ລິ້ງ ສຳຫລັບເຂົ້າຫາ

logo-print

ກະສິກອນຊາວມົ້ງ ຂັບເຄື່ອນ ເສດຖະກິດ ດ້ານອາຫານ ໃນທ້ອງຖິ່ນ ລັດມິນເນໂຊຕາ


Immigrants Thrive at Minnesota Farming Co-Op
please wait

No media source currently available

0:00 0:03:53 0:00

ເຊີນຊົມ ວີດີໂອ

ພວກກະສິກອນຊາວມົ້ງ ທີ່ເຮັດໄຮ່ເຮັດສວນ ໃນເມືອງຫຼວງເຊັນທ໌ ພອລ ລັດມິນເນ
ໂຊຕາ ຢູ່ທາງພາກກາງ ກ້ຳຕາເວັນຕົກ ຂອງ ສະຫະລັດ ໄດ້ມີການສົ່ງເສີມ ກິດຈະ
ການທັງຫຼາຍທີ່ດີທີ່ສຸດສຳລັບທຸລະກິດຂອງພວກເຂົາເຈົ້າ ນັ້ນກໍຄື ພວກເຂົາເຈົ້າເອງ
ແລະການເຮັດວຽກຮ່ວມກັນ. ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ຕັ້ງແຕ່ດັ້ງເດີມ ຊາວມົ້ງ ແມ່ນພວກຊົນກຸ່ມນ້ອຍ ຈາກເຂດເອເຊຍ ທີ່ມາຈາກປະເທດຈີນ
ຊຶ່ງໄດ້ຍົກຍ້າຍຖິ່ນຖານລົງມາປະເທດຫວຽດນາມ ແລະ ລາວ ໃນຊ່ວງສັດຕະວັດທີ 18.
ພວກເຂົາເຈົ້າບໍ່ເຄີຍມີປະເທດຂອງຕົນເອງເລີຍ. ຫຼັງຈາກສົງຄາມຫວຽດນາມ ໄດ້ສິ້ນ
ສຸດລົງ ຫຼາຍຄົນໄດ້ເຂົ້າມາຕັ້ງຖິ່ນຖານໃໝ່ ຢູ່ໃນສະຫະລັດ ໂດຍເຮັດໃຫ້ສະຫະລັດ
ກາຍເປັນປະເທດນຶ່ງ ທີ່ມີປະຊາກອນຊາວມົ້ງ ທີ່ໃຫຍ່ທີ່ສຸດ ນອກເໜືອຈາກ ທະວີບ
ເອເຊຍ. ແລະປະຊາກອນຢູ່ໃນເມືອງ ເຊັນທ໌ ພອລ ແມ່ນປະກອບດ້ວຍປະຊາຄົມ
ຊາວມົ້ງ ທີ່ໃຫຍ່ທີ່ສຸດ ຢູ່ໃນປະເທດ.

ຊາວມົ້ງ ຜູ້ທີ່ເປັນຊາວໄຮ່ຊາວສວນຕັ້ງແຕ່ໃດມາ ກໍໄດ້ເຮັດສິ່ງທີ່ພວກເຂົາເຈົ້າຮູ້ຈັກດີ
ທີ່ສຸດ ໃນເວລາທີ່ພວກເຂົາໄດ້ມາເຖິງລັດມິນເນໂຊຕາ. ແລະຕົກມາເຖິງທ້າຍຊ່ວງປີ
1980 ພວກເຂົາເຈົ້າ ໄດ້ຕັ້ງໜ້າຕັ້ງຕາ ທຸ້ມເທໃສ່ການຟື້ນຟູ ຕະຫຼາດຂອງກະສິກອນ
ຢູ່ໃນທ້ອງຖິ່ນ ໂດຍທີ່ເຮັດໃຫ້ພວກເຂົາເຈົ້າເປັນພາກສ່ວນນຶ່ງ ທີ່ຂະຍັນຂັນແຂງທີ່ສຸດ
ຢູ່ໃນເມືອງດັ່ງກ່າວ. ແຕ່ຊາວມົ້ງຍັງໄດ້ພົບເຫັນວ່າ ໃນຖານະເປັນອົບພະຍົບທີ່ເຮັດໄຮ່
ເຮັດສວນ ພວກເຂົາໄດ້ປະເຊີນກັບອຸປະສັກຕ່າງໆນາໆ ເຊັ່ນວ່າ ການຊື້ດິນ ການຫາ
ທຶນຮອນ ການເຂົ້າຫາຕະຫຼາດ ແລະ ການສ້າງທຸລະກິດແບບຄອບຄົວທີ່ຍືນຍົງ. ພວກ
ເຂົາເຈົ້າ ກໍໄດ້ອົດທົນສູ້ຊົນມາ. ເພື່ອຕໍ່ສູ້ກັບອຸປະສັກທັງຫຼາຍເຫຼົ່ານັ້ນ ກຸ່ມຊາວກະສິ
ກອນມົ້ງ ໄດ້ກໍ່ຕັ້ງສະມາຄົມນຶ່ງທີ່ບໍ່ຫວັງຜົນກຳໄລ ຂຶ້ນມາ ທີ່ຮູ້ຈັກກັນດີຄື ສະມາຄົມ
ຊາວກະສິກອນມົ້ງ ອາເມຣິກັນ ຫຼື ຮາຟາ HAFA ທີ່ຫຍໍ້ມາຈາກ Hmong American
Farmers Association ໃນປີ 2011.

ນາງປາກູ ຮັງ ເປັນຜູ້ຮ່ວມກໍ່ຕັ້ງ ຮາຟາ (HAFA) ກ່າວວ່າ ສະມາຄົມຈັດຕັ້ງຂຶ້ນມາ ເພື່ອເຮັດໃຫ້ພື້ນທີ່ການເຮັດທຸລະກິດ ເທົ່າທຽມກັນ ສຳລັບ ຊາວກະສິກອນມົ້ງ ຜູ້ທີ່ເຫັນວ່າ ການແຂ່ງຂັນແມ່ນຍາກລຳບາກຫຼາຍ.
ນາງປາກູ ຮັງ ເປັນຜູ້ຮ່ວມກໍ່ຕັ້ງ ຮາຟາ (HAFA) ກ່າວວ່າ ສະມາຄົມຈັດຕັ້ງຂຶ້ນມາ ເພື່ອເຮັດໃຫ້ພື້ນທີ່ການເຮັດທຸລະກິດ ເທົ່າທຽມກັນ ສຳລັບ ຊາວກະສິກອນມົ້ງ ຜູ້ທີ່ເຫັນວ່າ ການແຂ່ງຂັນແມ່ນຍາກລຳບາກຫຼາຍ.


ນາງ ປາກູ ຮັງ ຜູ້ທີ່ເປັນຜູ້ຮ່ວມກໍ່ຕັ້ງສະມາຄົມ ຮາຟາ ໄດ້ອະທິບາຍວ່າ “ສາເຫດອັນ
ນຶ່ງ ທີ່ສະມາຄົມ HAFA ໄດ້ຖືກສ້າງຕັ້ງຂຶ້ນມາ ກໍຍ້ອນວ່າ ຊາວມົ້ງທີ່ເຮັດໄຮ່
ເຮັດສວນ ໄດ້ປະສົບກັບຄວາມບໍ່ແນ່ນອນຫຼາຍທີ່ສຸດ. ພວກເຂົາເຈົ້າ ບໍ່ສາ
ມາດຊື້ດິນໄດ້ ຢູ່ສະເໝີ.”
ນາງຮັງ ກ່າວຕື່ມວ່າ “ສະນັ້ນ ໃນເມື່ອເຈົ້າບໍ່ສາມາດ
ຄອບຄອງດິນ ຫຼືຄວາມໝັ້ນຄົງຂອງດິນ ແທ້ຈິງແລ້ວ ເຈົ້າກໍບໍ່ສາມາດລົງທຶນ
ໃນການຂຶ້ນທະບຽນສິນຄ້າກະເສດປອດສານພິດເຄມີ ຫຼື organic ເຈົ້າບໍ່
ສາມາດລົງທຶນໃນພືດທີ່ເກີດໃນທຸກໆປີ ຊຶ່ງມັນຈະມີຜົນກຳໄລສູງກວ່າ.”
ຈຸດ
ປະສົງຂອງສະມາຄົມ HAFA ແມ່ນເພື່ອ “ສົ່ງເສີມຊາວກະສິກອນມົ້ງອາເມຣິກັນ
ໃຫ້ອຸດົມຮັ່ງມີ ໂດຍຜ່ານ ການຮ່ວມໄມ້ຮ່ວມມືກັນ ໃນພາລະກິດຕ່າງໆ.”
ຢູ່ທີ່
ສູນກາງຂອງສະມາຄົມນີ້ ແມ່ນມີເນື້ອທີ່ຟາມ 63 ເຮັກຕາ ຕັ້ງຢູ່ເຂດຊານເມືອງ ນະຄອນ
ເຊັນທ໌ ພອລ ບ່ອນທີ່ພວກກະສິກອນທີ່ເປັນສະມາຊິກ ຜູ້ທີ່ມີສັນຍາເຊົ່າ ໄລຍະຍາວ
ໃນເນື້ອທີ່ດິນ 2 ຫາ 4 ເຮັກຕາ ເພື່ອການເຮັດສວນປູກຜັກ ແລະດອກໄມ້ ຂອງເຂົາເຈົ້າ.

ນາງມາວ ມົວ ແລະສາມີຂອງນາງ ກຳລັງເກັບກ່ຽວຜັກ ທີ່ພວກເຂົາເຈົ້າ ຈະນຳໄປຂາຍ ທີ່ຕະຫຼາດຂອງກະສິກອນ ໃນທ້ອງຖິ່ນ ຢູ່ໃນນະຄອນ ເຊັນທ໌ ພອລ ລັດມິນເນໂຊຕາ.
ນາງມາວ ມົວ ແລະສາມີຂອງນາງ ກຳລັງເກັບກ່ຽວຜັກ ທີ່ພວກເຂົາເຈົ້າ ຈະນຳໄປຂາຍ ທີ່ຕະຫຼາດຂອງກະສິກອນ ໃນທ້ອງຖິ່ນ ຢູ່ໃນນະຄອນ ເຊັນທ໌ ພອລ ລັດມິນເນໂຊຕາ.

ເມື່ອວັນສຸກ ມໍ່ໆມານີ້ ນາງ ມາວ ມົວ ແລະສາມີີຂອງນາງ ໄດ້ເກັບກ່ຽວ ສວນຜັກຕອນນຶ່ງ
ຂອງພວກເຂົາເຈົ້າ ເພື່ອສົ່ງໄປຕະຫຼາດຂອງກະສິກອນ ໃນວັນເສົາ.

ຄອບຄົວມົວ ແມ່ນຢູ່ໃນກຸ່ມປະຊາຊົນຊາວມົ້ງຂະໜາດໃຫຍ່ ທີ່ໄດ້ຫລັ່ງໄຫລໜີອອກ
ຈາກລາວ ໄປປະເທດໄທ ແລະໃນທີ່ສຸດ ກໍມາຮອດສະຫະລັດ ໃນຊຸມປີ 1970. ນັບຕັ້ງ
ແຕ່ ພວກເຂົາເຈົ້າໄດ້ເດີນທາງມາຮອດ ສະຫະລັດ ພວກເຂົາເຈົ້າກໍໄດ້ເລີ້ມເຮັດສວນ
ຢູ່ໃນລັດມິນເນໂຊຕາ ແລະ ໃນຫຼາຍປີຜ່ານມານີ້ ໄດ້ເຮັດສວນ ຢູ່ສະມາຄົມ HAFA
ໃນຖານະເປັນສະມາຊິິກຂອງຟາມ.

ນາງມາວ ມົວ ກ່າວວ່າ “ຂ້າພະເຈົ້າມັກເຮັດສວນ ຢູ່ຟາມຂອງ ສະມາຄົມ HAFA
ເພາະວ່າ ອັນນີ້ ແມ່ນສະມາຄົມຂອງຊາວມົ້ງ. ມີພວກຄົນງານທີ່ເປັນຄົນມົ້ງ ຜູ້ທີີ່
ຊ່ອຍເຫຼືອພວກເຮົາ. ພວກເຂົາເຈົ້າ ແມ່ນຄືກັບ ມື ຕາ ແລະ ຫູ ຂອງພວກເຮົາ.
ຂ້າພະເຈົ້າມັກ ທີ່ວ່າ ມີ ນ້ຳ ໄຟຟ້າ ແລະ ສູນລວມອາຫານ.”

ນາງກ່າວຕື່ມຢ່າງພາກພູມໃຈ ວ່າ “ຂ້າພະເຈົ້າປູກ ສາລີ ມັນຫວານ ໝາກເຊີຣີ
ຖົ່ວສັ້ນ ໝາກແຕງ ແລະ ໝາກເລັ່ນນ້ອຍ. ທໍ່ນັ້ນແຫລະ!”

ໂຄງການຕະຫຼາດທາງເລືອກອື່ນຂອງສະມາຄົມ HAFA ແມ່ນເອີ້ນວ່າ ສູນກາງຂາຍ
ອາຫານ ຫຼື ຟູດຫັບ (Food Hub).

ຊໍ່ດອກໄມ້ໃຫຍ່ ລໍຖ້າທີ່ຈະຖືກຂົນສົ່ງໄປຍັງ ຕະຫຼາດຂອງກະສິກອນ ໃນທ້ອງຖິ່ນ ຈາກຟາມສະຫະກອນ ຂອງຊາວມົ້ງ ຕັ້ງຢູ່ບໍ່ໄກຈາກນະຄອນ ເຊັນທ໌ ພອລ ລັດມິນເນໂຊຕາ.
ຊໍ່ດອກໄມ້ໃຫຍ່ ລໍຖ້າທີ່ຈະຖືກຂົນສົ່ງໄປຍັງ ຕະຫຼາດຂອງກະສິກອນ ໃນທ້ອງຖິ່ນ ຈາກຟາມສະຫະກອນ ຂອງຊາວມົ້ງ ຕັ້ງຢູ່ບໍ່ໄກຈາກນະຄອນ ເຊັນທ໌ ພອລ ລັດມິນເນໂຊຕາ.

ທ້າວ ກູ ຢາງ ຜູ້ຈັດການກິດຈະການ ຂອງຟູດ ຫັບ ໄດ້ອະທິບາຍວ່າ “ຟູດ ຫັບ ຂອງ
ພວກເຮົາ ເປັນສະຖານທີ່ ບ່ອນນຳເອົາຜົນຜະລິດ ຂອງພວກກະສິກອນ ຢູ່ໃນ
ຮາຟາ ເຂົ້າມາລວມກັນ ແລະພວກເຮົາກໍຈະຈັດສົ່ງອອກໄປ ໂດຍການຂາຍມັນ
ໃຫ້ແກ່ສະຖາບັນຕ່າງໆ ເຊັ່ນວ່າ ໂຮງຮຽນ ສະຫະກອນ ຫຼື ຮ້ານອາຫານຕ່າງໆ
ເປັນຕົ້ນ. ຕໍ່ຈາກນັ້ນ ພວກເຮົາຍັງມີ ໂຄງການ CSA ຫຼື ຊຸມຊົນ ສະໜັບສະໜຸນ
ການກະເສດ ທີ່ພວກເຮົາມີສະມາຊິກປະມານ 350 ຄົນ ໃນປັດຈຸບັນນີ້. ພວກ
ເຂົາເຈົ້າ ຈະໄດ້ຮັບບັນຊີລາຍການຂອງພືດຜົນ ທຸກໆສັບປະດາ.”

ແລະຖ້າຫາກ ສະມາຊິກກະສິກອນຄົນໃດ ໃນຫຼາຍກວ່າ 100 ຄົນ ຕ້ອງການກູ້ຢືມເງິນ
ກ້ອນນ້ອຍໆ ເພື່ອຊື້ລົດໄຖນາ ຫຼື ເຄື່ອງອຸປະກອນເຮັດສວນໃໝ່ ໂຄງການພັດທະນາ
ທຸລະກິດ ຂອງ ຮາຟາ ແມ່ນພ້ອມທີ່ຈະຊ່ອຍເຫຼືອ. ແຕ່ ນາງ ຮັງ ກ່າວວ່າ ໂຄງການ
ທັງໝົດນີ້ ແມ່ນບໍ່ພຽງແຕ່ສ້າງລາຍໄດ້ເທົ່ານັ້ນ.

ນາງກ່າວວ່າ “ສິ່ງທີ່ພວກເຮົາ ສົນໃຈນຳແທ້ໆ ກໍແມ່ນວ່າ ສິ່ງທີ່ພວກເຮົາ ເພັ່ງເລັງໃສ່
ແທ້ໆແລ້ວ ກໍແມ່ນການສ້າງລາຍໄດ້ ຄວາມຮັ່ງມີ ບໍ່ພຽງແຕ່ໃຫ້ຄົນຫຼາຍໆລຸ້ນ ລວມ
ທັງ ສ້າງຄວາມຮັ່ງມີໃຫ້ແກ່ຊຸມຊົນ ນຳດ້ວຍ.”

ໃນປັດຈຸບັນນີ້ ຊາວກະສິກອນມົ້ງ ອາເມຣິກັນ ແມ່ນມີຫຼາຍກວ່າ 50 ເປີເຊັນຂອງພວກ
ຜູ້ຜະລິດສິນຄ້າກະເສດທັງໝົດ ຢູ່ໃນຕະຫຼາດຂອງກະສິກອນ.

ທ່ານ ເດບວ໌ ໂຄຕໂຊນັສ ຜູ້ອຳນວຍການ ສະມາຄົມ ຕະຫຼາດຂອງກະສິກອນ ລັດ
ມີນເນໂຊຕາ ໄດ້ກ່າວວ່າ “ການມີສ່ວນຮ່ວມ ຂອງພວກກະສິກອນຊາວມົ້ງ ໃນ
ຕະຫຼາດຂອງກະສິກອນ ນັ້ນ ແມ່ນໄດ້ຟື້ນຟູຕະຫຼາດສົດ ຄືນໃໝ່ແທ້ໆເລີຍ.”

ພວກຊາວມົ້ງ ຍັງເປັນສູນກາງ ພື້ນຖານເສດຖະກິດດ້ານອາຫານຂອງລັດມິນເນໂຊຕາ
ທີ່ໄດ້ຫັນປ່ຽນແນວທາງການກິນຢູ່ ຂອງຊາວລັດມິນເນໂຊຕາ ນຳດ້ວຍ.

ນາງ ຮັງ ກ່າວວ່າ “ພວກກະສິກອນຊາວມົ້ງ ແມ່ນໄດ້ປະກອບສ່ວນຢ່າງໃຫຍ່ ເຂົ້າໃນເສດຖະກິດດ້ານອາຫານໃນທ້ອງຖິ່ນ ແລະໃນເສດຖະກິດໂດຍລວມ
ຂອງພວກເຮົາ. ຂ້າພະເຈົ້າ ໝາຍເຖິງ ການສຶກສາຄົ້ນຄວ້າ ໄດ້ສະແດງໃຫ້
ເຫັນວ່າ ພວກເຂົາເຈົ້າ ຜະລິດໄດ້ ເກີນກວ່າ 250 ລ້ານໂດລາ ໃນການຂາຍ
ສິນຄ້າ.”

ນາງ ຮັງ ເກີດຢູ່ໃນສູນອົບພະຍົບ ໃນປະເທດໄທ ແລະໄດ້ເຂົ້າມາຢູ່ ສະຫະລັດ ກັບ
ພໍ່ແມ່ຂອງນາງ ໃນປີ 1976.

ນາງກ່າວວ່າ “ໃນລະຫວ່າງສົງຄາມຫວຽດນາມ ຢູ່ໃນລາວ ແທ້ຈິງແລ້ວ ພໍ່ຂອງ
ຂ້າພະເຈົ້າ ໄດ້ເຂົ້າຮ່ວມໃນກຳລັງທະຫານລັບ ທີ່ເປັນພັນທະມິດ ກັບອົງການ
ສືບລັບ CIAສະຫະລັດ. ໃນເວລາສົງຄາມຫວຽດນາມ ໄດ້ສິ້ນສຸດລົງ ແລະ
ຝ່າຍຄອມມິວນິສໄດ້ເຂົ້າຍຶດອຳນາດ ຢູ່ໃນລາວ ພວກເຂົາເຈົ້າເລີ້ມຕົ້ນຕັ້ງເປົ້າ
ໝາຍໃສ່ ພວກທະຫານມົ້ງ.”

ນາງ ຮັງ ມີຄວາມໄຝ່ຝັນທີ່ຍິ່ງໃຫຍ່ ສຳລັບ ຟາມຂອງຮາຟາ ຊຶ່ງນອກເໜືອຈາກ ການ
ເຮັດໃຫ້ພວກກະສິກອນຢູ່ລອດໄດ້ແລ້ວ, ຍັງໄດ້ດຳເນີນການຄົ້ນຄວ້າ ແລະ ອຸປະຖຳ
ຄ້ຳຊູ ສາຍສຳພັນໃນຊຸມຊົນ.

ນາງ ຮັງ ບັນລະຍາຍ ວ່າ “ອັນນີ້ ແມ່ນສູນກາງຂອງການຮຽນຮູ້. ສູນກາງຂອງການ
ສ້າງຊຸມຊົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG