ຊາວມົ້ງເຖິງແມ່ນປະກອບເປັນແຕ່ພຽງນຶ່ງເປີເຊັນກວ່າໆ ຂອງພົນລະເມືອງທັງໝົດ ໃນກີອານາ ແຕ່ພວກເຂົາເຈົ້າ ກໍໄດ້ຄວບຄຸມຜົນຜະລິດກະສິກຳ ແລະເຮັດໃຫ້ດິນແດນດັ່ງກ່າວ ສາມາດກຸ້ມຕົນ ເອງໄດ້. ຍານາງໄມຫາລີ ແລະສາມີ ທ່ານລີດາວລີ ທີ່ໄດ້ເດີນທາງ ເຂົ້າໄປຕັ້ງຖິ່ນຖານຢູ່ກີອານາ ຊຶ່ງເປັນດິນແດນພາຍໃຕ້ການປົກຄອງຂອງຝຣັ່ງໃນປີ 1988 ກ່າວເຖິງການປູກຝັງຂອງຊາວມົ້ງສູ່ຟັງວ່າ:
"ບາດໄທມົ້ງມາ ໄທມົ້ງກາມາເຮັດໃຮ່ເຮັດນາ ເຄືີ່ອງກິນນີ້ ຊື້ມາແຕ່ຝຣັ່ງ ຝຣັ່ງສົ່ງມາຊື່ໆ ເຂົາເຈົ້າບໍ່ມີຜັກແມ່ນຫຍັງກິນ ມີແຕ່ຂອງໄທມົ້ງ ຜັກນີ້ບັກແພງໆ ແຕ່ໄທມົ້ງມາຮອດແລ້ວກໍພາກັນມາເຮັດ ເຂົາເຈົ້າກໍມີຜັກ ມີທຸກສິ່ງທຸກຢ່າງກິນແລ້ວ ເຂົາເຈົ້າບໍ່ໄດ້ເອົາແຕ່ເມືອງຝຣັ່ງມາອີກ."
ຍານາງໄມຫາລີເລົ່າສູ່ຟັງວ່າ ສະພາບການທົ່ວໄປໃນກີອານາກໍແມ່ນດີຫຼາຍ ດິນຟ້າອາກາດເຖິງແມ່ນຈະຮ້ອນແດ່ ແຕ່ກໍປອດໂປ່ງ ຍ້ອນບໍ່ມີການແອອັດໃນການຈາລະຈອນໄປມາຂອງຍວດຍານພາຫະນະ ຊຶ່ງນັ້ນຄືສາເຫດນຶ່ງທີ່ພາໃຫ້ຍານາງ ແລະຄອບຄົວຕັດສິນໃຈໄປຢູ່ທີ່ນັ້ນ. ແຕ່ແນວໃດກໍຕາມ ຍານາງໄມຫາລີກ່າວວ່າ ການຮັກສາສຸຂະພາບກໍແມ່ນເລື້ອງນຶ່ງທີ່ສ້າງຄວາມກັງວົນໃຈໃຫ້ແກ່ຍານາງແລະຄອບຄົວ ຊຶ່ງຍານາງກ່າວວ່າ ຄວາມຕ້ອງການໃນດ້ານນີ້ອາດຈະມີສູງຂຶ້ນເວລາເຖົ້າແກ່ມາແລ້ວ.
"ປະເທດນີ້ບໍ່ມີໂຮງໝໍດີ ໂຮມໝໍນີ້ ຖ້າເຮົາເຈັບ ໄຂ້ໜັກ ຕ້ອງໄດ້ໄປຝຣັ່ງ ແລະຖ້າທຳມະດາຊື່ໆ ຢູ່ນີ້ປົວກໍໂອເຄ ບໍ່ເປັນຫຍັງ ສ່ວນຫຼາຍພວກຂ້ອຍເຖົ້າແລ້ວ ພວກຂ້ອຍຢາກກັບໄປຝຣັ່ງ."
ຊາວມົ້ງແລະຊາວລາວຈຳນວນນຶ່ງ ຫຼັງຈາກຕັ້ງຖິ່ນຖານຢູ່ກີອານາໄດ້ຊົ່ວໄລຍະນຶ່ງແລ້ວກໍພາກັນເດີນທາງກັບຄືນໄປຢູ່ ຫຼືໄປອອກບຳນານຢູ່ປະເທດຝຣັ່ງ ຊຶ່ງອາດເປັນຍ້ອນຄວາມກົງວົນໃນດ້ານນີ້ກໍໄດ້.
ນອກຈາກອາເຈັນຕີນາແລ້ວ ກີອານາກໍເປັນອີກ ພຽງບ່ອນດຽວເທົ່ານັ້ນ ທີ່ມີຄົນລາວຄົນມົ້ງ ເຂົ້າໄປອາໄສຢູ່ໃນທະວີບອາເມຣິກາໃຕ້.