ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຳຫລວດ ແລະ ປັກປັນເຂດແດນ ລາວ ກັບ ກຳປູເຈຍ ໄດ້ປະຕິບັດ ຕາມຫລັກການ 4 ປະການ


ກອງປະຊຸມ ວ່າດ້ວຍການຮ່ວມມື ສອງຝ່າຍ ຄະນະກຳມາທິການຮ່ວມ ຂອງ ລາວ-ກໍາປູເຈຍ ຄັ້ງທີ 12
ກອງປະຊຸມ ວ່າດ້ວຍການຮ່ວມມື ສອງຝ່າຍ ຄະນະກຳມາທິການຮ່ວມ ຂອງ ລາວ-ກໍາປູເຈຍ ຄັ້ງທີ 12

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ ການສຳຫລວດ ແລະ ປັກປັນເຂດແດນ ລະຫວ່າງ
ລາວ ກັບ ກຳປູເຈຍ ໄດ້ຈັດຕັ້ງປະຕິບັດ ຕາມຫລັກການ 4 ປະການ ທີ່ລັດຖະບານ ທັງ
ສອງປະເທດໄດ້ຕົກລົງຮ່ວມກັນແຕ່ປີ 1995.

ທ່ານແພງສະຫວັນ ແກ້ວປະເສີດ ຫົວໜ້າຫ້ອງການ ຄະນະກຳມະການຊາຍແດນແຫ່ງ
ຊາດ ໃນສັງກັດ ກະຊວງການຕ່າງປະເທດ ໄດ້ຖະແຫລງຢືນຢັນວ່າ ການສຳຫລວດ
ແລະ ປັກປັນເຂດແດນ ລະຫວ່າງ ລາວກັບກຳປູເຈຍ ທີ່ໄດ້ເລີ່ມດຳເນີນການຮ່ວມກັນ
ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ໄດ້ຈັດຕັ້ງປະຕິບັດຕາມຫລັກການ 4 ປະການທີ່ລັດ
ຖະບານ ທັງສອງປະເທດໄດ້ຕົກລົງຮ່ວມກັນ ຢ່າງເປັນທາງການ ໃນປີ 1995 ແລະ
ປັດຈຸບັນ ກໍຍັງຄົງຢຶດໝັ້ນ ໃນຫລັກການທັງ 4 ປະການ ດັ່ງກ່າວຢູ່ເລື້ອຍມາ ດັ່ງທີ່
ທ່ານແພງສະຫວັນ ຢືນຢັນວ່າ:

“ປີ 1995 ລັດຖະບານ 2 ປະເທດ ກະໄດ້ຮັບຮອງເອົາຫລັກການ ກ່ຽວກັບການສຳ
ຫລວດ ແລະ ປັກຫລັກໝາຍຊາຍແດນ 4 ຫລັກການຮ່ວມກັນ ຫລັກການອັນທີນຶ່ງ
ລະແມ່ນ ບົນພື້ນຖານຮັບຮູ້ເຂດແດນຕິດຕໍ່ກັນ ໂດຍອີງຕາມແຜນທີ່ 1/100,000 ປີ
1933 ອັນທີສອງນີ້ ແມ່ນບົນພື້ນຖານຫລັກການຕ່າງໆ ທີ່ສາກົນຮັບຮູ້ກ່ຽວກັບການ
ຂີດເສັ້ນຊາຍແດນ ແລ້ວຫລັກການທີສາມ ລະແມ່ນບົນພື້ນຖານຄຳນຶງເຖິງເຂດຄຸ້ມ
ຄອງຂອງປະຊາຊົນຕົວຈິງ ທີ່ສືບທອດກັນມາຍາວນານ ຫລັກການທີສີ່ນີ້ ລະແມ່ນ
ບົນພື້ນຖານ ຂອງຄວາມສະເໝີພາບ ເຄົາລົບສິດ ແລະ ຜົນປະໂຫຍດຂອງກັນ ແລະ
ກັນ ແລະ ເປັນ ເອກກະພາບກັນ ຢ່າງສົມບູນ.”

ທ່ານທອງລຸນ ສີສຸລິດ ກັບ ທ່ານຮຸນ ເຊນ ນາຍົກລັດຖະມົນຕີຂອງລາວ ແລະ ກຳປູເຈຍ ໄດ້ພົບປະ ເຈລະຈາກັນ ໃນວັນທີ 12 ສິງຫາ 2017 ໂດຍທີ່ທ່ານຮຸນ ເຊນ ນັ້ນ ກໍໄດ້ເດີນທາງມານະຄອນວຽງຈັນ ເປັນກໍລະນີພິເສດ ຕາມການເຊີນຂອງ ທ່ານທອງລຸນ ສີສຸລິດ ເພື່ອແກ້ໄຂບັນຫາເຂດແດນຮ່ວມກັນ ຢ່າງຮີບດ່ວນ.
ທ່ານທອງລຸນ ສີສຸລິດ ກັບ ທ່ານຮຸນ ເຊນ ນາຍົກລັດຖະມົນຕີຂອງລາວ ແລະ ກຳປູເຈຍ ໄດ້ພົບປະ ເຈລະຈາກັນ ໃນວັນທີ 12 ສິງຫາ 2017 ໂດຍທີ່ທ່ານຮຸນ ເຊນ ນັ້ນ ກໍໄດ້ເດີນທາງມານະຄອນວຽງຈັນ ເປັນກໍລະນີພິເສດ ຕາມການເຊີນຂອງ ທ່ານທອງລຸນ ສີສຸລິດ ເພື່ອແກ້ໄຂບັນຫາເຂດແດນຮ່ວມກັນ ຢ່າງຮີບດ່ວນ.

ແຕ່ຢ່າງໃດກໍຕາມ ບັນຫາຂັດແຍ້ງຢູ່ຊາຍແດນລາວກັບກຳປູເຈຍ ກໍໄດ້ເກີດຂຶ້ນເມື່ອວັນ
ທີ 12 ສິງຫາ 2017 ທີ່ຜ່ານມາ ໂດຍມີສາເຫດມາຈາກການເຄື່ອນກຳລັງທະຫານ ຂອງ
ຝ່າຍກຳປູເຈຍ ເຂົ້າໄປໃນພື້ນທີ່ທີ່ທັງສອງຝ່າຍຍັງບໍ່ສາມາດຕົກລົງປັກປັນຮ່ວມກັນໄດ້
ແຕ່ວ່າ ສະພາບການ ກໍໄດ້ກັບຄືນສູ່ພາວະປົກກະຕິ ໃນມື້ດຽວກັນ ອັນເປັນຜົນຈາກການ
ພົບປະເຈລະຈາ ແລະ ຕົກລົງກັນ ລະຫວ່າງ ທ່ານທອງລຸນ ສີສຸລິດ ກັບ ທ່ານຮຸນ ເຊນ
ນາຍົກລັດຖະມົນຕີຂອງທັງສອງຝ່າຍ ຊຶ່ງໄດ້ພົບປະເຈລະຈາກັນ ໃນວັນທີ 12 ສິງຫາ
ດັ່ງກ່າວ ໂດຍທີ່ທ່ານຮຸນ ເຊນ ນັ້ນ ກໍໄດ້ເດີນທາງມານະຄອນວຽງຈັນ ເປັນກໍລະນີພິເສດ
ຕາມການເຊີນຂອງ ທ່ານທອງລຸນ ສີສຸລິດ ເພື່ອແກ້ໄຂບັນຫາຮ່ວມກັນ ຢ່າງຮີບດ່ວນ.

ໂດຍເນື້ອໃນສຳຄັນ ຂອງການຕົກລົງລະຫວ່າງນາຍົກລັດຖະມົນຕີຂອງທັງສອງປະເທດ
ໃນຄັ້ງນີ້ ກໍຄືການຖອນກຳລັງທະຫານ ທັງໝົດຂອງທັງສອງຝ່າຍອອກໄປຈາກພື້ນທີ່
ທີ່ຂັດແຍ້ງໃນເຂດແກ້ງຕໍມໍຄອຍ ກັບຫ້ວຍຕະເງົາທີ່ເປັນເຂດຊາຍແດນ ລະຫວ່າງ ເມືອງ
ສະໜາມໄຊ ໃນແຂວງອັດຕະປື ກັບເມືອງແສນປາງ ໃນແຂວງສະຕຶງແຕຣງ ຫຼື ຊຽງແຕງ
ຂອງກຳປະເຈຍ ໂດຍໃຫ້ກັບຄືນໄປໃນເຂດທີ່ຕັ້ງເດີມ ຂອງທັງສອງຝ່າຍ ແລະ ທ່ານຮຸນ
ເຊນ ກໍໄດ້ອອກຄຳສັ່ງໃຫ້ຍຸຕິການກໍ່ສ້າງຖະໜົນ ໃນເຂດດັ່ງກ່າວ ນັບແຕ່ວັນທີ 13
ສິງຫາ ເປັນຕົ້ນມາ.

ການລົງໄປປັກຫລັກຊາຍແດນຮ່ວມກັນລະຫວ່າງລາວກັບກໍາປູເຈຍ
ການລົງໄປປັກຫລັກຊາຍແດນຮ່ວມກັນລະຫວ່າງລາວກັບກໍາປູເຈຍ

ພ້ອມກັນນີ້ ນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ກໍຍັງເປັນເອກກະພາບກັນ ທີ່ຈະ
ແກ້ໄຂບັນຫາຂັດແຍ້ງກ່ຽວກັບຊາດແດນດ້ວຍການເຈລະຈາຢ່າງສັນຕິ ໂດຍມອບໝາຍ
ໃຫ້ຄະໜະກຳມະການຊາຍແດນຂອງທັງສອງ ຝ່າຍ ກໍຄືກະຊວງການຕ່າງປະເທດຂອງ
ທັງ 2 ປະເທດເປັນພາກສ່ວນທີ່ຮັບຜິດຊອບການເຈລະຈາເພື່ອຕົກລົງຮ່ວມກັນຕໍ່ໄປ.

ທັງນີ້ທາງການລາວ ແລະ ກຳປະເຈຍ ໄດ້ຕົກລົງໃຫ້ມີການສຳຫລວດ ເພື່ອປັກຫລັກ
ໝາຍຊາຍແດນຮ່ວມກັນ ໃນປີ 1995 ແລະ ໄດ້ເລີ່ມການສຳຫລວດໃນພາກຕົວຈິງນັບ
ແຕ່ ປີ 2000 ເປັນຕົ້ນມາ ໂດຍມາເຖິງປັດຈຸບັນ ກໍສາມາດຕົກລົງປັກຫລັກໝາຍຊາຍ
ແດນຮ່ວມກັນໄດ້ແລ້ວ 121 ຫລັກໃນໄລຍະທາງ 465 ກິໂລແມັດ ທີ່ຄິດເປັນ 87 ເປີເຊັນ
ຂອງຊາຍແດນລະຫວ່າງ 2 ປະເທດທີ່ມີໄລຍະທາງຍາວທັງໝົດ 535 ກິໂລແມັດ ຈຶ່ງຍັງ
ເຫຼືອພຽງ 70 ກິໂລແມັດຫຼື 13 ເປີເຊັນ ເທົ່ານັ້ນທີ່ທັງ 2 ຝ່າຍ ຈະຕ້ອງຕົກລົງປັກປັນ
ຮ່ວມກັນຕໍ່ໄປ.

ອີກດ້ານນຶ່ງ ກະຊວງການຕ່າງປະເທດໄທ ລາຍງານວ່າ ໃນປັດຈຸບັນນີ້ ຍັງເຫຼືອເຂດ
ຊາຍແດນ ຢູ່ໃນ 14 ພື້ນທີ່ ລະຫວ່າງ ໄທ ກັບ ລາວ ທີ່ຈະຕ້ອງຕົກລົງປັກຫລັກໝາຍ
ຊາຍແດນ ລະຫວ່າງກັນໃຫ້ໄດ້ ໄວທີ່ສຸດ ແລະ ຕໍ່ຈາກນັ້ນ ກໍຈະດຳເນີນການ ໃນທຸກວິຖີ
ທາງເພື່ອທີ່ຈະຮ່ວມກັນປັກປັນເຂດແດນທາງນ້ຳ ລະຫວ່າງກັນ ທັງໃນແມ່ນ້ຳເຫຼືອງ ແລະ
ແມ່ນ້ຳຂອງນັ້ນ ໃຫ້ສຳເລັດທັງໝົດພາາຍໃນປີ 2018 ຕໍ່ໄປ ໂດຍນັບຈາກປີ 1997 ເປັນ
ຕົ້ນມາ ທາງການລາວ-ໄທ ກໍສາມາດຕົກລົງປັກປັນເຂດແດນລະຫວ່າງກັນໄດ້ແລ້ວ
ໃນໄລຍະທາງລວມ 676 ກິໂລແມັດ ແລະ ໄດ້ປັກຫລັກໝາຍຊາຍແດນໄປແລ້ວ 210
ຫລັກ ຄິດເປັນ 93 ເປີເຊັນ ຂອງເຂດແດນທາງບົກທັງໝົດ ຈຶ່ງເຫຼືອອີກປະມານ 50
ກິໂລແມັດທີ່ຈະຕ້ອງຕົກລົງຮ່ວມກັນ ໃຫ້ໄດ້ເພື່ອທີ່ວ່າ ຈະໄດ້ເລີ່ມການສຳຫລວດ ແລະ
ປັກປັນເຂດແດນທາງນ້ຳເປັນອັນດັບຕໍ່ໄປ

XS
SM
MD
LG