດຕົກລົງກັນໄດ້ ແຕ່ກໍມີການຈັບ
ຕາເບິ່ງ ໃນແງ່ດີດ້ວຍຄວາມລະວັງ. ໄຊຈະເລີນສຸກ ຈະນຳ
ເອົາລາຍລະອຽດເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ມັນເປັນທີ່ຮູ້ຈັກກັນວ່າ ເພດ້ານຂອງໂລກ ບ່ອນທີ່ສູງ 4,700 ແມັດຈາກລະດັບທະເລ
ແມ່ນພູພຽງຂອງຊາວຕີເບດ ລຽງລາຍຢູ່. ພູນ້ຳກ້ອນຂອງພູພຽງນັ້ນ ເປັນແຫລ່ງທີ່ມາ
ຂອງແມ່ນ້ຳຫຼາຍໆສາຍ ທີ່ສຳຄັນທີ່ສຸດຂອງເອເຊຍ.

ແຕ່ພູນ້ຳກ້ອນດັ່ງກ່າວ ແມ່ນພວມລະລາຍ. ບັນດານັກວິທະຍາສາດ ກ່າວວ່າ ຖ້າມັນຍັງ
ສືບຕໍ່ໄປຢູ່ ໃນລະດັບປັດຈຸບັນນີ້ ສອງສ່ວນສາມ ຂອງພູນ້ຳກ້ອນ ຢູ່ພູພຽງນັ້ນ ຈະຫາຍ
ໄປຢ່າງແນ່ນອນ ພາຍໃນປີ 2050 ແລະ ກໍຈະສົ່ງຜົນກະທົບ ຕໍ່ປະຊາກອນ ເຖິງ 2 ຕື້ຄົນ
ໃນປະເທດ ຈີນ ອິນເດຍ ປາກິສຖານ ບັງກລາແດັສ ແລະ ພູຖານ.

ທ່ານນາງ Li Yan ຈາກອົງການ Greenpeace ຂອງຈີນ ເວົ້າວ່າ “ການລະລາຍຂອງ ພູນ້ຳກ້ອນ ຢູ່ພູພຽງຂອງຕີເບດ ຄວນເປັນສຽງລະຄັງເຕືອນ ບັນດາຜູ້ນຳຂອງໂລກ
ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ.”

ບັນດາຜູ້ຕາງໜ້າ ຢູ່ກອງປະຊຸມສຸດຍອດ ໃນນະຄອນຫຼວງປາຣີ ຈະພະຍາຍາມ ບັນລຸ
ຂໍ້ຕົກລົງໃໝ່ ທີ່ຜູກມັດ ໂດຍຈຳກັດການປ່ອຍຄວັນພິິດ carbon dioxide ຊຶ່ງບັນດາ
ນັກວິທະຍາສາດ ກ່າວວ່າ ເປັນສິ່ງທີ່ຂັບດັນອຸນຫະພູມ ໃຫ້ສູງຂຶ້ນ.

ພວກເພິ່ນວາງເປົ້າໝາຍແນໃສ່ ເພື່ອຈຳກັດ ພາວະໂລກຮ້ອນ ບໍ່ໃຫ້ເກີນກວ່າ 2 ອົງສາ
Celsius ເໜືອລະດັບ ກ່ອນຍຸກສະໄໝອຸດສາຫະກຳ ໃຫ້ໄດ້ ພາຍໃນທ້າຍສັດຕະວັດນີ້.

ທ່ານນາງ Smita Nakhooda ຈາກສະຖາບັນພັດທະນາຕ່າງປະເທດ ເວົ້າວ່າ “ຖ້າປາດ
ສະຈາກ ເປົ້າໝາຍອັນທີ່ກ່າວມານັ້ນແລ້ວ ພວກເຮົາຈະເລີ້ມຕົ້ນຮູ້ສຶກ ເຖິງຜົນກະທົບ
ຢ່າງຮ້າຍແຮງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ເຊັ່ນວ່າ ເຫດການສະພາບອາ
ກາດທີ່ປັ່ນປ່ວນທີ່ສຸດ ສະພາບຄວາມແຫ້ງແລ້ງ ໄພນ້ຳຖ້ວມ ແລະ ການລົບກວນອື່ນໆ
ທີ່ກະທົບຕໍ່ແນວທາງຊີວິດການເປັນຢູ່ຂອງພວກເຮົາ.”

