ລັດຖະບານພັກແຮງງານໃໝ່ຂອງອອສເຕຣເລຍ ໄດ້ມີການສົ່ງສັນຍານວ່າ ຈະບໍ່ມີການປ່ຽນແປງນະໂຍບາຍພື້ນຖານ ກ່ຽວກັບນະໂຍບາຍໃນການຂໍລີ້ໄພ, ເຖິງແມ່ນວ່າ ຈະມີການອະນຸຍາດໃຫ້ຄອບຄົວທະມິລ (Tamil) ທີ່ມີຊື່ສຽງສູງຢູ່ໃນສັງຄົມ ກັບຄືນໄປບ້ານເກີດທີ່ລັດຄວີນແລນ ລຸນຫຼັງທີ່ຖືກກັກຂັງມາເປັນເວລາ 4 ປີ ກໍຕາມ. ພວກເຂົາເຈົ້າຖືກຄວບຄຸມໂດຍເຈົ້າໜ້າທີ່ກອງກໍາລັງປະຈໍາຊາຍແດນໃນປີ 2018, ແລະກໍໄດ້ຕໍ່ສູ້ທາງດ້ານກົດໝາຍ ເພື່ອຮັກສາທ່າທີດັ່ງກ່າວຕັ້ງແຕ່ນັ້ນມາ. ພັກແຮງງານວາງແຜນທີ່ຈະປ່ຽນແປງບາງນະໂຍບາຍກ່ຽວກັບເລື້ອງຄົນເຂົ້າເມືອງຂອງລັດຖະບານທີ່ເປັນກາງອຽງຂວາຊຸດກ່ອນ, ແຕ່ມາດຕະການຊາຍແດນ ແລະການຄວບຄຸມໂຕທີ່ເຂັ້ມງວດນັ້ນ ແມ່ນຄາດວ່າຈະຍັງຄົງຄືເກົ່າ. ຟີລ ເມີເຊີ (Phil Mercer) ມີລາຍງານຈາກນະຄອນຊິດນີ, ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ຄອບຄົວ ນາເດຊາລິນກາມ (Nadesalingam), ໄດ້ຮັບການເປີດເຜີຍໃບໜ້າຢ່າງຫຼວງຫຼາຍກ່ຽວກັບນະໂຍບາຍທີ່ເຂັ້ມແຂງຂອງອອສເຕຣເລຍ ຕໍ່ຜູ້ອົບພະຍົບທີ່ພະຍາຍາມໜີເຂົ້າມາໃນປະເທດໂດຍທາງເຮືອ.
ຜູ້ເປັນພໍ່ແລະແມ່ ປຣີຍາ (Priya), ນາເດສ (Nades) ໄດ້ເດີນທາງມາຮອດ ອອສເຕຣເລຍເພື່ອຂໍລີ້ໄພແບບແຍກກັນ ໃນປີ 2012 ແລະປີ 2013 ຕາມລໍາດັບ. ໝູ່ເພື່ອນຂອງພວກເຂົາເຈົ້າກ່າວວ່າ ພວກເຂົາໜີຈາກສຣີລັງກາ ເນື່ອງຈາກຖືກກົດຂີ່ຂົ່ມເຫັງຢູ່ໃນຊົນກຸ່ມນ້ອຍຊາວທະມິລ (Tamil).
ພວກເຂົາໄດ້ແຕ່ງງານ ແລະມີລູກນໍາກັນສອງຄົນ, ລູກທັງສອງແມ່ນເກີດຢູ່ໃນອອສເຕຣເລຍ ແຕ່ບໍ່ໄດ້ສັນຊາດຂອງປະເທດນີ້.
ພວກເຂົາເຈົ້າອາໄສຢູ່ໃນເມືອງໄບໂລເອລາ (Biloela), ໂດຍມີໄລຍະຫ່າງຈາກນະຄອນບຣິສແບນ (Brisbane) ເຊິ່ງເປັນເມືອງຫຼວງຂອງລັດຄວີນແລນ 600 ກິໂລແມັດ.
ໃນເດືອນມີນາປີ 2018, ພວກເຂົາເຈົ້າຖືກກັກໂຕໂດຍພວກເຈົ້າໜ້າທີ່ຮັກສາຊາຍແດນຂອງອອສເຕຣເລຍ ລຸນຫຼັງທີ່ພໍ່ແມ່ຂອງຜູ້ປົກຄອງທັງສອງ ຖືກປະຕິເສດໂດຍລັດຖະບານອອສເຕຣເລຍ.
ເປັນເວລາເກືອບສອງປີ, ພວກເຂົາເຈົ້າຖືກຄວບຄຸມໂຕຢູ່ທີ່ສູນອົບພະຍົບໃນເກາະຄຣິສມາສ ເຊິ່ງເປັນດິນແດນຂອງອອສເຕຣເລຍໃນມະຫາສະມຸດອິນເດຍ, ກ່ອນທີ່ສະມາຊິກຄົນນຶ່ງຂອງຄອບຄົວນາເດຊາລິນກາມ ໄດ້ຖືກສົ່ງໄປຍັງເມືອງເພີດທ໌ (Perth) ທີ່ຢູ່ທາງທິດຕາເວັນຕົກຂອງອອສເຕຣເລຍ ສໍາລັບການປິ່ນປົວທາງການແພດແບບສຸກເສີນ.
ລຸນຫຼັງການປຸກລະດົມມາເປັນເວລາຫຼາຍປີ ສ່ວນໃຫຍ່ແມ່ນຜູ້ທີ່ອາໄສຢູ່ໃນເມືອງ ໄບໂລເອລາ, ທາງຄອບຄົວຈຶ່ງໄດ້ຮັບວີຊາໂດຍຊົ່ວຄາວຈາກລັດຖະບານໃໝ່ພັກແຮງງານຂອງອອສເຕຣເລຍ ເຊິ່ງຈະອະນຸຍາດໃຫ້ພວກເຂົາເຈົ້າອາໄສຢູ່ອອສເຕຣເລຍໄດ້ ຈົນເຖິງເວລາທີ່ຖານະຂັ້ນສຸດທ້າຍໃນການເຂົ້າເມືອງຂອງພວກເຂົາເຈົ້າໄດ້ມີການຕັດສິນໃຈ.
ນາງເອງເຈລລາ ຟຣີເດີຣິກສ໌ (Angela Fredericks), ປະຊາຊົນຜູ້ນຶ່ງທີ່ອາໄສຢູ່ເມືອງໄບໂລເອລາກ່າວວ່າ ທຸກຄົນຢູ່ໃນຊຸມຊົນພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອແກ່ຄອບຄົວຊາວທະມີລ ອີກຄັ້ງ, ເຊິ່ງນາງໄດ້ກ່າວວ່າ:
“ນະເມືອງແຫ່ງນີ້ ເຊິ່ງໄດ້ລວມໂຕກັນອີກຄັ້ງ. ດັ່ງນັ້ນ, ຈຶ່ງມີການສະເໜີຫຼາຍໆຢ່າງກ່ຽວກັບທີ່ພັກອາໄສ, ໂອກາດຕ່າງໆໃນການເຮັດວຽກກ່ຽວກັບເຄື່ອງເຟີນີເຈີ, ແລະສິ່ງຕ່າງໆທັງໝົດເຫຼົ່ານັ້ນ. ສະນັ້ນ, ຄອບຄົວນີ້ຈະຕ້ອງໄດ້ຮັບການດູແລເອົາໃສ່ໃຈຢ່າງເຕັມທີ່ ແລະເບິ່ງແຍງພວກເຂົາເຈົ້າຈົນກວ່າພວກເຂົາຈະຊ່ວຍເຫຼືອ ຕົນເອງໄດ້, ເຊິ່ງຮູ້ດີວ່າ ພວກເຂົາເຈົ້າຈະບໍ່ໃຊ້ເວລາດົນເລີຍ.”
ນະໂຍບາຍຂອງລັດຖະບານພັກແຮງງານໃໝ່ແມ່ນໃຫ້ວີຊາຖາວອນ ແທນວີຊາຊົ່ວຄາວສໍາລັບຜູ້ຂໍລີ້ໄພທີ່ໄດ້ຖືກພົບວ່າເປັນຜູ້ຂໍລີ້ໄພຢ່າງແທ້ຈິງນັ້ນ. ບັນດານັກຊ່ຽວຊານກ່າວວ່າ ນະໂຍບາຍດັ່ງກ່າວສາມາດອະນຸຍາດໃຫ້ຜູ້ອົບພະຍົບທີ່ຈະຖືກສົ່ງກັບຄືນປະເທດຈໍານວນ 19,000 ຄົນ ອາໄສຢູ່ໃນອອສເຕຣເລຍໄດ້.
ແຕ່ໃນຂະນະດຽວກັນ ພັກແຮງງານກໍມີແຜນທີ່ຈະຮັກສາການປະຕິບັດງານ ຄຸ້ມຄອງອະທິປະໄຕຊາຍແດນ (Operation Sovereign Borders) ເຊິ່ງກໍ່ຕັ້ງຂຶ້ນໃນປີ 2013, ເພື່ອອະນຸຍາດໃຫ້ກອງທັບເຮືອໄດ້ດໍາເນີນງານຂັດຂວາງ ແລະປ້ອງກັນເຮືອທີ່ບັນທຸກຜູ້ອົບພະຍົບເຂົ້າມາໃນນ່ານນໍ້າຂອງອອສເຕຣເລຍ. ພ້ອມກັນນັ້ນ ກໍຍັງສະໜັບສະໜຸນການບັງຄັບໃຊ້ນະໂຍບາຍກັກກັນໄລຍະຍາວ ເຊິ່ງຮ້ອງວ່າ ‘ການມາເຖິງທີ່ບໍ່ໄດ້ຮັບອະນຸຍາດ’, ລວມເຖິງເດັກນ້ອຍທີ່ຈະຕ້ອງຖືກຄວບຄຸມໂຕ ໃນຂະນະທີ່ການອົບພະຍົບຂອງພວກເຂົາເຈົ້າໄດ້ຖືກປະເມີນຜົນ.
ຜູ້ຮຽກຮ້ອງທັງຫຼາຍ ຕ້ອງການໃຫ້ລັດຖະບານໃໝ່ໃນນະຄອນແຄນເບີຣາ ນໍາໃຊ້ວິທີການທາງດ້ານມະນຸດສະທໍາຫຼາຍຂຶ້ນ.
ທ່ານອາຣານ ມີລວາການາມ (Aran Mylvaganam) ຈາກສະພາຜູ້ອົບພະຍົບຊາວທະມີລ, ເຊິ່ງເປັນກຸ່ມໂຄສະນາກ່ຽວກັບຜູ້ອົບພະຍົບຊາວທາມີລກ່າວວ່າ ຄວາມເຫັນໃຈທີ່ສະແດງຕໍ່ຄອບຄົວນາເດຊາລິນກາມ ຄວນຂະຫຍາຍເພີ້ມອອກໄປສູ່ກຸ່ມຄົນທີ່ມີຄວາມສ່ຽງຕື່ມ, ເຊິ່ງທ່ານໄດ້ກ່າວວ່າ:
“ມີຫຼາຍໆຄອບຄົວຄືກັນກັບ ປຣີຍາ ແລະນາເດສ ທີ່ອິດເມື່ອຍກັບຫົນທາງຕ່າງໆທາງກົດໝາຍ ແລະກໍອາໄສຢູ່ກັບຄວາມຢ້ານກົວທີ່ຈະຖືກສົ່ງກັບຄືນປະເທດ.”
ອອສເຕຣເລຍໄດ້ອອກວີຊາໃຫ້ແກ່ຜູ້ຄົນປະມານ 13,750 ຄົນໃນແຕ່ລະປີພາຍໃຕ້ໂຄງການຕ່າງໆທາງດ້ານມະນຸດສະທໍາ. ລັດຖະບານພັກແຮງງານກ່າວວ່າ ພວກເຂົາເຈົ້າຫວັງວ່າຈະເພີ້ມການຮັບເອົາຜູ້ອົບພະຍົບປະຈໍາປີມາເປັນປະມານ 27,000 ຄົນ.