ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜົນກະທົບຂອງໂຄວິດ19 ບວກກັບ ສົງຄາມໃນຢູເຄຣນ ເຮັດໃຫ້ຄົນລາວ ຕ້ອງປັບປ່ຽນວິຖີດໍາລົງຊິວິດແບບໃໝ່


ປະຊາຊົນລາວ ພາກັນລຽນແຖວເພື່ອໃສ່ນ້ຳມັນລົດຂອງເຂົາເຈົ້າ ຢູ່ທີ່ປ້ຳນ້ຳມັນ ດົງຈອງ, ນະຄອນວຽງຈັນ, ວັນທີ 27 ພຶດສະພາ 2022.
ປະຊາຊົນລາວ ພາກັນລຽນແຖວເພື່ອໃສ່ນ້ຳມັນລົດຂອງເຂົາເຈົ້າ ຢູ່ທີ່ປ້ຳນ້ຳມັນ ດົງຈອງ, ນະຄອນວຽງຈັນ, ວັນທີ 27 ພຶດສະພາ 2022.

ການຟື້ນຕົວຄືນ ຈາກຜົນກະທົບຂອງການລະບາດຂອງໂຄວິດ-19 ໃນລາວ ແລະ ທົ່ວໂລກຍັງເລີ້ມຂຶ້ນບໍ່ທັນໄດ້ພໍເທົ່າໃດ ຜົນກະທົບຈາກສົງຄາມຢູເຄຣນກໍຕາມມາ ຊຶ່ງເຮັດໃຫ້ໄພເງິນເຟີ້ ແລະລາຄານໍ້າມັນເຊື້ອໄຟສູງຂຶ້ນ ແລະ ສົ່ງຜົນເຮັດໃຫ້ຄົນລາວສ່ວນໃຫຍ່ ທີ່ມີລາຍໄດ້ຕໍ່າ ຕ້ອງໄດ້ປັບທັດສະນະຄະຕິຫັນມາຮຽນຮູ້ການດໍາລົງຊີວິດແບບໃໝ່ເພື່ອໃຫ້ສາມາດຢູ່ລອດໄດ້. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຂະນະທີ່ຄວາມພະຍາຍາມຟືນໂຕຄືນ ຈາກຄື້ນກະແສຟອງການລະບາດຂອງໂຄວິດ-19 ໃນລາວກໍຄືຢູ່ທົ່ວໂລກ ຍັງບໍ່ທັນໄດ້ເລີ້ມຕົ້ນຫລາຍເທື່ອ ຜົນກະທົບຂອງສົງຄາມຢູເຄຣນ ກໍໄດ້ຕາມມາ ຊຶ່ງໄດ້ຜັກດັນໄພເງິນເຟີ້ ໃຫ້ຖີບຕົວສູງຂຶ້ນ ຢ່າງວ່ອງໄວ ແລະລາຄານໍ້າມັນກໍສູງຂຶ້ນຢ່າງຫລີກລ້ຽງບໍ່ໄດ້ ເມື່ອຄວາມສາມາດ ນໍາເຂົ້ານໍ້າມັນຂອງລາວ ນັບມື້ນັບຫລຼຸດລົງ. ສະພາບການນີ້ສົ່ງຜົນສະທ້ອນຕໍ່ເສດຖະກິດຂອງປະເທດ ກໍນັບມື້ນັບໜັກຂຶ້ນ ແລະເຮັດໃຫ້ປະຊາຊົນລາວສ່ວນໃຫຍ່ ທີ່ມີລາຍໄດ້ຕໍ່າໃນທຸກສາຂາອາຊີບ ຕ້ອງໄດ້ຫັນປ່ຽນແບບແຜນການດໍາລົງຊີວິດໃໝ່ ຊຶ່ງຈະເຫັນໄດ້ຈາກການເລືອກໃຊ້ພາຫະນະຂົນສົ່ງ. ເມື່ອກ່ອນຫລາຍຄົນ ທີ່ມີລົດໃຫຍ່ ມັກຈະເດີນທາງໄປຕ່າງແຂວງໂດຍລົດສ່ວນຕົວ ແຕ່ປັດຈຸບັນແມ່ນຫັນມາໃຊ້ລົດເມຂົນສົ່ງໂດຍສານທາງໄກ ຫລາຍຂຶ້ນ ດັ່ງທີ່ຜູ້ປະກອບການລົດເມປາກເຊ-ວຽງຈັນ ບອກວ່າ ຈໍານວນລູກຄ້າມາໃຊ້ບໍລິການເພີ້ມຂຶ້ນຫລາຍພິເສດໃນໄລຍະ 3 ເດືອນຜ່ານມາ ຊຶ່ງທ່ານພໍສະຫລຸບໃຫ້ຟັງດັ່ງນີ້:

“ໂອ້ກະພໍໄດ້ຢູ່ໃດລະເພາະວ່າລົດນໍ້າມັນແພງຫລາຍເຂົາກະຂີ່ລົດເມນີ້ລະ ມື້ລະປະມານ 5 ຖ້ຽວນີ້ລະ ແມ່ນແມ່ນຄົນກະພໍໄດ້ຢູ່ລະ ລາຄາກະ 230.000 ກີບ”

ນອກຈາກນັ້ນ ຄວາມນິຍົມຂອງການໃຊ້ພາຫະນະ ກໍປ່ຽນໄປຈາກການເຄີຍຊື້ ຫລືໃຊ້ພາຫະນະລົດທີ່ໃສ່ນໍ້າມັນ ມາເປັນການຊື້ລົດ ທີ່ແລ່ນດ້ວຍພະລັງງານໄຟຟ້າຫລາຍຂຶ້ນກ່ວາເກົ່າ ໃນໄລຍະ 3 ເດືອນມານີ້ ດັ່ງທີ່ພະນັກງານຂາຍລົດ ໄຟຟ້າຂອງບໍລິສັດ BYD ໃນນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ:

“ຕອນນີ້ໄດ້ຂາຍດີ ເຫັນວ່າເສດຖະກິດຂອງເຮົາເງິນເຟີ້ ນໍ້າມັນກະແພງເນາະ ຊິເອົາເງິນໃສມາໃສ່ນໍ້າມັນລົດ. ຄົນມາດາວລົດ ລົດສາກຂອງເຮົາກະຂີ່ໄດ້ 400 ກິໂລແມັດ ຄ່າສາກໝໍ້ໄຟກໍພຽງແຕ່ສີ່ສິບພັນ (ກີບ) ສາມສິບຫົກພັນກີບ. ສາມເດືອນຜ່ານມາຂາຍໄດ້ ເພາະຄ່ານໍ້າມັນແພງເງິນກະເຟີ້ນີ້ນະ ແລະລົດກະຮັບປະ ກັນ ແບັດເຕີຣີ 4 ປີ ລົດກະແມ່ນ 8 ປີ.”

ລົດໄຟຟ້າ ຈິບ ຍີ່ຫໍ້ ຢວນ (YUAN) ໄດ້ຮັບຄວາມນິຍົມສູງ ໃນພາວະເງິນເຟີ້ ບວກກັບລາຄານ້ຳມັນແພງຂຶ້ນ ໃນລາວ, ວັນທີ 27 ພຶດສະພາ 2022.
ລົດໄຟຟ້າ ຈິບ ຍີ່ຫໍ້ ຢວນ (YUAN) ໄດ້ຮັບຄວາມນິຍົມສູງ ໃນພາວະເງິນເຟີ້ ບວກກັບລາຄານ້ຳມັນແພງຂຶ້ນ ໃນລາວ, ວັນທີ 27 ພຶດສະພາ 2022.

ເມື່ອມໍ່ໆມານີ້ ອີງຕາມຄໍາສັ່ງຂອງລັດຖະບານ ຜູ້ປະກອບການປໍ້ານໍ້າມັນໄດ້ຈໍາກັດການຈໍາໜ່າຍໃຫ້ແກ່ຜູ້ຊົມໃຊ້ ຊຶ່ງກໍຄືຜູ້ນຶ່ງບໍ່ໃຫ້ໃສ່ນໍ້າມັນເກີນ 5 ແສນກີບສໍາລັບລົດໃຫຍ່ສ່ວນຕົວ ແລະບໍ່ໃຫ້ຈ່າຍເກີນ 5 ໝື່ນກີບສໍາລັບລົດຈັກ. ຂະນະດຽວກັນ ນັກວິຊາການຂອງທະນາຄານພັດທະນາເອເຊຍ ຫລື ADB ຄາດຄະເນວ່າ ລາວຍັງຈໍາເປັນຕ້ອງຊົມໃຊ້ນໍ້າມັນຫລາຍກວ່າ 1,045 ລ້ານລິດ ໃນປີ 2022 ນິີ້.

ສ່ວນທາງດ້ານຄະນະຜູ້ບໍລິຫານຂັ້ນສູງຂອງສະມາຄົມນໍ້າມັນເຊື້ອໄຟລາວ ກໍໄດ້ຊີ້ແຈງວ່າ ສາເຫດຫລັກຂອງການຂາດນໍ້າມັນໃນລາວນັ້ນ ແມ່ນເປັນບັນຫາທີ່ມີມາແຕ່ດົນນານແລ້ວ ແຕ່ຍັງບໍ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທໍາ ເມື່ອມີຄື້ນກະແສຟອງຂອງບັນຫານໍ້າມັນໃນຕະຫລາດໂລກ ຫລັງຈາກຣັດເຊຍໄດ້ບຸກລຸກຢູ ເຄຣນເປັນຕົ້ນມາ ຈຶ່ງເຮັດໃຫ້ບັນຫາການຂາດນໍ້າມັນຢ່າງໜັກໜ່ວງຂຶ້ນ ໃນປັດ ຈຸບັນ ຊຶ່ງຜູ້ບໍລິຫານຂັ້ນສູງທ່ານນຶ່ງກ່າວວ່າ:

“ບັນຫາການຂາດແຄນນໍ້າມັນຂອງປະເທດລາວນັ້ນແມ່ນຍ້ອນຫລາຍປັດໄຈທີ່ມີມາແຕ່ດົນນານແລ້ວ. ບັນຫາທີນຶ່ງກໍຄືປະເທດລາວເຮົາທີ່ບໍ່ມີທາງອອກສູ່ທະເລ ເຮັດໃຫ້ການຂົນສົ່ງນໍ້າມັນຫຍຸ້ງຍາກ ແລະເຮັດໃຫ້ເກີດມີມູນຄ່າເພີ້ມຂອງຄ່ານໍ້າມັນສູງຂຶ້ນ, ສອງກໍແມ່ນບັນຫາຂອດບໍລິການການຂົນສົ່ງ ແຕ່ລະສະຖານທີ່ບໍ່ເອື້ອອໍານວຍຫຍຸ້ງຍາກ ແລະ ສາມກໍຄືບັນຫາການຂາດເງິນຕຣາ ເພື່ອສໍາລະ ສະສາງໃຫ້ແກ່ຜູ້ສະໜອງບໍ່ທັນຕາມຄວາມຕ້ອງການ. ນອກນັ້ນກໍມີການສັ່ງຊື້
ທີ່ມີປະລິມານໜ້ອຍຫລາຍ ຊຶ່ງເຮັດໃຫ້ຜູ້ສະໜອງລາຍໃຫຍ່ບໍ່ຢາກຂາຍໃຫ້ເຮົາ ໂດຍກົງໄດ້.”

ຣັດ​ເຊຍ​ເປັນ​ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ ​ແລະເຊື້ອໄຟແຫຼວ ​ລາຍ​ໃຫຍ່​ອັນ​ດັບ​ສາມ​ຂອງ​ໂລກ (ຮອງ​ຈາກ​ອາ​ເມ​ຣິ​ກາ ​ແລະ ຊາອຸດີ ອາຣັບເບຍ) ໃນ​ປີ 2020; ສະເລ່ຍແລ້ວ ປະເທດນີ້ຜະລິດນໍ້າມັນເຊື້ອໄຟແມ່ນ 10.5 ລ້ານຖັງຕໍ່ມື້, ອີງຕາມລາຍງານຂອງອົງການບໍລິຫານຂໍ້ມູນດ້ານພະລັງງານຂອງສະຫະລັດ ຫລື US Energy Information Administration ໃນເດືອນທັນວາ 2021. ເມື່ອປະເທດຕາເວັນຕົກ ໂດຍສະເພາະຢູໂຣບທີ່ເປັນລູກຄ້າລາຍໃຫຍ່ຂອງຣັດເຊຍ ໃຊ້ມາດຕະການລົງໂທດຕໍ່ຣັດເຊຍ ທີ່ໄດ້ບຸກລຸກຢູເຄຣນ ໃນທ້າຍເດືອນກຸມພາເປັນຕົ້ນມາ ໂດຍການຫັນໄປຫາທາງຊື້ນໍ້າມັນຈາກແຫລ່ງອື່ນ ແທນໃຫ້ນໍ້າມັນຈາກຣັດເຊຍ ກໍເຮັດໃຫ້ນໍ້າມັນໃນຕະຫລາດໂລກມີລາຄາສູງຂຶ້ນໄປຕາມໆກັນ.

ສໍາລັບລາວນັ້ນ ອັດຕາເງິນເຟີ້ ໃນເດືອນເມສາ 2022 ແມ່ນ 9,9% ນຶ່ງໃນ 3 ສາເຫດຫລັກ ແມ່ນຍ້ອນການເພີ້ມຂຶ້ນຂອງນ້ຳມັນເຊື້ອໄຟໃນຕະຫລາດໂລກ ທີ່ເປັນປັດໄຈໃນການຜະລິດສິນຄ້າ ແລະບໍລິການ.

ສະຫລຸບແລ້ວ ການລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນເຮັດໃຫ້ໄພເງິນ ເຟີ້ ໃນລາວສູງຂຶ້ນ ບວກໃສ່ສົງຄາມຢູເຄຣນ ທີ່ເຮັດໃຫ້ລາຄານໍ້າມັນເຊື້ອໄຟສູງຂຶ້ນນັ້ນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ທີ່ມີລາຍຮັບຕໍ່າຕ້ອງໄດ້ປັບປ່ຽນ ທັດສະນະຄະຕິ ແລະຮຽນຮູ້ວິຖີຊີວິດແບບໃໝ່ ເພື່ອໃຫ້ສາມາດຢູ່ລອດໄດ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG