ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງ​ຮັກສາຄວາມປອດໄພ ພາຍ​ໃນ​ ​ສຫລ ຕໍ່​ເວລາ ໃຫ້ການປົກປ້ອງ ຊົ່ວຄາວ ແກ່ ຊາວໂຊມາເລຍ​ 500 ຄົນ ທີ່ຢູ່ໃນ ສຫລ


ສໍານັກງານຂອງກະຊວງ​ຮັກສາຄວາມປອດໄພພາຍ​ໃນ​ຂອງ​ສະຫະລັດ ຫລື DHS ທີ່ນະຄອນຫລວງວໍຊິງຕັນ
ສໍານັກງານຂອງກະຊວງ​ຮັກສາຄວາມປອດໄພພາຍ​ໃນ​ຂອງ​ສະຫະລັດ ຫລື DHS ທີ່ນະຄອນຫລວງວໍຊິງຕັນ

ກະຊວງ​ຮັກສາຄວາມປອດໄພພາຍ​ໃນ​ຂອງ​ສະຫະລັດຫລື DHS ​ໃນ​ວັນ​ພະຫັດ​ວານ
​ນີ້​ ໄດ້​ຕັດສິນ​ໃຈ ​ທີ່​ຈະ​ຕໍ່​ເວລາເປັນການຊົ່ວຄາວ​ ໃຫ້ການ​ປົກ​ປ້ອງທາງ​ກົດໝາຍ
​ຕໍ່ຊາວ​ໂຊ​ມາເລຍປະມານ 500 ຄົນ​ ທີ່​ຊອກ​ຫາ​ທາງຫລົບໄພຢູ່​ໃນ​ສະຫະລັດ.

ສ່ວນ​ໃຫຍ່ຂອງ​ພວກ​ທີ່​ໄດ້​ຮັບ​ຜົນ​ກະທົບ​ ​ແມ່ນ​ອາ​ໄສ​ຢູ່​ໃນ​ລັດ ມິນ​ເນໂຊ​ຕາ ຊຶ່ງ​ເປັນ​
ບ່ອນຢູ່​ອາ​ໄສ​ຂອງ​ປະຊາ​ຄົມອາ​ເມຣິກັນເຊື້ອສາຍໂຊ​ມາເລຍ ​ໃຫຍ່ທີ່​ສຸດ.

ສະມາຊິກ​ສະພາ​ສູງ​ປະມານ 22 ທ່ານ ​ໄດ້​ສົ່ງ​ຈົດໝາຍຫາ​ລັດຖະມົນຕີ​ກະຊວງຮັກສາ
ຄວາມປອດໄພ​ພາຍໃນ, ທ່ານນາງ ​ເຄີ​ສທ໌​ເຈັນ ​ນີລ​ເຊ​ນ (Kirstjen ຮຽກຮ້ອງໃຫ້ຕໍ່
ເວລາ ​ການ​ມີສະຖານະພາບ​ຖືກ​ປົກ​ປ້ອງ​ຊົ່ວຄາວ ຫລື TPS ໃຫ້​ແກ່​ຄົນ​ສັນຊາດ​ໂຊ​ມາ
ເລຍ ທີ່​ອົບ​ພະຍົບມາ​ຢູ່​ໃນ​ສະຫະລັດ ​ພາຍ​ຫລັງ​ທີ່​ໄດ້​ຫຼົບໜີການ​ຂັດ​ແຍ້​ງ ​ແລະ​ຄວາມ
​ຮຸນ​ແຮງ ຢູ່​ໃນ​ໂຊ​ມາ​ເລຍ​ນັ້ນ ອອກ​ໄປ.

​ໃນ​ຄໍາ​ປະກາດ​ຢູ່​ໃນ​ເວັບ​ໄຊ​ທ໌ຂອງ DHS ນັ້ນ ທ່ານ​ນາງ ນີລ​ເຊ​ນ (Nielsen) ຕັດສິນ​ວ່າ
"ການ​ຂັດ​ແຍ້​ງດ້ວຍກຳລັງອາວຸດ ​ທີ່​ຍັງດຳເນີນຢູ່ຕໍ່ມາ ​ແລະເຫດການ​ສຸດ​ວິ​ໄສ ​ແລະ​ສະ
ພາບການ​ຊົ່ວຄາວ ​ທີ່​ເຮັດ​ໃຫ້ການ​ຈັດ​ຊາວ​ໂຊ​ມາເລຍໃຫ້​ໄດ້​ຮັບ​ການ​ປົກ​ປ້ອງ​ຊົ່ວຄາວ
ຫລື TPS ທີ່​ມີ​ຢູ່​ໃນ​ປັດຈຸບັນນັ້ນ ຍັງຈະດຳເນີນ​ຕໍ່​ໄປ."

ທ່ານ​ນາງ ທີ​ນາ ສະ​ມິດ (Tina Smith) ສະມາຊິກ​ສະພາ​ສູງ​ສັງກັດພັກເດໂມ ແຄຣັດ
ຈາກ​ລັດ​ມິນເ​ນໂຊ​ຕາ ທີ່​ເປັນ​ຜູ້​ນໍາພາ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ດັ່ງ ກ່າວ​ໃນ​ການ
ຂໍ​ໃຫ້ຕໍ່​ເວລາ​ໃນໃຫ້ການ​ປົກ​ປ້ອງ​ທາງມະ​ນຸດ​ສະ​ທໍາ​ ​ກ່າວ​ຕໍ່ວີ​ໂອ​ເອພະ​ແນ​ກພາສາ
​ໂຊ​ມາເລຍວ່າ ​ໄພ​ອັນ​ຕະລາຍໃນໂຊ​ມາ​ເລຍ​ຍັງ​ມີ​ຢູ່ໃນເວລານີ້.

​ໃນ​ການ​ຂຽນລົງ​ໃນ​ທວີ​ດ​ເທີນັ້ນ ທ່ານ​ນາງ​ກ່າວ​ເພີ້ມອີກວ່າ "ພວກ​ເຮົາ​ຕ້ອງ​ໄດ້​ພະຍາ
ຍາມ​ຊອກ​ຫາ​ວິທີ​ແກ້​ໄຂ​ແບບ​ຍາວ​ນານ. ​ການ​ຂາດ​ການ​ແກ້​ໄຂ​ດັ່ງກ່າວ​ເພື່ອນ​ບ້ານທີ່
​ເປັນ​ຊາວໂຊ​ມາເລຍ​ຂອງ​ພວກ​ເຮົາ​ຫຼາຍໆຮ້ອຍ​ຄົນ​ທີ່​ຫລົບໜີຈາກ​ ຄວາມ​ຮຸນ​ແຮງ,
ການລະ​ເມີດ​ສິດທິ​ມະນຸດ ​ແລະ​ຮ້ອງ​ປະ​ເທດ​ນີ້ວ່າ​ເປັນ​ບ້ານ​ຢູ່​ຂອງ​ພວກ​ເຂົາ​ເຈົ້ານັ້ນ
ອາດ​ຈະ​ປະ​ເຊີນ​ກັບ​ການ​ຖືກ​ເນລະ​ເທດ."

ເຖິງ​ແມ່ນ​ວ່າ​ການຈັດໃຫ້ມີການ​ປົກ​ປ້ອງ​ຊົ່ວຄາວ​ຂອງ​ຊາວ​ໂຊ​ມາເລຍ​ໄດ້ຕໍ່​ເວລາ​ອອກ​
ໄປ​ອີກ 18 ​ເດືອນ​ ຈົນ​ເຖິງ​ວັນ​ທີ 17 ມີນາ 2020 ກໍ​ຕາມ-- ມັນ​ບໍ່​ໄດ້​ມີ​ການຈັດໃຫ້ມີ
ການ​ປົກ​ປ້ອງ​ຄືນ​ອີກ, ໝາຍຄວາມ​ວ່າ ມີ​ແຕ່​ພວກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢູ່​ໃນ​ປັດຈຸບັນ
​ເທົ່າ​ນັ້ນ ທີ່ສາມາດ​ຈົດ​ທະບຽນຄືນ​ອີກ.

ຢູ່​ໃນ​ຄໍາ​ຖະ​ແຫຼງການ​ສະບັບ​ນຶ່ງ​ນັ້ນ ທ່ານ ສະ​ກັອດ ພອລ ທີ່​ເປັນ​ຜູ້​ນໍາພາການ​ຊອກ
​ຫາ​ສຽງສະໜັບສະໜຸນ​ຕໍ່​ນະ​ໂຍບາຍ​ດ້ານ​ມະນຸດສະ​ທໍາ​ຂອງ​ອົງການ​ອອກສ໌​ແຟມ​ໃນ
​ອາ​ເມຣິກາ (Oxfam America) ​ເວົ້າວ່າ ທ່ານ​ຮູ້ສຶກດີ​ໃຈ ​ທີ່​ມີ​ການຕໍ່ເວລາ​ອອກ​ໄປ​
ດັ່ງກ່າວ ​ແຕ່​ທ່ານ​ກໍ​ເວົ້າວ່າ ການ​ບໍ່ໄດ້ຈັດ ໃຫ້ມີການ​ປົກ​ປ້ອງ​ຄືນ​ອີກ ເປັນ​ເລື້ອງທີ່ໜ້າ
ເສຍ​ໃຈ​, ມັນ “ປ່ອຍ​ໃຫ້​ຊາວ​ໂຊ​ມາເລຍ​ຫລາຍ​ຄົນ​ຢູ່​ໃນ​ສະ ຫະລັດ​ຕົກ​ຢູ່​ໃນ​ສະພາບ
​ສ່ຽງ ທີ່ຈະຖືກ​ບັງຄັບ​ໃຫ້​ກັບ​ຄືນໄ​ປຫາບ່ອນ​ທີ່​ມີ​ການ​ຂັດ​ແຍ້​ງທີ່​ຍາວ​ນານ​ທີ່​ສຸດ​ບ່ອນ
​ນຶ່ງ​ຂອງ​ໂລກ."

ອີງ​ຕາມ​ ອົງການຂ້າ​ຫລວງ​ໃຫຍ່​ສະຫະ​ປະຊາ​ຊາດວ່າ​ດ້ວຍ​ອົບ​ພະຍົບ ຫລື UNHCR http://www.unhcr.org/591ae0e17.pdf ນັ້ນ ມີ​ຊາວ​ໂຊ​ມາເລຍ​ຫລາຍ​ກວ່າ 2 ລ້ານ
​ຄົນ​ທີ່ຍັງ​ອົບ​ພະ​ຍົບຫລົບໜີການ​ຂັດ​ແຍ້​ງທີ່​ດໍາ​ເນີນ​ໄປ​ຢູ່ ທີ່​ແກ່ຍາວ​ມາ​ນານ​ກວ່າສອງ
​ທົດ​ສະ​ວັດ​ແລ້ວ ລວມທັງ​ຊາວ​ອົບ​ພະຍົບຫລາຍ​ກວ່າ 9 ​ແສນ​ຄົນ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG