ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່ ສ​ຫລ ເວົ້າ​ວ່າ ລະ​ບົບ​ ການ​ລົງ​ໂທດ​ ຂອງ​ປະ​ເທດ ຕົນ ​ໄດ້​ຮັບ ການ​ເຫັນ​ພ້ອມ ຈາກ ປະ​ຊາ​ຄົມໂລກ​ສ່ວນ​ໃຫຍ່​


ທ່ານ ໄບ​ຣ​ອັນ ຮຸກ​ຄ໌ (Brian Hook), ຜູ້​ຕາງ​ຕ້າງ​ພິ​ເສດ​ຂອງ​ສະ​ຫະ​ລັດ​ສຳ​ລັບ​ອີ​ຣ່ານ ເວົ້າ​ກ່ຽວ​ກັບ​ການກໍ່​ຕັງກຸ່ມ​ປະ​ຕິ​ບັດ​ງານ ຕໍ່​ອີ​ຣ່ານ ຢູ່​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 16 ສິງ​ຫາ, 2018.
ທ່ານ ໄບ​ຣ​ອັນ ຮຸກ​ຄ໌ (Brian Hook), ຜູ້​ຕາງ​ຕ້າງ​ພິ​ເສດ​ຂອງ​ສະ​ຫະ​ລັດ​ສຳ​ລັບ​ອີ​ຣ່ານ ເວົ້າ​ກ່ຽວ​ກັບ​ການກໍ່​ຕັງກຸ່ມ​ປະ​ຕິ​ບັດ​ງານ ຕໍ່​ອີ​ຣ່ານ ຢູ່​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 16 ສິງ​ຫາ, 2018.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ນຶ່ງ ໃນຄະ​ນະລັດຖະ​ບານ​ຂອງທ່ານ​ທ​ຣຳ​ກ່າວ​ວ່າ ການ​ວາງ
ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ແຮງຄືນ​ອີກ ​ຕໍ່​ອີ​ຣ່ານ ໃນຕອນ​ຕົ້ນໆ​ເດືອນນີ້ ແມ່ນ​ມີ​ຜົນ
​ບັງ​ຄັບ​ໃຊ້​ແລ້ວ, ໂດຍ​ທີ່ "ໄດ້​ຮັບ​ການ​ເຫັນ​ດີ​ນຳເກືອບ​ທັງ​ໝົດ" ຈາກ​ປະ​ຊາ​ຄົມ​ສາ​ກົນ.
ທ່ານ ໄບ​ຣ​ອັນ ຮຸກ​ຄ໌ (Brian Hook), ຜູ້​ຕາງ​ຕ້າງ​ພິ​ເສດ​ຂອງ​ສະ​ຫະ​ລັດ​ສຳ​ລັບ​ອີ​ຣ່ານ
ໄດ້​ໃຫ້​ຄຳ​ເຫັນ​ດັ່ງ​ກ່າວ​ ຢູ່​ໃນ​ການ​ໃຫ້ສຳ​ພາດ​ແກ່​ອົງ​ການ​ຂ່າວອາ​ລ​ ຮູ​ຣາ (Alhurra)
ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງວີ​ໂອ​ເອ ພະ​ແນກ​ພາ​ສາ​ອາ​ຣັບ ຢູ່​ນະ​ຄອນ​ດູ​ບາຍ ໃນ​ວັນ​ຈັນ​
ຜ່ານ​ມານີ້.

ທ່ານ​ຮຸກ​ ກ່າວ​ວ່າ "ພວກ​ເຮົາ​ໄດ້​ເຫັນ​ວ່າ ມີ​ການ​ເຫັນ​ພ້ອມ​ນຳ​ເກືອບທັງ​ໝົດຕໍ່ລະ​ບົບ​
ການ​ລົງ​ໂທດ​ຂອງ​ພວກ​ເຮົາ”. ທ່ານ​ກ່າວ​ອີກວ່າ “ແລະ​ພວກ​ເຮົາບໍ່​ຄິດ​ວ່າ ຈະ​ມີ​ການ​
ລົງ​ໂທດ​ຕໍ່​ບໍ​ລິ​ສັດ​ໃຫຍ່​ໃດໆ ເພາະ​ວ່າ ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ເຫັນ​ຫລັກ​ຖານ​ອັນ​ໃດທີ່​
ສະ​ແດງ​ໃຫ້​ເຫັນ​ວ່າ ບໍ​ລິ​ສັດ​ເຫລົ່າ​ນີ້ ຢາກ​ຈະ​ເລືອກ​ເອົາ​ຕະ​ຫລາດ​ຂອງອີ​ຣ່ານ ຫລາຍ
ກວ່າ ຕະ​ຫລາດ​ສະ​ຫະ​ລັດ."

ມາດ​ຕະ​ການ​ລົງ​ໂທດ​ຄືນ​ອີກ​ຂອງວໍຊິງ​ຕັນ​ຕໍ່​ຂະ​ແໜງ​ພະ​ລັງ​ງານ ແລະ​ການ​ເງິນ​ຂອງອີ​
ຣ່ານ ທີ່​ວາງ​ອອກ​ໃນ​ວັນ​ທີ 5 ພະ​ຈິກຜ່ານ​ມານີ້ ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ລະ​ດົມ​ໃຫ້
ທຳ​ການກົດ​ດັນ​ຕໍ່ເຕ​ຫະ​ຣ່ານ ​ເພື່ອໃຫ້​ເຊັນ​ຂໍ້​ຕົກ​ລົງ​ໃໝ່ ທີ່​ໃຫ້​ຍຸ​ຕິ ການ​ປະ​ພຶດ​ທີ່​ຖືກ​ມອງ​
ເບິ່ງ​ວ່າບໍ່​ດີນັ້ນ. ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມານັ້ນ ໄດ້​ຖອນ
​ສະ​ຫະ​ລັດ​ອອກ​ຈາກ​ສັນ​ຍາ ທີ່​ເຊັນ​ໃນ​ປີ 2015 ຊຶ່ງ​ຜູ້​ກຳ​ຕຳ​ແໜ່ງ​ກ່ອນໜ້າ​ທ່ານ ແລະ
ອີກ​ 5 ປະ​ເທດ​ມະ​ຫາ​ອຳ​ນາດ ໄດ້​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ອີ​ຣ່ານ ເພື່ອ​ເປັນ​ການ​ແລກ​
ປ່ຽນ​ກັບການຍຸ​ຕິກິດ​ຈະ​ກຳທາງ​ນີວ​ເຄລຍ​ທີ່ມີ​ຄວາມຫລໍ່​ແຫລມຂອງ​ປະ​ເທດນັ້ນໄວ້.

ປ. ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ພາຍ​ຫລັງ​ໄດ້​ເຊັນ ຄຳ​ປະ​ກາດໃຫ້ຖອນ​ສະ​ຫະ​ລັດ​ອອກ​ຈາກ​ສັນ​ຍາ ທີ່​ເຊັນ​ໃນ​ປີ 2015 ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 8 ພຶດ​ສະ​ພາ, 2018
ປ. ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ພາຍ​ຫລັງ​ໄດ້​ເຊັນ ຄຳ​ປະ​ກາດໃຫ້ຖອນ​ສະ​ຫະ​ລັດ​ອອກ​ຈາກ​ສັນ​ຍາ ທີ່​ເຊັນ​ໃນ​ປີ 2015 ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 8 ພຶດ​ສະ​ພາ, 2018

ຢູ່​ພາຍ​ໃຕ້​ມາດ​ຕະການ​ລົງ​ໂທດ​ຄືນທາງ​ດ້ານ​ພະ​ລັງ​ງານນັ້ນລັດ​ຖະ​ບານ​ທ່ານທ​ຣຳ ໄດ້
​ຂູ່​ວ່າ​ຈະ​ປັບ​ໄໝບໍ​ລິ​ສັດ​ໃດໆ ທີ່​ຊື້​ນ້ຳ​ມັນ ແລະ​ອາຍ​ແກັ​ສຂອງ​ອີ​ຣ່ານ ຊຶ່ງ​ເປັນ​ແຫລ່ງ​ສ້າງ
​ລາຍ​ຮັບ​ຫລັກ​ໃຫ້​ແກ່ລັດ​ຖະ​ບານ​ອີ​ຣ່ານ. ແຕ່​ວໍ​ຊິງ​ຕັນ ກໍ​ໃຫ້​ເວ​ລາ​ແກ່ພວກ​ທີ່​ເປັນ​ລູກ​ຄ້າ
ລາຍ​ໃຫຍ່​ສຸດ​ຂອງ​ອີ​ຣ່ານ ທີ່​ຢູ່​ໃນ​ຈຳ​ນວນ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ ນັ້ນອີກ 6
ເດືອນ ເພື່ອຫລຸດ​ຜ່ອນ​ການ​ນຳ​ເຂົ້າ​ພະ​ລັງ​ງານ​ຈາກ​ອີ​ຣ່ານ​ໃຫ້​ລົງ​ສູ່​ລະ​ດັບ​ສູນ. ລັດ​ຖະ​
ບານ​ຂອງ​ປະ​ເທດ​ເຫລົ່າ​ນັ້ນ ກໍ​ໄດ້​ແກ່ ຈີນ, ໄຕ້​ຫວັນ, ອິນ​ເດຍ, ເທີ​ກີ, ຍີ່​ປຸ່ນ, ເກົ​າ​ຫລີ​ໃຕ້,
ອີ​ຕາ​ລີ ແລະ​ກ​ຣີ​ສ. ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດເວົ້າ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ແມ່ນ​ແນ​ໃສ່​
ປ້ອງ​ກັນ ບໍ່​ໃຫ້​ລາ​ຄາ​ນ້ຳ​ມັນ​ພຸ້ງ​ສູງ​ຂຶ້ນ​ໃນ​ທັນ​ໃດ.Iທ່ານ ຮຸກ ເວົ້າ​ວ່າ "ພວກ​ເຮົາ​ໄດ້​ເຮັດ
​ວຽກ​ຮ່ວມກັບຈີນ ແລະ​ອິນ​ເດຍ ທີ່​ໄດ້​ຫລຸດ​ຜ່ອນ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ອີຣ່ານນັ້ນ ໄດ້
ດີ​ຫລາຍ.” ທ່ານ​ກ່າວ​ອີກວ່າ "ການ​ເຮັດ​ເພື່ອ​ໃຫ້ເງິນຖືກ​ຈຳ​ກັດ​ລົງ ແມ່ນ​ເປັນ​ເລື້ອງ​ສຳ​
ຄັນ​ຫລາຍ, ແລະ​ສຳ​ລັບ​ອີ​ຣ່ານ​ແລ້ວການ​ເຮັດ​ແນວນັ້ນ ແມ່ນ​ການ​ເຮັດ​ໃຫ້​ລາຍ​ຮັບ​ຈາກ​
ນ້ຳ​ມັນຖືກ​ຈຳ​ກັດ​ລົງ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG