ຜູ້ບໍລິຫານໃຫຍ່ຂອງ ເກາະ ຮົງກົງ ທ່ານນາງ ແຄຣີ ແລມ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ
ຈີນ “ເຂົ້າໃຈ, ເຄົາລົບ ແລະ ສະໜັບສະໜູນ” ການເຄື່ອນໄຫວເພື່ອຖອນຮ່າງກົດໝາຍ
ສົ່ງຜູ້ຮ້າຍຂ້າມແດນຂອງລັດຖະບານເພິ່ນ ທີ່ໄດ້ກໍ່ໃຫ້ເກີດການປະທ້ວງສະໜັບສະໜູນ
ປະຊາທິປະໄຕດົນສາມເດືອນ.
ທ່ານນາງ ແລມ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຈຸດເພັ່ງເລັງທີ່ສຳຄັນທີ່ສຸດແມ່ນກ່ຽວກັບ
ການຢຸດສິ່ງທີ່ໄດ້ກາຍເປັນການປະທ້ວງທີ່ມີຄວາມຮຸນແຮງຂຶ້ນກວ່າເກົ່າ ແລະ ຟື້ນຟູສັນ
ຕິພາບໃນ ຮົງກົງ. ທ່ານນາງໄດ້ກ່າວວ່າ ທ່ານຫວັງວ່າຜູ້ທີ່ເຂົ້າຮ່ວມໃນການປະທ້ວງຈະ
ເຂົ້າໃຈວ່າ ຄວາມຮຸນແຮງ ແມ່ນໄດ້ສົ່ງຜົນກະທົບຕໍ່ເມືອງ ແລະ ການດຳລົງຊີວິດໃນແຕ່
ລະວັນຂອງປະຊາຊົນຂອງເຂົາເຈົ້າ.
ທ່ານນາງ ແລມ ໄດ້ປຶກສາຫາລືມາດຕະການອື່ນໆ ທີ່ທ່ານນາງຫວັງວ່າຈະອະນຸຍາດ
ໃຫ້ເກີດການສົນທະນາ ກ່ຽວກັບ ແຫຼ່ງຂ່າວທີ່ມາຕ່າງໆໃນຄວາມບໍ່ພໍໃຈຢູ່ ຮົງກົງ, ແຕ່
ບໍ່ໄດ້ສະແດງໃຫ້ເຫັນສັນຍານ ກ່ຽວກັບ ການເຫັນດີກັບການຮຽກຮ້ອງທຸກຢ່າງຈາກ
ພວກປະທ້ວງ.
ດັ້ງເດີມແລ້ວເຂົາເຈົ້າໄດ້ອອກໄປຖະໜົນຕ່າງໆໃນເດືອນມິຖຸນາທີ່ຜ່ານມາ ໃນການປະ
ທ້ວງທີ່ສະຫງົບ ເພື່ອພະຍາຍາມຖອນຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມແດນ, ເຊິ່ງຈະອະນຸ
ຍາດໃຫ້ຜູ້ຕ້ອງສົງໄສທີ່ເປັນອາຊະຍາກອນ ຖືກສົ່ງໄປ ຈີນແຜ່ນດິນໃຫຍ່ ສຳລັບການ
ດຳເນີນຄະດີໃນສານທີ່ຖືກຄວບຄຸມປົກພັກຄອມມູນິສ.
ການຮຽກຮ້ອງທີ່ສຳຄັນອີກສີ່ຢ່າງ ໄດ້ກາຍເປັນການປ້ອງກັນໃນການເຄື່ອນໄຫວປະ
ທ້ວງ, ລວມມີການສືບສວນຄວາມໂຫດຫ້ຽມຂອງຕຳຫຼວດ ຕໍ່ຜູ້ປະທ້ວງຢ່າງເປັນອິດ
ສະຫຼະ, ປ່ອຍຕົວຜູ້ຖືກຄວບຄຸມຕົວຢ່າງບໍ່ມີເງື່ອນໄຂ, ບໍ່ໃຫ້ຕີຄວາມໝາຍການປະ
ທ້ວງວ່າ “ການຈະລາຈົນ,” ແລະ ອະນຸຍາດໃຫ້ ຮົງກົງ ເລືອກຜູ້ນຳຂອງເຂົາເຈົ້າເອງ.
ຜູ້ປະທ້ວງໄດ້ກ່າວວ່າ ການເຄື່ອນໄຫວຂອງທ່ານນາງ ແລມ ເພື່ອຖອນຮ່າງກົດໝາຍ
ສົ່ງຜູ້ຮ້າຍຂ້າມແດນ ແມ່ນການດຳເນີນການທີ່ໜ້ອຍໂພດ ແລະ ຊ້າໂພດ. ການປະທ້ວງ
ເພີ່ມເຕີມແມ່ນມີແຜນຈະຈັດຂຶ້ນໃນວັນເສົານີ້.
ການປະທ້ວງໄດ້ເຮັດໃຫ້ການດຳລົງຊີວິດປະຈຳວັນ ໃນສູນການດ້ານການເງິນຂອງ
ເອເຊຍ ເກືອບຢຸດຊະງັກ, ໂດຍພວກປະທ້ວງໄດ້ກໍ່ກວນການປະຕິບັດງານຕ່າງໆຢູ່ລະ
ບົບລົດໄຟໃຕ້ດິນ ແລະ ສະໜາມບິນຂອງເມືອງ. ຜູ້ປະທ້ວງຫຼາຍຮ້ອຍ ຖ້າບໍ່ແມ່ນຫຼາຍ
ພັນຄົນໄດ້ຖືກຈັບ ຫຼັງຈາກການປະທະກັນກັບຕຳຫຼວດທີ່ໃຊ້ໄມ້ຄ້ອນທຸບຕີ, ຍິງແກັສ
ນ້ຳຕາໃສ່ ແລະ ໃຊ້ປືນສີດນ້ຳໃສ່.
Hong Kong chief executive Carrie Lam said Thursday that China "understands, respects and supports" her government's move to withdraw an extradition bill that sparked three months of pro-democracy protests.
Lam told reporters the most important focus now is on stopping what have become increasingly violent protests and restoring peace to Hong Kong.She said she hopes those taking part in the demonstrations understand that violence is affecting the city and the daily lives of its citizens.
Lam discussed other measures she hopes will allow for dialogue about sources of discontent in Hong Kong, but showed no sign of agreeing to all of the demands set out by protesters.
They originally took to the streets in June in peaceful demonstrations seeking the withdrawal of the extradition bill, which would have permitted criminal suspects to be sent to mainland China for trial in courts controlled by the ruling Communist Party.
Four other main demands have become entrenched in the protest movement, including an independent investigation of police brutality against protesters, unconditional release of detainees, not defining the protests as "riots," and allowing the people of Hong Kong to choose their own leaders.
Demonstrators said Lam's move to withdraw the extradition bill amounts to too little, too late.More demonstrations are planned for Saturday.
The protests have brought everyday life in the Asian financial hub to a near halt, with protesters disrupting activities at the city's subway system and airport. Hundreds, if not thousands of protesters have been arrested after clashes with police wielding batons and firing tear gas and water cannons.