ໂຮງໄຟຟ້າຫົງສາລິກໄນຕ໌ຈະກໍ່ສ້າງ ໃຫ້ແລ້ວສຳເລັດ ແລະ
ຜະລິດກະແສໄຟຟ້າເພື່ອສົ່ງອອກໄປຂາຍໃຫ້ໄທ ແລະຕອບ
ສະໜອງກະແສໄຟຟ້າບາງສ່ວນໃຫ້ແກ່ການຊົມໃຊ້ໃນລາວ
ນັບແຕ່ປີ 2016 ເປັນຕົ້ນໄປ.
ທ່ານຄົມເພັດ ແກ້ວພິລາ ຫົວໜ້າວິຊາການຝ່າຍປະຊາສຳພັນ ໃນໂຄງການໄຟຟ້າ
ພະລັງງານຄວາມຮ້ອນ ຈາກຖ່ານຫິນຢູ່ເມືອງຫົງສາ ແຂວງໄຊຍະບູລີ ຫຼື ໂຮງໄຟຟ້າ
ຫົງສາລິກໄນຕ໌ນັ້ນ ຖະແຫລງຢືນຢັນວ່າ ການດຳເນີນງານໂດຍລວມຂອງໂຄງການ
ໄດ້ຄືບໜ້າໄປແລ້ວເຖິງ 92.9 ເປີເຊັນ ຂອງແຜນການທັງໝົດ ໂດຍໃນນີ້ ທີ່ຖືວ່າສຳເລັດ
ແລ້ວທັງ 100 ເປີເຊັນ ກໍຄືການກໍ່ສ້າງສະຖານີຈ່າຍກະແສໄຟຟ້າ ແລະການວາງລະບົບ
ສາຍສົ່ງກະແສໄຟຟ້າໄປຂາຍໃນແດນໄທ ລວມເຖິງການວາງລະບົບສາຍສົ່ງພາຍໃນ
ປະເທດດ້ວຍ.
ສ່ວນທີ່ກຳລັງດຳເນີນງານຢ່າງຕັ້ງໜ້າຢູ່ໃນເວລານີ້ ກໍປະກອບດ້ວຍການກໍ່ສ້າງໂຮງ
ໄຟຟ້າ ທີ່ຄືບໜ້າແລ້ວ 93.6 ເປີເຊັນ ການເປີດໜ້າດິນ ແລະຕິດຕັ້ງອຸປະກອນສຳຫລັບ
ຂຸດຄົ້ນຖ່ານຫິນຄືບໜ້າແລ້ວ 88.5 ເປີເຊັນ ການຕິດຕັ້ງລະບົບການຈັດການຂີ້ເຖົ່າ ແລະ
ແຮ່ຈິບຊຳ ກໍຄືບໜ້າແລ້ວເກືອບ 90 ເປີເຊັນ ແລະການຕິດຕັ້ງເຄື່ອງຜະລິດພະລັງງານ
ໄຟຟ້າທີ່ມີທັງໝົດ 3 ເຄື່ອງທີ່ຈະຜະລິດພະລັງງານໄຟຟ້າໄດ້ລວມກັນເຖິງ 1,876
ເມກາວັດນັ້ນ ກໍຄາດວ່າຈະຕິດຕັ້ງເຄື່ອງທຳອິດໃຫ້ແລ້ວສຳເລັດ ໃນເດືອນມິຖຸນາ 2015
ເຄື່ອງທີສອງໃນເດືອນພະຈິກ 2015 ແລະເຄື່ອງທີສາມໃນເດືອນມີນາ 2016 ຕາມລຳດັບ.
ໂດຍພະລັງງານທີ່ຜະລິດໄດ້ຈາກໂຮງໄຟຟ້າຫົງສາລິກໄນຕ໌ ດັ່ງກ່າວນີ້ ຈະຖືກແບ່ງອອກ
ເປັນ 2 ສ່ວນເພື່ອຂາຍໃຫ້ກັບລັດວິສາຫະກິດໄຟຟ້າລາວ (EDL) ໃນປະລິມານລວມ 100 ເມກາວັດ ແລະທີ່ເຫຼືອສ່ວນໃຫຍ່ ກໍຄືພະລັງງານໄຟຟ້າໃນປະລິມານລວມເຖິງ 1,778 ເມກາວັດນັ້ນ ຈະສົ່ງຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ຊຶ່ງເປັນສ່ວນໜຶ່ງໃນສັນຍາທີ່ລັດຖະບານລາວຕົກລົງຈະຂາຍໄຟຟ້າໃຫ້ໄທ ໃນປະລິມານ 7,000 ເມກາວັດ ເປັນເວລາ 25 ປີ ນັບແຕ່ປີ 2016 ເປັນຕົ້ນໄປນັ້ນເອງ.
ທັງນີ້ ລັດຖະບານລາວໄດ້ວາງແຜນການ ທີ່ຈະເພີ້ມຄວາມອາດ
ສາມາດ ໃນການຜະລິດພະລັງງານໄຟຟ້າ ໃຫ້ໄດ້ໃນປະລິມານ
ລວມບໍ່ນ້ອຍກວ່າ 15,260.5 ລ້ານກິໂລວັດ/ໂມງ ໃນປີ 2015
ຊຶ່ງໃນນີ້ ຈະເປັນໄຟຟ້າເພື່ອສົ່ງອອກໄປຕ່າງປະເທດ 11,793.68
ລ້ານກິໂລວັດ/ໂມງ ຄິດເປັນມູນຄ່າ 535 ກວ່າລ້ານດອນລາຕໍ່ປີ.
ແຕ່ຢ່າງໃດກໍຕາມ ການສົ່ງອອກພະລັງງານໄຟຟ້າ ຕາມແຜນ
ການດັ່ງກ່າວ ຈະເຮັດໃຫ້ຍັງຄົງມີພະລັງງານໄຟຟ້າເຫຼືອຢູ່ໃນ
ປະລິມານລວມບໍ່ເກີນ 3,466.82 ລ້ານກິໂລວັດ/ໂມງ ໃນ
ຂະນະດຽວກັນ ກໍຄາດໝາຍວ່າ ຄວາມຕ້ອງການຊົມໃຊ້ພະລັງ
ງານໄຟຟ້າໃນລາວ ຈະມີປະລິມານລວມ 5,726.98 ລ້ານກິໂລ
ວັດ/ໂມງ ຈຶ່ງເຮັດໃຫ້ຕ້ອງນຳເຂົ້າພະລັງງານໄຟຟ້າຈາກຕ່າງປະເທດໃນປະລິມານລວມ
2,260.16 ລ້ານກິໂລວັດ/ໂມງ ເພື່ອຕອບສະໜອງການຊົມໃຊ້ໃນປະເທດໃຫ້ໄດ້ ຢ່າງ
ພຽງພໍ ຊຶ່ງຄິດເປັນມູນຄ່າເກີນກວ່າ 121 ລ້ານດອນລາ.
ໃນປັດຈຸບັນມີເຂື່ອນໄຟຟ້າ ທີ່ກໍ່ສ້າງແລ້ວສຳເລັດ ແລະຜະລິດໄຟຟ້າ ແລ້ວຈຳນວນ 24 ໂຄງການ ສ່ວນທີ່ກຳລັງຢູ່ໃນລະຫວ່າງດຳເນີນການກໍ່ສ້າງກໍມີຈຳນວນ 38 ໂຄງການ ແລະ ອີກ 100 ໂຄງການ ຢູ່ໃນຂັ້ນຂອງການສຶກສາ ສຳຫລວດອອກແບບ ຫຼື ສະແຫວງຫາເງິນທຶນ ທີ່ຈະນຳໃຊ້ໃນການກໍ່ສ້າງຕໍ່ໄປ.
ທັງນີ້ ໂດຍຈາກການສຶກສາ ໃນລະຍະທີ່ຜ່ານມາ ພົບວ່າການກໍ່ສ້າງເຂື່ອນໃນລາວຢ່າງເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ລວມກັນລະຫວ່າງ 28,000 ເຖິງ 30,000 ເມກາວັດ ທັງກໍຍັງຈະສົ່ງຜົນດີຕໍ່ການພັດທະນາເພື່ອລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນລາວບັນດາເຜົ່າທີ່ຢູ່ເຂດຊົນນະບົດອີກດ້ວຍ ດັ່ງທ່ານດາວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະແຜນພະລັງງານ ກະຊວງພະລັງງານແລະບໍ່ແຮ່ ໄດ້ໃຫ້ການ
ຊີ້ແຈງວ່າ:
“ເວລາເຮົາພັດທະນາເຂື່ອໄຟຟ້ານ້ຳຕົກ ມັນຊ່ວຍໃນການພັດທະນາເຂດຊົນນະບົດ ເພາະວ່າໂຄງການໄຟຟ້ານ້ຳຕົກນີ້ ສິໄປຕັ້ງຢູ່ຊົນນະບົດຫ່າງໄກສອກຫຼີກ ສະນັ້ນ ຄັນມີໂຄງການຢູ່ຈຸດໃດ ຜົນພອຍໄດ້ກໍຕາມມາ ເພາະວ່າເຮົາບໍ່ໄດ້ແຕ່ໄຟຟ້າ ເຮົາສິໄດ້ຖະໜົນຫົນທາງ ຮັກສາແຫລ່ງນ້ຳໄວ້ໃຊ້ ໃນລະດູແລ້ງ ສາມາດລ້ຽງປາໄດ້ ເປັນແຫລ່ງອາຫານ ຫຼືວ່າເປັນເຂດທ່ອງທ່ຽວ.”
ນອກຈາກນີ້ ກະຊວງພະລັງງານ ແລະບໍ່ແຮ່ ລາຍງານວ່າບັນດາໂຄງການທີ່ຈະກໍ່ສ້າງໃຫ້ແລ້ວສຳເລັດ ພາຍໃນປີ 2015-2016 ມີຢູ່ 20 ໂຄງການດ້ວຍກັນ ໂດຍໃນນີ້ກໍເປັນການກໍ່ສ້າງເຂື່ອນ 19 ໂຄງການ ແລະໂຮງງານຜະລິດກະແສໄຟຟ້າ ຈາກຖ່ານລິກໄນຕ໌ 1 ໂຄງການ ຊຶ່ງຈະເຮັດໃຫ້ຄວາມອາດສາມາດ ໃນການຜະລິດພະລັງງານໄຟຟ້າ ໃນລາວເພີ້ມຂຶ້ນຈາກ 3,000 ເມກາວັດ ໃນປັດຈຸບັນ ເປັນຫຼາຍກວ່າ 7,000 ເມກາວັດ.