ບັນດານັກວິທະຍາສາດ ກ່າວວ່າ ພວກເຮົາແມ່ນເລີ້ມຮູ້ສຶກໄດ້ ເຖິງຜົນກະທົບ ຕໍ່ການປ່ຽນ
ແປງຂອງດິນຟ້າອາກາດ ຢູ່ແລ້ວ. ປີ 2015 ໄດ້ກາຍເປັນປີ ທີ່ຮ້ອນທີ່ສຸດ ທີ່ບໍ່ເຄີຍມີມາ ກ່ອນໃນປະຫວັດການ.

ມັນມີຫລັກຖານ ທີ່ອຸນຫະພູມຂອງໂລກຮ້ອນຂຶ້ນ ຊຶ່ງເຮັດໃຫ້ພາຍຸຫຼາຍຫົວ ຮຸນແຮງຂຶ້ນ
ຕື່ມອີກ.

ສ່ວນໃຫຍ່ຂອງການຖົກຖຽງກັນ ກ່ຽວກັບການຫລຸດຜ່ອນ ປ່ອຍຄວັນພິດ CO2 ນັ້ນ ແມ່ນ
ກ່ຽວກັບວ່າ ຜູ້ໃດຄວນຈ່າຍຄ່າດັດແປງອຸດສາຫະກຳຕ່າງໆ ໃຫ້ແກ່ບັນດາປະເທດທີ່ກຳລັງ
ພັດທະນາ.

ຢູ່ທີ່ກອງປະຊຸມສຸດຍອດ ໃນເມື່ອກ່ອນ ບັນດາປະເທດທີ່ພັດທະນາແລ້ວ ຕົກລົງຈະສະໜອງ
ທຶນຮອນມູນຄ່າ 100 ຕື້ໂດລາ ເພື່ອໃຊ້ໃນການລົງທຶນ ໃນພາກສ່ວນສາທາລະນະ ແລະ
ພາກສ່ວນເອກະຊົນ ພາຍໃນປີ 2020 ເພື່ອຊ່ວຍເຫຼືອ ບັນດາປະເທດທີ່ກຳລັງພັດທະນາ
ໃຫ້ປັບຕົວເຂົ້າກັບການປ່ຽນແປງ ຂອງດິນຟ້າອາກາດ ແລະ ການພັດທະນາເທັກໂນໂລຈີ
ຂຽວສະອາດ.

ທ່ານນາງ Nakhooda ເວົ້າອີກວ່າ “ບັນດາປະເທດຈຳນວນນຶ່ງ ໄດ້ສະເໜີປະກອບສ່ວນ
ທຶນຮອນເປັນສອງເທົ່າຕົວ ເພື່ອການລົງທຶນດ້ານສາທາລະນະ ອັນນັ້ນ ເປັນການໃຫ້
ກຳລັງໃຈແທ້ໆ. ລາຄາຂອງການປະຕິບັດນຳໃຊ້ພະລັງງານສະອາດ ໄດ້ຕົກຕ່ຳລົງ ໃນ
ສອງສາມປີບໍ່ດົນມານີ້ ແລະ ມັນກໍໄດ້ລົດລົງຢ່າງວ່ອງໄວທີ່ສຸດ ຢູ່ໃນບາງປະເທດ ທີ່ກຳ
ລັງພັດທະນາ.

ແຕ່ຈະຕ້ອງມີການປະນີປະນອມກັນຫຼາຍຂຶ້ນ. ເຈົ້າພາບຈັດກອງປະຊຸມ ທ່ານ Francois
Hollande ໄດ້ຮຽກຮ້ອງໃຫ້ໂລກຮັບເອົາການທ້າທ້າຍນັ້ນ.

ທ່ານ Hollande ເວົ້າວ່າ “ພວກເຮົາຕ້ອງການຂໍ້ຕົກລົງສະບັບນຶ່ງ ບໍ່ແມ່ນຂໍ້ຕົກລົງອັນ
ໃດນຶ່ງ ແຕ່ເປັນຂໍ້ຕົກລົງອັນທີ່ ມີຄວາມມຸ້ງໝາຍ ແລະ ຜູກມັດ.”

ລາຍການຈຳນວນນຶ່ງ ໃນລະຫວ່າງ ກອງປະຊຸມສຸດຍອດ ໄດ້ຖືກຍົກເລີກ ຫຼັງຈາກມີການ
ໂຈມຕີກໍ່ການຮ້າຍຫຼາຍບັ້ນ ໃນນະຄອນຫຼວງປາຣີ ເມື່ອສອງອາທິດຜ່ານມາ. ປະເທດຝຣັ່ງ
ໄດ້ສົ່ງເຈົ້າໜ້າທີ່ຕຳຫລວດ 8,000 ຄົນ ໄປປະຈຳການຢູ່ຕາມຊາຍແດນຂອງຕົນ ເພີ້ມຕື່ມອີກ.

XS
SM
MD
LG