ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ​ການ​ຈ່າຍ​ເງິນ ຫຼາຍ​ເປັນ​ປະ​ຫວັດ​ສາດ ໃຫ້​ປະ​ເທດ ກາ​ບົງ ເພື່ອ​ຮັກ​ສາ​ ປອດ​ຂອງ​ໂລກ​ໄວ້


ປ່າ​ໄມ້​ຂອງ ອາ​ຟ​ຣິ​ກາ ແມ່ນ​ປ່າ​ດົງ​ດິບ​ທີ່​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງ​ໃນ​ໂລກ, ບາງ​ຄັ້ງ​ຖືກ​ເອີ້ນ​ວ່າ “ປອດ​ທີ​ສອງ​ຂອງ​ໂລກ.”
ປ່າ​ໄມ້​ຂອງ ອາ​ຟ​ຣິ​ກາ ແມ່ນ​ປ່າ​ດົງ​ດິບ​ທີ່​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງ​ໃນ​ໂລກ, ບາງ​ຄັ້ງ​ຖືກ​ເອີ້ນ​ວ່າ “ປອດ​ທີ​ສອງ​ຂອງ​ໂລກ.”

ປະ​ເທດ ກາ​ບົງ ແມ່ນ​ນຶ່ງ​ໃນ​ປະ​ເທດ​ທີ່​ມີ​ສີ​ຂຽວຫຼາຍ​ທີ່​ສຸດ​ໃນ​ໂລກ, ດິນ​ແດນ​ຂອງ​ເຂົາ​ເຈົ້າ 88 ເປີ​ເຊັນ ​ແມ່ນ​ຖືກ​ປົກ​ຫຸ້ມ​ໂດຍ​ປ່າ​ໄມ້. ຂໍ້​ຕົກ​ລົງ​ຄັ້ງ​ປະ​ຫວັດ​ສາດ​ສະ​ບັບ​ນຶ່ງ​ລະ​ຫວ່າງ​ປະ​ເທດ ກາ​ບົງ ແລະ ນໍ​ເວ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ຮັບ​ປະ​ກັນ​ວ່າ​ມັນ​ຈະ​ຍັງ​ຄົງ​ຢູ່​ເປັນ​ແບບ​ນັ້ນ.

ຜ່ານ​ໂຄງ​ການ​ລິ​ເລີ່ມ​ປ່າ​ໄມ້​ອາ​ຟ​ຣິ​ກາ​ກາງ ຫຼື CAFI ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດນັ້ນ, ປະ​ເທດ ນໍ​ເວ ຈະ​ຈ່າຍ​ເງິນ​ໃຫ້​ປະ​ເທດ ກາ​ບົງ ຫຼາຍ​ເຖິງ 150 ລ້ານ​ໂດ​ລາ​ໃນ 10 ປີ ເປັນ​ການ​ແລກ​ປ່ຽນ​ສຳ​ລັບ​ການຫຼຸດ​ຜ່ອນ​ອາຍ​ຄາ​ບັອນ ຂອງ​ປະ​ເທດ ກາ​ບົງ ແລະ ໃຫ້​ຄຸນ​ຄ່າ​ຕໍ່​ບົດ​ບາດ​ຂອງ​ປ່າ​ໄມ້ ໃນ​ການ​ດູ​ຊຶມ​ເອົາ​ອາຍ​ຄາ​ບັອນ​ໄດ​ອົກ​ໄຊ້.

ໃນ​ການ​ສຳ​ພາດ​ກັບ ສຽງ​ອາ​ເມ​ຣິ​ກາ, ທ່ານ ລີ ໄວ​ທ໌ ລັດ​ຖະ​ມົນ​ຕີ​ປ່າ​ໄມ້​ຂອງ ກາ​ບົງ ໄດ້​ກ່າວ​ວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ຄວາມ​ສຳ​ເລັດ ເພາະ​ວ່າ​ມັນ​ໄດ້​ເຮັດ​ໃຫ້​ມັນມີ​ຄຸນ​ຄ່າຫຼາຍ ສຳ​ລັ​ປະ​ເທດ​ຕ່າງໆ​ທີ່​ຈະ​ຮັກ​ສາ​ປ່າ​ໄມ້​ໄວ້ ແທນ​ທີ່​ຕັດ​ມັນ​ລົງ. ທ່ານ​ໄດ້​ກ່າວ​ວ່າ “ໃນ​ທຸກໆ​ຂໍ້​ຕົກ​ລົງ​ທີ່​ເຮົາ​ໃນ​ເຫັນ​ໃນ​ປີ​ທີ່​ຜ່ານ​ມາ, ອາຍ​ຄາ​ບັອນ​ຂອງ​ປ່າ ມີ​ຄ່າ​ເທົ່າ​ກັບ 5 ໂດ​ລາ​ຕໍ່​ນຶ່ງ​ໂຕນ. ແລະ ໃນ​ຂໍ້​ຕົກ​ລົງ​ນີ້, ເພື່ອ​ບັນ​ລຸ​ຂໍ້​ປະ​ຕິ​ບັດ​ທີ່​ດີ​ທີ່​ສຸດ​ນັ້ນ, ມັນ​ໄດ້​ເພີ່ມ​ຂຶ້ນ​ເປັນ 10 ໂດ​ລາ. ສະ​ນັ້ນ​ໃນ​ຂ້າມ​ຄືນ​ດຽວ​ ພວກ​ເຮົາ​ໄດ້​ເພີ່ມ​ລາ​ຂອງ​ອາຍ​ຄາ​ບັອນ​ຂອງ​ປ່າ​ເປັນ​ສອງ​ເທົ່າ. ມັນ​ໄດ້​ໃຫ້​ຄວາມ​ຫວັງ​ຢ່າງຫຼວງຫຼາຍ​ສຳ​ລັບ​ປະ​ເທດ​ທີ່​ມີ​ປ່າ​ໄມ້​ທຸກ​ປະ​ເທດ.”

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ໂຄງ​ການ CAFI ໄດ້​ກ່າວ​ວ່າ ຂໍ້​ຕົກ​ລົງ​ທີ່​ວ່າ​ນັ້ນ​ເຮັດ​ໃຫ້​ປະ​ເທດ ກາ​ບົງ ບັນ​ລຸ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ການ​ຮັກ​ສາ ປ່າ​ດົງ​ດິບ​ທີ່​ມີ​ຢູ່​ຂອງ​ເຂົາ​ເຈົ້າ 98 ເປີ​ເຊັນ​ສຳ​ລັບ​ອະ​ນາ​ຄົດ. ໃນ​ທົ່ວ​ເຂດ​ອາ​ເມ​ຣິ​ກາ​ກາງ, ປ່າ​ໄມ້​ໄດ້​ເກັບ​ອາຍ​ຄາ​ບັອນຫຼາຍ​ເຖິງ 70 ຕື້​ໂຕນ ເຊິ່ງ​ເທົ່າ​ກັບການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ 5-10 ປີ.” ປ່າ​ໄມ້​ຂອງ ອາ​ຟ​ຣິ​ກາ ແມ່ນ​ປ່າ​ດົງ​ດິບ​ທີ່​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງ​ໃນ​ໂລກ, ບາງ​ຄັ້ງ​ຖືກ​ເອີ້ນ​ວ່າ “ປອດ​ທີ​ສອງ​ຂອງ​ໂລກ.”

ທ່ານ ໄວ​ທ໌ ກ່າວ​ວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ທີ່​ໃຫຍ່​ໂດຍ​ປະ​ເທດ ກາ​ບົງ ເພື່ອ​ຮັກ​ສາ​ປ່າ​ຂອງ​ເຂົາ​ເຈົ້າ​ໄວ້. ເມື່ອ​ສິບ​ປີ​ທີ່​ຜ່ານ​ມາ, ປະ​ເທດ​ດັ່ງ​ກ່າວ​ໄດ້ສ້າງ​ຊື່​ສຽງ​ດ້ວຍ​ການ​ປະ​ກາດ​ການ​ສິ້ນ​ສຸດ​ການ​ສົ່ງ​ອອກ​ໄມ້​ດິບ. ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ຕັດ​ໄມ້​ສຳ​ລັບ​ການ​ແປ​ຮູບ​ໄມ້ ແລະ ການ​ໃຊ້​ພາຍ​ໃນ​ປະ​ເທດ​ກໍ​ຕາມ, ແຕ່ມັນ​ໄດ້​ຖືກ​ປະ​ຕິ​ບັດ​ໃນ​ວິ​ທີ​ທີ່​ຍືນ​ຍົງ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ໄວ​ທ໌.

XS
SM
MD
LG