ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄາເຂົ້າ ທີ່ສູງຢູ່ໃນທົ່ວໂລກ ຍັງຄົງມີທ່າອ່ຽງເພີ້ມຂຶ້ນຈົນເຖິງປີ 2024


ແຟ້ມຮູບ-ຕົ້ນເຂົ້າ ພັດໄປຕາມສາຍລົມຢູ່ໃນທົ່ງນາ ໃນເມືອງ ມູເອີ (Mu'er) ຊານເມືອງ ຈົງຊິງ (Chonqing), ຈີນ, ວັນທີ 21 ສິງຫາ 2022.
ແຟ້ມຮູບ-ຕົ້ນເຂົ້າ ພັດໄປຕາມສາຍລົມຢູ່ໃນທົ່ງນາ ໃນເມືອງ ມູເອີ (Mu'er) ຊານເມືອງ ຈົງຊິງ (Chonqing), ຈີນ, ວັນທີ 21 ສິງຫາ 2022.

ນາງອະນົງ ໝັ້ນ​ເຄີຍ ​ໄດ້ເຮັດນາປູກເຂົ້າຢູ່ທີ່​ຈັງຫວັດ​ຂອນ​ແກ່ນ​ຂອງ​ໄທ​ມາ​ເປັນ​ເວ​ລາ​ເຄິ່ງ​ສັດ​ຕະ​ວັດ​ແລ້ວ.

ພື້ນທີ່ການກະເສດ ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງບາງກອກປະມານ 500 ກິໂລແມັດ ບໍ່ເຄີຍເຮັດໃຫ້ນາງຮັ່ງມີ, ແຕ່ມັນກໍເຮັດໃຫ້ການດໍາລົງຊີວິດຂອງນາງພໍຢູ່ໄດ້.

ແຕ່ວ່າ ​ນັບຕັ້ງ​ແຕ່​ເດືອນ​ກຸມພາ​ປີ 2022 ​ເມື່ອ ​ຣັດ​ເຊຍ​ບຸກເຂົ້າໄປ​ໃນ ຢູເຄຣນ, ຄວາມ​ເຄັ່ງ​ຕຶງ​ທາງດ້ານ​ພູມ​ສາດການ​ເມືອງ​ຂອງ​ໂລກ ​ແລະ​ສະພາບ​ດິນ​ຟ້າ​ອາ ກາດ​ຢູ່​ບ່ອນ​ອື່ນໆ ​ໄດ້​ເຮັດ​ໃຫ້​ຕະຫຼາດ​ເຂົ້າມີການ​ປ່ຽນແປງ ​ແລະມາ​ຮອດ​ປີ 2023, ລາຄາ​ເຂົ້າ​ໃນ​ທົ່ວ​ໂລກ​ໄດ້ລະເບີດ​ຂຶ້ນ.

ແຕ່ ນາງອະນົງ ກ່າວວ່າ ນາງຂາຍເຂົ້າໄດ້ຫນ້ອຍກວ່າທີ່ນາງໄດ້ໃນຫລາຍປີກ່ອນໜ້ານັ້ນ.

ນາງອະ​ນົງ ອາຍຸ 68 ປີ ກ່າວວ່າ “ໂຮງສີ ເຊິ່ງເປັນຜູ້ຊື້ເຂົ້າ ບໍ່ຂຶ້ນລາຄາໃຫ້. ຂ້ອຍຊິເຮັດຫຍັງໄດ້? ຂ້ອຍເອົາເຂົ້າໄປບ່ອນນັ້ນເພື່ອຂາຍ. ສິ່ງໃດກໍ່ຕາມທີ່ພວກເຂົາສະເຫນີໃຫ້ພວກເຮົາ, ພວກເຮົາຕ້ອງຂາຍໃຫ້ເຂົາເຈົ້າ. ພວກ​ເຮົາ​ຈະ​ບໍ່​ເອົາ​ເຂົ້າກັບ​ຄືນເມືອ ​ຍ້ອນ​ວ່າ​ພວກ​ເຮົາ​ຕ້ອງ​ຈ່າຍ​ຄ່າ​ລົດ​ບັນທຸກເພື່ອຂົນເຂົ້າເມືອ.”

ໃນປີ 2023 ນີ້, ລາຄາເຂົ້າສາລີ ແລະ ອາຫານປະເທດເມັດເຊັ່ນ: ເຂົ້າໂອດ ແລະ ສາລີ ໄດ້ຫຼຸດລົງຮອດ 20 ຫາ 30 ເປີເຊັນ ເນື່ອງຈາກສາງເກັບເຂົ້າເພີ້ມສູງຂຶ້ນ, ອີງຕາມບົດລາຍງານປະຈໍາປີຂອງອົງການອາຫານ ແລະການກະເສດຂອງອົງການສະຫະປະຊາຊາດ ຫຼື FAO.

ແຕ່ ​ອີງ​ຕາມ​ການ​ລາຍ​ງານ​ຂອງ FAO, ລາຄາ​ເຂົ້າ​ຍັງ​ຄົງ​ສູງ​ຂຶ້ນ ຕະຫຼອດ​ປີ​ເນື່ອງ​ຈາກ ລາ​ນີ​ນາ (La Niña) ​ທີ່​ຍັງ​ຄົງ​ມີຢູ່​ໃນ​ເດືອນ​ມີນາ, ຕາມ​ມາ​ດ້ວຍ​ຄວາມ​ຜິດ​ປົກກະຕິຂອງ ເອລ ນີໂນ (El Niño) ​ໃນ​ເດືອນ​ມິຖຸນາ ​ແລະ ​ອິນ​ເດຍ​ໄດ້​ວາງ​ຂໍ້​ຈຳກັດ​ຕໍ່​ເຂົ້າ​ທີ່​ບໍ່​ແມ່ນ​ເຂົ້າ ບາ​ສະມາ​ຕີ ​(Basmati) ໃນ​ເດືອນ​ກໍລະກົດ ເນື່ອງຈາກ​ລົມ​ມໍ​ລະ​ສຸມ​ທີ່​ເກີດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມິຖຸນາ​ ເຊິ່ງໄດ້ເຮັດໃຫ້ເກີດຄວາມຢ້ານກົວ ກ່ຽວກັບການຂາດແຄນການຜະລິດ.

Arnong Mungoei has farmed rice in Thailand’s Khon Kaen province for half a century.

Working land some 500 kilometers northeast of Bangkok never made her rich, but it provided a dependable livelihood.

But since February 2022 when Russia invaded Ukraine, global geopolitical tensions and weather conditions elsewhere have upended the rice markets and by 2023, worldwide rice prices had exploded.

Yet Arnong said she made less than she has in years.

“The mills [that buy rice] don’t increase the price. What can I do? I bring rice there to sell. Whatever they offer us, we have to sell it. We won’t take the rice back because we had to pay for the truck,” said Arnong, 68.

In 2023, the prices of wheat and grains such as oats and corn declined 20% to 30% as stocks were replenished, according to an annual report from the Food and Agriculture Organization of the United Nations.

But according to the FAO report, rice prices remained high throughout the year due to a persistent La Niña in March, followed by an El Niño anomaly in June and India imposing restrictions on non-basmati rice in July due after a late monsoon raised fears of a production shortfall.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG