ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະປະຕິຮູບ ໂທດຂັ້ນຕໍ່າສຸດ ສໍາລັບ ຄະດີຢາເສບຕິດ (ວີດິໂອ)


ຄໍາປະກາດເມື່ອວັນ​ຈັນ​ແລ້ວນີ້ ຂອງລັດຖະມົນຕີກະຊວງຍຸຕິທໍາ
ສະຫະລັດ ທ່ານ Eric Holder ທີ່ວ່າ ກະຊວງຍຸຕິທໍາຈະບໍ່ຂໍ​ໃຫ້​
ສານຕັດສິນໂທດຂັ້ນຕໍ່າສຸດຕາມ​ທີ່​ກົດໝາຍບັງຄັບ ສໍາລັບຄະດີ
ອາຊະຍາກໍາທີ່​ບໍ່​ຮຸນ​ແຮງ​ກ່ຽວ​ກັບ​ຢາ​ເສ​ບຕິດ​ນັ້ນອີກແລ້ວ ເປັນ
ຂີດ​ໝາຍການປ່ຽນແປງໃນນະໂຍບາຍການລົງໂທດ ແລະການ
ບັງຄັບກົດໝາຍຂອງອາເມຣິກາ. ບັນດາໄອຍະການລັດຖະບານ
ກາງເອີ້ນການຕັດສິນ ໂທດຂັ້ນຕໍ່າສຸດ ທີ່​ກົດໝາຍບັງຄັບນັ້ນວ່າ
ເປັນເຄຶ່ອງມືດີທີ່ສຸດໃນ ສົງຄາມຕໍ່ຕ້ານຂະບວນ ການ ຄ້າຢາເສບ
ຕິດຜິດໝາຍ. ປົກກະຕິແລ້ວ ໂທດຂັ້ນ​ຕໍ່າ​ສຸດ​ແມ່ນຕິດຄຸກເປັນເວ
ລາຫຼາຍປີ ໂດຍຂຶ້ນຢູ່ກັບປະລິມານແລະຊະນິດຢາຂອງຢາເສບ
ຕິດ. ພວກວິຈານທັງຫຼາຍໂຕ້ແຍ້ງວ່າການບັງຄັບໃຫ້ຕັດສິນໂທດ
ດັ່ງກ່າວນັ້ນ ​ເປັນສາ​ເຫດສ່ວນ​ນຶ່ງ ທີ່ເຮັດໃຫ້​ຈໍານວນນັກໂທດໃນ
ສະຫະລັດ​ເພີ້​ມຂຶ້ນ​ຢ່າງ​ຫຼວງຫຼາຍ. Jeff Swicord ຜູ້ສື່ຂ່າວວີ
ໂອເອ ມີລາຍງານເພີ່ມຕື່ມກ່ຽວກັບເລຶ່ອງນີ້ ຊຶ່ງທອງປານຈະນໍາ ມາສະເໜີທ່ານໃນອັນດັບຕໍ່ໄປ.


ໃນເດືອນເມສາ ປີ 1998 ສອງອ້າຍນ້ອງຝາແຝດ ທ້າວ Lawrence ແລະ Lamont Garrison ກໍາລັງຈະຮຽນຈົບຈາກ ມະຫາວິທະລາໄລ Howard ທີ່ວໍຊິງຕັນ ດີຊີ. ​ໃນ
ເວລາ​ນັ້ນ ທັງສອງອ້າຍນ້ອງເຮັດວຽກຢູ່ກະຊວງຍຸຕິທໍາສະຫະລັດ ແລະວາງແຜນໄວ້ວ່າ
ຈະເຂົ້າຮຽນຕໍ່ໂຮງຮຽນກົດໝາຍ ແຕ່ທັງສອງກັບ​ໄດ້​ປະສົບ​ກັບ​ເຫດການ​ທີ່ເຮັດ​ໃຫ້​ເຂົາ​ເຈົ້າຕື່ນຕົກໃຈທີ່ສຸດ ໃນຊີວິດ.

ຊາຍຜູ້ທີ່ສ້ອມແປງລົດ Grand Prix ສີແດງ ​ໃຫ້ສອງອ້າຍນ້ອງ ​ເມື່ອນຶ່ງປີກ່ອນໜ້ານັ້ນ ຖືກຟ້ອງ​ຮ້ອງ​ໃນຂໍ້ຫາຄ້າຢາໂຄເຄນ ​ແລະ​ຜູ້ກ່ຽວ​ໄດ້ບອກຕໍາຫຼວດວ່າ ສອງອ້າຍນ້ອງ Garrison ມີສ່ວນສົມຮູ້ ຮ່ວມຄິດນໍາ.

ທ້າວ Lawrence ເວົ້າວ່າ: “ເຈົ້າໜ້າທີ່ສອບຖາມຂ້ອຍ ພ້ອມກັບເອົາຮູບຂອງທ້າວ Tito Abea ຊ່າງແປງລົດໃຫ້ເບິ່ງ ແລ້ວຖາມຂ້ອຍວ່າ ​ເຈົ້າ​ເຄີຍ​ເຫັນ​ຊາຍຄົນນີ້
ຈັກ​ເທື່ອບໍ່ ຂ້ອຍຕອບວ່າ ​ເຄີຍ ລາວແປງລົດໃຫ້ຂ້ອຍ.”


ສອງອ້າຍນ້ອງຝາແຝດ ກໍ​ເລີຍພົບຕົວເອງວ່າ ຖືກຕິດກັບດັກຢູ່ດ້ານມືດຂອງກົດໝາຍ
ລັດຖະບານກາງ ທີ່ໄດ້ຕັ້ງໂທດຂັ້ນຕໍ່າສຸດສໍາລັບຂໍ້ຫາຢາເສບຕິດ ຊຶ່ງເປັນກົດໝາຍທີ່
ຕັ້ງໃຈຈະເຮັດໃຫ້ງ່າຍຂຶ້ນ ສໍາລັບດໍາ​ເນີນຄະດີ ພວກຄ້າຢາເສບຕິດ.

ເຈົ້າຂອງຮ້ານແປງລົດປະ​ເຊີນ​ກັບ​ໂທດຈໍາຄຸກສິບປີ ຊຶ່ງ​ເປັນ​ໂທດຂັ້ນ​ຕໍ່າ​ສຸດຕາມ​ຂໍ້​ບັງຄັບ
​ຂອງ​ກົດໝາຍ. ວິທີທາງດຽວທີ່ເຮັດໃຫ້ຜ່ອນໂທດນັ້ນໄດ້ ກໍຄືຊັດ​ທອດ​ໃສ່ຜູ້ອື່ນ ຊຶ່ງກໍແມ່ນ
ສອງແຝດ Garrison ນັ້ນເອງ.

ພວກວິຈານກົດໝາຍທີ່ບັງຄັບ​ໃຫ້ຕັດສິນໂທດຂັ້ນ​ຕໍ່າ​ສຸດ ເວົ້າວ່າ ການ​ຊັດ​ທອດເປັນການ
ປະຕິບັດທີ່ເຮັດກັນທົ່ວ​ໄປ ໃນຄະດີຢາເສບຕິດ ຊຶ່ງເຂົາເຈົ້າເວົ້າວ່າ ພວກຄົນທີ່ຖືກຊັດທອດ ​
ຫຼືຫາເລຶ່ອງໃສ່ນັ້ນ ມັກຈະບໍ່ມີສ່ວນພົວພັນກັບອາຊະຍາກໍາແຕ່ຢ່າງໃດ​ເລີຍ. Julie Stewart
ເປັນປະທານຂອງ Families Against Mandaroty Minimum Sentences ຫຼືບັນດາ
ຄອບຄົວທີ່ຕໍ່ຕ້ານກົດໝາຍ​ທີ່ບັງຄັບ​ໃຫ້ຕັດສິນໂທດຂັ້ນຕໍ່າສຸດ.

ທ່ານນາງ Julie ເວົ້າວ່າ: “ ​ພວກຖືກ​ດໍາ​ເນີນ​ຄະດີ​ມັກ​ຈະ​ຊັດ​ທອດໃສ່​ຜູ້ໃດຜູ້ນຶ່ງ ​
ເພື່ອ​ໃຫ້​ໂທດ​ຫຼຸດລົງ. ຫຼາຍໆເທື່ອ ພວກຄົນເຫຼົ່ານັ້ນພຽງແຕ່ຕັ້ງຊື່ຂຶ້ນມາເອງ
ແລະກໍເວົ້າວ່າ ເອີ ຜູ້ນັ້ນຜູ້​ນີ້​ເປັນ​ຄົນເຮັດ ຂ້ອຍເຄີຍເຫັນລາວເທື່ອນຶ່ງ ດັ່ງນີ້
ເປັນຕົ້ນ.”


Lamont Garrison ຈື່​ໄດ້ວ່າ ຕໍາຫຼວດເຄີຍສະ​ເໜີໂອກາດໃຫ້ລາວຊັດ​ທອດ​ໃສ່​ຄົນ​ອື່ນ ​ເພື່ອ​ຈະ​ໄດ້ຜ່ອນ​ໂທດ​ລົງ.

ທ້າວ ລາມອນ ເວົ້າວ່າ: “ພວກເຂົາເຈົ້າເວົ້າວ່າ Garrison ເອົາຈັ່ງຊີ້ ນີ້​ເປັນໂອກາດ
ຂອງເຈົ້າແລ້ວທີ່ຈະຊ່ວຍຕົວເຈົ້າເອງ. ຂ້ອຍເລີຍຖາມວ່າ ຊ່ອຍຂ້ອຍເອງຫວະ? ຊ່ວຍຈັ່ງໃດ? ເຈົ້າໝາຍຄວາມວ່າຈັ່ງໃດ? ​ເຂົາ​ເຈົ້າ​ເວົ້າ​ວ່າ ເອີ໋ ເຈົ້າກະຮູ້ຕົ໋ວວ່າ
ສິ່ງທີ່ພວກເຈົ້າກໍາລັງເຮັດຢູ່​ນັ້ນ ມັນກ່ຽວກັບຫຍັງ ເຈົ້າຕ້ອງບອກ ພວກເຮົາວ່າ
ເຈົ້າໄດ້ເຮັດຫຍັງໄປແດ່.”


Julie Stewart ປະທານອົງການ ບັນດາຄອບຄົວທີ່ຕໍ່ຕ້ານກົດໝາຍ​ທີ່ບັງຄັບ​ໃຫ້ຕັດສິນ ໂທດຂັ້ນຕໍ່າສຸດ ກ່າວກ່ຽວ​ກັບ​ກົດໝາຍ​ນີ້ ​ຕື່ມ​ອີກ​ວ່າ:

”ພວກເຂົາເຈົ້າເອີ້ນວ່າ ມັນເປັນເຄຶ່ອງມືທີ່ດີທີ່ສຸດຢູ່ໃນ ວົງການຂອງພວກເຂົາ
ເຈົ້າ ຍ້ອນວ່າພວກເຂົາເຈົ້າສາມາດໃຊ້ໄມ້ຕາຍ ກັບຈໍາເລີຍ ໄດ້ ແລະເວົ້າວ່າ ເຈົ້າຈະໃຫ້ຂໍ້ມູນແກ່ເຮົາເພີ່ມອີກບໍ່ ຖ້າບໍ່ ເຈົ້າກໍຈະຕິດຄຸກ ຫ້າ ຫຼື ສິບປີ.”


ແຕ່ສະມາຄົມ​ເຈົ້າ​ໜ້າ​ທີ່​ຝ່າຍຕຸລາການ​ແຫ່ງສະຫະລັດ ຄັດຄ້ານເລຶ່ອງການຕັດສິນໂທດ ຂັ້ນຕໍ່າສຸດຕາມ​ຂໍ້​ບັງຄັບຂອງກົດໝາຍນັ້ນ ຍ້ອນວ່າມັນມັດ​ມືພວກຜູ້ພິພາກສາ. ແຝດ Garrison ບໍ່ໄດ້ຖືກຂໍ້ຫາວ່າ ມີຢາເສບຕິດໃນຄອບຄອງ ພຽງແຕ່ຖືກຂໍ້ຫາສົມຮູ້ຮ່ວມຄິດ. ສອງ​ອ້າຍ​ນ້ອງຢືນຢັນ​ຄວາມ​ບໍລິສຸດ​ຂອງ​ຕົນ ​ແລະຢືນຢັດວ່າ ພວກຕົນບໍ່ຮູ້ເຫັນຫຍັງທັງ
ໝົດ ກ່ຽວກັບຢາເສບຕິດນັ້ນ. ເຂົາເຈົ້າເວົ້າວ່າ ເຂົາເຈົ້າບໍ່ຍອມຂີ້ຕົວະ ແລະທໍາລາຍຊີວິດ
ຂອງຄົນອື່ນ.

ລູກຂຸນລັດຖະບານກາງຄະນະນຶ່ງໃນລັດເວີຈິເນຍ ໄດ້ຕັດສິນວ່າ ຄູ່ແຝດ Garrisions ມີ​
ຄວາມ​ຜິດ​ໃນ​ຂໍ້​ຫາ​ສົມຮູ້​ຮ່ວມ​ຄິດ ​ໂດຍ​ອິງ​ໃສ່ຄໍາໃຫ້ການຂອງເຈົ້າຂອງຮ້ານແປງລົດ ກັບ
ນ້ອງຊາຍຂອງລາວ. ​ແລະໄອຍະການບໍ່ໄດ້ສະເໜີ ຫຼັກຖານໃດໆຕໍ່ຕ້ານສອງອ້າຍນ້ອງ
ຝາແຝດນັ້ນເລີຍ.

ພວກທີ່ນິຍົມລະບົບການຕັດສິນໂທດຂັ້ນຕໍ່າສຸດຕໍ່​ພວກ​ຄ້າ​ຢາ​ເສບ​ຕິດ ໂຕ້ແຍ້ງວ່າ ຜູ້ພິ
ພາກສາຄົນໃດກໍ​ບໍ່​ຄວນ​ມີ​ສິດ ທີ່​ຈະ​ສາມາດໃຊ້ວິຈາລະນະຍານ​ຂອງ​ຕົນ​ເອງ​ໄດ້ 100%
ເຕັມ ເວລາທໍາ​ການຕັດສິນໂທດຄະດີ​. William Otis ອາຈານສອນວິຊາກົດໝາຍ ທີ່
Georgetown Law School ຫຼືໂຮງຮຽນກົດໝາຍຂອງ​ມະຫາວິທະຍາ​ໄລ George
town ເວົ້າວ່າ ກົດໝາຍທີ່​ບັງຄັບ​ໃຫ້ຕັດສິນໂທດຂັ້ນຕໍ່າສຸດທີ່ວ່ານີ້ ຮັບປະກັນ​ໃຫ້ມີ​ການ​
ນໍາ​ໃຊ້​ຄວາມຍຸຕິທໍາຢ່າງເທົ່າທຽມ​ກັນ ຢູ່ໃນທົ່ວລະບົບກົດໝາຍ.

ອາຈານ William Otis ເວົ້າວ່າ: “ເຮົາຈະເຫັນປະ​ໂຫຍ​ກນີ້ຂຽນໄວ້ ຢູ່ທາງເຂົ້າ ຂອງສານສູງສຸດວ່າ “ຄວາມຍຸຕິທໍາເທົ່າທຽມກັນ ພາຍໃຕ້ກົດໝາຍ” ຖ້າເຮົາ
ປ່ອຍ​ໃຫ້ຜູ້ພິພາກສາ ມີ​ສິດໃຊ້ວິຈາລະນະຍານ​ຂອງ​ຕົນ​ເອງ​ໄດ້ 100% ເຕັມ
ກໍ​ແມ່ນ ພວກເຮົາສ່ຽງ​ຢ່າງ​ໃຫຍ່ ຄືສ່ຽງ​ຕໍ່​ການ​ເຮັດ​ໃຫ້​ບໍ່​ມີ​ຄວາມຍຸຕິທໍາທີ່ເທົ່າ
ທຽມກັນ ຢູ່​ໃນ​ລະບົບະ​ກົດໝາຍ​ຂອງ​ເຮົາ.”


ທ້າວ Lawrence ​ໄດ້​ຮັບ​ໃຊ້​ໂທດຈໍາຄຸກ 12 ປີ ​ແລະນ້ອງຊາຍ ທ້າວ Lamont ເກືອບ
14 ປີ. ສ່ວນເຈົ້າຂອງຮ້ານແປງລົດ ທີ່ຊັດທອດໃສ່ສອງອ້າຍນ້ອງນັ້ນ ຖືກຈໍາຄຸກພຽງ 18
ເດືອນ. ສອງອ້າຍນ້ອງ Garrison ບໍ່ສົນໃຈທີ່ຈະຮຽນກົດໝາຍອີກ ແລະເວົ້າວ່າ ລະບົບ
ກົດໝາຍແມ່ນບົກ​ຜ່ອງ​ທີ່​ສຸດ ແລະວ່າກົດໝາຍ​ທີ່​ບັງຄັບ​ໃຫ້ຕັດສິນໂທດຂັ້ນຕໍ່າສຸດຂອງ
ລັດຖະບານກາງນັ້ນ ມີບົດບາດ​ສໍາຄັນ​ໃນ​ການ​ເຮັ​ດ​ໃຫ້​ເປັນ​ເຊັ່ນ​ນັ້ນ.
XS
SM
MD
LG