ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານ ສະໜັບສະໜູນ ປະຊາທິປະໄຕຂອງ ຮົງກົງ ມີຄະແນນຕາມຫຼັງ ໃນການເລືອກຕັ້ງ


ຜູ້ສະໜັບສະໜູນຄົນນຶ່ງຖືຮູບຜູ້ລົງແຂ່ງຂັນສະໜັບສະໜູນປະຊາທິປະໄຕ ທ່ານ ເອັດເຫວີດ ຢູ "Edward Yu" ຍ່າງຜ່ານ
ຜູ້ສະໜັບສະໜູນຂອງທ່ານ ວິນເຊັ້ນ ເຈັງ "Vincent Cheng" ຈາກພັນທະມິດປະຊາທິປະໄຕການປັບປຸງ ແລະ ຄວາມກ້າວ
ໜ້າຂອງ ຮົງກົງ. 11 ມີນາ, 2018.
ຜູ້ສະໜັບສະໜູນຄົນນຶ່ງຖືຮູບຜູ້ລົງແຂ່ງຂັນສະໜັບສະໜູນປະຊາທິປະໄຕ ທ່ານ ເອັດເຫວີດ ຢູ "Edward Yu" ຍ່າງຜ່ານ ຜູ້ສະໜັບສະໜູນຂອງທ່ານ ວິນເຊັ້ນ ເຈັງ "Vincent Cheng" ຈາກພັນທະມິດປະຊາທິປະໄຕການປັບປຸງ ແລະ ຄວາມກ້າວ ໜ້າຂອງ ຮົງກົງ. 11 ມີນາ, 2018.

ບັນດາຜູ້ລົງແຂ່ງຂັນ ສະໜັບສະໜູນ ປະຊາທິປະໄຕ ຂອງ ຮົງກົງ ໄດ້ຊະນະສອງໃນສີ່
ບ່ອນນັ່ງ ທີ່ມີການຍາດຊີງກັນ ໃນການເລືອກຕັ້ງພິເສດ ສຳລັບສະພາເຄິ່ງປົກຄອງຕົນ
ເອງຂອງເມືອງເກາະຮົງກົງນັ້ນ.

ການເລືອກຕັ້ງດັ່ງກ່າວ ໄດ້ຖືກຈັດຂຶ້ນ ເພື່ອຫາຜູ້ແທນຕຳແໜ່ງ ຂອງສະມາຊິກສະພາ
ສີ່ຄົນ ຜູ້ທີ່ຖືກຂັບໄລ່ອອກຈາກຕຳແໜ່ງໃນປີກາຍນີ້ ຫຼັງຈາກໄດ້ກ່າວປະທ້ວງ ໃນພິທີ
ສາບານໂຕເຂົ້າດຳລົງຕຳແໜ່ງ ທີ່ລັດຖະບານ ຈີນ ຖືວ່າບໍ່ເໝາະສົມ. ບ່ອນນັ່ງອີກສອງ
ບ່ອນ ຍັງຄົງເປີດຫວ່າງຢູ່.

ຜົນຄະແນນສຸດທ້າຍ ທີ່ຖືກເປີດເຜີຍໃນວັນຈັນມື້ນີ້ ໄດ້ເຮັດໃຫ້ຝ່າຍສະໜັບສະໜູນ
ປະຊາທິປະໄຕ ຍັງຂາດຄະແນນ ທີ່ຈະສາມາດໃຊ້ອຳນາດຄັດຄ້ານໃນສະພາທີ່ມີ 70
ບ່ອນນັ່ງ, ເຊິ່ງປ້ອງກັນອຳນາດຂອງ ປັກກິ່ງ ໄດ້ຢ່າງມີປະສິດທິຜົນ.

ຜູ້ທີ່ໄດ້ອອກໄປລົງຄະແນນສຽງໃນພາກພື້ນເຄິ່ງປົກຄອງຕົນເອງນັ້ນແມ່ນມີ 43 ເປີ
ເຊັນ.

ຜູ້ລົງແຂ່ງຂັນສະໜັບສະໜູນປະຊາທິປະໄຕ ທ່ານນາງ ແອກເນັສ ຈາວ "Agnes
Chow," ຜູ້ທີ່ຫວັງວ່າ ຈະເຂົ້າແທນຕຳແໜ່ງສະມາຊິກສະພາທີ່ຖືກຕັດສິດ ແລະ ນັກ
ເຄື່ອນໄຫວ ທ່ານ ເນທັນ ລໍ "Nathan Law" ນັ້ນ, ໄດ້ຖືກຫ້າມບໍ່ໃຫ້ລົງແຂ່ງຂັນໃນນາ
ທີສຸດທ້າຍ ຍ້ອນວ່າ ລາວໄດ້ສະໜັບສະໜູນຊາວ ຮົງກົງ ໃຫ້ພິຈາລະນາອະນາຄົດ
ຂອງເຂົາເຈົ້າເອງ.

ທ່ານນາງ ຈາວ ໄດ້ເວົ້າວ່າ “ການເລືອກຕັ້ງຄັ້ງນີ້ບໍ່ແມ່ນການເລືອກຕັ້ງທີ່ທຳມະດາ,
ມັນແມ່ນການແຂ່ງຂັນລະຫວ່າງ ຝ່າຍສະໜັບສະໜູນ ປັກກິ່ງ ແລະ ຝ່າຍສະໜັບສະ
ໜູນປະຊາທິປະໄຕ.” ທ່ານນາງ ໄດ້ເວົ້າເພີ່ມເຕີມວ່າ ມັນເປັນທາງເລືອກທີ່ສຳຄັນສຳ
ລັບປະຊາຊົນ ຮົງກົງ ລະຫວ່າງ “ລະບຽບກົດໝາຍ ຫຼື ການປົກຄອງໂດຍພັກຄອມມູ
ນິສ.”

ນັກເຄື່ອນໄຫວທີ່ບໍ່ມີຊື່ສຽງປານໃດ, ທ່ານ ໂອ-ນົກ-ຮິນ "Au-Nok-hin," ຄະນະກຳ
ມະການຂອງໝູ່ບ້ານແຫ່ງນຶ່ງ, ໄດ້ຮັບໄຊຊະນະ ຫຼັງຈາກໄດ້ສະໝັກເຂົ້າແທນທີ່ຂອງ
ທ່ານນາງ ຈາວ ເພື່ອລົງແຂ່ງຂັນກັບຄູ່ແຂ່ງສະໜັບສະໜູນ ປັກກິ່ງ ທ່ານນາງ ຈູດີ ແຈນ
"Judy Chan" ໃນເວທີແຂ່ງຂັນໃຫຍ່ຂອງການລົງຄະແນນສຽງ.

ການລົງຄະແນນສຽງໄດ້ມີຂຶ້ນ ໃນຂະນະທີ່ສະພາປະຊາຊົນແຫ່ງຊາດຂອງ ຈີນ ໄດ້
ປ່ອນບັດເພື່ອລົບລ້າງ ຈຳກັດສະໄໝການດຳລົງຕຳແໜ່ງຂອງປະທານປະເທດໃນ
ລັດຖະທຳມະນູນ, ເຮັດໃຫ້ບັນດາຜູ້ສະໜັບສະໜູນປະຊາທິປະໄຕໃນ ຮົງກົງ ມີຄວາມ
ເປັນຫ່ວງເພີ່ມຂຶ້ນ ກ່ຽວກັບ ການລົບລ້າງການປົກຄອງຕົນເອງ ພາຍໃຕ້ຄວາມເປັນໄປ
ໄດ້ຂອງການປົກຄອງຢ່າງບໍ່ມີກຳນົດຂອງທ່ານ ສີ ຈິ່ນຜິງ.

ໃນປີ 1997, ເກາະ ຮົງກົງ ໄດ້ຖືກມອບຄືນໃຫ້ ຈີນ ຈາກຫົວເມືອງຂຶ້ນ ອັງກິດ ພາຍໃຕ້
ຫຼັກເກນ “ນຶ່ງປະເທດ ສອງລະບົບການປົກຄອງ” ເຊິ່ງອະນຸຍາດໃຫ້ ຮົງກົງ ມີການປົກ
ຄອງຕົນເອງໃນລະດັບໃດນຶ່ງ. ແຕ່ຄວາມເຄັ່ງຕຶງໄດ້ເພີ່ມຂຶ້ນໃນສອງທົດສະວັດທີ່ຜ່ານ
ມາ, ເຊິ່ງພວກນັກເຄື່ອນໄຫວທັງຫຼາຍ ໄດ້ຖືກພົບເຫັນວ່າຜັກດັນເພື່ອແຍກຕົວເປັນ
ເອກະລາດຈາກ ປັກກິ່ງ ຢ່າງບໍ່ປະສົບຄວາມສຳລັບເປັນແຕ່ລະໄລຍະ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG