ການປະທ້ວງຢູ່ທີ່ Hong Kong ໄດ້ນຳເອົາປະຊາຊົນ ຫຼາຍໝື່ນ
ຄົນອອກມາເດີນຂະບວນ ເພື່ອສະແດງການຄັດຄ້ານຕໍ່ກຸ່ມນິຍົມ
ປະຊາທິປະໄຕ ທີ່ເອີ້ນວ່າ “Occupy Central” ຫຼື “ເຂົ້າຄອບ
ຄອງໃຈກາງເມືອງ” ທີ່ໄດ້ກ່າວວ່າ ພວກຕົນຈະເຂົ້າຢຶດຄອງ
ຍ່ານທຸລະກິດ ຖ້າຫາກວ່າ ຄຳຮຽກຮ້ອງໃຫ້ປະຕິຮູບທາງການ
ເມືອງຂອງພວກຕົນ ບໍ່ໄດ້ຮັບການຕອບສະໜອງ.
ກຸ່ມດັ່ງກ່າວ ໄດ້ຂູ່ມາເປັນເວລາຫຼາຍເດືອນແລ້ວວ່າ ພວກຕົນຈະອອກມາຕັນຖະໜົນ
ຫົນທາງ ຢູ່ໃນເມືອງທີ່ປົກຄອງຕົນເອງເຄິ່ງນຶ່ງນັ້ນ ຖ້າຈີນບໍ່ຮັບປະກັນ ສິດທິໃນການ
ປ່ອນບັດເລືອກຕັ້ງ ແລະໃຫ້ມີການເລືອກຕັ້ງໂດຍປະຊາຊົນ ໃນປີ 2017 ເພື່ອເລືອກ
ເອົາຄະນະນຳພາ ຂອງ Hong Kong ນັ້ນ.
ຜູ້ປະທ້ວງຄັດຄ້ານຄົນນຶ່ງ ທ້າວ Terrence Chung ກ່າວວ່າ ຄຳຂູ່ດັ່ງກ່າວ ແມ່ນຮຸນແຮງ
ເກີນໄປ. ລາວເວົ້າວ່າ:
“ວິທີການຂອງພວກ “Occupy Central” ແມ່ນວິທີການປະທ້ວງທີ່ຮຸນແຮງໂພດ
ການນຳໃຊ້ວິທີທາງດ້ານທີ່ຖືກກົດໝາຍ ເພື່ອສະແດງຄວາມຄິດເຫັນນັ້ນ ແມ່ນຖືກ
ແລ້ວ. ແຕ່ວ່າ ຖ້າມັນເປັນການປະທ້ວງທີ່ບໍ່ມີເຫດຜົນ ຄວາມເປັນລະບຽບຂອງສັງ
ຄົມ ກໍຈະຖືກລົບກວນ.”
ພວກອອກມາປະທ້ວງ ໃນວັນອາທິດວານນີ້ ແມ່ນພ້ອມພຽງກັນ ໃນການຄັດຄ້ານຕໍ່ພວກ
“Occupy Central” ແຕ່ບໍ່ພ້ອມພຽງກັນ ໃນສິ່ງທີ່ພວກເຂົາຕ້ອງການ ສຳຫລັບການປົກຄອງບ້ານເມືອງ.
ໃນການປະທ້ວງດັ່ງກ່າວ ທີ່ຈັດຕັ້ງຂຶ້ນໂດຍກຸ່ມ ພັນທະມິດເພື່ອສັນຕິ ພາບ ແລະປະຊາທິ
ປະໄຕ ຕໍ່ຕ້ານການຄອບຄອງໃຈກາງເມືອງນັ້ນ ໍຫຼາຍໆຄົນໃສ່ເຄື່ອງນຸ່ງສີແດງ ທີ່ຊີ້ບອກ
ເຖິງຈົງຮັກພັກດີຕໍ່ປັກກິ່ງ. ປ້າຍໂຄສະນາອັນນຶ່ງອ່ານວ່າ “ພັກກອມມຸຍນິດຈີນຢືນຢົງ”
ໃນຂະນະດຽວກັນນັ້ນ ພວກນຶ່ງຮ້ອງໂຮວ່າ “ພວກເຮົາຢາກໄດ້ສັນຕິພາບ ແລະປະຊາ
ທິປະໄຕ.”
Hong Kong Protesters Oppose Occupy Movement
A protest in Hong Kong brought tens of thousands of demonstrators to the city's streets to oppose the vocal pro-democracy "Occupy Central" group that has said it will take over the business district if its political reform demands are not met.
Occupy Central has for months threatened to block streets in the semi-autonomous city if China does not ensure universal suffrage and popular elections in the 2017 vote for Hong Kong leadership.
Protesters said those threats go too far.
Protester Terence Chung says in Cantonese:
"Occupy Central is an extreme way of protesting. Using legal ways to express opinions is all right. If it comes to an irrational protest, social order will be disrupted," (protestor Terence Chung said.
Sunday's protesters were unified in their opposition to Occupy Central, but not in what they want for the city's governance.
At the event organized by the Alliance for Peace and Democracy Against Occupy Central, many wore red, indicating an allegiance to Beijing. One banner read "Long live the Chinese communist party," while some chanted, "We want peace and democracy."