ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງດ່ວນວຽງຈັນ-ວັງວຽງ ເປີດໃຊ້ຢ່າງເປັນທາງການ ນໍາເອົາທັງຄວາມດີໃຈ ແລະກັງວົນໃຈ ມາໃຫ້ປະຊາຊົນໃນທ້ອງຖິ່ນ 


ທາງດ່ວນວຽງຈັນ ໄປກາ ວັງວຽງ.
ທາງດ່ວນວຽງຈັນ ໄປກາ ວັງວຽງ.

ທາງດ່ວນວຽງຈັນ-ວັງວຽງ ຊຶ່ງເປັນການລົງທຶນຮ່ວມ ລະຫວ່າງກຸ່ມບໍ ລິສັດຮຸ້ນສ່ວນຂອງ
ຈີນ ແລະລັດຖະບານລາວ ໄດ້ສ້າງສໍາເລັດແລະເປີດໃຫ້ຄົນໃຊ້ຢ່າງເປັນທາງການໃນ
ວັນອາທິດວັນທີ 20 ທັນວາຜ່ານມານີ້. ທາງດ່ວນເສັ້ນ ທໍາອິດ ໃນລາວດັ່ງກ່າວ ເຖິງຈະ
ເປັນເລື້ອງໜ້າຕື່ນເຕັ້ນດີໃຈ ແຕ່ກໍສ້າງຄວາມກັງວົນໃຫ້ແກ່ປະຊາຊົນທີ່ໃຊ້ຖະໜົນເສັ້ນ
ນັ້ນ ຍ້ອນອັດຕາຄ່າທາງສູງແລະການ ຊົດເຊີຍຄ່າເວນຄືນທີ່ດິນຂອງປະຊາຊົນຈໍານວນ
ນຶ່ງ ຍັງຄ້າງຄາຢູ່, ອີງຕາມຄໍາຄິດເຫັນຂອງປະຊາຊົນ ໃນນະຄອນຫລວງວຽງຈັນ ແລະ
ຂົງເຂດດັ່ງກ່າວ ຊຶ່ງກິ່ງສະຫວັນ ມີລາຍລະອຽດຈາກນັກຂ່າວຂອງພວກເຮົາ ມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ເຊີນຊົມວີດີໂອ ຈາກ ສປປ ລາວ.
please wait

No media source currently available

0:00 0:00:56 0:00
ລິງໂດຍກົງ

ທາງດ່ວນ ທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ໄປຫາເມືອງວັງວຽງ ໃນແຂວງວຽງຈັນ
ໄດ້ສ້າງສໍາເລັດຢ່າງສົມບູນ ແລະເປີດໃຫ້ຄົນໃຊ້ຢ່າງເປັນທາງການແລ້ວໃນວັນທີ 20
ທັນວາ ກໍຄືນຶ່ງອາທິດຜ່ານມານີ້. ທາງດ່ວນດັ່ງກ່າວມີຄວາມຍາວປະມານ 110 ກິໂລ
ແມັດ, ກວ້າງ 23 ແມັດ ແລະມີ 4 ຊ່ອງທາງຈະລາຈອນທີ່ຄູ່ຂະໜານກັບຖະໜົນເລກ
13 ເໜືອ ແຕ່ສີ່ແຍກບ້ານສີເກີດ, ເມືອງນາຊາຍທອງ ໄປຫາເມືອງໂພນໂຮງ ແລ້ວເລັງ
ຜ່ານຫີນເຫີບໄປຫາບ້ານທ່າເຮືອ ເມືອງວັງວຽງ ແມ່ນຖືກອອກແບບມາໃຫ້ລົດແລ່ນໄວປະມານ 80 ກິໂລແມັດຫາ 100 ກິໂລແມັດຕໍ່ຊົ່ວໂມງໄດ້ ຊຶ່ງເຮັດໃຫ້ການເດີນທາງສະ
ດວກຂຶ້ນ ແລະໃຊ້ເວລາໜ້ອຍລົງເມື່ອທຽບ ໃສ່ເສັ້ນທາງເດີມ ກໍຄືທາງເລກ 13 ເໜືອ
ຊຶ່ງເປັນເລື້ອງທີ່ໜ້າຕື່ນເຕັ້ນໃຫ້ແກ່ບັນດາຜູ້ໃຊ້ທາງດ່ວນດັ່ງກ່າວແຕ່ມັນກໍໄດ້ສ້າງ
ຄວາມກັງວົນ ໃຈໃຫ້ແກ່ປະຊາຊົນຈໍານວນນຶ່ງ ໃນເຂດນະຄອນຫລວງ ແລະແຂວງ
ວຽງຈັນທີ່ໃຊ້ເສັ້ນທາງດັ່ງກ່າວ ຈົນພາໃຫ້ເກີດກະແສຕ້ອງຕິຜ່ານສື່ສັງຄົມອອນລາຍ
ຢ່າງກວ້າງຂວາງກ່ຽວກັບ ການເກັບອັດຕາຄ່າທາງດັ່ງກ່າວວ່າມັນສູງເກີນໄປສໍາລັບ
ປະຊາຊົນສ່ວນໃຫຍ່ທີ່ມີລົດກະບະ. ຕໍ່ເລື້ອງອັດຕາຄ່າທາງນີ້ ປະຊາຊົນ ທ່ານນຶ່ງທີ່
ໄດ້ຂັບລົດໄປແລະກັບຈາກເມືອງວັງວຽງໂດຍໃຊ້ທາງດ່ວນດັ່ງກ່າວໃນອາ ທິດຜ່ານ
ມາ ໃຫ້ລາຍລະອຽດວ່າ: ​

