ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜຸ່ມມົ້ງຮ້ອງ ເພງ rapp ແປ ຂັບລໍາມົ້ງ ກູເທຍ ຂອງແມ່ຕູ້ລາວ (ວີດີໂອ)


ທ້າວ Tu Saiko Lee ຂະນະຮ້ອງ ເພງ Rapp
ທ້າວ Tu Saiko Lee ຂະນະຮ້ອງ ເພງ Rapp
ມັນ​ຈະ​ເປັນ​ຢ່າງ​ໃດ ​ເວລາເຮົາ​ເອົາ​ທໍານອງເພງ hip-hop ຫຼື
ເພງ Rap ຊຶ່ງ​ເປັນເພງປະ​ເພດ​ເຕັ້ນ​ ແລະ​ເວົ້າເປັນ​ກອນໄປ​ນໍາ
ຕາມຈັງ​ຫວະ​ດົນຕີນັ້ນ ມາປະສົມ​ກັບ​ຄໍາ​ກອນ​ປະ​ເພນີໂບຮານ​
ຈາກຂົງ​ເຂດ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້? ຜູ້​ສື່​ຂ່າວ​ວີ​ໂອ​ເອ
Richard Paul ມີລາຍ​ງານກ່ຽວ​ກັບການເອົາ​ສອງ​ຢ່າງ​ນີ້ ມາ​
ປະສານ​ກັນ ​ໃນ​ການ​ຮ່ວມ​ງານ​ທີ່​ບໍ່​ຄ່ອຍ​ປະກົດ​ເຫັນ ລະຫວ່າງ​
ນັກ​ຮ້ອງ​ເພງ​ແຣັບ ໜຸ່ມລາວ​ມົ້ງ​ຄົນ​ນຶ່ງ ກັບ​ແມ່ຕູ້​ຂອງ​ລາວ ຢູ່​ທີ່​ລັດ​ມິນ​ນີ​ໂຊ​ຕາ ​ໃນເຂດ​ພາກ​ກາງ​ຂ້ອນ​ໄປທາງ​ກໍ້າ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ​ ຊຶ່ງ​ທອງ​ປານ ຈະ​ນໍາ​ເອົາ​ລາຍ​ລະອຽດ ​ມາສະ​ເໜີ​ທ່ານ​.


ປົກກະຕິ​ແລ້ວ ​ເລຶ່ອງລາວ​ຂອງ​ຊາວ​ຕ່າງ​ດ້າວອາ​ເມຣິກັນ ມັກ​ຈະ
ຕິດຕາ​ມຮູບແບບພື້ນ ຖານທີ່​ເຄີຍ​ເປັນມາ ກໍຄື​ຄົນ​ລຸ້ນທໍາ​ອິດຈະ
​ຍຶດໝັ້ນ​ທີ່​ສຸດ ຕໍ່ຂະ​ນົບ​ທໍານຽບເກົ່າ​ແກ່​ຂອງ​ພວກ​ເຂົ​າ​ເຈົ້າ​ໄວ້. ສ່ວນພວກ​ລູກໆ​ຫຼານໆ​
ຂອງ​ພວກເຂົາ​ເຈົ້າ ກໍພະຍາຍາມ​ສຸດ​ຂີດ​ເພື່ອ​ຈະ​ກາຍ​ເປັນ​ຊາວ​ອາ​ເມຣິກັ​ນ​ໃຫ້​ໄດ້ ​ແຕ່ພໍ​
ຕົກ​ມາເຖິງ​ພວກຄົນ​ລຸ້ນທີ່​ສາມ ຄື​ລຸ້ນຫຼານ​ຂອງ​ເຂົາ​ເຈົ້າ ກໍມັກ​ຈະ​ພາກັນຫວນ​ກັບ​ຄືນ​
ໄປຮຽນ​ ຈາກ​ວັດທະນະ​ທໍາ​ອັນ​ເກົ່າ​ແກ່ຂອງ​ພໍ່​ຕູ້​ແມ່ຕູ້​ຂອງ​ພວກ​ຕົນ.

ຢູ່​ຕະຫຼາດກາງ​ແຈ້ງ​ຂາຍ​ຜົນລະປູກຂອງ​ຊາວສວນແຫ່ງນຶ່ງ ທີ່​ເມືອງ St. Paul ລັດມິນ​ນີໂຊ
​ຕາ ແມ່ຕູ້​ຄົນ​ນຶ່ງ​ນັ່ງຂັບຮ້ອງ​ຄໍາ​ກອນທີ່​ເປັນ​ພາສາຂອງ​ຊາວລາວ​ເຜົ່າ​ມົ້ງ. ລາວນຸ່ງຊຸດມົ້ງ
ທີ່​ມີ​ສີສັນ ຄື​ໃສ່​ຜ້າໂພ​ກ​ຫົວ​ສີມ່ວງ​ສົດ​ໃສ ​ນຸ່ງກະ​ໂປ່​ງສີດໍາ​ທີ່ປັກແສ່ວ​ເປັນ​ລວດລາຍຕ່າງໆ​
ໃສ່​ສາຍ​ຄໍ​ເຫຼື້ອມງົດງາມ ​ແລະແວ່ນຕາກັນ​ແດດ​. ຢູ່​ຖັດຈາກ​ລາວ​ໄປ ມີຊາຍ​ໜຸ່ມ​ຄົນ​ນຶ່ງໃສ່
​ຊຸດ​ສີດໍາ ສວມ​ໝວກ​ແກັປ ​ແລະເສື້ອແຈັກ​ເກັດກິລາ baseball.

ຊາຍ​ໜຸ່ມ​ຜູ້​ນີ້​ກໍ​ແມ່ນ​ຫຼານ​ຂອງ​ລາວ​ເອງ ຊື່ Tu Saiko Lee ​ເປັນ​ນັກ​ຮ້ອງ​ເພງແຣັບແລະ
​ນັກແຕ່ງ​ກອນ ປະ​ຈໍາ​ຢູ່​ວົງ​ດົນຕີ​ ​ທີ່​ມີ​ຊື່ວ່າ Delicious Vernom. ​ສ່ວນ​ແມ່ຕູ້ ​ໄວ 7​0 ປີ
ຂອງນັກ​ຮ້ອງ​ເພງ​ແຣັບມົ້ງຄົນ​ນີ້ ຊື່ Youa Chang ​ເປັນ​ຜູ້ນຶ່ງ​ທີ່ສືບ​ສານການຂັບ​ຮ້ອງ​
ຄໍາ​ກອນ​ໂບຮານ​ຂອງ​ຊາວ​ລາວ​ເຜົ່າ​ມົ້ງ ທີ່​ເອີ້ນ​ວ່າ​ກອນ kwv txhiaj ກູ ​ເທຍອາ ຫຼືຂັບ​ລໍາ
ຂອງ​ເຜົ່າ​ມົ້ງນັ້ນ ​ເພື່ອ​ຮັກສາ​ປະ​ເພນີ​ນີ້​ໄວ້.

ສາວເຜົ່າມົ້ງ
ສາວເຜົ່າມົ້ງ

ຊາວມົ້ງ​ເປັນ​ຊົນ​ເຜົ່າ​ນຶ່ງ​ຈາກ​ລາວ ທີ່ໄດ້​ສະໜັບສະໜຸນ​ຊ່ວຍ
​ເຫລືອ​ທະຫານສະຫະລັດ​ ​ໃນ​ລະຫວ່າງ​ສົງຄາ​ມຂອງ​ອາ​ເມຣິ
ກາໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້. ​ເວລາ​ສົງຄາມ​ສິ້ນ
​ສຸດ​ລົງ ຊາວ​ເຜົ່າ​ມົ້ງຈໍານວນ​ຫຼວງ​ຫຼາຍ​ພາກັນ​ຫຼົບໜີ ມາ​ຍັງ
​ສະຫະລັດ ແລະ​ຫຼາຍໆ​ຄົນໄດ້​ຕັ້ງໄປຖິ່ນ​ຖານ​ຢູ່​ໃນ​ລັດມິນ​ນີ​
ໂຊ​ຕາ. ສໍາລັບ​ທ້າວ Tu Saiko Lee ​ແລ້ວ​ ການ​ຮ່ວມ​ງານ​
ດັ່ງກ່າວກັບ​ແມ່ຕູ້​ຂອງ​ລາວ ​ທີ່​ບໍ່​ເຄີຍ​ມີ​ຜູ້​ໃດ​ເຮັດ​ມາ​ກ່ອນນີ້ໄດ້
ເລີ່​ມກໍ່ຕົວຂຶ້ນມາ ຫຼັງຈາກ​ທ້າວ ຕູ ​ໄດ້​ກັບໄປ​ຢ້ຽມຢາມ​ຂົງ​ເຂດ
ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ເພື່ອຄົ້ນຫາ​ຮາກ​ເຫງົ້າຂອງ​ລາວ.

ທ້າວ ຕູ​ ​ເວົ້າ​ວ່າ​: “ຂ້ອຍມີ​ໂອກາດ​ໄດ້ກັບ​ຄືນ​ໄປ​ປະ​ເທດ​ໄທ ຂ້ອຍ​ເກີດ​ຢູ່​ໃນ​ສູນອົບ
​ພະຍົບ ​ທີ່​ໜອງ​ຄາຍ. ນັບວ່າມັນ​ເປັນ​ປະສົບ​ການ​ທີ່ໜ້າເຫລືອ​ເຊື່ອສໍາລັບຂ້ອຍ
ທີ່​ໄດ້​ຄົ້ນ​ພົບ​ສິນລະປະ ​ຈາກ​ບົດ​ກອນທີ່​ເປັນ​ຄໍາ​ເວົ້ານັ້ນ.”


ການ​ເດີນທາງ​ຄັ້ງ​ນັ້ນ ​ໄດ້​ຊຸກຍູ້​ໃຫ້​ທ້າວ​ຕູ ຊອກ​ຄົ້ນ​ຫາວິທີ​ຕ່າງ​ໆທີ່​ຫຼາກຫຼາຍ ທີ່​ບັນດາ​
ຊົນ​ເຜົ່າ​ມົ້ງ​ໃຊ້ ​ເພື່ອ​ສະແດງ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ອອກ​ມາ​ຢ່າງ​ມີສິນລະປະ​.

ທ້າວ ຕູ​ ​ເວົ້າ​ວ່າ: “ຂ້ອຍ​ພົບວ່າ ຂ້ອຍ​ຕິດໃຈກັບຂັບລໍາ ກູ ​ເທຍ ຫຼາຍ​ເປັນ​ພິ​ເສດ
ຊຶ່ງ​ເປັນ​ເພງ​ກອນ​ດັ້ງ​ເດີມຂອງ​ຊາວ​ເຜົ່າມົ້ງນັ້ນ.”


ຊຶ່ງມັນ​ກໍບໍ່​ໜ້າ​ແປກ​ໃຈ​ຫຍັງ​ເລີຍ ​ເພາະວ່າແມ່ຕູ້​ຂອງ​ລາວ ​ເປັນນັກ​ຂັບ​ກອນ ກູ ​ເທຍອາ
ມາຕັ້ງ​ແຕ່​ຢູ່​ໃນ​ເມືອງ​ລາວພຸ້ນ.

ທ້າວ ຕູ ​ເວົ້າ​ວ່າ​: “ໃນ​ຕອນຂ້ອຍ​ເຕີບ​ໃຫຍ່​ຂຶ້ນມານັ້ນ ຂ້ອຍ​ບໍ່ໄດ້ໃສ່​ໃຈ​ ຫຼື​ເຂົ້າ​ໃຈ
ໃນ​ເລຶ່ອງນີ້ເລີຍ ​ເພາະ​ມັນ​ຄື​ແບບ​ວ່າ​ເປັນ​ສິ່ງ​ທີ່​ພວກ​ຄົນ​ເຖົ້າ​ແກ່​ຂັບ​ຮ້ອງ​ກັນ​ມາຊື່ໆ. ​
ແຕ່ອີກ​ດ້ານ​ນຶ່ງນັ້ນ ຂ້ອຍ​ມັກ​ແລະ​ຕິດ​ໃຈ​ເພງ
hip-hop ຫຼື​ເພງ​ແຣັບ​ເອົາ​ແທ້ເອົາ​ວ່າ ​
ແຕ່​ພໍຂ້ອຍໃຫຍ່​ຂື້ນ​ມາອີກຫຼື​ພໍຮູ້ວ່າ​ອັນ​ໃດ​ເປັນອັນໃດ​ແດ່​ນັ້ນ ຂ້ອຍ​ກໍ​ຮູ້​ສຶກວ່າ​ມັນ
​ມີ​ການ​ເຊື່ອມ​ໂຍງ​ກັນ​ ລະຫວ່າງສິ່ງ​ທີ່​ຂ້ອຍ​ເຮັດ ກັບ​ສິ່ງ​ທີ່​ແມ່ຕູ້ ຂ້ອຍ​ເຮັດນັ້ນ​.”


​ໃນ​ຂະນະ​ທີ່ແມ່ຕູ້​ຂອງ​ລາວຂັບລໍາ ກູ ​ເທຍອາ ​ເປັນບົດ​ກອນ ​ເພື່ອເລົ່າ​ເຖິງ​ປະສົບ​ການ​
ຂອງ​ລາວ​ນັ້ນ ​ທ້າວ​ຕູ ທີ່​ຢືນ​ຢູ່​ຂ້າງ​ລາວ ກໍ​ແປ​ແລະຮ້ອງອອກ​ມາ​ເປັນ​ທໍານອງ hip-hop​.

ທ້າວ ຕູ ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ ມັນ​ສໍາຄັນ​ຫຼາຍ ທີ່​ຈະ​ເຊື່ອມໂຍງ​ສິນລະປະ​ສອງ​
ແບບນີ້ ເຂົ້າກັນ ​ແລະ​ສະ​ແດງ​ໃຫ້​ຄົນ​ໄດ້​ຍິນ​ໄດ້​ຟັງ. ສະ​ແດງ​ໃຫ້​ພວກ​ຄົນ​ລຸ້ນໜຸ່ມ
ຟັງ​ເບິ່ງ ​ເພື່ອ​ໃຫ້ເຂົາ​ເຈົ້າເຫັນ​ວ່າ​ ຂ້ອຍ​ກໍສາມາດ​ໃຫ້​ກຽດ​ແກ່ ສິ່ງ​ທີ່​ພວກ​ຄົນ​ເຖົ້າ​
ແກ່​ ປະຕິບັດ​ກັນ​ມານັ້ນ​ໄດ້.”


​ທ້າວ​ຕູ ​ເວົ້າຕື່ມ​ວ່າ ໃນ​ຂະນະ​ດຽວ​ກັນ ການ​ສະ​ແດງ​ຢູ່​ຄຽງ​ຂ້າງ​ກັບ​ແມ່ຕູ້ ຂອງ​ລາວ​ນັ້ນ ​
ແມ່ນ​ໄດ້​ສົ່ງ​ຂໍ້ຄວາມ​ທີ່​ສໍາຄັນ​ຢ່າງ​ນຶ່ງ​ໄປ​ຍັງ​ພວກລຸ້ນ​ເຖົ້າ​ແກ່

ທ້າວ​ຕູ ​ເວົ້າ​ວ່າ: “ການ​ທີ່​ແມ່ຕູ້​ມາ​ຮ່ວມສະ​ແດງ​ ຂັບ​ລໍາ​ນໍາ​ກັນ​ກັບ​ຂ້ອຍ ​ມັນສະ​ແດງ​
ໃຫ້ພວກ​ຜູ້ເຖົ້າ​ເຫັນ​ວ່າ ເອີ໋ ບາງທີ​ແລ້ວ ​ເພງ
hip-hop ນັ້ນ ກໍບໍ່​ແມ່ນເພງປະ​ເພດ
ໃນ​ທາງ​ລົບ ດັ່ງທີ່​ພວກ​ເຂົາ​ເຈົ້າອາດ​ຄິດ​ກັນ.”


ເບິ່ງວີດີໂອຂອງໜັງສືພິມ ນິວຢອກ ທາຍມ໌ ກ່ຽວກັບ ທ້າວ Tu Saiko Lee:

XS
SM
MD
LG