ນຶ່ງໃນຜູ້ທີ່ມີຊີວິດລອດຄົນສຸດທ້າຍໃນຍຸກຄຳຂອງ ຮອລລີວູດ, ຕຳນານວົງການຮູບເງົາທ່ານ ເຄີກ ດັກກລາສ, ໄດ້ເສຍຊີວິດແລ້ວ.
ລູກຊາຍຂອງທ່ານ, ເຊິ່ງແມ່ນນັກສະແດງ, ທ່ານ ໄມເກິລ ດັກກລາສ, ໄດ້ປະກາດການເສຍຊີວິດຂອງພໍ່ຂອງລາວ ໃນຕອນບ່າຍຂອງວັນພຸດວານນີ້ທີ່ນະຄອນ ລອສ ແອນເຈີລິສ. ທ່ານມີອາຍຸ 103 ປີ.
ທ່ານ ເຄີກ ເຊິ່ງແມ່ນລູກຊາຍຂອງຜູ້ຍົກຍ້າຍຖິ່ນຖານຊາວ ຢິວ ຣັດເຊຍ ທີ່ທຸກຍາກນັ້ນ, ໄດ້ປາກົດຕົວໃນຮູບເງົາ 90 ເລື່ອງໃນອາຊີບ 60 ປີຂອງລາວ.
ທ່ານໄດ້ເຮັດວຽກຫຼາຍຢ່າງ ເພື່ອຈ່າຍຄ່າຮຽນຢູ່ມະຫາວິທະຍາໄລຂອງລາວ ແລະ ສຶກສາຢູ່ໂຮງຮຽນສິລະປະການສະແດງ ອາເມຣິກັນ ຂອງ ນິວຢອກ.
ທ່ານ ເຄີກ ໄດ້ປາກົດຕົວໃນຮູບເງົາເລື່ອງທຳອິດຂອງລາວໃນປີ 1946 ລຸນຫຼັງອາຊີບຊົ່ວຄາວຢູ່ ບຣອດເວ ແລະ ຮັບໃຊ້ປະເທດ ເປັນທະຫານເຮືອໃນສົງຄາມໂລກຄັ້ງທີສອງ. ບົດບາດຂອງລາວໃນຮູບເງົາ “The Champions” ໃນປີ 1949, ສະແດງເປັນນັກມວຍທີ່ບໍ່ມີເມດຕາ ຜູ້ທີ່ບໍ່ໄດ້ໃຫ້ໃຜຄົນໃດມາຂວາງທາງຂອງລາວນັ້ນ, ໄດ້ເຮັດໃຫ້ທ່ານກາຍເປັນດາລາຄົນດັງ ແລະ ໄດ້ຖືກສະເໜີຊື່ຮັບລາງວັນອອສກ້າ ຄັ້ງທຳອິດຂອງລາວ.
ຮູບຮ່າງທີ່ສູງ ພ້ອມກັບໜ້າທີ່ເຈົ້າຊູ້ ແລະ ຄາງແບ່ງຂອງລາວນັ້ນ ກາຍເປັນເຄື່ອງໝາຍການຄ້າຂອງລາວ, ທ່ານ ເຄີກ ໄດ້ກາຍເປັນດາລາຄົນສຳຄັນໃນຊຸມປີ 1950 ແລະ ຊຸມປີ 1960, ໄດ້ຮັບການສະເໜີຊື່ຮັບລາງວັນອອສກ້າອີກສອງຄັ້ງສຳລັບຮູບເງົາ The Bad and the Beautiful” ແລະ ການສະແດງເປັນນັກຈິດຕະກອນ ທ່ານ ວິເຊັ້ນ ແວນ ກໍ ໃນຮູບເງົາ “Lust for Life.”
ໃນການປາກົດຕົວຢູ່ຮູບເງົາ “Spartacus” ຂອງປີ 1959 ນັ້ນ, ທ່ານ ເຄີກ ໄດ້ຈ້າງຜູ້ຂຽນຮູບເງົາ ທ່ານ ດາລຕັນ ທຣຳໂບ, ຜູ້ທີ່ຢູ່ໃນບັນຊີດຳໃນ ຮອລລີວູດ, ສຳລັບການກ່າວຫາເຮັດກິດຈະກຳຂອງພັກຄອມມູນິສ, ຈົນໄດ້ເຮັດໃຫ້ທ່ານ ທຣຳໂບ ຕ້ອງຂຽນພາຍໃຕ້ຊື່ປອມ ແລະ ຍອມສະຫຼະຜົນງານ ສຳລັບວຽກຂອງລາວ.
ທ່ານ ເຄີກ ໄດ້ຄັດຄ້ານການຖືກຈັດເຂົ້າບັນຊີດຳນັ້ນ ດ້ວຍການຈ້າງທ່ານ ທຣຳ ໂບ ແລະ ອະນຸຍາດໃຫ້ລາວຂຽນບົດສຳລັບຮູບເງົາ Spartacus ພາຍໃຕ້ຊື່ຂອງລາວເອງ, ເຮັດໃຫ້ລາວສາມາດຂຽນບົດຢ່າງເປີດເຜີຍ ແລະ ໂດຍປາສະຈາກຄວາມຢ້ານກົວ.