“ສະພາບການລາຄານີ້ຄັນລົດເກັງນີ້ຊິຖືກ 60.000 ກີບ. ລົດເກັງໄປຫົກສິບມາຫົກ
ສິບ ເປັນແສນຊາວ, ຄັນລົດກະບະນີ້ແສນຊາວບໍ້ ຄັນລົດກະບະເຂົາໄລ່ແພງຂຶ້ນ
ກະໄປ-ກັບເປັນ 240.000 ກີບ. ຄັນລົດເກັງ ລົດເປັນຫລັງຄາທໍາມະດາຖືກກວ່າ
ລົດກະບະ ເຂົາຈັດເປັນລົດບັນທຸກ.”

ທາງດ່ວນວຽງຈັນ-ວັງວຽງເປັນໂຄງການລົງທຶນຮ່ວມລະຫວ່າງກຸ່ມ ບໍລິສັດຮຸ້ນສ່ວນກໍ່
ສ້າງ ແລະລົງທຶນ ຢຸນນານ ຫລື YCIH ຂອງຈີນ ແລະລັດຖະບານລາວ ໂດຍໄດ້ໃຊ້
ເງິນທຶນເຖິງ 1,300 ລ້ານໂດລາ ສຳລັບການກໍ່ສ້າງນັບແຕ່ທ້າຍປີ 2018 ເປັນຕົ້ນມາ
ແລະກໍໄດ້ຈັດສັນຮຸ້ນສ່ວນ 5 ເປີເຊັນຂອງມູນຄ່າລົງທຶນທັງໝົດ ໃຫ້ແກ່ລັດຖະບານ
ລາວ ຊຶ່ງຖືເປັນການຕອບແທນ ຕໍ່ການທີ່ລັດຖະບານລາວ ໄດ້ຍົກເວັ້ນພາສີ ການນຳ
ເຂົ້ານໍ້າມັນ ໃຫ້ແກ່ບໍລິສັດຈີນໃນຕະຫຼອດການກໍ່ສ້າງຈົນສໍາເລັດແລະມີອາຍຸສຳປະທານ 50 ປີ. ໂດຍອີງຕາມແຜນການແລ້ວ ແມ່ນຈະເກັບຄ່າທຳນຽມການໃຊ້ທາງ
ໃນອັດຕາ 550 ກີບຕໍ່ກິໂລແມັດຫຼື 62,000 ກີບໃນຕະຫຼອດເສັ້ນທາງເກືອບຮອດ
110 ກິໂລແມັດນັ້ນ. ສະນັ້ນ ອີງຕາມທັດສະນະຂອງບາງຄົນ ໃນຄະນະລັດຖະບານ
ກັບເຫັນວ່າການເກັບຄ່າທາງນີ້ຂ້ອນຂ້າງວ່າເປັນເລື້ອງເໝາະສົມ ແຕ່ກໍອາດຈະມີການ
ທົບທວນຄືນອີກ ດັ່ງການໃຫ້ຄໍາເຫັນຂອງພະນັກງານໃນຂະແໜງໂຍທາທ່ານ ນຶ່ງວ່າ:

“ໂດຍລວມເທົ່າທີ່ລະບຽບມັນແທ້ໆ ມັນກະໄດ້ເສຍສິບນຶ່ງ ປະມານແປດພັນກີບເບາະ
ລວມແລ້ວກະປະມານ 60 ພັນກີບ ທັງໝົດ, ເຫັນເຂົາລົງເຟສ ນາໆ ປະການກະມີ ບໍ່ຮູ້
ຈະເປັນແນວໃດ ເພາະວ່າທາງດ່ວນມັນເປັນທຶນເຂົາເອງ ມັນເປັນເງິນຂອງຜູ້ລົງທຶນ
ເຂົາລົງທຶນກ່ອນ ເຂົາກໍຕ້ອງເກັບ ຄັນບໍ່ເກັບກະບໍ່ໄດ້, ບາດນີ້ຄັນເຈົ້າຊິບໍ່ໄປທາງດ່ວນ
ມັນກະຫຍໍ້ເວລາເຈົ້າກະຫລາຍຊົ່ວໂມງເຕີບ, ນໍ້າມັນກະປະຢັດໄປຫລາຍ. ດີກວ່າເຈົ້າ
ແລ່ນທາງເກົ່າ ບາດລະບຽບຫລັກການຕ່າງໆເຂົາກະບໍ່ທັນໄດ້ເຜີຍແຜ່ເທື່ອ ມີແຕ່ຊ່ວງ
ເປີດທົດລອງໃຫ້ໃຊ້ຊື່ໆຫັ້ນນະ.”

ນອກຈາກນັ້ນແລ້ວ ກໍຍັງມີບັນຫາການຊົດເຊີຍຄ່າເວນຄືນທີ່ດິນໃຫ້ແກ່ປະຊາຊົນ ທີ່ຍັງ
ບໍ່ທັນປະຕິບັດ ໝົດຕາມແຜນການເທື່ອ ຊຶ່ງສ່ວນຫລາຍແລ້ວ ກໍເປັນຍ້ອນ ປະຊາຊົນບໍ່
ຮັບເອົາຄ່າຊົດເຊີຍ ການເສຍຫາຍຂອງທີ່ດິນ ແລະຊັບສິນທີ່ສະເໜີ ໃຫ້ນັ້ນເພາະຄິດວ່າ
ມັນຕໍ່າກວ່າລາຄາທົ່ວໄປຂອງຕະຫລາດດັ່ງການໃຫ້ຂໍ້ສັງເກດຂອງປະຊາຊົນທ່ານນຶ່ງ
ທີ່ເຮັດການບໍລິການ ດ້ານການຊື້ຂາຍດິນ ຢູ່ໃນຂົງເຂດ ແຂວງວຽງຈັນວ່າ:

“ເອີບັນຫາການຊົດໃຊ້ຄືນນີ້ກະໄດ້ກະບໍ່ທັນໝົດເທື່ອ. ການຊົດໃຊ້ອັນນີ້ຕົວຈິງດອກ
ເຂົາເຈົ້າກະເອົາມາໃຫ້ຢູ່ ແຕ່ຫລາຍຄົນກະຍັງຖ້າຢູ່ ກະໃຫ້ບໍ່ທັນໝົດ. ອັນເຂົາກະໃຫ້
ຖືກແນ່ ກະບໍ່ເຖິງ ເຂດໃດເຂົາກະຊົດໃຊ້ໃຫ້ຢູ່ ແຕ່ກະຍັງບໍ່ທົ່ວບໍ່ເຖິງ.”

ຕໍ່ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງຢູ່ໃນພະແນກໂຍທາ ແລະຂົນສົ່ງ ຂອງ
ນະຄອນຫລວງວຽງຈັນທີ່ມີສ່ວນກ່ຽວຂ້ອງກັບການສ້າງທາງດ່ວນດັ່ງກ່າວ ກໍເຫັນວ່າ
ການຊົດເຊີຍຄ່າເສຍຫາຍ ໃຫ້ແກ່ປະຊາຊົນທີ່ເປັນເຈົ້າຂອງຊັບສິນ ທີ່ໄດ້ຮັບຜົນກະ
ທົບຈາກການກໍ່ສ້າງທາງດ່ວນດັ່ງກ່າວແມ່ນຍັງຄ້າງຄາແທ້ ຊຶ່ງທ່ານກ່າວດັ່ງນີ້:

“ສໍາລັບຄ່າຊົດເຊີຍກາເກືອບຮອດ 100 ເປີເຊັນລະເນາະ, ແຕ່ວ່າເລື່ອງການສໍາເລັດຫັ້ນ
ກະຍັງບໍ່ທັນສໍາເລັດໝົດເນາະ ກະຍັງປະມານ 5 ເປີເຊັນຂອງພວກທີ່ ໄດ້ຮັບຜົນກະທົບ.
ບາງບ່ອນກະຍັງມີບັນຫາກ່ ຽວກັບຄ່າໃຊ້ຈ່າຍ ຄ່າຊົດເຊີຍຕ່າງໆ ຄືຫາງສຽງຫັ້ນລະ ສ່ວນ
ຫຼາຍກະຕິວ່າ ໄດ້ຫລາຍ ໄດ້ຫນ້ອຍຫັ້ນແຫລະ. ມັນກະມີບັນຫາເລື່ອງຄ່າຍິນຍອມ ກ່ຽວ
ກັບຄ່າຊົດເຊີຍຕ່າງໆຫັ້ນຫລະ.”

ສະຫລຸບແລ້ວທາງດ່ວນວຽງຈັນ-ວັງວຽງທີ່ໄດ້ກໍ່ສ້າງສໍາເລັດແລ້ວນັ້ນແມ່ນນໍາເອົາຄວາມ
ດີໃຈ ມາໃຫ້ປະຊາຊົນ ໃນຂົງເຂດດັ່ງກ່າວ ແຕ່ກໍຍັງມີບັນຫາຄ້າງຄາ ໃນການຊົດເຊີຍຄ່າເສຍຫາຍ ໃຫ້ເຈົ້າຂອງດິນໃນຈໍານວນນຶ່ງ ແລະບັນຫາການເກັບຄ່າຖະໜົນ ທີ່ປະຊາຊົນ
ເຫັນວ່າ ມັນສູງເກີນໄປ ສໍາລັບຜູ້ມີລາຍໄດ້ໜ້ອຍ.

XS
SM
MD
LG