ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ.ນ. ແລມ ຢາກ​ໃຫ້​ຮົງ​ກົງ ແກ້​ໄຂ​ບັນ​ຫາ ດ້ວຍ​ຕົວ​ເອງ ແຕ່​ກໍ​ຈະ​ຂໍ​ຄວາມ​ຊ່ວຍ​ເຫລືອ ຈາກ​ຈີນ ​ແຜ່ນ​ດິນ​ໃຫຍ່ ຖ້າ​ຈຳ​ເປັນ


ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ເກາະຮົງ​ກົງ, ທ່ານ​ນາງ ແຄ​ຣີ ແລມກໍ​າລັງລົງ​ຈາກ​ເວ​ທີ​ຫລັງ​ຈາກ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລວງ​ຂ່າວຢູ່​ຮົງ​ກົງ ໃນ​ວັນ​ທີ 4 ຕຸ​ລາ, 2019
ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ເກາະຮົງ​ກົງ, ທ່ານ​ນາງ ແຄ​ຣີ ແລມກໍ​າລັງລົງ​ຈາກ​ເວ​ທີ​ຫລັງ​ຈາກ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລວງ​ຂ່າວຢູ່​ຮົງ​ກົງ ໃນ​ວັນ​ທີ 4 ຕຸ​ລາ, 2019

ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ເກາະຮົງ​ກົງ, ທ່ານ​ນາງ ແຄ​ຣີ ແລມ ໄດ້​ກ່າວ​ໃນ​ວັນອັງ​ຄານມື້​ນີ້​ວ່າ ທ່ານ​ນາງຈະ​ບໍ່​ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຈີນ​ແຜ່ນ​ດິນ​ໃຫຍ່ ເພື່ອ​ຮັບ​ມື​ກັບພວກ​ປະ​ທ້ວງເພື່ອ​ປະ​ຊາ​ທິ​ປະ​ໄຕ, ແຕ່​ທ່ານ​ນາງ​ກໍມີ​ຄວາມ​ຮູ້​ສຶກຢ່າງ​ແຮງວ່າ ຮົງ​ກົງ “ຄວນ​ແກ້​ໄຂ​ບັນ​ຫານີ້​ດ້ວຍ​ພວກເຮົາ​ເອງ.”

"ນັ້ນ​ກໍ​ເປັນຈຸດ​ຢືນ​ຂອງ​ລັດ​ຖະ​ບານ​ກາງ​ເຊັ່ນ​ກັນວ່າ ຮົງ​ກົງ​ຄວນ​ແກ້​ໄຂ​ບັນ​ຫາ​ດ້ວຍ​ຕົນ​ເອງ ແຕ່​ຖ້​າ​ສະ​ຖາ​ນະ​ການ​ຫາກ​ຮ້າຍ​ແຮງຂຶ້ນ​ໄປ​ຫລາຍແລ້ວ ກໍບໍ່​ມີ​ທາງ​ເລືອກ​ອັນ​ໃດທີ່ເຫລືອ​ອີກ​ແລ້ວ​ ຖ້າ​ຫາກວ່າ ພວກ​ເຮົາ​ຢາກ​ໃຫ້​ຮົງ​ກົງ​ຢ່າງ​ໜ້ອຍ​ກໍ​ມີ​ໂອ​ກາດ​ອີກ​ຄັ້ງ​ນຶ່ງ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ທີ່​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ.

ທ່ານ​ນາງ​ແລມ ເວົ້າ​ວ່າ ທ່ານ​ນາງ​ຈະ​ປະ​ເມີນ​ສະ​ພາບ​ການ​ຢ່າງ​ລະ​ມັດ​ລະ​ວັງ ວ່າ ທ່ານ​ນາງ​ຄວນ​ຈະ​ສ້າງ​ມາດ​ຕະ​ການ ​ທີ່​ຢູ່​ພາຍ​ໃຕ້ກົດ​ໝາຍ​ພາ​ວະ​ສຸກ​ເສີນ ​ສະ​ໄໝ​ເປັນ​ຫົວ​ເມືອງຂຶ້ນທີ່​ທ່ານ​ນາງ​ໄດ້ນຳ​ເອົາ​ມາ​ໃຊ້​ໃນ​ອາ​ທິດ​ແລ້ວນີ້ ຕື່ມ​ອີກ​ຫລືບໍ່ ເພື່ອ​ເຮັດ​ໃຫ້​ພວກ​ປະ​ທ້ວງ​ໃສ່​ໜ້າ​ກາກຄຸມ​ໜ້າ​ໄວ້ຢູ່ໃນ​ຮົງ​ກົງກາຍ​ເປັນ​ຜູ້​ກະ​ທຳ​ຜິດ​ກົດ​ໝາ​ຍ. ເທົ່າ​ທີ່​ຜ່ານ​ມາ ມີ​ສອງ​ຄົນ​ແລ້ວ​ທີ່​ໄດ້​ຖືກ​ກ່າວ​ຫາ​ຍ້ອນ​ໃສ່​ໜ້າ​ກາກ ແລະ​ທ່ານ​ນາງ​ແລມ​ເວົ້າ​ວ່າ ມັນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ເວົ້າວ່າ ກົດ​ໝາຍ​ດັ່ງ​ກ່າວ​ມີ​ປະ​ສິດ​ທິ​ຜົນ​ຫລືບໍ່.

ກົດ​ໝາຍ​ໃໝ່​ທີ່​ຕໍ່​ຕ້ານ​ການ​ໃຊ້​ໜ້າ​ກາກ ເຊິ່ງ​ໄດ້ມີ​ຜົນ​ບັງ​ຄັບ​ໃຊ້ ​ໃນ​ວັນ​ເສົາ​ແລ້ວນີ້ ແມ່ນ​ມີ​ເຈ​ຕະ​ນາ​ທີ່​ຈະ​ແນ​ເປົ້າ​ໃສ່​ຜູ້​ກໍ່​ຈະ​ລາ​ຈົນ ຫຼື ຜູ້​ທີ່​ພະ​ຍາ​ຍາມ​ສວຍ​ໃຊ້​ຄວາມ​ຮຸນ​ແຮງ.

ທ່ານ​ນາງ ແຄ​ຣີ ແລມ ໄດ້​ກ່າວ​ວ່າ “ມັນ​ສຳ​ຄັນຫຼາຍ​ສຳ​ລັບ​ພວກ​ເຮົາ​ທີ່​ຈະ​ຢຸດ​ຄວາມ​ຮຸນ​ແຮງ ແລະ ນຳ​ເອົາ​ຄວາມ​ສະ​ຫງົບ​ກັບ​ຄືນ​ມາ​ສູ່​ສັງ​ຄົມ​ເຮົາ ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ໄດ້ກາຍ​ເປັນ​ສິ່ງ​ທີ່​ເພີ້ມ​ຄວາມ​ໂກດ​ຄຽດ​ໃຫ້​ແກ່​ພວກ​ປະ​ທ້ວງ​ຫລາຍ​ຂຶ້ນ ໂດຍທີ່​ມີ​ຫລາຍ​ສິບ​ພັນ​ຄົນ​ກັບ​ມາ​ເດີນ​ຂະ​ບວນ​ປະ​ທ້ວງ​ຄືນ​ອີກ​ເພື່ອ​ຄັດ​ຄ້ານ​ຕໍ່​ການ​ຫ້າມ​ໃສ່​ໜ້າ​ກາກດັ່ງ​ກ່າວ.

ການ​ໃສ່​ໜ້າ​ກາກ​ໄດ້​ກາຍ​ມາ​ເປັນ​ເລື້ອງ​ທຳ​ມະ​ດາ​ໃນ​ໄລ​ຍະ​ທີ່​ມີ​ການ​ປະ​ທ້ວງ ຢູ່​ໃນ​ຮົງ​ກົງ ແມ່ນ​ແຕ່​ຢູ່​ໃນການ​ເດີນ​ຂະ​ບວນ​ຢ່າງ​ສັນ​ຕິ​ກໍ​ຕາມ ເພາະຄົນ​ພາ​ກັນ​ຢ້ານຖືກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ແກ້​ແຄ້ນ​ຄືນ ຫລື​ອາດ​ຈະ​ເອົາຂໍ້​ມູນ​ທີ່ບົ່ງບອກວ່າ ເຂົາ​ເຈົ້າ​ແມ່ນ​ໃຜ ​ສົ່ງ​ໄປ​ໃຫ້​ຈີນ​ແຜ່ນ​ດິນ​ໃຫຍ່​ຊາບ​ນຳ.

ປະ​ຊາ​ຊົນທີ່​ອາ​ໄສ​ຢູ່​ໃນຮົງ​ກົງ​ຫລາຍ​ຄົນ ຍັງ​ໃສ່ໜ້າ​ກາກ​ປົກ​ໜ້າ ເພື່ອ​ປ້ອງ​ກັນ​ມົນ​ລະ​ພິດ ຫລື​ການ​ຕິດ​ເຊື້ອ ເຊັ່ນ​ການ​ລະ​ບາດ​ຂອງພະ​ຍາດ​ຫາຍ​ໃຈຢ່າງ​ຮຸນ​ແຮງ​ທີ່​ເປັນ​ອັນ​ຕະ​ລາຍ ຫລື SARS ທີ່​ກະ​ທົບ​ໃສ່​ຕົວ​ເມືອງ​ດັ່ງ​ກ່າວ​ໃນ​ປີ 2003 ນັ້ນ​ອີກ​ດ້ວຍ.

​ໃນ​ໄລ​ຍະ​ສີ່​ເດືອນ​ທີ່​ຜ່ານ​ມາ ​ຮົງ​ກົງ​ໄດ້ຖືກຄອບ​ງຳ​ໄປ​ດ້ວຍ​ຄວາມ​ວຸ້ນ​ວາຍ ໃນ​ຂະ​ນະ​ທີ່​ຜູ້​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ໄດ້​ໃຊ້​ກົນ​ລະ​ຍຸດ ​ໃນ​ການ​ປະ​ທະ​ກັນ ຫຼາຍ​ຂຶ້ນເພື່ອ​ຕໍ່​ສູ້​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເຫັນ​ວ່າ ເປັນ​ຄວາ​ມ​ພະ​ຍາ​ຍາມ​ຂອງ ຈີນ ທີ່​ຈະ​ຈຳ​ກັດ​ການ​ປົກ​ຄອງ​ຕົນ​ເອງແລະສິດ​ເສ​ລີ​ພາບ​ຂອງ​ຊາວຮົງ​ກົງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG