ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລອດຊີວິດທີ່ ຮີໂຣຊິມະ ລະນຶກເຖິງວັນຄົບຮອບ 75 ປີ ໃນການໂຈມຕີ ດ້ວຍລະເບີດປະລາມານູລູກ ທໍາອິດຂອງໂລກ


ທ່ານ Kazumi Matsui (ຂວາ) ເຈົ້າແຂວງ ຮີໂຣຊິມະ ແລະຄອບຄົວຂອງພວກທີ່ເສຍຊີວິດພາກັນກົ້ມຫົວຄໍານັບກ່ອນເຂົາເຈົ້າ ຈະມອບ ແລະຮັບເອົາບັນຊີລາຍຊື່ຂອງພວກໄດ້ຮັບເຄາະຮ້າຍຢູ່ອະນຸສອນສະຖານລະນຶກຜູ້ເສຍຊີວິດໃນ Hiroshima ຢູ່ໃນພິທີລະນຶກເຖິງວັນຄົບຮອບ 75 ປີຂອງການຖືກໂຈມຕີດ້ວຍລະເບີດປະລາມະນູ
ທ່ານ Kazumi Matsui (ຂວາ) ເຈົ້າແຂວງ ຮີໂຣຊິມະ ແລະຄອບຄົວຂອງພວກທີ່ເສຍຊີວິດພາກັນກົ້ມຫົວຄໍານັບກ່ອນເຂົາເຈົ້າ ຈະມອບ ແລະຮັບເອົາບັນຊີລາຍຊື່ຂອງພວກໄດ້ຮັບເຄາະຮ້າຍຢູ່ອະນຸສອນສະຖານລະນຶກຜູ້ເສຍຊີວິດໃນ Hiroshima ຢູ່ໃນພິທີລະນຶກເຖິງວັນຄົບຮອບ 75 ປີຂອງການຖືກໂຈມຕີດ້ວຍລະເບີດປະລາມະນູ

ບັນດາຜູ້ສູງອາຍຸທີ່ລອດຊີວິດຈາກການຖືກລະເບີດປະລະມະນູລູກທໍາອິດຂອງໂລກຖິ້ມໃສ່ ໄດ້ພາກັນໄປເຕົ້າໂຮມກັນອີກຄັ້ງນຶ່ງຢູ່ໃນແຂວງຮີໂຣຊິມະຂອງ ຍີ່ປຸ່ນໃນວັນພະຫັດມື້ນີ້ ເພື່ອລະນຶກ ເຖິງວັນຄົບຮອບ 75 ປີຂອງການຖືກໂຈມຕີ.

ຝູງຄົນກຸ່ມນ້ອຍທີ່ໄປສວນອານຸສອນແຫ່ງສັນຕິພາບໃນແຂວງຮີໂຣຊິມະ ໄດ້ ພາກັນຢືນງຽບເປັນຊ່ວງໄລຍະນຶ່ງໃນເວລາ 8:15 ຕອນເຊົ້າ, ຊຶ່ງກົງກັບເວລາທີ່ ລະເບີດປະລະມະນູທີ່ມີຊື່ຫລິ້ນວ່າ “ບັກນ້ອຍ” ຖືກຖິ້ມລົງມາຈາກເຮືອບິນລົບ ອີໂນລາ ເກ (Enola Gay) ຂອງສະຫະລັດ, ສັງຫານຊີວິດຄົນໄປ 140,000 ຄົນ ແລະເຮັດ ໃຫ້ທົ່ວທັງເມືອງຖືກທໍາລາຍໄປໝົດ.

ບໍ່ເໝືອນກັນກັບໃນພິທີລະນຶກເຖິງໃນຄັ້ງທີ່ຜ່ານມາ, ມີແຕ່ບັນດາຜູ້ທີ່ຮູ້ກັນວ່າ ເປັນ“ພວກຖືກລະເບີດປະລາມະນູ”, ຄອບຄົວຂອງເຂົາເຈົ້າ ແລະແຂກຜູ້ມີກຽດ ສອງ ສາມ ຄົນເທົ່ານັ້ນ ທີ່ເຂົ້າຮ່ວມພິທີລະນຶກເຖິງວັນຄົບຮອບທີ່ເປັນຂີດໝາຍ ສໍາຄັນຄັ້ງນີ້ ຍ້ອນໄວຣັສໂຄຣານາສາຍພັນໃໝ່.

ນາຍົກລັດຖະມົນຕີຊິນໂຊ ອາເບະ (Shinzo Abe) ໄດ້ໃຊ້ການກ່າວຄໍາປາໄສ ປະຈໍາປີຂອງທ່ານ ເພື່ອໃຫ້ຄໍາໝັ້ນສັນຍາເຖິງຄວາມຢຶດໝັ້ນຂອງຍີ່ປຸ່ນຕໍ່ການ ເຮັດໃຫ້ໂລກປອດອາວຸດນິວເຄລຍ ໂດຍເວົ້າວ່າ ປະເທດດັ່ງກ່າວຈະກະທໍາໜ້າທີ່ “ເປັນຂົວ” ເຊື່ອມຕໍ່ລະຫວ່າງມະຫາອໍານາດແຫ່ງນິວເຄລຍກັບການສ້າງຈຸດພື້ນຖານທີ່ມີຮ່ວມກັນເພື່ອໃຫ້ບັນລຸຂໍ້ຕົກລົງກັນໄດ້.

ແຕ່ວ່າ ເຈົ້າແຂວງ ຮີໂຣຊິມະ, ທ່ານ ກາຊູມິ ມັດຊູອິ (Kazumi Matsui) ໄດ້ຮຽກ ຮ້ອງໃຫ້ລັດຖະບານ ຍີ່ປຸ່ນ ເຊັນ ແລະໃຫ້ສັດຕະຍາບັນແກ່ສົນທິສັນຍາຫ້າມມີ ອາວຸດນິວເຄລຍຂອງອົງການສະຫະປະຊາຊາດ ທີ່ຖືກຮັບຮອງເອົາໃນປີ 2017 ນັ້ນ, ຊຶ່ງເປັນຄວາມຈິງທີ່ເຮັດໃຫ້ພວກຖືກລະເບີດປະລະມະນູທີ່ມີຈໍານວນ ຫລຸດໜ້ອຍຖອຍລົງນັບມື້ນັ້ນບໍ່ພໍໃຈ. ຍີ່ປຸ່ນ ຍັງໄດ້ຢູ່ພາຍໃຕ້ການປົກປ້ອງ ຂອງຄັງແສງອາວຸດນິວເຄລຍ ສະຫະລັດ ເຖິງແມ່ນວ່າ ຈະມີການໃຫ້ຄໍາໝັ້ນ ສັນຍາປອດນິວເຄລຍຂອງໂຕກຽວ ກໍຕາມ.

ການຖິ້ມລະເບີດປະລາມະນູໃສ່ ຮີໂຣຊິມະ ແມ່ນຕາມມາດ້ວຍການຖິ້ມລະເບີດປະລະມະນູລູກທີສອງຂອງ ສະຫະລັດ ໃສ່ເມືອງ ນາກາຊາກິ ທີ່ໄດ້ສັງຫານ ຊີວິດຂອງຫລາຍກວ່າ 70,000 ຄົນໄປ. ການຖິ້ມລະເບີດປະລະມະນູຄັ້ງທີ ສອງໄດ້ເຮັດໃຫ້ ຍີ່ປຸ່ນ ຍອມຈໍານົນແບບບໍ່ມີເງື່ອນໄຂໃດໆ ຕໍ່ກໍາລັງຂອງຝ່າຍ ພັນທະມິດໃນວັນທີ 15 ສິງຫາ, ຊຶ່ງເຮັດໃຫ້ສົງຄາມໂລກຄັ້ງທີສອງ ແລະ ການ ຮຸກ ຮານຂອງ ຍີ່ປຸ່ນ ຢູ່ໃນຂົງເຂດເອເຊຍທີ່ແກ່ຍາວໄປໄດ້ເຄິ່ງສັດຕະວັດນັ້ນ ສິ້ນສຸດລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG