ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລົງຄະແນນສຽງ ຊາວອາເມຣິກາ ລາຕິນ ອາດໝາຍເຖິງ ຄວາມແຕກຕ່າງ ໃນລັດທີ່ມີການສະໜັບສະໜູນ ສອງພັກການເມືອງເທົ່າກັນ


USA VOTES National Hispanic Voters -- USAGM
please wait

No media source currently available

0:00 0:03:36 0:00

ຊາວອາເມຣິກາ ລາຕິນ ແມ່ນຄາດວ່າຈະຈະເປັນຊົນກຸ່ມນ້ອຍ ທີ່ລົງຄະ ແນນສຽງທີ່ໃຫຍ່ທີ່ສຸດ ໃນການເລືອກຕັ້ງປີ 2020, ອີງຕາມການກ່າວຂອງສູນ ກາງການຄົ້ນຄວ້າ ພີວ (Pew). ແລະ ພຽງບໍ່ເທົ່າໃດວັນກ່ອນການເລືອກຕັ້ງນັ້ນ, ການຢັ່ງຫາງສຽງຂອງໂທລະພາບ NBC ແລະ ໜັງສືພິມ Wall Street Journal ໄດ້ຄົ້ນພົບວ່າອະດີດຮອງປະທານາທິບໍດີ ໂຈ ໄບເດັນ ມີຄະແນນນຳໜ້າປະທາ ນາທິບໍດີ ດໍໂນລ ທຣຳ ດ້ວຍຄວາມຫ່າງ 2​ ຕໍ່ 1 ໃນບັນດາຜູ້ລົງຄະແນນສຽງຊາວອາເມຣິກາລາຕິນ. ນັກຂ່າວວີໂອເອ ຄາໂຣລິນ ເພຣຊຸຕີ ມີລາຍງານ ກ່ຽວກັບ ສິ່ງທີ່ສຳຄັນສຳລັບເຂົາເຈົ້າ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເຮືອຂອງຄົນທົ່ວໄປ. ໄດ້ເສີມທຸງ ແລະ ກອງເຮືອນີ້ເຂົ້າໄປມັນໄດ້ກາຍເປັນ “ກອງເຮືອຂອງທ່ານ ທຣຳ, ເຊິ່ງເຂົາເຈົ້າໄດ້ເດີນຂະບວນເຮືອໃນແຕ່ລະອາທິດຢູ່ລັດ ຟລໍຣິດາ.

ບ່ອນຢຸດຈອດຂອງເຂົາເຈົ້າແມ່ນຫຍັງ? ແມ່ນເພື່ອເບິ່ງປະທານາທິບໍດີ ທຣຳ ໄດ້ຮັບໄຊຊະນະ.

ທ້າວ ຮໍເຮ ໂຣດຣີເກສ ກ່າວວ່າ “ຂໍໃຫ້ພະເຈົ້າຄຸ້ມຄອງ ອາເມຣິກາ.”

ຊາວອາເມຣິກາ ລາຕິນ 60 ລ້ານຄົນແມ່ນອາໄສຢູ່ໃນ ສະຫະລັດ, ເຄິ່ງນຶ່ງໃນນັ້ນແມ່ນສາມາດລົງຄະແນນສຽງໄດ້. ການເລືອກຕັ້ງໃນຄັ້ງນີ້, ເຂົາເຈົ້າອາດເປັນກຸ່ມລົງຄະແນນສຽງຂອງຊົນຊັ້ນກຸ່ມນ້ອຍທີ່ໃຫຍ່ທີ່ສຸດ, ເຊິ່ງຫຼາຍກວ່າຄົນເອເມຣິກັນເຊື້ອສາຍອາຟຣິກາ. ຊາວອາເມຣິກາລາຕິນ ໄດ້ອຽງໄປຫາພັກເດໂມແຄຣັດນັບຕັ້ງແຕ່ຊຸມປີ 1980 ເປັນຕົ້ນມາ, ແຕ່ເຂົາເຈົ້າຈະບໍ່ລົງຄະແນນສຽງເປັນກຸ່ມກ້ອນດຽວ.

ຊາວ ຄິວບາ ແມ່ນກຸ່ມຄົນອາເມຣິກາລາຕິນທີ່ໃຫຍ່ທີ່ສຸດຂອງລັດ ຟລໍຣິດາ, ແລະ ເຂົາເຈົ້າມັກຈະລົງຄະແນນສຽງໃຫ້ພັກຣີພັບບລີກັນຄືທ້າວ ຮໍເຮ ໂຣດຣີເກສ.

ທ້າວ ຮໍເຮ ໂຣດຣີເກສ ຊາວ ຄິວບາ ທີ່ສະໜັບສະໜູນທ່ານ ທຣຳ ກ່າວວ່າ “ຂ້ອຍຈະລົງຄະແນນສຽງໃຫ້ທ່ານ ທຣຳ ເພາະວ່າເວລາສັງຄົມນິຍົມເຂົ້າມາໃນປະເທດຂອງຂ້ອຍ, ເຂົາເຈົ້າໄດ້ສັນຍາຫຼາຍຢ່າງ. ເມື່ອຮອດເວລາທີ່ພວກເຮົາຮູ້ວ່າແມ່ນຫຍັງກຳລັງເກີດຂຶ້ນແທ້, ເມື່ອຮອດເວລາທີ່ເຂົາ ເຈົ້າຖອດໜ້າກາກອອກ, ມັນກໍຊ້າເກີນໄປແລ້ວ ແລະ ເຂົາເຈົ້າໄດ້ກຳເອົາອຳນາດແລ້ວ. ແບບດຽວກັນທີ່ຂ້ອຍເຫັນໃນປະເທດນີ້.”

ຊາວ ຄິວບາ ທີ່ອາຍຸສູງກວ່າສາມາດພັນລະນາຄຳວ່າ “ສັງຄົມນິຍົມ” ທີ່ປະທານາທິບໍດີ ທຣຳ ຕັ້ງໃຫ້ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ. ມັນໄດ້ເຮັດໃຫ້ຄະນະໂຄສະນາຫາສຽງຂອງທ່ານ ໄບເດັນ ຕ້ອງໄດ້ປ້ອງກັນຕົວເພື່ອແກ້ຄຳເວົ້າດັ່ງກ່າວນັ້ນໃຫ້ຖືກຕ້ອງ.

ທ່ານນາງ ພີລີ ໂທບາ, ຈາກຄະນະໂຄສະນາຫາສຽງທ່ານ ໄບເດັນ ເປັນປະທານາທິບໍດີ ໄດ້ກ່າວວ່າ “ເບິ່ງນິ, ທ່ານ ໂຈ ໄບເດັນ ບໍ່ໄດ້ແມ່ນນັກສັງຄົມນິຍົມ. ທ່ານ ໂຈ ໄບເດັນ ບໍ່ໄດ້ແມ່ນນັກຄອມມູ ນິສ. ແທ້ຈິງແລ້ວ, ຜູ້ທີ່ເປັນຜູ້ນຳຜະເດັດການແມ່ນປະທານາທິບໍດີ ທຣຳ. ນັ້ນແມ່ນຊະນິດທີ່ຜູ້ນຳທີ່ເຈົ້າຫຼົບໜີອອກມາເວລາທີ່ເຈົ້າໜີຈາກ ຄິວບາ.”

ຊາວ ອາເມຣິກາ ລາຕິນ ທີ່ສະໜັບສະໜູນພັກເດໂມແຄຣັດ ໃນລັດ ຟລໍຣິດາ ແມ່ນຕໍ່ຕ້ານທ່ານ ດໍໂນລ ທຣຳ ຢ່າງກະຕືລືລົ້ນ.

ນາງ ຊາຣາ ຄາເດນາສ, ຊາວ ອາເມຣິກາ ລາຕິນ ໃນລັດ ຟລໍຣິດາ ທີ່ສະໜັບສະໜູນ ທ່ານ ໄບເດັນ ກ່າວວ່າ “ຂ້າພະເຈົ້າຢາກໃຫ້ທ່ານ ທຣຳ ອອກໄປຕັ້ງແຕ່ຕອນທີ່ລາວໄດ້ເລີ່ມເປັນປະທານາທິ ບໍດີແລ້ວ.”

ເຊັ່ນດຽວກັບທ້າວ ອາລເບີໂຕ ໄຄໂຣ ຈາກປະເທດ ສເປນ, ຜູ້ທີ່ໄດ້ສະໝັກຂໍສັນຊາດກ່ອນກຳນົດ ສະນັ້ນລາວຈຶ່ງສາມາດລົງຄະແນນສຽງໃນການເລືອກຕັ້ງ ຄັ້ງນີ້.

ທ້າວ ອາລເບີໂຕ ໄຄໂຣ ຊາວ ສເປນ ອາໄສຢູ່ໃນລັດ ຟລໍຣິດາ ທີ່ສະໜັບສະໜູນທ່ານ ໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າຮູ້ສຶກວ່າພວກເຮົາຕ້ອງເຕະປະທານາທິບໍດີຄົນປັດຈຸບັນອອກ. ຂ້າພະເຈົ້າຂ້ອນຂ້າງຈະເປີດກວ້າງກ່ຽວກັບເລື່ອງນັ້ນ.”

ແຕ່ ຢູ່ໃນໂບດ ເພັນເຕຄອສໂຕລ (Pentecostal) ໃນລັດ ເທັນເນັສຊີ, ນາງ ອານຄີ ຊານໂດວາລ ແມ່ນໄດ້ມາທີ່ນີ້ທຸກໆຄືນວັນອັງຄານ ເພື່ອສູດມົນໃຫ້ ທ່ານປະທານາທິບໍດີ. ນີ້ແມ່ນການເລືອກຕັ້ງຄັ້ງທຳອິດຂອງລາວ ນັບຕັ້ງແຕ່ ໄດ້ເດີນທາງມາຮອດຈາກປະເທດ ຮອນດູຣາສ.

ນາງ ອານຄີ ຊານໂດວາລ ກ່າວວ່າ “ຂ້ອຍໝັ້ນໃຈ ກ່ຽວກັບ ສິ່ງທີ່ພະເຈົ້າກຳລັງເຮັດຜ່ານປະທານາ ທິບໍດີ ທຣຳ. ພະເຈົ້າໄດ້ແຕ່ງຕັ້ງຜູ້ນຳຂຶ້ນ ແລະ ເອົາຜູ້ນຳລົງ, ເພື່ອທີ່ຈະສາມາດປົກຄອງປະເທດ.“

ໃນລັດ ເທັກຊັສ, ປະຊາກອນຊາວໜຸ່ມ ລາຕິນ ໄດ້ຂະຫຍາຍຕົວຢູ່ເຂດຊາຍ ແດນຕິດກັບ ເມັກຊິໂກ. ແຕ່ສຳລັບຜູ້ລົງຄະແນນສຽງຄືນາງ ອາລິສຊາ ເດລ ແມ່ນ…

ນາງ ອາລິສຊາ ເດລ ຜູ້ລົງຄະແນນສຽງຊາວ ອາເມຣິກາລາຕິນ ໃນລັດ ເທັກຊັສ ກ່າວວ່າ “ມີຄົນອາຍຸຊໍ່າຂ້າພະເຈົ້າບອກຂ້າພະເຈົ້າວ່າ ຄະແນນສຽງຂອງຂ້ອຍບໍ່ມີຄວາມສຳຄັນ, ເຈົ້າຮູ້ບໍ່. ແຕ່ຂ້ອຍຢາກ, ຂ້ອຍຢາກໄດ້ຄົນຜູ້ນີ້, ແຕ່ຂ້ອຍຈະບໍ່ໄປລົງຄະແນນສຽງ.”

ນັ້ນແມ່ນບັນຫາທີ່ໃຫຍ່ສຳລັບທ່ານ ໂຈ ໄບເດັນ, ອີງຕາມການກ່າວຂອງອາຈານ ຈິມ ເຮັນສັນ ຈາກມະຫາວິທະຍາໄລ ເທັກຊັສ.

ອາຈານ ຈິມ ເຮັນສັນ ກ່າວວ່າ “ກຸ່ມຄົນທີ່ໜຸ່ມທີ່ສຸດ, ຜູ້ທີ່ມີອາຍຸ 18 ຫາ 24 ປີ ຫຼືແມ່ນກະທັ້ງ 18 ຫາ 29 ປີ, ສອງທັງກຸ່ມອອກມາລົງຄະແນນສຽງໃນລະດັບທີ່ຂ້ອນຂ້າງຕໍ່າ. ເຊິ່ງຄວາມໝາຍນັ້ນກໍແມ່ນວ່າ ຄວາມໄດ້ປຽບຂອງພັກເດໂມແຄຣັດ ໃນປະຊາກອນຊາວ ອາເມຣິກາລາຕິນ ບໍ່ໄດ້ມີຄວາມໝາຍໂດຍກົງເຖິງຄວາມໄດ້ປຽບໃນການເລືອກຕັ້ງທີ່ແທ້ຈິງ.“

ບັນດາຜູ້ຈັດງານພັກເດໂມແຄຣັດ ຫວັງວ່າກຳແພງເຂດຊາຍແດນ ແລະ ທັດສະນະຄະຕິ ກ່ຽວກັບ ຄົນເຂົ້າເມືອງຂອງທ່ານ ທຣຳ ຈະເຮັດໃຫ້ມີຜູ້ຍົກຍ້າຍຖິ່ນຖານໃໝ່ມາສະໜັບສະໜູນທ່ານ ໄບເດັນ. ແຕ່ທ່ານ ຈາເຣັດ ຮັອກຄິມາ ສັງກັດພັກເດໂມແຄຣັດ ໄດ້ມີຄວາມດີ້ນຮົນກັບການອອກມາລົງຄະແນນສຽງ ຂອງຜູ້ໃຫຍ່ເຊັ່ນກັນ.

ທ່ານ ຈາເຣັດ ຮອກຄີມາ, ປະທານພັກເດໂມແຄຣັດ ເມືອງ ແຄເມີຣອນ ລັດ ເທັກຊັສ ກ່າວວ່າ “ເຂົາ ເຈົ້າແມ່ນຄົນທີ່ມີຄອບຄົວ. ເຂົາເຈົ້າມີວຽກເຮັດງານທຳ. ແລະ ຫຼາຍຄັ້ງມັນງ່າຍທີ່ຈະເຮັດໃຫ້ການລົງຄະແນນສຽງຫຼຸດເສຍໄປ ເວລາທີ່ເຈົ້າມີບຸລິມະສິດສູງສຸດພວກນັ້ນກົດດັນຢູ່.“

ສະນັ້ນໃນຂະນະທີ່ຊາວ ອາເມຣິກາ ລາຕິນ ໄດ້ກາຍເປັນຊົນກຸ່ມນ້ອຍທີ່ໃຫຍ່ທີ່ສຸດຂອງປີ 2020 ນັ້ນ, ການໃຫ້ເຂົາເຈົ້າອອກມາລົງຄະແນນສຽງຢ່າງແທ້ຈິງນັ້ນ ອາດສ້າງຄວາມແຕກຕ່າງໃນບັນດາລັດ ທີ່ມີການສະໜັບສະໜູນສອງພັກການເມືອງໃນລະດັບດຽວກັນນີ້.

Hispanics are expected to make up the largest minority voting group in the 2020 election, Pew Research Center says. And just days before the vote, an NBC/Wall Street Journal poll finds former Vice President Joe Biden leads President Donald Trump by a 2-1 margin among Hispanic voters. VOA's Carolyn Presutti reports on what’s important to them.

A common man’s navy. Add the flags and this flotilla becomes a “Trumptilla,” a weekly parade of ships in Florida.

Its port-of-call? To see President Trump cruise to victory.

“God bless America.”

Sixty million Hispanics live in the U.S. – about half are eligible to vote. This election, they could be the largest minority voting group, outnumbering Blacks. Hispanics have leaned Democratic since the 1980s, but they don’t vote as a single block.

Cubans are Florida’s largest Hispanic group, and they typically vote Republican like Jorge Rodriguez.

“I am going to vote for Trump because when the socialists entered my country, they promised a lot. By the time we realized what was really happening, by the time they removed the mask, it was too late and they had already grabbed power. The same I see in this country.”

Older Cubans relate to the “socialist” label President Trump gave Democrat Joe Biden. It put the Biden campaign on the defensive to correct that.

“Look, Joe Biden isn’t a socialist. Joe Biden is not a communist. Actually, the person who is an authoritarian leader is President Trump. That’s the type of leader that you fled when you left Cuba.”

The Democratic Floridian Hispanics are passionately against Donald Trump.

“I’ve been wanting Trump out since he started.”

So too, Alberto Cairo of Spain, who applied early for citizenship papers so he could vote in this election.

“I feel we need to kick out the current president. I’m pretty open about that.”

But, inside a Pentecostal church in Tennessee, Anke Sandoval is here every Tuesday night to pray for the president. This is her first election since arriving from Honduras.

“We are convinced of what God is doing through (President) Trump. God appoints leaders and takes leaders down, to be able to govern a country.”

In Texas, the younger Latino population has grown at the Mexican border. But for voters like Alyssa Dale…

“I've had people my age even tell me that my vote doesn't matter, you know. But I want, I want this person, but I'm not going to vote.”

That’s a major issue for Joe Biden, says Professor Jim Henson of the University of Texas.

“The youngest of that cohort — the 18 to 24 or even 18- to 29-year-olds — both turn out to vote at pretty low levels. So what that's meant is that the Democratic advantage of the Latino population has not translated directly into an advantage in the actual electorate.”

Democratic organizers hope Trump’s border wall and immigration views will activate new immigrants for Biden. But the Democratic Party’s Jared Hockema struggles, too, with adult turnout.

“They're people that have families. They have jobs. And so a lot of times it's easy to let voting slip away when you've got those pressing priorities.”

So while Hispanics of 2020 have become the largest minority, getting them to actually vote could make the difference in these crucial swing states.

XS
SM
MD
LG