ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ພວກປະ​ທ້ວງ ບັງ​ຄັບ​ໃຫ້ສະ​ໜາມ​ບິນ​ນາໆ​ຊາດ​ຮົງ​ກົງ ​ຍົກ​ເລີກ​ຖ້ຽວ​ບິນ​ເປັນ​ມື້ທີ 2 ຕິດ​ຕໍ່​ກັນ


ພວກ​ຜູ້​ຄົນ ພາ​ກັນ​ອອກ​ມາ​ໂຮມ​ຊຸມ​ນຸມ ໃນ​ສວນ​ສາ​ທາ​ລະ​ນະວິກ​ຕໍ​ເຣຍ ເພື່ອ​ປະ​ທ້ວງ​ຕໍ່​ຮ່າງ​ກົດ​ໝາຍ​ທີ່​ຈະ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ໄປ​ຍັງ​ຈີນ, 11 ສິງ​ຫາ 2019.
ພວກ​ຜູ້​ຄົນ ພາ​ກັນ​ອອກ​ມາ​ໂຮມ​ຊຸມ​ນຸມ ໃນ​ສວນ​ສາ​ທາ​ລະ​ນະວິກ​ຕໍ​ເຣຍ ເພື່ອ​ປະ​ທ້ວງ​ຕໍ່​ຮ່າງ​ກົດ​ໝາຍ​ທີ່​ຈະ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ໄປ​ຍັງ​ຈີນ, 11 ສິງ​ຫາ 2019.

ຖ້ຽວ​ບິນ​ທັງ​ໝົດ​ທີ່​ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ​ຮົງ​ກົງ ໄດ້​ຖືກ​ຍົກ​ເລີກ​ເປັນ​ມື້​ທີສອງ
ລຽນ​ຕິດ ໃນ​ວັນ​ອັງ​ຄານມື້ນີ້ ຫລັງ​ຈາກ​ພວກປະ​ທ້ວງ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ໄດ້​ເຂົ້າ​ຍຶດ​
ອາ​ຄານ​ບໍ​ລິ​ການ​ຜູ້​ໂດຍ​ສານ ​ຂອງ​ສະ​ໜາມ​ບິນ​ດັ່ງ​ກ່າວ.

ການ​ຕັດ​ສິນ​ໃຈ​ຂອງ​ເຈົ້າ​ໜ້າ​ທີ່​ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ນາ​ທີ​ຫລັງ​ຈາກ​ໄດ້​ໂຈະ​ການ​ຈອງ​ຕົວ​ຂອງ​ຜູ້​ໂດຍ​ສານ​ທັງ​ໝົດ ຫຼັງ​ຈາກ​ພວກ​ປະ​ທ້ວງ​ຂັດ​ຂວາງ​ບໍ່​ໃຫ້​ຜູ້​ໂດຍ​ສານເຂົ້າ​ໄປ​ໃນ​ປະ​ຕູ​ຂຶ້ນ​ເຮືອ​ບິນ ແລະ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ ບໍ່​ໃຫ້​ໄປ​ສະ​ໜາມ​ບິນ.

ສະ​ໜາມ​ບິນ​ໄດ້​ດີ້​ນ​ຮົນ​ເພື່ອ​ຈະ​ກັບ​ຄືນ​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ຫຼັງ​ຈາກ​ໄດ້​ເປີດ​ຄືນ ລຸນ​ຫຼັງ​ທີ່​ມີ​ການ​ຍົກ​ເລີກ​ຖ້ຽວ​ບິນ​ທັງ​ເຂົ້າ​ແລະ​ອອກ​ຫຼາຍ​ຮ້ອຍ​ຖ້ຽວ ຍ້ອນການ​ນັ່ງ​ປະ​ທ້ວງ​ທີ່​ຄ້າຍ​ຄື​ກັນ​ນີ້. ພວກ​ເດີນ​ທາງ​ທີ່​ໂກດ​ແຄ້ນ​ບາງ​ຄົນ ຊຶ່ງ​ຟ້າວ​ທີ່ຈະ​ອອກ​ຈາກ​ຮົງ​ກົງ​ໄປ ໄດ້​ໂຕ້​ຖຽງ​ຢ່າງ​ເຜັດ​ຮ້ອນ​ກັບ​ພວກ​ປະ​ທ້ວງ ​ໃນຂະ​ນະ​ທີ່​ພວກ​ເດີນ​ຂະ​ບວນ ​ໃນ​ວັນ​ອັງ​ຄານມື້ນີ້ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫໍ​ບໍ​ລິ​ການ​ຜູ້​ໂດຍ​ສານ ໂດຍ​ຜ່ານແຖວ​ພວກ​ປະ​ທ້ວງ​ປົນ​ເຂົ້າ​ໄປ​ກັບ​ຜູ້​ໂດຍ​ສານ.

ການ​ປິດທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຂອງ​ສະ​ໜາມ​ບິນ​ນາໆ​ຊາດ​ຮົງ​ກົງ ໃນ​ວັນ​ຈັນ​ວານ​ນີ້ ແມ່ນຂະ​ຫຍາຍ​ມາ​ຈາກ​ການປະ​ທ້ວງ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ທີ່​ໄດ້ແກ່​ຍາວ​ຢູ່​ໃນ ປົກ​ຄອງຂອງ​ຈີນ​ດັ່ງ​ກ່າວ ມາ​ໄດ້ 2 ເດືອນ​ແລ້ວ. ພວກ​ປະ​ທ້ວງຫຼາຍສິບ​ຄົນ​ ແມ່ນ​ໄດ້​ຮັບ​ບາດ​ເຈັບໃນ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກ​ພວກ​ຕຳ​ຫຼວດ​ປາບ​ຈະ​ລາ​ຈົນໄດ້​ຍິງລະ​ເບີດ​ນ້ຳ​ຕາ​ແລະ​ລູກ​ປືນ​ຢາງ​ເຂົ້າ​ໃສ່​ພວກ​ປະ​ທ້ວງ ທີ່​ໄດ້ຕັນຖະ​ໜົນ​ຫົນ​ທາງ ແລະ​ໄດ້​ທ້າ​ທາຍຄຳ​ສັ່ງ​ຂອງ​ພວກ​ຕຳ​ຫຼວດ ໃຫ້​ແຍກ​ຍ້າຍ​ກັນ​ໄປ.

ຫົວ​ໜ້າ​ສິດ​ທິ​ມະ​ນຸ​ດ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ມີ​ແຊ​ລ ບາ​ເຊີ​ແລັດ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຮົງ​ກົງ ໃຊ້​ຄວາມ​ຢັບ​ຢັ້ງ ແລະ​ສືບສວນ​ເບິ່ງ​ເຫດ​ການ ທີ່​ຍິງ​ລະ​ເບີດ​ນ້ຳ​ຕາ​ເຂົ້າ​ໃສ່​ພວກ​ປະ​ທ້ວງ.

ລັດ​ຖະ​ບານ ໄດ້​ນັບ​ຈຳ​ນວນ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບມີ 54 ຄົນ ຊຶ່ງ​ຮວມ​ທັງ 2 ຄົນ ທີ່​ຍັງ​ຮັກ​ສາ​ຢູ່​ໃນ​ໂຮງ​ພະ​ຍາ​ບານ ທີ່​ມີ​ອາ​ການ​ສາ​ຫັດ​ ໃນ​ວັນ​ຈັນ​ວານ​ນີ້ນັ້ນແລະ​ອີກ 28 ຄົນ ທີ່​ຍັງ​ຢູ່​ໃນ​ລາຍ​ຊື່​ທີ່​ມີ​ອາ​ການໄຄ​ຂຶ້ນ​ແລ້ວ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂອງ​ໂຮງ​ພະ​ຍາ​ບານ.

ພວກ​ເດີນ​ຂະ​ບວນໄດ້​ເລີ້ມ​ທຳ​ກາ​ນ​ປະ​ທ້ວງ ເພື່ອ​ຊອກ​ຫາຊ່ອງ​ທາງຈະຍຸ​ຕິ​ຮ່າງ​ກົດ​ໝາຍ​ທີ່​ຈະອະ​ນຸ​ຍາດ​ໃຫ້​ສົ່ງ​ພວກ​ທີ່​ຕ້ອງ​ສົງ​ໄສ​ຊາວ​ຮົງ​ກົງ ​ໄປ​ດຳ​ເນີນ​ຄະ​ດີຢູ່​ບ່ອນ​ອື່ນ ​ຮວມ​ທັງຈີນ​ແຜ່ນ​ດິນ​ໃຫຍ່. ພວກ​ປະ​ທ້ວງ​ທັງ​ຫຼາຍ ໃນ​ເວ​ລານີ້ແມ່ນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ໂດຍ​ກົງ ສຳ​ລັບ​ຜູ້​ນຳ​ຄົນ​ຕໍ່​ໄປ ໃນ​ການ​ປ່ອນ ບັດ​ທີ່ເສ​ລີ​, ​ແລະ​ຍຸດ​ຕິ​ທຳ ແລ​ະ​ກໍ​ສືບ​ສວນ​ຢ່າງ​ເປັນ​ອິດ​ສະ​ຫຼະ ຕໍ່​ພວກ​ຕຳ​ຫຼວດ​ທີ່​ຖືກ​ກ່າວ​ຫາ​ວ່າ​ ປະ​ຕິ​ບັດ​ແບບ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ນັ້ນ.​

ທ່ານ​ນາງ​ແຄ​ຣີ ແລມ ຜູ້​ນຳ​ຂອງ​ຮົງ​ກົງ​ທີ່​ກຳ​ລັງດີ້ນ​ຮົນ​ຕໍ່​ສູ້​ເພື່ອ​ຮັກ​ສາຕຳ​ແໜ່ງ​ໄວ້​ນັ້ນ ໄດ້​ປົກ​ປ້ອງ​ການ​ເອົາ​ບາດ​ກ້າວຂອງ​ພວກ​ຕຳ​ຫຼວດ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ວັນ​ອັງ​ຄານ​ມື້​ນີ້ ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຕ້ອງໄດ້ “​ຕັດ​ສິນ​ໃຈດຽວ​ນັ້ນ” ພາຍ​ໃຕ້ “​ສະ​ຖານ​ນະ​ການ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ.” ທ່ານ​ນາງ​ແລມກ່າວ​ວ່າ ທ່ານ​ນາງ​ຈະ​ແກ້​ໄຂ​ກ່ຽວ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພວກ​ປະຫຼັງ​ຈາກ​ຄວາມ​ຮຸນ​ແຮງໄດ້​ຍຸ​ຕິ​ແລ້ວ ແລະ​ສະ​ຖາ​ນະ​ການ​ທີ່​ວຸ້ນ​ວາຍ ​ທີ່​ພວກ​ເຮົາ​ເຫັນ ຢູ່ ໃນ​ປັດ​ຈຸ​ບັນ​ນີ້ ອາດ​ຈະ​ເບົາ​ບາງ​ລົງ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນນະ​ຄອນ​ປັກ​ກິງ ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ເອີ້ນ​ພ​ວ​ກ​ປະ​ທ້ວງວ່າ “ພວກ​ກໍ່​ການ​ຮ້າຍ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG