ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກລັດຖະສະພາ ມົ້ງ-ອາເມຣິກັນ ໃຫ້ການ ສະໜັບສະໜຸນ ຕໍ່ການຕໍ່ສູ້ ຂອງຄົນອາເມຣິກັນ ເຊື້ອສາຍອາຟຣິກາຢູ່ ສຫລ ເພື່ອຄວາມຍຸຕິທໍາ


ທ.ນ. ຊາແມນທາ ວາງ (ນຸ່ງຊຸດພື້ນເມືອງມົ້ງ) ໃນມື້ສາບານຕົວ ເຂົ້າຮັບຕໍາແໜ່ງເປັນສະມາຊິກສະພາຕໍ່າ ປະຈໍາລັດເມນນີໂຊຕາ ໃນເດືອນມັງກອນ, 2019. ທ່ານນາງ ຍັງໄດ້ຖືກເລືອກໃຫ້ເປັນ ປະທານຂອງຄະນະກໍາມະການ ຊາວເອເຊຍ-ປາຊີຟິກລັດມິນເນໂຊຕາ ອີກໃນເວລາຕໍ່ມາ
ທ.ນ. ຊາແມນທາ ວາງ (ນຸ່ງຊຸດພື້ນເມືອງມົ້ງ) ໃນມື້ສາບານຕົວ ເຂົ້າຮັບຕໍາແໜ່ງເປັນສະມາຊິກສະພາຕໍ່າ ປະຈໍາລັດເມນນີໂຊຕາ ໃນເດືອນມັງກອນ, 2019. ທ່ານນາງ ຍັງໄດ້ຖືກເລືອກໃຫ້ເປັນ ປະທານຂອງຄະນະກໍາມະການ ຊາວເອເຊຍ-ປາຊີຟິກລັດມິນເນໂຊຕາ ອີກໃນເວລາຕໍ່ມາ

ທ້າມກາງສະພາບຟົດເດືອດຢູ່ໃນຫລາຍຕົວເມືອງຂອງສະຫະລັດ ໂດຍສະເພາະແມ່ນຢູ່ໃນນະຄອນເມນິອາໂປລິສ ຊຶ່ງເປັນເມືອງທີ່ຊາຍອາເມຣິກັນ ເຊື້ອສາຍອາ ຟຣິກາ, ທ້າວ ຈອຣຈ໌ ຟລອຍດ໌, ເສຍຊີວິດຍ້ອນຖືກຕໍາຫລວດຜິວຂາວເອົາຫົວ ເຂົ່າໜີບຄໍໃນອາທິດແລ້ວນີ້ນັ້ນ ສະມາຊິກສະພາຕໍ່າ ຊາແມນທາ ວາງ ປະຈໍາລັດ ເມນີໂຊຕາ, ໃນນາມເປັນປະທານຂອງຄະນະກໍາ ມະການຊາວເອເຊຍ-ປາຊີຟິກ ຫຼື Minnesota Asian Pacific (MAP) Caucus ຂອງລັດດັ່ງກ່າວໄດ້ສະແດງ ການສະໜັບສະໜຸນຂະບວນການຮຽກຮ້ອງເອົາຄວາມຍຸຕິທໍາມາໃຫ້ຊາວອາ ເມຣິກັນເຊື້ອສາຍອາຟຣິກາ ເພາະຖືວ່າ ມັນຈະຊ່ວຍນໍາເອົາການປ່ຽນແປງທີ່ ດີມາ ໃຫ້ສັງຄົມ, ບົວສະຫວັນຈະນໍາເອົາ ການສໍາພາດກັບທ່ານນາງ ມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານນາງ ຊາແມນທາ ວາງ ເປັນສະມາຊິກສະພາຕໍ່າປະຈໍາລັດເມນີໂຊຕາແລະ ເປັນປະທານຂອງຄະນະກໍາມະການ ຊາວເອເຊຍ-ປາຊີຟິກ ຫຼື Minnesota Asian Pacific (MAP) Caucus ຂອງລັດມິນເນໂຊຕາຊຶ່ງເປັນຄະນະກໍາມະ ການທາງດ້ານນິຕິບັນຍັດ ທີ່ມີສະມາຊິກລ້ວນແລ້ວແຕ່ເປັນສະມາຊິກລັດຖະສະ ພາເຊື້ອສາຍເອເຊຍ 6 ທ່ານ. ໃນນາມປະທານ ຂອງຄະນະກໍາມະການສໍາຄັນ ອັນນີ້ ທ່ານນາງສະໜັບສະໜຸນຂະບວນການຮຽກຮ້ອງໃຫ້ມີການປ່ຽນແປງຢ່າງ ສັນຕິຊຶ່ງຈະນໍາມາແຫ່ງຄວາມຍຸຕິທໍາ ແລະຄວາມສະເໝີພາບໃຫ້ແກ່ຊາວອາເມ ຣິກັນເຊື້ອສາຍອາຟຣິກາ ຕະຫລອດທັງຊົນເຜົ່າກຸ່ມນ້ອຍທີ່ມີຜິວສີອື່ນໆອີກດ້ວຍ ຊຶ່ງທ່ານນາງກ່າວດັ່ງນີ້:

ລິງໂດຍກົງ

"The MAP Caucus has issued out a statement in solidarity with our black and brown communities. We condemn the killing of Mr. George Floyd who died at the hand of a Minneapolis police officer on Monday May 25. We are appalled and disheartened by the sense of inhumanity and we are calling our Asian American communities to stand united as we are protesting injustice.”
“ຄະນະກໍາມະການ MAP ໄດ້ອອກຖະແຫຼງການສະບັບນຶ່ງສະແດງຄວາມເປັນ ນໍ້ານຶ່ງໃຈດຽວກັນກັບປະຊາຄົມຜິວດໍາ ແລະຜິວສີນໍ້າຕານ. ພວກເຮົາຕໍາໜິຢ່າງ ແຮງຕໍ່ການຂ້າທ້າວ ຈອຣຈ໌ ຟລອຍດ໌ ຜູ້ທີ່ຕາຍໃນກໍາມືຂອງເຈົ້າໜ້າທີ່ຕໍາຫຼວດ ນະຄອນມິເນອາໂປລິສຄົນນຶ່ງໃນວັນຈັນ ທີ 25 ພຶດສະພາຜ່ານມາ. ພວກເຮົາ ມີຄວາມຕົກໃຈ ແລະ ເສຍຂວັນ ທີ່ມີຄວາມຮູ້ສຶກວ່າມັນມີຄວາມປ່າເຖື່ອນ ແລະ ພວກເຮົາກໍາລັງຮຽກຮ້ອງໃຫ້ປະຊາຄົມເຊື້ອສາຍເອເຊຍທັງຫລາຍ ໃຫ້ຢືນຢັດ ຢູ່ໃນຄວາມສາມັກຄີກັນໃນຂະນະທີ່ພວກເຮົາຄັດຄ້ານຕໍ່ການຂາດຄວາມຍຸຕິທໍາ ຢູ່ນີ້.”

ທ່ານນາງເລົ່າສູ່ຟັງໃນວັນພຸດຜ່ານມາວ່າ ການປະທ້ວງຍັງສືບຕໍ່ດໍາເນີນໄປຢ່າງ ຂັນແຂງຢູ່ ນັບຕັ້ງແຕ່ຕອນເລີ້ມຕົ້ນກໍຄືແລງວັນອັງຄານແລ້ວນີ້, ນຶ່ງມື້ຫລັງຈາກ ທ້າວຟລອຍດ໌ຖືກຂ້າຕາຍນັ້ນ. ເຖິງແມ່ນຈຸດໃຈກາງຂອງການປະທ້ວງນີ້ ຈະຢູ່ ບ່ອນຖະໜົນທີ 38 ຕັດກັບຖະໜົນຊີຄາໂກ ຊຶ່ງເປັນຈຸດເກີດເຫດນັ້ນ ກໍຕາມ ແຕ່ມັນ ກໍໄດ້ແຜ່ລາມໄປຫາຕົວເມືອງອື່ນໆ ຢ່າງໄວວາ. ໂດຍລວມແລ້ວ ຊາວອາເມຣິກັນເຊື້ອສາຍເອເຊຍ ແມ່ນສະໜັບສະໜຸນການປະທ້ວງນີ້ ແຕ່ກໍມີບາງ ຈໍານວນ ທີ່ບໍ່ເຫັນດີນໍາ ຊຶ່ງທ່ານນາງເວົ້າວ່າ:

ລິງໂດຍກົງ

“The Hmong community so far as I heard that have been more vocal but I’ve seen Vietnamese and Lao communities’ members who are supporting as well. So, I do see the general Asian American communities are supporting this protest. And, you know, there are within Asian communities just like in any other communities, there are people who appose to this, who think differently. And, I think that it’s part of the process.”
“ປະຊາຄົມມົ້ງ ເທົ່າທີ່ຜ່ານມາ ຂ້າພະເຈົ້າໄດ້ຍິນວ່າ ໄດ້ອອກປາກອອກສຽງນັບມື້ ນັບແຮງຂຶ້ນ ແຕ່ຂ້າພະເຈົ້າກໍໄດ້ເຫັນສະມາຊິກຂອງປະຊາຄົມຫວຽດນາມ ແລະ ລາວທີ່ໃຫ້ການສະໜັບສະໜຸນຄືກັນ. ສະນັ້ນ, ໂດຍລວມແລ້ວ, ຂ້າພະເຈົ້າເຫັນ ວ່າ ປະຊາຄົມອາເມຣິກັນເຊື້ອສາຍເອເຊຍກໍາລັງໃຫ້ການສະໜັບສະໜຸນການປະ ທ້ວງນີ້. ແລະ ທ່ານຮູ້ບໍ່, ຢູ່ພາຍໃນປະຊາຄົມອາເມຣິກັນ ເຊື້ອສາຍເອເຊຍ ກໍຄື ໃນປະຊາຄົມເຊື້ອສາຍອື່ນໆ, ແມ່ນມີຄົນທີ່ຄັດຄ້ານຕໍ່ການເຮັດແນວນີ້ ມີຄົນທີ່ມີ ຄວາມຄິດແຕກຕ່າງ. ແລະຂ້າພະເຈົ້າຄິດວ່າ ມັນເປັນສ່ວນນຶ່ງຂອງຂັ້ນຕອນ.”

ທ.ນ. ຊາແມນທາ ວາງ (ຊຸດພື້ນເມືອງມົ້ງ) ໃນວັນສາບານຕົວເຂົ້າຮັບຕໍາແໜ່ງເປັນສະມາຊິກສະພາຕໍ່າປະຈໍາລັດມິນເນໂຊຕາໃນເດືອນມັງກອນ 2019
ທ.ນ. ຊາແມນທາ ວາງ (ຊຸດພື້ນເມືອງມົ້ງ) ໃນວັນສາບານຕົວເຂົ້າຮັບຕໍາແໜ່ງເປັນສະມາຊິກສະພາຕໍ່າປະຈໍາລັດມິນເນໂຊຕາໃນເດືອນມັງກອນ 2019

ແຕ່ຢ່າງໃດກໍຕາມ ທ່ານນາງແນະນໍາວ່າ:
“We have to continue to educate ourselves and members and to continue to help others to see that we are in it together. We are better together than divided.”
“ພວກເຮົາຕ້ອງໄດ້ສືບຕໍ່ໃຫ້ການອົບຮົມພວກເຮົາເອງ ແລະສະມາຊິກຂອງພວກເຮົາ ແລະສືບຕໍ່ຊ່ວຍເຮັດໃຫ້ຄົນເຫັນໄດ້ວ່າ ພວກເຮົາເຂົ້າຢູ່ໃນການເຮັດແນວ ນີ້ນໍາກັນ. ພວກເຮົາຄວນສາມັກຄີກັນ ດີກວ່າຈະແຕກແຍກກັນ.”

ສ່ວນເລື້ອງກໍ່ຄວາມຮຸນແຮງນັ້ນແມ່ນໄດ້ຜ່ອນເບົາລົງຫລາຍແລ້ວ ຊຶ່ງທ່ານນາງ ເລົ່າສູ່ວີໂອເອຟັງດັ່ງນີ້:

ລິງໂດຍກົງ

"The protests are still going on. There has been quieter in the past few nights. The Minnesota Governor has issued about 7,000 national guards two nights ago. And that has help quelled some of the lootings and fires that happened around Minneapolis and St. Paul."
“ການປະທ້ວງຍັງສືບຕໍ່ດໍາເນີນໄປ. ສອງສາມຄືນມານີ້ ຂ້ອນຂ້າງງຽບກວ່າເກົ່າ. ຜູ້ປົກຄອງລັດມິເນໂຊຕາ ໄດ້ເອົາກຳລັງຮັກສາດິນແດນຫລື National Guard ປະມານ 7,000 ຄົນ ເຂົ້າມາຍາມຢູ່ທີ່ນັ້ນ ໃນສອງຄືນກ່ອນ. ແລະອັນນັ້ນໄດ້ ຊ່ວຍເຮັດໃຫ້ການປຸ້ນຊັບສິນຈໍານວນນຶ່ງ ແລະ ການ ຈູດເຜົາເຮືອນທີ່ເກີດຂຶ້ນ ຢູ່ໃນເຂດນະຄອນມິນເນອາໂປລິສ ແລະເຊນ ພອລ ລະງັບລົງແດ່ແລ້ວ.”

ເມື່ອເວົ້າເຖິງການເສຍຫາຍຂອງຊັບສິນທີ່ເປັນຂອງຄົນເຊື້ອສາຍເອເຊຍຢູ່ໃນລັດນັ້ນ ທ່ານນາງເລົ່າສູ່ຟັງວ່າ ຢູ່ເຂດທີ່ທ່ານນາງອາໄສຢູ່ ຊຶ່ງເປັນຊານເມືອງຕິດ ກັບຊາຍແດນຂອງນະຄອນມິນເນອາໂປລິສ ບໍ່ໄດ້ຮັບຄວາມເສຍຫລາຍພໍປານ ໃດ ຊຶ່ງທ່ານນາງເປີດເຜີຍສູ່ຟັງດັ່ງນີ້:

ລິງໂດຍກົງ

“We’ve not been hit as hard as Minneapolis and St. Paul, which have been attacked by… when those have been smashed and looted. We have a large Southeast Asian super market over Brooklynn Center that have been boarded up, are still open, I have not seen being looted yet.”
"ພວກເຮົາບໍ່ໄດ້ຖືກກະທົບແຮງເທົ່າກັນກັບຢູ່ໃນນະຄອນມິນເນອາໂປລິສ ແລະ ເຊນ ພອລ ທີ່ໄດ້ຖືກໂຈມຕີໂດຍ…. ເມື່ອເມື່ອງເຫລົ່ານັ້ນຖືກທັບມ້າງແລະລັກ ເອົາຊັບສິນໄປ. ພວກເຮົາມີຫ້າງຊັບພະສິນຄ້າໃຫຍ່ ຂອງຊາວເອເຊຍຕາເວັນ ອອກສຽງໃຕ້ ຢູ່ເຂດສູນກາງການຄ້າບຣູກຄລິນ ຫລື Brooklynn Cen
ter ທີ່ ຖືກຖະຫລົ່ມນັ້ນ ຍັງເປີດຢູ່, ຂ້າພະເຈົ້າຍັງບໍ່ເຫັນມັນຖືກປຸ້ນ ລັກເອົາເຄື່ອງຂອງ ໄປເທື່ອ.”

ແຕ່ທ່ານນາງກໍບອກວ່າ:

ລິງໂດຍກົງ

"Directly at St. Paul, especially in the area that is considered as kind of Hmong Capital in a sense with a lot of Hmong villages, the Hmong Town, there are a lot of Vietnamese … and restaurants along University Blvd. in St. Paul. I have not myself been there to witness the damage myself, but I have seen pictures of the entire block of buildings boarded up, smashed, looted. So, Southeast Asian small business owners are definitely hurting.”
“ສໍາລັບກະໂຕນະຄອນເຊນ ພອລ, ໂດຍສະເພາະຢູ່ໃນເຂດທີ່ຖືກຖືກັນຢ່າງໃດ ຢ່າງນຶ່ງວ່າ ເປັນນະຄອນຫລວງຂອງຄົນເຜົ່າມົ້ງ ຊຶ່ງມີບ້ານຂອງຊາວເຜົ່າມົ້ງ ຕັ້ງຢູ່ຫລາຍຫັ້ນ, ເປັນເມືອງຂອງມົ້ງນັ້ນ ມີຄົນຫວຽດນາມ… ແລະມີຮ້ານ ອາຫານຫຼາຍຮ້ານຢູ່ເຂດຖະໜົນ University Blvd. ໃນນະຄອນເຊນພອລນັ້ນ. ຂ້າພະເຈົ້າເອງສ່ວນຕົວແລ້ວກໍບໍ່ໄດ້ໄປເຫັນດ້ວຍຕາຂອງຕົນ ແຕ່ວ່າ ກໍໄດ້ເຫັນ ຢູ່ໃນຮູບວ່າ ມີຕຶກໝົດທັງບລອກຫລືຄຸ້ມນຶ່ງຖືກຖະລົ່ມ, ທຸບແລະລັກເຂົ້າໄປເອົາ ສິ່ງຂອງ. ສະນັ້ນ, ແນ່ນອນພວກເຈົ້າຂອງທຸລະກິດຂະໜາດນ້ອຍທີ່ເປັນຄົນເຊື້ອ ສາຍເອເຊຍຕາເວັນອອກສຽງໃຕ້ທັງຫລາຍ ແມ່ນໄດ້ຮັບຄວາມລໍາບາກເຂັນໃຈ,” ຊຶ່ງສະພາບການນີ້, ທ່ານນາງເວົ້າວ່າມັນເປັນໂສກນາດຕະກໍາ ແກ່ປະຊາຄົມເອ ເຊຍ ໂດຍສະເພາະ ກໍແມ່ນປະຊາຄົມເອເຊຍຕາເວັນອອກສຽງໃຕ້ເຊັ່ນ ຫວຽດ ນາມ, ມົ້ງ ແລະລາວ ອີ່ຫລີ. ທາງຫ້ອງການຂອງທ່ານນາງແມ່ນກໍາລັງທໍາການ ສໍາຫລວດ ຮ່ວມກັນກັບປະຊາຄົມເຫລົ່ານີ້ຢູ່ ເພື່ອຈະປະເມີນມູນຄ່າການເສຍ ຫາຍທີ່ເກີດຈາກເຫດການນີ້."

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ການແບ່ງແຍກເຊື້ອຊາດ ແລະຜິວພັນຢູ່ໃນ ສະຫະລັດ ແມ່ນບັນຫາທີ່ມີປະຫວັດອັນຮຸນແຮງມາແຕ່ດົນນານແລ້ວ ສະນັ້ນ ທ່ານນາງບອກວ່າ ການປະທ້ວງແບບນີ້ ແມ່ນສໍາຄັນຫລາຍ ບໍ່ພຽງແຕ່ສໍາລັບ ຄົນອາເມຣິກັນເຊື້ອສາຍອາຟຣິກາເທົ່ານັ້ນ ແຕ່ມັນຍັງສໍາຄັນຕໍ່ຊາວອາເມຣິກັນ ທີ່ມາຈາກຊົນກຸ່ມນ້ອຍຕ່າງໆ ອີກດ້ວຍ ຊຶ່ງທ່ານນາງ ຊີ້ແຈງດັ່ງນີ້:

ລິງໂດຍກົງ

“It’s important that we understand our black and brown communities……The black and brown communities have done a lot of work to help other communities of color along the way. You know, they fought for the rights to vote and they fought for civil rights. They have been in that fight before our Asian American did too…"
ມັນເປັນເລື້ອງສໍາຄັນຫລາຍທີ່ພວກເຮົາຕ້ອງມີຄວາມເຂົ້າໃຈຕໍ່ປະຊາຄົມຜິວດໍາ ແລະຜິວສີນໍ້າຕານຂອງພວກເຮົາ…… ປະຊາຄົມຜິວດໍາ ແລະຜິວສີນໍ້າຕານໄດ້ ເຮັດພາລະກິດມາຢ່າງຫລວງຫລາຍ ເພື່ອຊ່ວຍປະຊາຄົມທີ່ມີສີຜິວອື່ນໆໄປນໍາ. ທ່ານຮູ້ບໍ່, ພວກເຂົາເຈົ້າໄດ້ຕໍ່ສູ້ ເພື່ອໃຫ້ມີສິດໃນການປ່ອນບັດເລືອກຕັ້ງ ແລະພວກເຂົາເຈົ້າກໍຕໍ່ສູ້ເພື່ອສິດທິພົນລະເມືອງ. ພວກເຂົາເຈົ້າໄດ້ມີການຕໍ່ສູ້ແບບນັ້ນ ມາກ່ອນຊາວອາເມຣິກັນເຊື້ອສາຍເອເຊຍ ໄດ້ເຂົ້າໄປເຮັດນໍາອີກດ້ວຍ”.

ທ່ານນາງເນັ້ນຢໍ້າອີກວ່າ ປະຊາຄົມອາເມຣິກັນເຊື້ອສາຍເອເຊຍ ໃນນາມເປັນ ຊົນເຜົ່າກຸ່ມນ້ອຍກຸ່ມນຶ່ງຄວນຈະສະໜັບສະໜຸນການຕໍ່ສູ້ນີ້ເພາະມັນສໍາຄັນຫລາຍ ຊຶ່ງທ່ານນາງຊີ້ແຈງວ່າ:

ລິງໂດຍກົງ

"…Especially in American where the white dominant culture we have to.. . We know that our communities of color have been oppressed by the system.”
“…ໂດຍສະເພາະແມ່ນຢູ່ໃນອາເມຣິກາ ບ່ອນທີ່ວັດທະນະທໍາຂອງຄົນຂາວ ເປັນ ວັດທະນະທໍາຄອບງໍາຢູ່ພວກເຮົາຕ້ອງ….. ພວກເຮົາຮູ້ດີແລ້ວວ່າປະຊາຄົມ ຂອງ ຄົນຜິວສີຕ່າງໆ ຂອງພວກເຮົາໄດ້ຖືກກົດຂີ່ໂດຍລະບົບນັ້ນຢູ່. ”

ທ.ນ. ຊາແມນທາ ວາງ (ຂວາສຸດ) ເຂົ້າຮ່ວມພິທີເຊັນຮັບຮອງເອົາວັນທີ 14 ພຶດສະພາໃຫ້ເປັນລະນຶກເຖິງ Special Guerilla Units ຂອງຊາວມົ້ງຢ່າງຖືກຕ້ອງຕາມກົດໝາຍ (ພຶດສະພາ, 2019)
ທ.ນ. ຊາແມນທາ ວາງ (ຂວາສຸດ) ເຂົ້າຮ່ວມພິທີເຊັນຮັບຮອງເອົາວັນທີ 14 ພຶດສະພາໃຫ້ເປັນລະນຶກເຖິງ Special Guerilla Units ຂອງຊາວມົ້ງຢ່າງຖືກຕ້ອງຕາມກົດໝາຍ (ພຶດສະພາ, 2019)

ທ່ານນາງຍັງເວົ້າອີກວ່າການປະທ້ວງເພື່ອຄວາມຍຸຕິທໍານີ້ ຍັງມີຄວາມສໍາ ຄັນ ຫລາຍຕໍ່ຄົນເຊື້ອສາຍມົ້ງອີກເພາະວ່າ:

ລິງໂດຍກົງ

"Even the Hmong community, the Hmong community in this city we also face police brutality. They are similar to what the black American Community going through. There was a notable Hmong case, Fong Lee, who died at the hand of Minneapolis police as well many many years ago. To this day, we haven’t seen justice yet. Though our history may be different, we do share experiences that have oppressed us through the white dominant culture here in America.”
“ແມ່ນແຕ່ປະຊາຄົມມົ້ງ, ປະຊາຄົມ ຄົນມົ້ງຢູ່ໃນເມືອງນີ້ ພວກເຮົາກໍໄດ້ປະເຊີນ ກັບການກະທໍາປ່າເຖື່ອນຈາກຕໍາຫລວດເຊັ່ນກັນ. ການກະທໍາເຫລົ່ານັ້ນ ແມ່ນ ຄ້າຍຄືສິ່ງທີ່ປະຊາຄົມຂອງຊາວອາເມຣິການຜິວດໍາກໍາລັງຜ່ານຜ່າຢູ່. ເຄີຍມີຄະດີ ຂອງຄົນມົ້ງທີ່ໂດດເດັ່ນ ຟັງ ລີ ( Fong Lee), ຜູ້ທີ່ຕາຍຢູ່ໃນກໍາມືຂອງຕໍາຫຼວດ ນະຄອນມິນເນອາໂປລິສ ຄືກັນ ຫລາຍ ຫລາຍປີມາແລ້ວ. ຈົນປານນີ້ກໍຍັງບໍ່ໄດ້ ຮັບຄວາມຍຸຕິທໍາເທື່ອ. ເຖິງແມ່ນວ່າປະຫວັດສາດ ຂອງພວກເຮົາອາດຈະຕ່າງ ກັນ ແຕ່ວ່າ ພວກເຮົາກໍໄດ້ມີປະສົບການອັນດຽວກັນ ທີ່ໄດ້ກົດຂີ່ພວກເຮົາມາ ໂດຍ ຜ່ານວັດທະນະທໍາທີ່ຄອບງໍາຢູ່ໜີ້ ໃນອາເມຣິການີ້.

ທ້າຍສຸດ ທ່ານນາງໃຫ້ຂໍ້ສັງເກດວ່າເປົ້າໝາຍຂອງການປະທ້ວງນີ້ ນອກຈາກ ຮຽກຮ້ອງໃຫ້ນໍາເອົາຄວາມຍຸຕິທໍາມາໃຫ້ການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌ ແລ້ວ ມັນຍັງຮຽກຮ້ອງໃຫ້ລະບົບການປະພຶດ ປະຕິບັດຂອງຕໍາຫລວດ ແລະ ພາກສ່ວນກ່ຽວຂ້ອງມີການປ່ຽນແປງຊຶ່ງເປັນເປົ້າໝາຍໄລຍະຍາວ. ສະນັ້ນການ ປະທ້ວງອາດຍັງຈະສືບຕໍ່ໄປອີກ ຈົນກວ່າຈະບັນລຸເປົ້າໝາຍສອງຢ່າງນີ້.

ເບິ່ງວີດິໂອກ່ຽວຂ້ອງກັບການຕາຍຂອງທ້າວຟລອຍດ໌

ອ່ານສະຫລຸບຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້

Hmong-American House Representative Supports Those Who Call for Justice Over Floyd’s Death

Amid the prevailing protests in many cities across the country over the death of George Floyd in her state, as the Chairman of Minnesota Asian Pacific (MAP) Caucus, Minnesota House Representative Samantha Vang, expressed her support the peaceful protests calling for justice. “we are calling our Asian American communities to stand united as we are protesting injustice,” said a young Hmong house representative Vang.

XS
SM
MD
LG