ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂໍ້ຕົກລົງດ້ານຊີວະນາໆພັນ ອັນ​ເປັນປະຫວັດການ ໄດ້ເຊັນ​ກັນຢູ່ທີ່ກອງປະຊຸມຂອງ ສປຊ ທີ່ຈັດ​ຂຶ້ນ​ໃນ ​ກາ​ນາ​ດາ


ທ່ານຫ້ວງ ຣຸນ​ຊີ, ລັດຖະມົນຕີ​ກະ​ຊວງນິ​ເວດ​ວິ​ທະ​ຍາແລະສິ່ງ​ແວດ​ລ້ອມຂອງ​ຈີນ, ປະ​ທານກອງ​ປະ​ຊຸມ​ດ້ານ​ຊີ​ວະ​ນາໆ​ພັນ​ຂອງ​ສະ​ຫະ​ປະ​ຊາ​ຊາດ (OP15) ຂອງ ສ​ປ​ຊ ​ເອົາ​ຄ້ອນ​ຕີຕອອກ​ລົງ​ໃສ່​ໂຕະ ເພື່ອຮັບ​ຜ່ານ​ໂຄງ​ການ Kunming-Montreal Global Biodiversity ໃນ​ມົງ​ເທ​ຣ​ອາ​ລ, ກາ​ນາ​ດາ, 19 ທັນ​ວາ 2022
ທ່ານຫ້ວງ ຣຸນ​ຊີ, ລັດຖະມົນຕີ​ກະ​ຊວງນິ​ເວດ​ວິ​ທະ​ຍາແລະສິ່ງ​ແວດ​ລ້ອມຂອງ​ຈີນ, ປະ​ທານກອງ​ປະ​ຊຸມ​ດ້ານ​ຊີ​ວະ​ນາໆ​ພັນ​ຂອງ​ສະ​ຫະ​ປະ​ຊາ​ຊາດ (OP15) ຂອງ ສ​ປ​ຊ ​ເອົາ​ຄ້ອນ​ຕີຕອອກ​ລົງ​ໃສ່​ໂຕະ ເພື່ອຮັບ​ຜ່ານ​ໂຄງ​ການ Kunming-Montreal Global Biodiversity ໃນ​ມົງ​ເທ​ຣ​ອາ​ລ, ກາ​ນາ​ດາ, 19 ທັນ​ວາ 2022

ບັນດານັກເຈລະຈາໄດ້ບັນລຸຂໍ້ຕົກລົງອັນ​ເປັນປະຫວັດການ ຢູ່ໃນກອງປະຊຸມດ້ານ ຊີວະນາໆພັນ ຂອງສະຫະປະຊາຊາດໃນວັນຈັນວານນີ້ ຊຶ່ງຈະເປັນຕົວແທນຂອງ ຄວາມພະຍາຍາມອັນສໍາຄັນທີ່ສຸດ ເພື່ອປົກປ້ອງແຜ່ນດິນແລະມະຫາສະຫມຸດຂອງ ໂລກ ແລະສະຫນອງເງິນທຶນທີ່ສໍາຄັນ ເພື່ອຊ່ວຍກອບ​ກູ້ຊີວະນາໆພັນ ໃນປະເທດ ກໍາລັງພັດທະນາ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ໂຄງ​ການລະ​ດັບໂລກທີ່​ວ່ານີ້ມີ​ຂຶ້ນ​ໃນ​ວັນ​ທີ່​ກອງ​ປະ​ຊຸມ​ດ້ານ​ຊີ​ວະ​ນາໆ​ພັນ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຫຼື COP15 ຈະ​ສິ້ນ​ສຸດ​ລົງ​ໃນ​ນະ​ຄອນ​ມົງ​ເທ​ຣ​ອາ​ລ (Montreal). ຈີນ ຊຶ່ງ​ເປັນ​ປະ​ທາ​ນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ເປີດ​ເຜີຍ​ຮ່າງຂໍ້​ຕົກ​ລົງ​ໃໝ່​ ໃນ​ວັນ​ອາ​ທິດ​ຜ່ານ​ມາ ທີ່​ໄດ້​ພາໃຫ້​ມີການ​ເຈ​ລະ​ຈາ​ກັນຢ່າງ​ດຸ​ເດືອດ ​ເປັນ​ບາງ​ຄັ້ງຄາວ ​ຊຶ່ງເປັນ​ໂອ​ກາດ​ດີ ທີ່ຕ້ອງ​ການ​ໃຫ້​ມີຫຼາຍທີ່​ສຸດ.

“ພວກ​ເຮົາ​ມີຂໍ້​ຕົກ​ລົງຊຸດນຶ່ງຢູ່​ໃນ​ມື​ຂອງ​ພວກ​ເຮົາ ​ທີ່​ສາມາດ​ຊີ້​ນຳ​ພວກ​ເຮົາ​ໄດ້​ ໃນ​ຂະນະ​ທີ່​ພວກ​ເຮົາ​ທຸກ​ຄົນເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ຍຸຕິ​ ແລະ​ຕ່າວ​ປີ້ນການ​ສູນ​ເສຍ​ຊີວະ​ນາໆ​ພັນ ​ແລະນຳ​ເອົາ​ຊີວະ​ນາໆ​ພັນ ​ໄປ​ສູ່​ເສັ້ນທາງ​ຟື້ນ​ຟູ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ທຸກ​ຄົນ​ໃນ​ໂລກ.” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຫ້ວງ ຣຸນ​ຊີ (Huang Runqiu) ລັດຖະມົນຕີ​ກະ​ຊວງສິ່ງ​ແວດ​ລ້ອມຂອງ​ຈີນ ທີ່​ກ່າວຕໍ່ບັນດາ​ຜູ້​ແທນ ​ກ່ອນຊຸດຂໍ້​ຕົກ​ລົງ​ດັ່ງກ່າວຈະ​ຖືກ​ຮັບຮອງ​ເອົາທ່າ​ມ​ກາງ​ສຽງ​ຕົບມືດີ​ໃຈ ​ບໍ່​ດົນກ່ອນຕາ​ເວັນ​ຂຶ້ນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ “ພວກເຮົາສາມາດມີຄວາມພູມໃຈໄດ້ແທ້ໆ."

ພາກສ່ວນທີ່ສຳຄັນທີ່ສຸດຂອງຂໍ້ຕົກລົງແມ່ນຄຳໝັ້ນສັນຍາ ທີ່ຈະປົກປັກຮັກສາ 30 ເປີ​ເຊັນຂອງດິນ ແລະ ນ້ຳ ທີ່ຖືວ່າມີຄວາມສຳຄັນ ຕໍ່ຊີວະນາໆພັນ ພາຍໃນປີ 2030, ເຊິ່ງເອີ້ນວ່າ 30 ຄູນ 30. ປັດຈຸບັນນີ້ 17 ເປີ​ເຊັນຂອງເນື້ອທີ່ດິນ ແລະ 10 ເປີ​ເຊັນ​ຂອງ​ພື້ນ​ທີ່ທະເລ ແມ່ນໄດ້ຮັບການປົກປັກ​ຮັກ​ສາ​ໄວ້.

ທ່ານ James Cromwell (ຜູ້​ທີ 3 ທາງ​ຊ້າຍ). ນັກ​ສະ​ແດງ ແລະ​ນັກ​ເຄື່ອນ​ໄຫວ ຮຽກ​ຮ້ອງ​ໃຫ້​ຜູ້​ນຳ​ໂລກລົງ​ມື​ປະ​ຕິ​ບັດໃນ​ການ​ເຈ​ລະ​ຈາ​ທີ່ກອງ​ປະ​ຊຸມ COP15 ໃນ​ນະ​ຄອນ Montreal, ກາ​ນາ​ດາ, ວັນ​ທີ 15 ທັນ​ວາ, 2022, (ພາບສະ​ໜອງ​ໃຫ້​ໂດຍ Avaaz).
ທ່ານ James Cromwell (ຜູ້​ທີ 3 ທາງ​ຊ້າຍ). ນັກ​ສະ​ແດງ ແລະ​ນັກ​ເຄື່ອນ​ໄຫວ ຮຽກ​ຮ້ອງ​ໃຫ້​ຜູ້​ນຳ​ໂລກລົງ​ມື​ປະ​ຕິ​ບັດໃນ​ການ​ເຈ​ລະ​ຈາ​ທີ່ກອງ​ປະ​ຊຸມ COP15 ໃນ​ນະ​ຄອນ Montreal, ກາ​ນາ​ດາ, ວັນ​ທີ 15 ທັນ​ວາ, 2022, (ພາບສະ​ໜອງ​ໃຫ້​ໂດຍ Avaaz).

ຂໍ້​ຕົກລົງ​ດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້​ລະດົມ​ທຶນມາ​ຈາກ​ຫຼາຍ​ແຫຼ່ງໃຫ້​ໄດ 200 ຕື້​ໂດ​ລາ ພາຍ​ໃນ​ປີ 2030 ​ໃຫ້​ແກ່​ຊີວະ​ນາໆ​ພັນແລະ​ເຮັດ​ວຽກ​ເພື່ອ​ແບ່ງ​ມັນ​ໃຫ້ເປັນ​ໄລ​ຍະ​ໄປ ຫຼື​ປະຕິ​ຮູບ​ເງິນ​ອຸດ​ໜູນ​ທີ່​ສາມາດ​ສະໜອງເງິນ​ໄດ້​ອີກ 500 ຕື້​ໂດ​ລາ ​ໃຫ້​ແກ່​ທຳ​ມະ​ຊາດ. ​

ໃນນາມ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ຊຸດ​ເງິນຊ່ວຍ​ເຫລືອ ​ໂຄງການ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້ສະ​ໜອງ​ເງິນເພີ່ມ​ຂຶ້ນ​ເປັນ​ຢ່າງ​ໜ້ອຍ 20 ຕື້​ໂດ​ລາ ​ຕໍ່​ປີ​ ໃນ​ປີ 2025 ຊຶ່ງ​ເປັນ​ເງິນ​ທີ່​ສົ່ງ​ໄປ​ໃຫ້ບັນ​ດາ​ປະ​ເທດ​ທຸກ​ຍາກ. ຈຳ​ນວນ​ເງິນດັ່ງກ່າວ ຈະເພີ່ມຂຶ້ນເປັນ 30 ຕື້ໂດລາ ໃນແຕ່ລະປີ ພາຍໃນປີ 2030.

ການ​ໃຫ້​ທຶນ​ໄດ້​ເກີດ​ຂຶ້ນ​ໃນຊ່ວງ​ເວລາສຸດ​ທ້າຍ​ຂອງ​ການ​ເຈລະຈາ ​ແລະມີ​ຄວາມ​ສ່ຽງ​ຕໍ່​ການເຮັດ​ໃຫ້​ຂໍ້​ຕົກລົງຖືກ​ທຳ​ລາຍ. ຫຼາຍປະເທດໃນອາຟຣິກາໄດ້ເຮັດ​ໃຫ້ຂໍ້ຕົກລົງຂັ້ນ ສຸດທ້າຍຊັກ​ຊ້າ​ໄປເກືອບ 9 ຊົ່ວໂມງ. ພວກ​ເຂົາ​ເຈົ້າ​ຢາກ​ໃຫ້​ມີ​ການ​ສ້າງ​ກອງ​ທຶນ​ໃຫມ່​ສໍາ​ລັບຊີ​ວະ​ນາໆ​ພັນ ​ແຕ່​ເຫັນ​ດີໃຫ້​ສ້າງຂຶ້ນ​ອັນນຶ່ງ ​ຢູ່ພາຍ​ໃຕ້​ກອງ​ທຶນສິ່ງ​ອຳ​ນວຍ​ຄວາມ​ສະດວກ ດ້ານ​ສິ່ງ​ແວດ​ລ້ອມ​ໂລກ ຫລື GEF ທີ່​ມີ​ຢູ່​ກ່ອນ​ຫນ້າ​ແລ້ວ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG