ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ຂັ້ນສູງຂອງລາວ ເສຍຊີວິດ ຍ້ອນ ເຮືອບິນຕົກ (ວີດີໂອ)


ນາຍພົນໂທ ດວງໃຈ ພິິຈິດ ລັດຖະມົນຕີປ້ອງກັນປະເທດລາວ ນຶ່ງໃນຈຳນວນ ຜູ້ເສຍຊີວິດ ຍ້ອນເຮືອບິນຕົກ.
ນາຍພົນໂທ ດວງໃຈ ພິິຈິດ ລັດຖະມົນຕີປ້ອງກັນປະເທດລາວ ນຶ່ງໃນຈຳນວນ ຜູ້ເສຍຊີວິດ ຍ້ອນເຮືອບິນຕົກ.
ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ເຮືອບິນ​ທະຫານ​ລາວ ທີ່ມີຜູ້ເດີນ
ທາງໄປນຳ​ປະມານ 20 ຄົນ ​ຮວມ​ທັງບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​
ສູງ ໄດ້​ປະສົບອຸບັດເຫດຕົກ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້ ຢູ່
ທາງ​ພາກ​ເໜືອ​ຂອງ​ລາວ.

ຮອງ​ນາຍົກລັດຖະມົນຕີ ພ້ອມທັງກຳຕຳແໜ່ງ ລັດຖະມົນ
ຕີປ້ອງກັນປະເທດ ນາຍ​ພົນ​ໂທດວງ​ໃຈ ພິ​ຈິດ ໄດ້ຮັບການ
ຢືນຢັນ​ວ່າ ​ໄດ້​ເສຍຊີວິດ​ຍ້ອນ​ເຮືອບິນ​ຕົກ ຢູ່​ທີ່​ແຂວງຊຽງ
ຂວາງ ໃນຄັ້ງນີ້.

ວິທະຍຸວີ​ໂອ​ເອ ພະ​ແນ​ກພາສາ​ລາວ ໄດ້ຮັບການຢືນຢັນວ່າ
​ເຈົ້າ​ຄອງນະຄອນ​ຫຼວງວຽງ​ຈັນ ທ່ານ​ສຸ​ກັນ ມະຫາລາດ ​ແມ່ນ​ຜູ້​ນຶ່ງ ຮວມ​ຢູ່​ໃນຈຳນວນ​
ຜູ້​ເສຍ​ຊີວິດ.

ລາຍ​ງານ​ຂ່າວບາງກະແສແຈ້ງວ່າ ຢ່າງ​ໜ້ອຍມີ​ສາມ​ຄົນ​ລອດ​ຊີວິດມາໄດ້​ຈາກອຸບັດ
ເຫດເຮືອບິນ​ຕົກ ​ແຕ່ຍັງບໍ່ທັນມີການເປີດເຜີຍ ລາຍ​ລະອຽດ​ຫຍັງຫລາຍ ກ່ຽວກັບເຫດ
ຮ້າຍດັ່ງກ່າວ. ສາ​ເຫດ​ທີ່ພາໃຫ້ເຮືອບິນ​ຕົກ​ ຍັງ​ບໍ່​ທັນເປັນ​ທີ່​ຊາບກັນເທື່ອ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ເຮືອບິນ​ Antonov AN 74-300 ທີ່​ສ້າງ​ໂດຍຣັດ​ເຊຍ ​ໄດ້​
ບິນໄປສົ່ງເຈົ້າ​ໜ້າ​ທີ່ກຸ່ມນຶ່ງແລະ​ບຸກຄົນ​ອື່ນໆ ​ເພື່ອ​ເຂົ້າ​ຮ່ວມ​ພິທີສະຫຼອງ​ ວັນຄົບຮອບ ໃນການປົດປ່ອຍທົ່ງ​ໄຫ​ຫີນ ກໍຄືແຂວງຊຽງຂວາງ ຈາກ​ອ​ະດີດ​ກໍ​າລັງ​ລັດຖະບານແຫ່ງ​ພະລາດ​ຊະ​ອານາຈັກ​ລາວ.
LAOS PLANE CRASH VO
please wait
Embed

No media source currently available

0:00 0:00:38 0:00

Officials say a Lao military aircraft with about 20 passengers and crew, including some high-ranking government officials, crashed early Saturday morning in northern Laos.

Deputy Prime Minister Lieutenant General Douangchay Phichit, who was also Defense Minister and member of the powerful inner circle politburo of the Lao Communist Party is confirmed to be among the dead in the plane crash in Xiengkhouang Province.

VOA-Lao has received confirmation that the mayor of Vientiane Capital, Mr. Soukanh Mahalath, is also among the dead.

Three people reportedly survived. Details of the crash are sketchy at this time and the cause is unknown.

Officials say the plane, an Antonov AN 74-300 made in Russia, was taking the officials as well as family members to attend a ceremony making the liberation of the Plain of Jars and Xiengkhouang from the former Royal Lao government forces.
XS
SM
MD
LG