ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງແຄຣີ ແລມ ຜູ້​ນຳ​ຂອງ​ຮົງ​ກົງ ຈະບໍ່ຫາທາງ ເຂົ້າດຳລົງຕຳແໜ່ງ ເປັນສະໄໝທີສອງ


ທ່ານ​ນາງ Carrie Lam, ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ກ່າວ​ຄຳ​ປາ​ໄສໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ ໃນ​ຮົງ​ກົງ, ວັ​ນທີ 23 ພະ​ຈິກ, 2021.
ທ່ານ​ນາງ Carrie Lam, ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ກ່າວ​ຄຳ​ປາ​ໄສໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ ໃນ​ຮົງ​ກົງ, ວັ​ນທີ 23 ພະ​ຈິກ, 2021.

ຜູ້​ນໍາ​ຮົງ​ກົງ, ທ່ານ​ນາງແຄ​ຣີ ແລມ (Carrie Lam) ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າທ່ານນາງ​ຈະ​ບໍ່​ຫາ​ທາງ​ກຳ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ​ສອງອີກ ​ຫຼັງ​ຈາກ​ຫ້າ​ປີ​ແຫ່ງ​ບັນ​ຫາ​ຫຍຸ້ງ​ຍາກ​ທີ່ເປັນ​ຂີດ​ໝາຍດ້ວຍ​ການ​ປະ​ທ້ວງ​ຢ່າງ​ໃຫຍ່​ ທີ່​ຮຽກ​ຮ້ອງ​ໃຫ້ທ່ານ​ນາງ​ລາ​ອອກ​ຈາກ​ຕຳ​ແໜ່ງ, ການ​ປາບ​ປາມໃນດ້ານ​ຄວາມ​ໝັ້ນ​ຄົງ ​ທີ່​ໄດ້​ສະກັດ​ກັ້ນ​ການ​ຕໍ່​ຕ້ານ ​ແລະ​ໃນ​ບໍ່​ດົນ​ມາ​ນີ້ ​ແມ່ນ​ຄື້ນຟ​ອງ​ລະ​ບາດ​ຂອງ​ໂຄ​ວິດ-19 ທີ່​ຄອບ​ງຳ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ຜູ້ສືບທອດຕຳ​ແໜ່ງ​ແທນທ່ານນາງ ຈະຖືກເລືອກເອົາໃນເດືອນພຶດສະພາຈະ​ມາ​ເຖິງນີ້ ແລະ ຫົວຫນ້າຄວາມ​ໝັ້ນ​ຄົງຂອງເມືອງດັ່ງ​ກ່າວ ໃນໄລ​ຍະ​ທີ່​ມີການປະ ທ້ວງປີ 2019 ແມ່ນນອນ ໃນບັນດາ ຜູ້​ທີ່​ອາດ​ຈະ​ຖືກເລືອກ.

ທ່ານນາງ​ແລມກ່າວ​ໃນ​ກອງ​ປະຊຸມຖະ​ແຫລງ​ຂ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໜ້າ​ທີ່ໃຫ້ສິ້ນ​ສຸດ​ອາຍຸ​ການ​ເປັນຫົວ​ຜູ້​ບໍລິຫານ 5 ປີ ​ໃນ​ວັນ​ທີ 30 ມິຖຸນາ​ປີ​ນີ້, ​ແລະ​ຂ້າພະ​ເຈົ້າຍັງ​ຈະ​ເອີ້ນ​ວ່າ ​ເປັນ​ການ​ສິ້ນ​ສຸດ​ການ​ຮັບ​ໃຊ້​ໃນ​ວົງ​ການ​ລັດ​ຖະ​ບານ​ທີ່​ມີມາ 42 ປີ​ຂອງ​ຂ້າພະ​ເຈົ້າອີກ. ທ່ານນາງຂອບໃຈ ທີມງານເຈົ້າໜ້າທີ່ທ້ອງຖິ່ນຂອງທ່ານ​ນາງ ແລະບັນ​ດາເຈົ້າໜ້າທີ່ສູນກາງໃນປັກກິ່ງ ແລະກ່າວ ວ່າ ທ່ານນາງມີແຜນທີ່ຈະໃຊ້ເວລາຫຼາຍຂຶ້ນກັບ ຄອບຄົວເຊິ່ງເປັນ "ການພິຈາລະນາແຕ່ພຽງສິ່ງດຽວ" ຂອງ​ທ່ານ​ນາງ.

ຂ່າວ​ລືກັນ​ໄດ້​ນອງ​ນັນ​ມາ​ເປັນ​ເວລາ​ຫຼາຍ​ເດືອນ​ ກ່ຽວ​ກັບ​ວ່າ ທ່ານ​ນາງ​ຈະ​ສະແຫວ​ງຫາທາງເລືອກ​ຕັ້ງເພື່ອ​ກຳ​ຕຳ​ແໜ່ງ​ຕື່ມອີກ​ສະໄໝ​ນຶ່ງຫລືບໍ່, ​ແຕ່​ທ່ານ​ນາງ​ກ່າວ​ວ່າ ການ​ຕັດສິນ​ໃຈ​ຂອງ​ທ່ານ​ນາງ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ລັດຖະບານ​ກາງ​ໃນ​ນະ ຄອນຫຼວງ​ປັກ​ກິ່ງ​ໃນ​ປີ​ກາຍ​ນີ້ ​ແລະ​ໄດ້​ຮັບ “​ຄວາມ​ເຄົາລົບ​ ແລະ​ຄວາມ​ເຂົ້າ​ໃຈ.”

ທ່ານນາງ​ແລມກ່າວ​ວ່າ “ການ​ດຳ​ລົງ​ຕຳ​ແໜ່ງຂອງ​ຂ້າ​ພະ​ເຈົ້າ​ເປັນ​ຫົວ​ໜ້າ​ຜູ້​ບໍ​ລິ​ຫານບໍ່​ຮອດ 2 ປີ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ກົດ​ດັນ​ຢ່າງ​ໃຫຍ່ຫລວງ ຍ້ອນ​ຮ່າງ​ກົດ​ໝາຍ​ຕ້ານ​ການສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ແລະ ຍ້ອນ​ການ​ແຊກ​ແຊງ​ຈາກ​ກຳ​ລັງ​ຕ່າງ​ປະ​ເທດ ແລະການ​ໂຈມ​ຕີ​ຂອງ​ພະ​ຍາດ​ໂຄວິດ-19. ແຕ່ຢ່າງໃດກໍ່ຕາມ, ແຮງຜັກ​ດັນ​ທີ່​ເປັນ​ກຳ​ລັງ​ໃຈ​ສໍາລັບຂ້າພະເຈົ້າໃຫ້​ສືບ​ຕໍ່ດຳ​ເນີນ​ງານ​ໄດ້ ແມ່ນມາ​ຈາກການສະຫນັບສະຫນູນຢ່າງ ຫນັກແຫນ້ນຢູ່ເບື້ອງຫຼັງຂອງຂ້າພະເຈົ້າ ໂດຍ ເຈົ້າຫນ້າທີ່ຢູ່ສູນກາງ."

ທ່ານ​ນາງ Carrie Lam, ຫົວ​ໜ້າ​ຜູ້​ບໍ​ລິ​ຫານ (ກາງ) ໃສ່​ໜ້າ​ກາກ​ໃສ​ປົກ​ໜ້າ​ກ່ອນ​ຈະ​ແຈກ​ຢາຍ​ອຸ​ປະ​ກອນ​ປ້ອງ​ກັນ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃຫ້​ແກ່​ຄົນ​ຢູ່​ໃນ​ງານ​ຕ້ານ​ການ​ລະ​ບາດ​ຢ່າງ​ໜັກ​ຂອງ​ພະ​ຍາດ​ໃນ​ຮົງ​ກົງ ໃນ​ວັນ​ທີ 2 ເມ​ສາ, 2022.
ທ່ານ​ນາງ Carrie Lam, ຫົວ​ໜ້າ​ຜູ້​ບໍ​ລິ​ຫານ (ກາງ) ໃສ່​ໜ້າ​ກາກ​ໃສ​ປົກ​ໜ້າ​ກ່ອນ​ຈະ​ແຈກ​ຢາຍ​ອຸ​ປະ​ກອນ​ປ້ອງ​ກັນ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃຫ້​ແກ່​ຄົນ​ຢູ່​ໃນ​ງານ​ຕ້ານ​ການ​ລະ​ບາດ​ຢ່າງ​ໜັກ​ຂອງ​ພະ​ຍາດ​ໃນ​ຮົງ​ກົງ ໃນ​ວັນ​ທີ 2 ເມ​ສາ, 2022.

ທ່ານ​ນາງ​ເປັນ​ປະທານ​ ໃນ​ໄລຍະ​ທີ່​ປັກ​ກິ່ງ​ໄດ້​ຍຶດໝັ້ນ​ການຄວບ​ຄຸມຢ່າງ​ແໜ້ນ​ແກ່ນຕໍ່​ອະດີດ​ອານາ​ນິຄົມ​ຂອງ​ອັງກິດ ​ທີ່​ໄດ້​ຖືກ​ໂອນ​ຄືນ​ໃຫ້​ຈີນ​ ໃນ​ປີ 1997. ​ເປັນ​ເວລາ​ຫຼາຍ​ປີທີ່ນະຄອນ​ດັ່ງກ່າວ​ ໄດ້​ປ່ຽນ​ກັບໄປກັບ​ມາ​ລະຫວ່າງ​ການ​ຮຽກ ຮ້ອງ​ໃຫ້​ມີ​ເສລີພາບ​ຫຼາຍ​ຂຶ້ນ ​ແລະ ສັນຍານ​ທີ່​ສະ​ແດງໃຫ້​ເຫັນ​ການຂະຫຍາຍອິດ​ທິ​ພົນ​ຂອງ​ຈີນເຂົ້າໄປ​ໃນ​ເມືອງດັ່ງ​ກ່າວ ​ແມ່ນແຕ່​ພາຍ​ຫຼັງ​ທີ່​ຮົງ​ກົງ​ໄດ້​ຮັບ​ສັນ​ຍາວ່າ ​ຈະ​ໃຫ້​ມີສິດ​ເສລີ​ພາບ​ໃນ​ການ​ປົກ​ຄອງ​ໃນ​ຮູບ​ແບບ​ເຄິ່ງ​ປົກ​ຄອງ​ຕົນ​ເອງ​ຈາກ​ແຜ່ນ​ດິນ​ໃຫຍ່ ເປັນ​ເວ​ລາ 50 ປີ ກໍ​ຕາມ.

ຄະ​ແນນນິຍົມຂອງທ່ານນາງແລມໄດ້ຫຼຸດລົງຢ່າງຫຼວງຫຼາຍໃນໄລຍະ 5 ປີຂອງ ການ​ດຳ​ລົງ​ຕຳ​ແໜ່ງຂອງ​ທ່ານນາງ, ໂດຍສະເພາະແມ່ນກ່ຽວກັບກົດຫມາຍ ທີ່ ຈະອະນຸຍາດໃຫ້ຜູ້ຕ້ອງສົງໄສໃນ​ການກໍ່ອາຊະຍາກໍາ ຖືກສົ່ງໄປຫາຈີນແຜ່ນດິນ ໃຫຍ່ເພື່ອດໍາເນີນຄະດີ ແລະຕໍ່ມາກ່ຽວກັບການນໍາພາຂອງທ່ານນາງໃນລະ ຫວ່າງການປະທ້ວງໃນ​ປີ 2019 ທີ່ມີການປະທະກັນຢ່າງຮຸນແຮງລະຫວ່າງຕໍາຫຼວດ ແລະຜູ້ປະທ້ວງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG