ມະນຸດເຮົາແມ່ນໄດ້ດັດແປງດ້ານກຳມະພັນຂອງອາຫານການກິນມາໄດ້ຫຼາຍໆ
ສັດຕະວັດແລ້ວ. ຕົວຢ່າງເຊັ່ນ ພວກໝາກເລັ່ນປ່າ ແລະຫົວກາຣົດ ບໍ່ແມ່ນອາຫານ
ທີ່ຜະລິດຂະໜາດໃຫຍ່ໃນອຸດສາຫະກຳທີ່ພວກເຮົາຮັບປະທານກັນໃນທຸກມື້ນີ້.
ແຕ່ວ່າ ໃນການດັດແປງທາງດ້ານກຳມະພັນ ຫຼື gene ທີ່ມີຢູ່ດັ່ງທຸກວັນນີ້, ພວກບໍລິ
ໂພກເບິ່ງຄືວ່າ ຈະບໍ່ຢາກຢູ່ໃກ້ສິ່ງທີ່ ເອີ້ນວ່າ “Frankenfoods” ເລີຍ. ນັກຂ່າວ
ວີໂອເອ ແຄບວິນ ອີນ໊ອຈ ມີລາຍງານມາວ່າ ເທັກນິກໃນການດັດແປງສະໄໝໃໝ່ທີ່
ລະອຽດຊັດເຈນ ອາດຈະຊ່ອຍເຮັດໃຫ້ສະພາບການດັ່ງກ່າວປ່ຽນແປງ. ວັນນະສອນ
ມີລາຍລະອຽດຂອງເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ງົວພັນນົມ Holstein ແມ່ນງົວທີ່ຜະລິດນົມລຸ້ນດີ ແຕ່ກໍເປັນທີ່ຮູ້ກັນຢູ່ແລ້ວ ເຖິງຄວາມ
ຮ້າຍກາດຂອງເຂົາຂອງພວກມັນ.
ທ່ານນາງອາລີສາ ແວນ ອີເນນນາມ ຈາກມະຫາວິທະຍາໄລແຫ່ງລັດຄາລີຟໍເນຍ
ທີ່ເມືອງເດວິສ ກ່າວວ່າ “…ພວກມັນເປັນສັດທີ່ອັນຕະລາຍສຳລັບພວກພະນັກງານ
ທີ່ເປັນມະນຸດ ແລະພວກໝູ່ງົວອື່ນໆທັງຫຼາຍ, ສະນັ້ນ ຕາມປົກກະຕິພວກມັນຖືກ
ເອົາອອກມາດໂດຍໃຊ້ມືເຮັດເອົາ.”
ແຕ່ວ່າຍ້ອນວ່າ ການດັດແປງທາງກຳມະພັນແບບສະເພາະ, ພວກງົວ Holstein
ນີ້ຈະບໍ່ມີເຂົາອອກມາ.
ທ່ານນາງອີເນນນາມ ກ່າວຕື່ມອີກວ່າ “ມັນຄ້າຍໆກັນກັບມີດຕັດທີ່ເປັນໂມລະກູນ
ນ້ອຍໆ ຊຶ່ງເຈົ້າຈະສາມາດທີ່ຈະສັ່ງໃຫ້ໄປ ແລ້ວຕັດເອົາ DNA ໃນຕຳແໜ່ງສະເພາະ
ເຈາະຈົງຂອງກຸ່ມຢີນ ຫລື genome ນັ້ນ, ຖ້າເຈົ້າຢາກຈະເຮັດ. ແລະສິ່ງທີ່ເຮັດໃຫ້
ທ່ານສາມາດເຮັດໄດ້ກໍຄື ການເຂົ້າໄປໄນຫັ້ນ ແລະ ດັດແປງກຳມະພັນທີ່ສະເພາະ
ໃດນຶ່ງໃນກຳມະພັນຈຳນວນຫຼາຍພັນອັນທີ່ປະກອບເປັນກຸ່ມຢີນ ຫລື genome
ຢ່າງສະເພາະເຈາະຈົງຫລາຍ ແລະທ່ານກໍສາມາດທີ່ຈະແນະນຳການປ່ຽນແປງ
ກຳມະພັນຕ່າງໆ ຫລາຍໆແບບທີ່ມີປະໂຫຍດຫລາຍ.”
ໃນກໍລະນີນີ້ ນັກກຳມະພັນວິທະຍາໄດ້ນຳເອົາຂໍ້ມູນດ້ານກຳມະພັນຈາກງົວພັນນົມ
ແອງກັສ (Angus) ທີ່ບໍ່ມີເຂົາ ໄປໃສ່ແທນກຳມະພັນສະເພາະເຈາະຈົງເຮັດໃຫ້ງົວພັນ
Holstein ປົ່ງເຂົາອອກມານັ້ນ.
ການດັດແປງທາງກຳມະພັນທີ່ສະເພາະເຈາະຈົງແບບເພດນີ້ ເປັນກະແສຟອງຍຸກ
ຕໍ່ໄປໃນການເຮັດວິສະວະກຳດ້ານກຳມະພັນ ແລະມັນກໍໄດ້ມີຜົນກະທົບຕໍ່ອຸດສາ
ຫະກຳດ້ານອາຫານ ນອກເໜືອໄປຈາກເລື້ອງຂອງງົວພັນນົມ Holstein ແລ້ວ.
ເຊັ່ນພວກໝາກຖົ່ວເຫຼືອງເຫລົ່ານີ້ ແມ່ນໄດ້ຖືກດັດແປງເພື່ອແຍກເອົານ້ຳມັນ ບໍ່ອີ່ມ
ຕົວ ຫລື trans-fat ໃນນ້ຳມັນຖົ່ວເຫຼືອງອອກ.
ຈາກພາບທີ່ສະແດງໃຫ້ເຫັນນັ້ນເຫັດຕ່າງໆທີ່ເຫັນຢູ່ນັ້ນ ແມ່ນໄດ້ດັດແປງເພື່ອບໍ່ໃຫ້
ມັນກາຍເປັນສີນ້ຳຕານເຂັ້ມໄດ້.
ພວກນັກວິທະຍາສາດມີຄວາມຫວັງວ່າ ອຸບປະກອນໃໝ່ອັນນີ້ ຈະສາມາດຊ່ອຍແກ້ໄຂ
ບັນຫາທີ່ຮ້າຍແຮງ ຢູ່ໃນການປູກຝັງ ແລະລ້ຽງສັດຢູ່ຟາມຕ່າງໆ ໃນໂລກ.
ດັ່ງພະຍາດໃນໝູ່ໝາກໄມ້ປະເພດໝາກກ້ຽງ ທີ່ເອີ້ນວ່າເພ້ຍ ຫຼື greening disease
ທີ່ເປັນເປັນໄພຕໍ່ຜົນລະປູກຂອງໝາກກ້ຽງທັງຫຼາຍ ໃນສະຫະລັດ ແລະກໍຍັງເປັນບັນຫາ
ຢູ່ໃນອິນເດຍ ແລະຈີນອີກດ້ວຍ.
ທ່ານແຟຣດ ຈີມີເຕີຣ໌ ຈາກມະຫາວິທະຍາໄລຟລໍຣີດາ ກ່າວວ່າ “ສຳລັບຢູ່ລັດຟລໍຣີດາ
ແລ້ວ, ພະຍາດນີ້ໄດ້ເຮັດໃຫ້ການຜະລິດຂອງພວກເຮົາຫລຸດລົງຈາກ 240 ລ້ານກ່ອງ
ທີ່ມີຢູ່ ອາດຈະໃນ 15 ຫາ 18 ປີ ກ່ອນ ລົງມາເປັນ 45 ລ້ານກ່ອງ ໃນລະດູການເກັບ
ກ່ຽວທີ່ຜ່ານມານີ້.”
ພວກນັກວິຍາສາດເຫລົ່ານີ້ແມ່ນກຳລັງຫຼິ້ນກັບລະຫັດທາງກຳມະພັນຂອງພວກຕົ້ນ
ໝາກໄມ້ເອງນີ້ ເພື່ອສ້າງຕົ້ນໄມ້ປະເພດໝາກກ້ຽງທີ່ຕ້ານທານກັບພະຍາດໄດ້ຂຶ້ນມາ.
ພາກເຂົາເຈົ້າບໍ່ໄດ້ແນະນຳສະເໜີວັດສະດຸທາງກຳມະພັນທີ່ແປກໃໝ່ ແຕ່ວ່າກັບ
ພັກດັນໃຫ້ມີຕົ້ນໄມ້ປັບປ່ຽນໃນຂັ້ນຕອນວິວັດທະນາການທາງທຳມະຊາດຂອງມັນເອງ.
ທ່ານຈີມີເຕີຣ໌ ກ່າວເພີ້ມຕື່ມວ່າ “ສິ່ງທີ່ພວກເຮົາກຳລັງເຮັດຢູ່ນີ້ ແມ່ນການປ່ຽນແປງ
ລຳດັບຂອງ DNA ໃນພວກ ຕົ້ນໄມ້ຕ່າງໆ ຊຶ່ງມັນແມ່ນລຳດັບທີ່ເປັນທຳມະຊາດ
ຂອງມັນຢູ່ແລ້ວ.”
ພວກນັກຊ່ຽວຊານກ່າວວ່າ ມັນມີຄວາມສຳຄັນ ທີ່ຈະສັງເກດເຫັນຄວາມແຕກຕ່າງ
ລະຫວ່າງ ການເຮັດວິສິວະກຳທາງກຳມະພັນ ແລະການດັດແປງກຳມະພັນ…
ທ່ານນາງເຈນນິເຟີຣ໌ ຄູສມານ ຈາກມະຫາວິທະຍາໄລ ຄາໂຣໄລນາເໜືອ ກ່າວວ່າ
“GMO ທັງໝົດ ແມ່ນເປັນການດັດແປງລຸ້ນທຳອິດດັ່ງທີ່ຂ້າພະເຈົ້າມັກຈະເອີ້ນວ່າ
ຈັ່ງຊັ້ນ. ທ່ານຈະນຳເອົາກຳມະພັນເຂົ້າໄປໃສ່ໃນຫັ້ນ ແລະມັນກໍຈະຢູ່ໃນໂຄຣໂມໂຊມ
ໃນທາງກົງກັນຂ້າມ ການດັດແປງກຳມະພັນແມ່ນຄ້າຍຄືກັນກັບການດັດແປງປະໂຫຍກ
ຫຼືຄຳເວົ້າທີີ່ທ່ານໄດ້ເຂົ້າໄປໃນທີ່ນັ້ນຢ່າງສະເພາະເຈາະຈົງ ແລະທ່ານກໍທຳການດັດແກ້
ໃນຈຸດໃດ ຈຸດນຶ່ງເປັນການສະເພາະ.”
ເຖິງແມ່ນວ່າຈະມີການດັດແກ້ແບບສະເພາະເຈາະຈົງ, ທ່ານນາງຄູສມານ ກໍຍັງເປັນຫ່ວງ
ໃນເລື້ອງອາຫານທີ່ທີການດັດແກ້ທາງກຳມະພັນ ຫລື GMO ເພາະການເຮັດການປ່ຽນແປງໜ້ອຍໆ ກໍສາມາດທີ່ຈະມີຜົນກະທົບແບບບໍ່ໄດ້ຕັ້ງໃຈ ກໍເປັນໄດ້.
ທ່ານນາງ ຢາກທີ່ຈະເຫັນ GMO ທຸກໆອັນ ໄດ້ຜ່ານຂັ້ນຕອນການອະນຸມັດ ທີ່ມີການ
ກວດກາຢູ່ລະອຽດຖີ່ຖ້ວນເປັນແຕ່ລະກໍລະນີໄປ ເພື່ອຊອກຫາຜົນກະທົບທີ່ອາດເປັນ
ອັນຕະລາຍຂອງການປ່ຽນແປງກຳມະພັນຂອງສິ່ງທີ່ມີຊີວິດໃດໆ ທັງໝົດ.