ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້​ປະ​ທ້ວງ ຮົງ​ກົງ ໂຈມ​ຕີ ອົງ​ການ​ຂ່າວ​ຂອງ ຈີນ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ ກຽມ​ແກວ່ງ​ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ຕຳຫຼວດໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ທີ່ ຮົງ​ກົງ. 2 ພະ​ຈິກ, 2019.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ ກຽມ​ແກວ່ງ​ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ຕຳຫຼວດໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ທີ່ ຮົງ​ກົງ. 2 ພະ​ຈິກ, 2019.

ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ແມ່ນບໍ່​ໄດ້​ມີ​ແຜນ​ຈັດ​ຂຶ້ນ​ໃນ​ ຮົງ​ກົງ ສຳ​ລັບວັນ​ອາ​ທິດມື້ນີ້.

ແຕ່​ແນວ​ໃດ​ກໍ​ຕາມ, ໃນ​ວັນ​ເສົາ​ວານນີ້, ການ​ຊຸມ​ນຸມ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ໄດ້​ກາຍ​ເປັນ​ການ​ປະ​ທະ​ກັນ​ກັບ​ຕຳຫຼວດ ໃນ​ຂະ​ນະ​ທີ່​ຜູ້​ປະ​ທ້ວງ​ຫົວ​ຮຸນ​ແຮງ ໄດ້​ທຳ​ລາຍ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ ແລະ ຕຶກ​ຕ່າງໆ ແລະ ໄດ້​ໂຈມ​ຕີ​ຫ້ອງ​ການ​ຂອງ​ອົງ​ການ​ຂ່າວ ຊິນ​ຫົວ, ເຊິ່ງ​ແມ່ນ​ອົງ​ການ​ຂ່າວ​ທາງ​ການ​ຂອງ ຈີນ.

ຕຳຫຼວດ​ໄດ້​ຕອບ​ໂຕ້​ດ້ວຍ​ປືນ​ສີດ​ນ້ຳ, ກວ່າງ​ແກັ​ສ​ນ້ຳ​ຕາ​ໃສ່ ແລະ ໄດ້​ຈັບ​ກຸມ​ຜູ້​ປະ​ທ້ວງຫຼາຍ​ສິບ​ຄົນ ໃນ​ການ​ປະ​ທ້ວງທ້າຍ​ອາ​ທິດ 22 ຄັ້ງ​ລຽນ​ຕິດ​ກັນ. ການ​ປະ​ທະ​ກັນ​ໄດ້​ແກ່​ຍາວ​ໄປ​ຈົນ​ຮອດ​ຕອນ​ເຊົ້າ​ຂອງວັນ​ອາ​ທິດນີ້.

ອົງ​ການ​ຂ່າວ ຊິນ​ຫົວ ໄດ້​ກ່າວ​ວ່າ “ພວກ​ນັກ​ເລງ​ປ່າ​ເຖື່ອນ” ໄດ້​ມ້າງ​ປະ​ຕູ​ຂອງ​ອົງ​ການ ແລະ ລະ​ບົບ​ຄວາມ​ປອດ​ໄພ ແລະ ຍັງ​ໄດ້​ດຶກ​ໄຟ​ ແລະ ລະ​ເບີດ​ສີ​ເຂົ້າ​ໃສ່​ຫ້ອງ​ພັກ​ແຂກ.

ຜູ້​ປະ​ທ້ວງ​ອາ​ຍຸ 18 ປີ ທ້າວ ກໍ​ດອນ ຊອຍ ໄດ້​ກ່າວ​ຕໍ່​ອົງ​ການຂ່າວ AFP , ເຊິ່​ງ​ແມ່ນ​ອົງ​ການ​ຂ່າວ​ຂອງ ຝ​ຣັ່ງ ວ່າ “ລັດ​ຖະ​ບານ ແລະ ຕຳ​ຫຼວດ​ແມ່ນບໍ່​ໄດ້​ຫົວ​ຊາ ແລະ ໄດ້​ຍັບ​ຢັ້ງ​ຄວາມ​ຮຽກ​ຮ້ອງ​ຂອງ​ປະ​ຊາຊົນ ສະ​ນັ້ນ​ພວກ​ເຮົາ​ຕ້ອງ​ໄດ້​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຮົາ ເພື່ອ​ສະ​ແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ພວກ​ເຮົາ​ຍັງ​ຢາກ​ໄດ້​ສິ່ງ​ພວກ​ເຮົາ​ຂໍ​ຢູ່.”

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ທ່ານ ເຊັນ ຈຸນ​ຢົກ, ຜູ້​ອຳ​ນວຍ​ການ​ຂອງ​ຄະ​ນະ​ກຳ​ມະ​ການກົດ​ໝາຍ​ພື້ນ​ຖານ ​ຮົງ​ກົງ ແລະ ມາ​ເກົ້າ ໄດ້​ເຕືອນ​ວ່າ ຈີນ “ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ປະ​ພຶດ​ທີ່​ສ້າງ​ຄວາມ​ແຕກ​ແຍກ ຫຼື ສ້າງ​ອັນ​ຕະ​ລາຍ​ຕໍ່​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ ແລະ ຈະ​ປ້ອງ​ກັນ ແລະ ຍັບ​ຢັ້ງ​ຕໍ່​ການ​ແຊກ​ແຊງ​ຂອງ​ມະ​ຫາ​ອຳ​ນາດ​ຕ່າງ​ປະ​ເທດ​ຢ່າງ​ເດັດ​ຂາດ ໃນ​ບັນ​ຫາ ຮົງ​ກົງ ແລະ ມາ​ເກົ້າ ແລະ ການ​ດຳ​ເນີນ​ການ​ແບ່ງ​ແຍກ​ດິນ​ແດນ​ຂ​ອງ​ເຂົາ​ເຈົ້າ, ການ​ໂຄ່ນ​ລົ້ມ, ການ​ແຊກ​ແຊງ ແລະ ການກໍ່​ວິ​ນາດ​ສະ​ກຳ.”

ເມືອງ​ເຄິ່ງ​ປົ​ກ​ຄອງ​ຕົນ​ເອງ​ດັ່ງ​ກ່າວ ແມ່ນ​ໄດ້​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ປະ​ທ້ວງ​ທີ່ໃຫຍ່ ແລະ ​ມັກ​ຈະ​ໃຊ້​ຄວາມ​ຮຸນ​ແຮງ 5 ເດືອນ​ແລ້ວ, ເຊິ່ງ​ກຳ​ເນີດ​ມາ​ຈາກ​ການ​ສະ​ເໜີ​ຮ່າງ​ກົດ​ໝາຍ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ຜູ້​ຕ້ອງ​ສົງ​ໄສ​ອາ​ຊະ​ຍາ​ກອນ ຖືກ​ສົ່ງ​ຕົວ​ໄປ​ດຳ​ເນີນ​ຄະ​ດີ​ໃນ ຈີນ ແຜ່ນ​ດິນ​ໃຫຍ່. ການ​ປະ​ທ້ວງ​ໄດ້​ກາຍ​ເປັນ​ການ​ຮຽກ​ຮ້ອງ​ສຳ​ລັບ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ສົມ​ບູນ​ສຳ​ລັບ ຮົງ​ກົງ, ການ​ສືບ​ສວນ​ອິດ​ສະຫຼະ ກ່ຽວ​ກັບ ການ​ໃຊ້​ກຳ​ລັງ​ເກີດ​ຂອບ​ເຂດ​ໂດຍ​ຕຳຫຼວດ ແລະ ການ​ໃຫ້​ອະ​ໄພ​ຍະ​ໂທດ​ຢ່າງ​ສົມ​ບູນ​ ສຳ​ລັບ​ນັກ​ເຄື່ອນ​ໄຫວ​ທຸກ​ຄົນ​ທີ່​ຖືກ​ຈັບ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ. ນັກ​ເຄື່ອນ​ໄຫວ​ທີ່​ໃສ່​ໜ້າ​ກາກ ໄດ້​ທຳ​ລາຍ​ຫ້າງ​ຮ້ານ​ທຸ​ລະ​ກິດ​ຕ່າງໆ ແລະ ລະ​ບົບ​ລົດ​ໄຟ​ໃຕ້​ດິນ​ຂອງ​ເມືອງ, ແລະ ໄດ້​ໂຈມ​ຕີ​ຕຳຫຼວດ​ດ້ວຍ​ກ້ອນ​ດິນ​ຈີ່ ແລະ ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ເຮັດ​ເອົາ​ເອງ.

No major demonstrations are planned for Sunday in Hong Kong.

On Saturday, however, pro-democracy rallies devolved into clashes with police as hardcore protestors vandalized subways and buildings and attacked the offices of Xinhua, China's official news agency.

Police responded with water cannons, volleys of tear gas and the arrest of dozens of demonstrators in the 22nd consecutive weekend of protests.The skirmishes lasted until early Sunday.

Xinhua said "barbaric thugs" had broken the agency's doors and security systems and had also thrown fire and paint bombs into the lobby.

Eighteen-year-old protester Gordon Tsoi told AFP, the French news agency: "The government and the police have been ignoring and suppressing the people's demands so we need to continue the movement to show them we still want what we are asking for."

Friday, Shen Chunyaok, the director of the Hong Kong, Macao and Basic Law Commission warned that China "absolutely will not permit any behavior encouraging separatism or endangering national security and will resolutely guard against and contain the interference of foreign powers in the affairs of Hong Kong and Macao and their carrying out acts of separatism, subversion, infiltration and sabotage."

The semi-autonomous city has been mired in five months of massive and oftentimes violent protests since June, sparked by a proposed bill that would have allowed criminal suspects to be extradited to mainland China.The protests have evolved into demands for full democracy for Hong Kong, an independent inquiry into possible use of excessive force by police and complete amnesty for all activists arrested during the demonstrations.Masked activists have vandalized businesses and the city subway system, and attacked police with bricks and homemade gasoline bombs.

XS
SM
MD
LG